General

ຫຼວງພະບາງເຂັ້ມງວດ!!! ໃຜລັກລອບເຂົ້າປະເທດ ຕ້ອງໄດ້ຈ່າຍຄ່າກວດໂຄວິດ-19 ເອງ ແລະ ພ້ອມຮັບໂທດທາງກົດໝາຍ

ອີງຕາມໃບແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ເນື່ອງຈາກສະພາບການລະບາດຂອງພະຍາດ COVID-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ, ຕໍ່ປະເທດ ແລະ ແຂວງຂອງເຮົາ ຊຶ່ງມີທ່າອ່ຽງເພີ່ມຂຶ້ນ ແລະ ບາງປະເທດ ກໍ່ມີການລະບາດຮອບໃຫມ່, ພ້ອມກັນນັ້ນ ຍັງພົບເຫັນມີຜູ້ລັກລອບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ຢ່າງຕໍ່ເນື່ອງ ຊຶ່ງມີຄວາມສ່ຽງສູງທີ່ຈະນໍາເອົາເຊື້ອພະຍາດມາແຜ່ລະບາດໃນຊຸມຊົນ. ສະນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດ COVID-19 ຈຶ່ງໄດ້ແຈ້ງມາດຕະການຕໍ່ຜູ້ທີ່ລັກລອບເຂົ້າມາປະເທດແບບຜິດກົດຫມາຍໂດຍບໍ່ໄດ້ຜ່ານດ່ານຊາຍແດນທີ່ທາງລັດຖະບານ ແຫ່ງ ສປປ ລາວ ອະນຸຍາດຈະຕ້ອງຖືກດໍາເນີນມາດຕະການດັ່ງນີ້: 1. ຕ້ອງໄດ້ຈ່າຍຄ່າກວດຫາພະຍາດ COVID-19 1,200,000 ກີບຕໍ່ຄັ້ງ, ລວມທັງຄ່າປິ່ນປົວຕົນເອງ ຖ້າຫາກຜູ້ກ່ຽວຕິດເຊື້ອ COVID-19 2. ຕ້ອງຈ່າຍຄ່າໄປຮັບ-ສົ່ງເຂົ້າມາຢູ່ສູນຈໍາກັດບໍລິເວນ ແລະ ລວມທັງຄ່າອາຫານຂອງຕົນໃນແຕ່ລະມື້. 3. ຫຼັງຈາກຈໍາກັດບໍລິເວນຄົບກໍານົດ 14 ວັນແລ້ວ, ມອບໃຫ້ເຈົ້າຫນ້າທີ່ ປກສ ປະຕິບັດລະບຽບວິໄນ ແລະ ປັບໃຫມຕາມກົດຫມາຍບ້ານເມືອງ

Read More »

ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ມອບໃບຍ້ອງຍໍໃຫ້ຜູ້ນໍາພາກທຸລະກິດລາວສອງທ່ານ

