ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະເໜີຮ່າງທິດທາງ ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ IX (2021-2025) ຂອງນະຄອນຫຼວງວຽງຈັນ ຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 10 ຂອງສະພາ ປະຊາຊົນນະຄອນຫຼວງໃຫ້ ຮູ້ວ່າ: ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້ານະ ຄອນຫຼວງວຽງຈັນ (ນວ) ໄດ້ວາງມາດຕະການລວມໂດຍ ເນັ້ນໃສ່ສົ່ງເສີມຄວາມຍືນຍົງ ແລະ ຄວາມຫຼາກຫຼາຍຂອງເສດຖະກິດ, ເຕົ້າໂຮມກຳລັງແຮງຂອງສັງຄົມ ແລະ ນຳໃຊ້ເສດຖະກິດຫຼາຍພາກສ່ວນເຂົ້າໃນການພັດທະນາ, ຮັບປະກັນການຂະຫຍາຍຕົວຂອງເສດ ຖະກິດໃຫ້ໝັ້ນທ່ຽງ ແລະ ທັງສູ້ຊົນໃຫ້ເສດຖະກິດເຕີບໂຕໃນອັດຕາສະເລ່ຍບໍ່ໃຫ້ຫຼຸດ 7- 8% ຕໍ່ປີ, ໃນໄລຍະ 5 ປີ.
ລວມຍອດຜະລິດຕະພັນພາຍໃນຄາດວ່າຈະບັນລຸ 356.600 ຕື້ກີບ ສະເລ່ຍຕໍ່ຫົວຄົນບັນລຸ 8.750 ໂດລາ. ຂະແໜງກະສິກຳຂະຫຍາຍຕົວສະເລ່ຍ 4 – 4,5% ຕໍ່ປີ, ຂະແໜງອຸດສາຫະກຳຂະຫຍາຍຕົວສະເລ່ຍ 11,5 -12%ຕໍ່ປີ, ຂະແໜງການບໍລິການຂະຫຍາຍຕົວສະເລ່ຍ 6,5 – 7%ຕໍ່ ປີ.
ພ້ອມທັງວາງແຜນສ້າງ ແລະ ເກັບກຳລາຍຮັບງົບປະມານຕາມກົດໝາຍກຳນົດໃຫ້ຄົບຖ້ວນ, ໃນ 5 ປີຕໍ່ໜ້າ ນວ ຈະຈັດເກັບລາຍຮັບງົບປະມານໃຫ້ໄດ້ 57.000 ຕື້ກີບ ຫຼື ປະມານ 16 -17%ຂອງ GDP ເທົ່າກັບ 34,01% ຂອງແຜນລາຍຮັບງົບປະມານທັງໝົດຂອງທົ່ວປະເທດ, ໃນນັ້ນ ຈົດເປັນລາຍຮັບເຂົ້າບັນຊີສູນກາງ 32.124 ຕື້ກີບ ແລະ ຈົດເປັນລາຍຮັບເຂົ້າບັນຊີ ນວ ໃຫ້ໄດ້ 25.361 ຕື້ກີບ, ໃນນັ້ນ ຈາກພາສີ 16.701 ຕື້ກີບ, ສ່ວຍສາອາກອນ 8.358 ຕື້ກີບ, ຊັບສິນຂອງລັດ 299 ຕື້ກີບ ແລະ ວິສາຫະກິດລັດ 3 ຕື້ກີບ;
ພ້ອມນັ້ນ ກໍ່ຕ້ອງສ້າງຖານລາຍຮັບໃໝ່ ແລະ ພິຈາລະນາອາກອນຊັບສິນ ອາກອນສິ່ງແວດລ້ອມ ອາກອນຕົວເມືອງ ແລະ ອື່ນໆ ຂະຫຍາຍຖານລາຍຮັບ ແລະ ສົ່ງເສີມໃຫ້ SME ເປັນກຳລັງໜູນເສດຖະກິດ ໂດຍໃຫ້ບັນ ດາຜູ້ປະກອບການ ແລະ ຫົວ ໜ່ວຍທຸລະກິດດັ່ງກ່າວເຂົ້າມາມີສ່ວນຮ່ວມເສດຖະກິດໃນລະບົບຫຼາຍຂຶ້ນ ທັງປັບປຸງຄຸ້ມຄອງ ແລະ ການເກັບອາກອນໃຫ້ມີປະສິດທິພາບດ້ວຍການນຳໃຊ້ເຄື່ອງມືໄອຊີທີ ໃຫ້ທົ່ວເຖິງຫົວໜ່ວຍທຸລະກິດຂະໜາດກາງ ຫາ ຂະໜາດໃຫຍ່, ຊ່ວຍແນະນຳໃຫ້ຫົວໜ່ວຍທຸລະກິດທຸກຂະໜາດໄດ້ເຂົ້າເຖິງແຫຼ່ງທຶນ, ຍົກລະດັບຄວາມຮູ້ຄວາມສາມາດຂອງຜູ້ປະກອບການ, ສືບຕໍ່ປັບປຸງພາກລາຍຈ່າຍງົບປະມານລັດແຕ່ລະຂັ້ນໃຫ້ຈະແຈ້ງ, ປັບປຸງການບໍລິການທາງດ້ານການເງິນ, ການເສຍພາສີອາກອນໃຫ້ມີຄວາມສະດວກວ່ອງໄວ, ປອດໄພ ແລະ ໂປ່ງໃສດ້ວຍການນຳໃຊ້ລະບົບທັນສະໄໝ, ລະດົມທຶນເຂົ້າສູ່ການພັດທະນາດ້ານຕ່າງໆໃນການກໍ່ສ້າງໂຄງລ່າງສາທາລະນະທີ່ຈຳເປັນ ຊຶ່ງລັດ ແລະ ປະຊາ ຊົນພ້ອມກັນເຮັດ ໂດຍທ້ອງ ຖິ່ນນັ້ນລິເລີ່ມເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເຮັດໃຫ້ຫຼຸດພົ້ນຈາກຄວາມດ້ອຍພັດທະນາ, ພັດທະນາອະສັງຫາລິມະຊັບດ້ວຍນະ ໂຍບາຍໃໝ່ໝາຍເຖິງລັດ ປະຊາຊົນ, ນັກລົງທຶນຮ່ວມກັນເຮັດ ແລະ ສືບຕໍ່ປະຕິບັດນະໂຍບາຍຫັນຊັບສິນເປັນທຶນ, ສູ້ຊົນລະດົມແຫຼ່ງທຶນເພື່ອການພັດທະນາໃນ 5 ປີີ ໃຫ້ໄດ້ປະມານ 22 – 23% ຂອງ GDP, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ແລະ ສ້າງສິ່ງຈູງໃຈຫຼາຍຮູບແບບ ຄຽງຄູ່ກັບການປັບປຸງ ແລະ ບັງຄັບໃຊ້ລະບຽບມາດຕະການຢ່າງມີປະສິດທິພາບເພື່ອດຶງດູດການລົງທຶນຂອງພາກເອກະຊົນ ຊຸກ ຍູ້ ແລະ ສົ່ງເສີມການລົງທຶນໃນ 5 ຂະແໜງທີ່ເປັນທ່າແຮງຂອງ ນວ ແລະ ທ່າແຮງຕົວຈິງຂອງບັນດາເມືອງຢ່າງມີຈຸດສຸມ ແລະ ມີປະສິດທິຜົນສູງ, ຫັນເປັນອຸດສະຫະກຳ ແລະ ທັນສະໄໝໃນຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງໂທລະຄົມ ແລະ ການສື່ສານ, ຂະແໜງຂົນສົ່ງ ແລະ ບໍລິການທາງຜ່ານເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດ ແລະ ການບໍລິການ ທັງເປັນການເອື້ອ ອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ສ້າງໃຫ້ໄດ້ການຮ່ວມສຳພັນທາງທຸລະກິດ ແລະ ຮ່ວມກຸ່ມການຜະລິດລະຫວ່າງຂະແໜງການ ແລະ ເມືອງດ້ວຍກັນ.
ແຫຼ່ງຂ່າວ: ແສງຈັນປະຊາຊົນ