ໃນຕອນບ່າຍຂອງ ວັນທີ 22 ທັນວາ 2020 ທີ່ຜ່ານມາ ທາງມູນນິທິ ເຄຊີ ”ກິດສະໜາ ແລະ ຈັນທະຈອນ ວົງໄຊ” ໄດ້ມອບອຸປະກອນເຄື່ອງນຸ່ງຫົ່ມໃຫ້ແກ່ ຄະນະສະມາຊິກສະພາແຫ່ງຊາດເພດຍິງ ເພື່ອນໍາໄປມອບຕໍ່ໃຫ້ຄອບຄົວທີ່ທຸກຍາກ ຢູ່ແຂວງ ຫົວພັນ ແລະ ແຂວງ ຊຽງຂວາງ ຢູ່ທີ່ອາຄານ ເຄແອນຊີ (K&C) ໃຫ້ກຽດມອບໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ມູນນິທິ ເຄຊີ ”ກິດສະໜາ ແລະ ຈັນທະຈອນ ວົງໄຊ” ແລະ ຕາງໜ້າຮັບໂດຍທ່ານ ນາງ ທັດສະດາພອນ ຈັນທະມາດ ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ສະພາແຫ່ງຊາດຊຸດທີ VIII (ປະຈໍາການທີ່ສະພາແຫ່ງຊາດທາດຫຼວງ).

ເຄື່ອງນຸ່ງຫົ່ມທີ່ມອບໃນຄັ້ງນີ້ ລວມມູນຄ່າທັງໝົດ 13,125,000 ກີບ ເຊິ່ງປະກອບມີ ຜ້າຫົ່ມ ຈໍານວນ 200 ຜືນ, ເຊິ່ງຈະໄດ້ນໍາໄປມອບໃຫ້ຄອບຄົວຜູ້ທຸກຍາກຢູ່ທີ່ ບ້ານ ນາກຽວ , ບ້ານ ໜອງໃສ ເມືອງ ຊ່ອນ, ແຂວງ ຫົວພັນ ແລະ ບ້ານ ນໍ້າຄະ, ເມືອງ ແປກ, ແຂວງ ຊຽງຂວາງ ລວມທັງໝົດ 2 ແຂວງ. ຄະນະດັ່ງກ່າວ, ຈະໄດ້ເດີນທາງໄປທັດສະນະສຶກສາ ແລະ ຖອດຖອນບົົດຮຽນຢູ່ 2 ແຂວງດັ່ງກ່າວ ເຊິ່ງນໍາໂດຍທ່ານ ນາງ ສິໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ.