 ທ່ານ​ ອຸ​ເດດ ສຸວັນນະ​ວົງ, ປະທານ​ສະພາ​ການ​ຄ້າ ​ແລະ ອຸດ​ສະຫະ​ກໍ​າ​ແຫ່​ງຊາດລາວ (LNCCI) ​ແລະ ທ່ານ ວິຣະຈິດ ພິລາ​ພັນ​ເດດ, ຜູ້​ອໍານວຍ​ການ​ໃຫ່ຍມູນ​ນິທິ​ສົ່ງ​ເສີມ​ການ​ສຶກສາ, ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​​ຍີ່​ປຸ່ນ. ພິທີ​ມອບໃບ​ຍ້ອງຍໍ​ດັ່ງກ່າວ​ຈັດ​ຂື້ນໃນ​ວັນ​ທີ 7 ມັງ​ກອນ 2021 ​ທີ່ບ້ານພັກ​ເອກ​ອັກ​ຄະ​ຣາຊະ​ທູດ​ຍີ່ປຸ່ນ ທີ່​ນະຄອ​ນຫລວງ​ວຽງ​ຈັນ ​ແລະ ​ໃຫ້​ກຽດ​ມອບ​​ໂດຍ ພະນະ​ທ່ານ ທາ​ເກ​ວະ​ກະ ​ເຄ​ໂຊ, ​​ເອກອັກ​ຄະ​ຣາຊະ​ທູດ​ຍີ່ປຸ່ນ ປະ​ຈໍາ ສປປ ລາວ. ​ໃນ​ພິທີ ທ່ານ​ ທູ​ດ ທາ​ເກ​ວະ​ກະ ​ເຄ​ໂຊ ​ໄດ້ກ່າວ ສະ​​ແດງ​ຄວາ​ມຊົມ​ເຊີຍຕໍ່​ຜົນ​ສໍາ​ເລັດ​ຂອງທັງ​ສ​ອງທ່ານ ທີ່​ໄດ້​ອຸທິດ ທຸ້ມ​ເທ​ເຫື່ອ​ແຮງ ​ສະຕິ​ປັນຍາ ປະກອບສ່ວນ​ສົ່ງ​ເສີມສາຍ​ພົວພັນອັນ​ດີງາມ​ລະ​ຫວ່າງ ຍີ່ປຸ່ນ ​ແລະ ສປປ ລາວ. ​ ໃຫ້​ກຽດ​​ເຂົ້າ​ຮວ່ມພິທີ​ມອບ​ໃບ​ຍ້ອງຍໍ​ດັ່ງກ່າວ ປະກອບມີ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ, ລັດ​ຖະມົນຕີ ກະຊວງ​ອຸດ​ສະຫະ​ກໍ​າ ​ແລະ ການ​ຄ້າ, ພະນະ​ທ່ານ ດຣ. ປອນ​ເມກ ດາລາ​ລອຍ, ​ອະ​ດີດປະ​ທານ​ສະ​ມາ​ຄົມ​ມິດຕະພາບ​ລາວ-​ຍີ່ປຸ່ນ, ພະນະ​ທ່ານ ​ເຄນ​ທອງ ນວນ​ທະ​ສິງ, ຮອງ​ປະທານ​ຄະນະ​ກໍາ​ມະ​ທິການ​ຕ່າງປະ​ເທດ ປະ​ຈໍາສະພາ​ແຫ່​ງຊາດ, ​ແລະ ທັງ​ເປັນປະທານ​ຄະນະ​ມິດ​ຕະພາບລັດຖະສະພາ​ລາວ-​ຍີ່​ປຸ່ນ ພ້ອ​ມດ້ວຍ​ບັນດາ​ແຂ​ກຜູ້​ມີ​ກຽດ​ຈາກ​ກະຊວງ​ທີ່​ກ່ຽວ​ຂ້ອງ, ຄອບ​ຄົວ ​ແລະ ໝູ່​ເພື່ອນ​ຂອງ​ທັງ​ສອງ​ທ່ານ ...

Read More »

ແຮງງານລາວ 13 ຄົນ ລັກລອບຂ້າມນໍ້າຂອງ ເຂົ້າເມືອງສັງທອງ

ທ່ານ ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສເມືອງສັງທອງ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ເມື່ອວັນທີ 6 ມັງກອນ 2021 ທີ່ຜ່ານມາວ່າ: ເມື່ອບໍ່ດົນມານີ້ໄດ້ກວດພົບແຮງງານລາວຈຳນວນ 13 ຄົນ (ຍິງ 8 ຄົນ) ທີ່ໄປເຮັດວຽກຢູ່ປະເທດໄທ ໄດ້ລັກລອບຂ້າມແມ່ນ້ຳຂອງເຂົ້າມາເມືອງສັງທອງ ແລະ ໄດ້ນຳຕົວທັງໝົດໄປກັກຕົວຢູ່ສູນກັກກັນຫຼັກ 27 ເປັນທີ່ຮຽບຮ້ອຍແລ້ວ. ເຊີ່ງເມືອງສັງທອງອາດຈະເປັນເມືອງທີ່ອາດຈະມີການລັກລອບເຂົ້າມາປະເທດລາວ ຍ້ອນມີແມ່ນ້ຳຂອງທີ່ແຄບ ໂດຍສະເພາະໃນລະດູແລ້ງຢູ່ບາງບ່ອນແມ່ນສາມາດຍ່າງຂ້າມໄດ້ເລີຍ. ແຫຼ່ງຂ່າວ:ໜັງສືພີມ ວຽງຈັນທາຍ

Read More »

