General

ວິຖີຊີວິດແບບໃໝ່ ທີ່ຜູ້ປະກອບການຕ້ອງທຳຄວາມເຂົ້າໃຈ

ຄວາມທ້າຍທາຍທີ່ສຸດ ຂອງບັນດາຜູ້ປະກອບການບ້ານເຮົາໃນຕອນນີ້ ແມ່ນໜີບໍ່ພົ້ນເລື່ອງ ການຮັກສາທຸລະກິດໃຫ້ຢູ່ລອດປອດໄພ ຈົນກວ່າຈະຜ່ານພົ້ນວິກິດການພະຍາດລະບາດ ໂຄວິດ-19 ນີ້ໄປໃຫ້ໄດ້ ເຊິ່ງຜ່ານມາເກືອບປີກໍຍັງບໍ່ທັນມີໃຜບອກໄດ້ວ່າວິກິດການຄັ້ງນີ້ ຈະແກ່ຍາວໄປຕື່ມອີກດົນປານໃດ ອາດຈະແມ່ນອີກ 6 ເດືອນ, 1 ປີ ຫຼືຫຼາຍກວ່ານັ້ນ. ໃນສະຖານະການແນວນີ້ ຜູ້ປະກອບການສ່ວນຫຼາຍກໍຮູ້ຢູ່ແລ້ວວ່າ ຕ້ອງໄດ້ປັບຕົວ ປ່ຽນແປງທຸລະກິດໃຫ້ທ່ວງທັນກັບສິ່ງທີ່ເກີດຂຶ້ນ ເຖິງວ່າຍັງບໍ່ທັນພ້ອມ ແລະ ຍັງບໍ່ຮູ້ວ່າຕ້ອງຫັນປ່ຽນໄປໃນທິດທາງໃດ. ແຕ່ກໍມີສິ່ງໜຶ່ງທີ່ຖືກກ່າວເຖິງຫຼາຍ ແລະ ຜູ້ປະກອບການເອງກໍຕ້ອງໄດ້ທຳຄວາມເຂົ້າໃຈ ເພື່ອນຳໄປເປັນສ່ວນໜຶ່ງໃນການກຳນົດທິດທາງປັບປຸງທຸລະກິດໂດຍດ່ວນກໍຄື ວິຖີຊີວິດແບບໃໝ່ ຫຼື New Normal ແຕ່ແນວໃດກໍຕາມການນຳໃຊ້ ແນວຄິດວິຖີຊີວິດແບບໃໝ່ເຫຼົ່ານີ້ ກໍແຕກຕ່າງກັນໄປໃນແຕ່ລະອົງກອນ ເພາະວິທີການປັບຕົວທີ່ໃຊ້ໄດ້ດີໃນອົງກອນໜຶ່ງ ບໍ່ໄດ້ໝາຍຄວາມວ່າ ຈະສາມາດໃຊ້ໄດ້ດີກັບອົງກອນອື່ນໆ. ສະນັ້ນ ມື້ນີ້ຂ້າພະເຈົ້າຈຶ່ງມານຳສະເໜີສິ່ງທີ່ຜູ້ປະກອບການຄວນຮູ້ ກ່ອນນຳໄປຕີໂຈດຂອງ ວິຖີຊີວິດແບບໃໝ່ ເພື່ອນຳມາໃຊ້ກຳນົດແຜນຍຸດທະສາດຂອງທ່ານໃນໄລຍະຕໍ່ໄປ ວິຖີຊີວິດແບບໃໝ່ແມ່ນຫຍັງ? ແມ່ນຮູບແບບການດຳເນີນຊີວິດແບບໃໝ່ ທີ່ແຕກຕ່າງຈາກອາດີດ ເນື່ອງຈາກຖືກກະທົບຈາກບາງສິ່ງ ເຊັ່ນ: ການແຜ່ລະບາດຂອງພະຍາດ ໂຄວິດ-19 ຈົນເຮັດໃຫ້ແບບແຜນ ແລະ ແນວທາງປະຕິບັດທີ່ຄົນໃນສັງຄົມຄຸ້ນເຄີຍຢ່າງເປັນປົກກະຕິ ແລະ ເຄີຍຄາດໝາຍລ່ວງໜ້າໄດ້ ຕ້ອງປ່ຽນແປງໄປສູ່ວິຖີໃໝ່ ພາຍໃຕ້ມາດຕະຖານໃໝ່ທີ່ບໍ່ຄຸ້ນເຄີຍ ເຊິ່ງກວມເອົາ ວິທີຄິດ, ວິທີຮຽນຮູ້, ວິທີສື່ສານ, ວິທີປະຕິບັດ ...

Read More »

ການນຳເຂົ້າສິນຄ້າຈາກເກົາຫຼີຈະບໍ່ເປັນເລື່ອງຍາກອີກຕໍ່ໄປເມື່ອທ່ານຮູ້ຈັກ website…

ຫຼາຍໆຄົນທີ່ກຳລັງຊອກຊ່ອງທາງໃນການນຳເຂົ້າສິນຄ້າຈາກເກົາຫຼີ ຈະບໍ່ເປັນເລື່ອງຍາກອີກຕໍ່ໄປ ເມື່ອທ່ານຮູ້ຈັກ website:  https://www.buykorea.org/onlineshowcase/ ເຊິ່ງເປັນການເປີດໂອກາດໃຫ້ບັນດານັກທຸລະກິດ, ຜູ້ປະກອບການ ແລະ ພໍ່ຄ້າຊາວຂາຍ ທີ່ສົນໃຈນໍາເຂົ້າສິນຄ້າເກົາຫຼີ ມາຈັດຈໍາໜ່າຍຢູ່ໃນປະເທດລາວ, ພາຍໃນເວັບໄຊທ໌ຈະຮວບຮວມ ແລະໃຫ້ຂໍ້ມູນ ສິນຄ້າ ຄຸນນະພາບດີ ມາລວມໄວ້ໃນບ່ອນດຽວ ຫຼາຍກວ່າ 10,000 ລາຍການ ບໍ່ວ່າຈະເປັນ ເຄື່ອງສຳອາງ, ເຄື່ອງມືການແພດ ການຢາ, ເຄື່ອງອາໄຫຼ່, ເຄື່ອງກົນຈັກ ທຸກປະເພດ ທັງນ້ອຍ ຫຼື ໃຫຍ່, ເຄື່ອງອຸປະໂພກ ບໍລິໂພກ, ເຄື່ອງເອເລັກໂທນິກ, ເຄື່ອງມືການສຶກສາ ແລະອື່ນໆ ອີກຫຼາກຫຼາຍ ໂດຍຈະມີຂັ້ນຕອນການນໍາໃຊ້ງ່າຍໆ, ເລີ່ມຈາກ: ເຂົ້າໄປທີ່ Link:  https://www.buykorea.org/onlineshowcase/ ເລືອກໝວດໝູ່ທີິີທ່ານສົນໃຈ ເຊັ່ນ: ເຄື່ອງສຳອາງ, ເຄື່ອງມືການແພດ ການຢາ, ເຄື່ອງອາໄຫຼ່, ເຄື່ອງກົນຈັກ, ເຄື່ອງອຸປະໂພກ ບໍລິໂພກ, ເຄື່ອງອີເລັກໂທນິກ….ເມື່ອທ່ານພົບສິນຄ້າທີ່ທ່ານສົນໃຈ ສາມາດເຂົ້າເບິ່ງລາຍລະອຽດສິນຄ້າທັງໝົດ ບໍ່ວ່າຈະເປັນ ຊື່ສິນຄ້າ, ຄຸນລັກສະນະ, ຜູ້ຜະລິດ ຫຼື ຜູ້ຈັດຈຳໜ່າຍ ພ້ອມດ້ວຍຊ່ອງທາງ ການຕິດຕໍ່ຂອງບໍລິສັດ ຈາກນັ້ນ, ເມື່ອຮູ້ລາຍລະອຽດຂອງສິນຄ້າ ...

Read More »

ພະແນກ ຮສສ ນະຄອນຫຼວງວຽງຈັນ ຈັດງານນັດພົບແຮງງານປະຈຳປີ 2020…..

ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45ປີ ແລະ ສະເຫຼີມສະຫຼອງ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ທັງເປັນການປະກອບສ່ວນບັນລຸແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງນະຄອນຫຼວງວຽງຈັນ ກໍຄືການບັນລຸແຜນພັດທະນາສືມືແຮງງານ ແລະ ຈັດຫາງານ ປີ 2020. ໃນຕອນບ່າຍຂອງວັນທີ 18 ທັນວາ 2020 ນີ້ ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ນະຄອນຫຼວງວຽງຈັນ ໄດ້ຈັດງານນັດພົບແຮງງານ ປະຈຳປີ 2020 ຂຶ້ນ ທີ່ພະແນກຂອງຕົນ ໂດຍການເປັນປະທານຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ທ່ານ ສີຫຸນ ສິທິລືໄຊ ຮອງເຈົ້າຄອງນະຄອນຫຼວງ ມີບັນດາທ່ານຫົວໜ້າກົມ, ຮອງກົມ, ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າສະຖາບັນການສຶກສາ, ຫົວໜ້າຫ້ອງການ ຮສສ, ຫົວໜ້າສູນຝຶກວິຊາຊີບ, ...

Read More »

ບໍລິສັດ ເບຍລາວ ຈໍາກັດ ມອບທຶນການສຶກສາ ແກ່ນັກສຶກສາທີ່ ຮຽນດີ – ຮຽນເກັ່ງ 330 ທຶນ

ເພື່ອປະກອບສ່ວນເຂົ້າໃນການພັດທະນາບຸກຄະລາກອນຂອງຊາດ ໃຫ້ສອດຄ່ອງກັບແນວທາງ ຂອງພັກ ແລະ ລັດຖະບານ ທັງເປັນການໃຫ້ໂອກາດແກ່ນັກສຶກສາລະດັບມະຫາວິທະຍາໄລ ແລະ ວິທະຍາໄລຄູ, ບໍລິສັດ ເບຍລາວ ຈໍາກັດ ໄດ້ສືບຕໍ່ໂຄງການສານຝັນໃຫ້ນັກສຶກສາທີ່ຮຽນດີ-ຮຽນເກັ່ງ ແຕ່ຂາດເຂີນທາງດ້ານທຶນຮອນ ປະຈໍາປີ 2020-2021 ຈໍານວນທັງໝົດ 330 ທຶນ ຈາກ 7 ສະຖາບັນການສຶກສາໃນທົ່ວປະເທດ. ປະກອບມີ ມະຫາວິທະຍາໄລແຫ່ງຊາດ (120 ທຶນ), ມະຫາວິທະຍາໄລ ສຸພານຸວົງ (55 ທຶນ), ມະຫາວິທະຍາໄລ ສະຫວັນນະເຂດ (45 ທຶນ), ມະຫາວິທະຍາໄລ ຈໍາປາສັກ (40 ທຶນ), ວິທະຍາໄລຄູ ສະຫວັນນະເຂດ (20 ທຶນ) ແລະ ວິທະຍາໄລຄູປາກເຊ (20 ທຶນ), ສະຖາບັນວິຈິດສິນ (30 ທຶນ) ເຊິ່ງໂຄງການສານຝັນມອບທຶນການສຶກສາແກ່ນັກສຶກສາທີ່ຂາດເຂີນ ຂອງ ບໍລິສັດ ເບຍລາວ ຈໍາກັດ ເລີ່ມຕົ້ນມາ ຕັ້ງແຕ່ປີ 2010 ເປັນຕົ້ນມາ. ໃນປັດຈຸບັນ ມີນັກສຶກສາ ທີ່ໄດ້ຮັບທຶນການສຶກສາ ດັ່ງກ່າວ ...