ບຣູໄນ ຮັບຕຳແໜ່ງເປັນປະທານ ອາຊຽນ ປີ 2021 ຢ່າງເປັນທາງການ

ຕາມ​ການລາຍງານຂ່າວ​ຈາກ​ ຫວຽດນາມ, ບຣູໄນ ຮັບ​ຕຳ​ແໜ່​ງ​ ເປັນປະທານ ​ອາ​ຊຽນ ປີ2021 ຢ່າງ​ເປັນ​ທາງ​ການ ນັບ​ຕັ້ງແຕ່ ​ເດືອນ​ມັງກອນ ​ເປັນຕົ້ນ​ໄປ ພ້ອມ​ທັງ ໃຫ້ຄຳໝັ້ນ ສັນຍາວ່າ: ຈະສືບຕໍ່ ສົມທົບກັບ ບັນດາ ປະເທດ ສະມາຊິກ ອາຊຽນ ແລະ ບັນດາ ປະເທດ ຄູ່ເຈລະຈາ ຂອງອາຊຽນ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມ ອາ ຊຽນ 2025 ແລະ ແຜນການ ສັງລວມ ສ້າງປະຊາຄົມ ໃນສາມເສົາຄ້ຳ ການເມືອງ – ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ – ສັງຄົມ ຢ່າງມີ ປະສິດທິຜົນ. ພ້ອມ​ດຽວ​ກັນ​ນີ້ ບຣູໄນ ຈະສຸມໃສ່ ຂົງເຂດ ບຸລິມະສິດ ເຊິ່ງ ລວມມີ: ການສ້າງ ປະຊາຄົມ ໃຫ້ມີຄວາມກົມກ່ຽວ ແລະ ສ້າງຄວາມ ເຂັ້ມແຂງ ...

Read More »

ກອງປະຊຸມລັດຖະບານ ເປີດກວ້າງທ້າຍສະໄໝ ຊຸດທີ VIII ພິຈາລະນາຫລາຍບັນຫາສຳຄັນ

ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 7-8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ບັນດາຄະນະລັດຖະບານ, ລັດຖະມົນຕີ, ພ້ອມດ້ວຍເຈົ້າແຂວງ, ຮອງເຈົ້າແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ພິຈາລະນາ ໃນຫລາຍບັນຫາສຳຄັນ ທີ່ສະເໜີໂດຍ ບັນດາກະຊວງ ອ້ອມຂ້າງສູນກາງ ເປັນຕົ້ນ, ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020), ການສະຫລຸບການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ຜ່ານຮ່າງເບື້ອງຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດຢູ່ ...

Read More »

ແຈ້ງການ !!! ລາຄານໍ້າມັນຈະປັບຂຶ້ນຕື່ມອີກ…

ແຈ້ງການ !!! ໃນວັນທີ 08.01.2021 ເລີ່ມແຕ່ເວລາ 06:00 ເຊົ້າລາຄານໍ້າມັນຈະປັບຂຶ້ນຕື່ມ ຕາມລາຍລະອຽດຕໍ່ໄປນີ້:

Read More »

ຈີນ ຕັ້ງເປົ້າໃຫ້ປະຊາຊົນໄດ້ຮັບຢາປ້ອງກັນໂຄວິດ-19 ຢ່າງໜ້ອຍ 50 ລ້ານຄົນ

ຕາມ​ຂ່າວ​ຈາກ​ຈີນ (SouthChinaMorningPost), ຈີນ ຕັ້ງ​ເປົ້າໝາຍ ​ໃຫ້​ປະຊາຊົນ ຢ່າງ​ໜ້ອຍ 50 ລ້ານ ​ຄົນ ​ໄດ້​ຮັບ​ ຢາ​ປ້ອງ​ກັນ​ ໂຄ​ວິດ-19 ກ່ອນ​ເຖິງ​ວັນພັກຍາວ ​ໃນ​ປີ​ໃໝ່​ຈີນ ທີ່​ພວມ​ມາ​ເຖິງ ​ໃນ​ໄລຍະ​ ຕົ້ນ​ເດືອນ​ກຸມພາ​ນີ້ ​ໂດຍ​ຊີ​ໂນ​ຟາ​ມ ຖື​ເປັນ ​ບໍລິສັດ​ທຳ​ອິດ ທີ່​ສາມາດ ​ນຳໃຊ້​ວັກ​ຊິນ ຜ່ານ​ການ ​ອະນຸມັດ ຈາກ​ໜ່ວຍ​ງານ ດ້ານ​ການ ກວດ​ສອບ​ຢາ​ຂອງ​ ລັດຖະບານ​ຈີນ ​ໃຫ້​ສາມາດ ​ໃຊ້​ງານ​ໄດ້ ​ເຊິ່ງ​ເປົ້າໝາຍ​ຫລັກ ​ຂອງ​ຈີນ ຄື​ການ​ສັກ​ວັກ​ຊິນ ​ໃຫ້​ກັບ ​ຜູ້​ມີ​ອາຍຸ ​ລະຫວ່າງ 19-59ປີ​ກ່ອນ ​ແລະ ວັກ​ຊິນ ​ທຸກ​ຫລອດ ມີ​ລະຫັດ ທີ່​ຈະ​ບັນ ທຶກ​ ໝາຍ​ເລກ​ ບັດປະຈຳຕົວ​ ປະຊາຊົນ ຂອງ​ຜູ້​ທີ່​ ເຂົ້າຮັບ ​ວັກ​ຊິນ ​ເພື່ອ​ໃຫ້​ງ່າຍ​ ຕໍ່​ການ​ຕິດຕາມ ​ແລະ ກວດກາ ຫາກ​ເກີດ​ບັນຫາ ຕາມ​ຫລັງ. ຂອບໃຈແຫຼ່ງຂ່າວ: ຂປລ

Read More »

ລາຄານ້ຳມັນໃນຕະຫລາດໂລກ ມີຄວາມສ່ຽງຫລຸດລົງໃນເຄິ່ງປີນີ້

ກຸ່ມ​ປະ​ເທດ ​ຜູ້​ສົ່ງ​ອອກ ​ນ້ຳມັນ(​ໂອ​ເປັກ)ຄາດ​ການ​ວ່າ ການ​ເໜັງ​ຕີງ ລາຄາ​ນ້ຳມັນ ​ໃນ​ຕະຫລາດ​ໂລກ ​ມີ​ຄວາມ​ສ່ຽງ ​ທີ່​ຜະ​ເຊີນ​ ສະພາວະ​ ຫລຸດ​ລົງ ​ໃນ​ໄລຍະ 6​ເດືອນ ​ປີນີ້ ​ໂດຍ​ຄາດ​ການ​ ດັ່ງກ່າວ​ ມີ​ຂຶ້ນ​ກ່ອນ ທີ່​ກຸ່ມ​ໂອ​ເປັກ ​ແລະ ຊາດ​ພັນທະ​ມິດ ຫລື OPEC Plus​ ​ເຊິ່ງລວມທັງ ຣັດ​ເຊຍ ​ໄດ້​ປຶກສາ ​ຫາລື​ກັນ ​ໃນ​ວັນ​ທີ 4​ ມັງກອນຜ່ານມາ ກ່ຽວກັບ ລະດັບ​ ການ​ຜະລິດ​ ນ້ຳມັນ ​ໃນ​ເດືອນ​ກຸມພາ​ນີ້. ຂະນະ​ທີ່ ​ໂອ​ເປັກ ຄາດ​ວ່າ ຄວາມ​ຕ້ອງການ ນ້ຳມັນ ​ທົ່ວ​ໂລກ ຈະ​ໄດ້​ຮັບ ​ແຮງ​ໜູນ ​ຈາກ​ກຸ່ມ​ປະ​ເທດ ພວມ​ພັດທະນາ ​ໂດຍ​ຄາດ​ວ່າ ຈະ​ເພີ່ມ​ຂຶ້ນ 95,9 ລ້ານ​ຖັງ ​ຕໍ່​ວັນ ​ໃນ​ປີ​ນີ້ ​ເພີ່ມ​ຂຶ້ນ 5,9 ລ້ານ​ຖັງ ​ຕໍ່​ວັນ​ ເມື່ອທຽບໃສ່​ປີ​ກາຍ​ນີ້. ສ່ວນ​ເສດຖະກິດ​ໂລກ ຈະ​ຂະຫຍາຍຕົວ ​ປະມານ 4,4% ແຫຼ່ງຂ່າວ: ...