Read More »

ກະຊວງອຸດສາຫະກໍາ ແລະ ການຄ້າ ຄາດວ່າການຍົກເລີກໃບອະນຸຍາດຈະເຮັດໃຫ້ຕົວຊີ້ວັດທີ 8 ຢູ່ໃນອັນດັບດີຂຶ້ນ …………

ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນຕອນເຊົ້າວັນທີ 17 ທັນວາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານ ຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ , ມີທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຮອງຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ, ພ້ອມຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ຜູ້ຊີ້ນໍາວຽກເສດຖະກິດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ກໍຄືການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີຄັ້ງທີ 8 ວ່າ: ໂດຍລວມແລ້ວ, ແຜນດໍາເນີນງານວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ປີ 2017-2022 ແມ່ນສ້າງຂຶ້ນເພື່ອຈັດຕັ້ງປະຕິບັດຕາມສັນຍາການອໍານວຍຄວາມສະດວກທາງດ້ານການຄ້າໃນຂອບອົງການການຄ້າໂລກ (WTO-TFA) ທີ່ ສປປ ລາວ ເປັນພາຄີຊຶ່ງປະກອບມີ 03 ໝວດ ...

Read More »

3 ຕະກູນໃຫຍ່ຂອງໄທ ຕິດ Top 20 ມະຫາເສດຖີແຫ່ງອາຊີ……

ຄວາມສຳເລັດຂອງຫຼາຍໆທຸລະກິດໂດຍສະເພາະການບໍລິຫານງານແບບຄອບຄົວ ໄດ້ສ້າງຊື່ສຽງໃຫ້ບັນດາມະຫາເສດຖີ ກາຍເປັນທີ່ຮູ້ຈັກຫຼາຍຂຶ້ນ ຊຶ່ງແນ່ນອນວ່າໃນປະເທດໄທ ກໍມີຢູ່ຫຼາຍຕະກູນ ຊຶ່ງເປັນທີ່ຮູ້ຈັກໃນລະດັບປະເທດ ແລະ ນາໆຊາດ ບໍ່ວ່າຈະດ້ວຍຄວາມລໍ່າລວຍ ຫຼື ຄວາມສຳເລັດຈາກການດຳເນີນກິດຈະການກໍຕາມ ເພື່ອສົ່ງທ້າຍປີ 2020 Bloomberg ໄດ້ຈັດອັນດັບ ‘20 ຄອບຄົວມະຫາເສດຖີໃນອາຊີ’ ຊຶ່ງມີຄົນໄທຕິດອັນດັບຢູ່ໃນ Top 20 ເຖິງ 3 ຄອບຄົວຄື: ຕະກູນ ‘ເຈຍຣະວະນົນ’ ມະຫາເສດຖີອັນດັບ 3 ແຫ່ງອາຊີ ຈາກຄວາມສຳເລັດຂອງເຄືອ ຈະເລີນໂພກພັນ ພາຍໃຕ້ການບໍລິຫານຢ່າງຍາວນານຂອງ ທ່ານ ທະນິນ ເຈຍຣະວະນົນ ຈົນມາເຖິງ Gen 4 ເຮັດໃຫ້ປັດຈຸບັນມີມູນຄ່າຊັບສິນເປັນອັນດັບ 3 ຂອງເສດຖີອາຊີ ເຖິງ 31.700 ລ້ານໂດລາ (ປະມານ 959.000 ລ້ານບາດ) ພາຍໃຕ້ຄວາມສຳເລັດຈາກຫຼາກຫຼາຍປະເພດທຸລະກິດ ຕັ້ງແຕ່ສາຍຂາຍຍ່ອຍ 7-Eleven, Marco, Tesco Lotus ຫຼື ສາຍໂທລະຄົມມະນາຄົມ True ຫຼືອະສັງຫາລິມມະຊັບ CP Land ຫຼືກຸ່ມອາຫານ CPF ...

Read More »

JD.com ກາຍເປັນ platform ທຳອິດທີ່ຍອມຮັບສະກຸນເງິນດິຈີຕອນຂອງຈີນ…..

ບໍລິສັດ e-commerce ຂອງຈີນ JD.com Inc ກ່າວໃນວັນທີ 5 ທັນວາ 2020 ວ່າ: ໄດ້ກາຍເປັນ platform ຕົວຈິງ ແຫ່ງທຳອິດຂອງປະເທດທີ່ຍອມຮັບສະກຸນເງິນດິຈີຕອນຂອງປັກກິ່ງ JD Digits ຊຶ່ງເປັນໜ່ວຍງານດ້ານ  fintech ຂອງບໍລິສັດ ຈະຮັບເງິນຢວນດີຈີຕອນ ສຳລັບການຊຳລະເງິນ ສຳລັບຜະລິດຕະພັນບາງຢ່າງ ໃນຮ້ານຊັບພະສິນຄ້າອອນໄລ ຊຶ່ງເປັນສ່ວນໜຶ່ງຂອງການທົດລອງແຈກ ເງິນຢວນດີຈີຕອນ ໃຫ້ກັບພົນລະເມືອງຂອງຊູໂຈ ໃກ້ກັບເມືອງ ຊຽງໄຮ ຕາມໂພສໃນບັນຊີ WeChat ຢ່າງເປັນທາງການຂອງບໍລິສັດ ເງິນຢວນດິຈີຕອນຂອງຈີນເປັນໜຶ່ງໃນໂຄງການລິເລີ່ມ “ສະກຸນເງິນດິຈິຕອນຂອງທະນາຄານກາງ” ທີ່ກ້າວໜ້າທີ່ສຸດໃນໂລກ ເນື່ອງຈາກທາງການທົ່ວໂລກຕອບສະໜອງຕໍ່ໄພຄຸກຄາມ ຈາກສະກຸນເງິນສ່ວນຕົວເຊັ່ນ: bitcoin ແລະ Libra ຂອງ Facebook ພາຍໃຕ້ໂຄງການ Suzhou ລັດຖະບານເທດສະບານ ແລະ People’s Bank of China (PBOC) ຈະອອກ “ ຊອງແດງ” ດິຈີຕອນ 200 ຢວນໃຫ້ກັບຜູ້ບໍລິໂພກ 100.000 ຄົນທີ່ເລືອກຜ່ານລອດເຕີຣີ່ ໂຄງການຂອງຊູໂຈເປັນລອດເຕີຮີ່ ດິຈີຕອນຄັ້ງທີ ...

Read More »

ການາດາ ວາງແຜນພາສີດິຈີຕອນ ໃນປີ 2022 ກັບບໍລິສັດຍັກໃຫຍ່ເຊັ່ນ Facebook, Google……

ອົງການເພື່ອຄວາມຮ່ວມມື ແລະການພັດທະນາທາງເສດຖະກິດ ກຳລັງດຳເນີນການຕາມແຜນແນວທາງຮ່ວມກັນ ເພື່ອໃຫ້ແນ່ໃຈວ່າຄົນດິຈີຕອນ ເຊັ່ນ Google ແລະ Facebook Inc ຂອງ Alphabet Inc ຈະຈ່າຍພາສີສ່ວນແບ່ງປັນງົບປະມານຂອງໂຄວິດ-19. ການາດາກ່າວວ່າ: ມີຄວາມກັງວົນກ່ຽວກັບຄວາມຫຼ້າຊ້າໃນການບັນລຸຂໍ້ຕົກລົງ ການຄຸກຄວາມຂອງພາສີບໍລິການດິຈີຕອນ ໄດ້ກະຕຸ້ນໃຫ້ເກີດການຄຸກຄາມທາງການຄ້າຈາກການບໍລິຫານງານຂອງປະທານາທິບໍດີ ໂດນັນ ທຣຳ ຂອງສະຫະລັດ. ພາສີໃໝ່ຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2022 ແລະ ຍັງຄົງມີຜົນບັງຄັບໃຊ້ຈົນກວ່າຈະມີການຕົກລົງຮ່ວມກັນ; ມາດຕະການດັ່ງກ່າວ ຈະເພີ່ມລາຍຮັບຂອງລັດຖະບານກາງໄດ້ 3,4 ພັນລ້ານໂດລາການາດາ (2,6 ພັນລ້ານໂດລາສະຫະລັດ) ໃນຊ່ວງ 5 ປີ ໂດຍເລີ່ມໃນງົບປະມານ ຂອງປີ 2021-2022. ລັດຖະມົນຕີວ່າການ ການຊວງການເງິນ Chrystia Freeland ກ່າວກັບສະມາຊິກສະພານິຕິບັນຍັດ ໃນການປັບປຸງເສດຖະກິດ ເມື່ອບໍ່ດົນມານີ້ວ່າ: “ຊາວການາດາຕ້ອງການລະບົບພາສີທີ່ຍຸຕິທຳ ຊຶ່ງທຸກຄົນຈ່າຍພາສີທີ່ຍຸຕິທຳ” .“ການາດາ ຈະດຳເນີນການພຽງຝ່າຍດຽວ ຫາກຈຳເປັນເພື່ອຮຽກເກັບພາສີກັບບໍລິສັດ ດິຈີຕອນຂ້າມຊາດຂະໜາດໃຫຍ່. ດັ່ງນັ້ນ, ພວກເຂົາຈຶ່ງຈ່າຍພາສີທີ່ຍຸຕິທຳເຊັ່ນດຽວກັບບໍລິສັດອື່ນໆທີ່ດຳເນີນງານໃນ ການາດາ” ຜູ້ຂາຍໃນຕ່າງປະເທດທີ່ບໍ່ມີຕົວຕົນຈິງໃນການາດາຈະຕ້ອງເລີ່ມເກັບພາສີຂາຍສິນຄ້າ ເຊັ່ນ ຂາຍສິນຄ້າແອັບເທິງອຸປະກອນເຄື່ອນທີ່, ວີດີໂອເກມອອນລາຍ ແລະ ສະຕຣີມມິງ. ...