Read More »

ຈີນ ສ້າງເຂື່ອນໄຟຟ້ານ້ຳຕົກໃຫຍ່ທີ່ສຸດໃນໂລກ

ຕາມ​ຂ່າວ​ຈາກ​ຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້,ຈີນ ສ້າງ​ເຂື່ອນ​ໄຟຟ້າ ​ນ້ຳຕົກ ສາມ​ຮ່ອມ​ພູ ​ຂອງ​ຈີນ ທີ່​ມີ​ຂະໜາດ ​ໃຫຍ່​ທີ່​ສຸດ ​ໃນ​ໂລກ ​ໂດຍ​ມີ ​ກຳລັງ​ ການ​ຜະລິດ ​ໄຟຟ້າ ​ສະອາດ111 ຕື້ 8 ຮ້ອຍ​ລ້ານ​ ກິ​ໂລ​ວັດ​ໂມງ ໃນ​ປີ 2020ໄດ້​ລື່ນກາຍ ​ສະ​ຖິ​ຕິ​ໂລກ ​ດ້ານ​ການ​ຜະ​ລິດ​ ພະ​ລັງ​ງານ​ ໄຟ​ຟ້າຕໍ່​ປີ ​ຂອງ​ເຂື່ອນ​ໄຟ​ຟ້າ​ ນ້ຳ​ຕົກ​ ແຫ່ງ​ດຽວ ທີ່​ມີ 103 ຕື້ 98 ລ້ານ ກິ​ໂລ​ວັດ​​ໂມງ ​ທີ່​​ສ້າງ ​ແລະ​ ຮັກ​ສາ ​ໂດຍ​ເຂື່ອນ ​ໄຟ​ຟ້າ​ ນ້ຳ​ຕົກ ​ອີ​ໄຕ​ພູ​ ທີ່​ທະ​ວີບ​ ອາ​ເມ​ຣິ​ກາ​ໃຕ້ ​ໃນປີ 2016.ສຳລັບ ເຂື່ອນ​ໄຟ​ຟ້າ ​ນ້ຳ​ຕົກ ສາມ​ຮອມ​ພູ ​ຂອງ​ຈີນ ໄດ້​ຕິດຕັ້ງ​​ ເຄື່ອງ​ຜະ​ລິດ​ ໄຟ​ຟ້າ​ 34 ເຄື່ອງ ໂດຍ​ມີ​ຍອດ​ ຄວາມ​ສາ​ມາດ​ ການ​ຜະ​ລິດ 22 ລ້ານ 5 ແສນ​ກິ​ໂລ​ວັດ​.ຖ້າ​ທຽບ​ໃສ່ ...

Read More »

ສສ ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນ ກໍລະນີທໍາອິດ ຂອງປະເທດ

ໃນວັນທີ 02/01/2021 ມີຜູ້ໂດຍສານ ທີ່ເດີນທາງກັບມາຈາກ ປະເທດອັງກິດ ເຊິ່ງເປັນເພດຍິງ ອາຍຸ 44 ປີ, ເດີນທາງມາພ້ອມກັບຜູ້ໂດຍສານອື່ນອີກ 305 ຄົນ ໃນວັນທີ 22 ທັນວາ 2020 ຜ່ານສະໜາມບິນ Can Tho ທາງພາກໃຕ້ຂອງປະເທດ, ແລະໄດ້ເຂົ້າກັກໂຕ 14 ວັນ ໝົດທຸກຄົນ. ໂຄວິດ-19 ສາຍພັນໃໝ່ ຈາກປະເທດອັງກິດ ຖືເປັນສາຍພັນ ທີ່ມີການແຜ່ກະຈາຍໄວກ່ວາ ສາຍພັນເກົ່າເຖິງ 70%. ປະຈຸບັນ ຜູ້ກວດພົບໂຄວິດກາຍພັນ ຊະນິດໃຫມ່ນີ້ ກໍາລັງໄດ້ຮັບ ການຮັກສາປິ່ນປົວຢ່າງໃກ້ຊິດ ຈາກຄະນະແພດ. ຂໍ້ມູນ: VN Express, Lao Youth Radio FM 90.0 Mhz

Read More »