Read More »

ບັນດາ Start-Up ບໍ່ຄວນພາດກັບການແຂ່ງຂັນ Lao Startup Award 2020 ຊີງເງິນລາງວັນມູນຄ່າຫຼາຍກວ່າ 5,000 ໂດລາສະຫະລັດ

ເພື່ອເປັນການເປີດກວ້າງ ແລະ ພ້ອມທັງເປີດໂອກາດໃຫ້ບັນດາໄວໜຸ່ມ, ຜູ້ປະກອບການ ແລະ ບຸກຄົນທົ່ວໄປທີ່ສົນໃຈໃນການແຂ່ງຂັນປະກວດໄອເດຍ ຫລື ທຸລະກິດ Startup, ທະນາຄານມາຣູຮານເຈແປນລາວ (MJBL) ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະມາຄົມການຄ້າໄອຊີທີລາວ (LICA) ຈັດງານຖະແຫຼງຂ່າວການແຂ່ງຂັນ Lao Startup Award 2020 Powered by Maruhan Bank Japan Lao ຂຶ້ນ ໃນຕອນບ່າຍ ຂອງວັນທີ 30 ພະຈິກ 2020, ທີ່ຜ່ານມາ ຢູ່ທີ່ ທະນາຄານ ມາຣູຮານ ເຈແປນລາວ, ໂດຍການເປັນປະທານຂອງ ທ່ານ Anthony Chin ຜູ້ອຳນວຍການ ທະນາຄານ ມາຣູຮານ ເຈແປນລາວ ແລະ ທ່ານທະນູສອນ ພົນອາມາດ, ປະທານສະມາຄົມການຄ້າ ໄອຊີທີ ລາວ (LICA) , ມີບັນດາສື່ມວນຊົນພ້ອມທັງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພ້ອມດຽວກັນນັ້ນ, ...

Read More »

ການບໍລິການເຄື່ອນຍ້າຍ ເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ-ວັງວຽງ ………

ກຸ່ມບໍລິສັດ ຢຸນນານ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນ ຈຳກັດ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ເຊັນສັນຍາວ່າດ້ວຍ ການບໍລິການຮັບເງິນສົດຕາມຈຸດສະຖານີທາງດ່ວນ ວຽງຈັນ-ວັງວຽງ. ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 27 ພະຈິກ 2020 ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງ ທ່ານ ທ່າງ ຢົງຄົ້ວ ປະທານບໍລິສັດຮ່ວມທຶນພັດທະນາທາງດ່ວນລາວ-ຈີນ ຈຳກັດ ກັບ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທຄຕລ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ປະທານສະພາບໍລິຫານ ທຄຕລ;  ທ່ານ ນາງ ລຳມອນ ສິມມະໄລວົງ ຮອງຫົວໜ້າກົມຊຳລະສະສາງ, ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະກົມທີ່ກ່ຽວຂ້ອງ, ອໍານວຍການ, ຄະນະພະແນກ, ສູນ ແລະ 3 ສາຂາ ຂອງ ທຄຕລ ພາຍໃນ ນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ...

Read More »