ຄະນະສະເພາະກິດ ຮຽກຮ້ອງ ທົ່ວສັງຄົມຈົ່ງມີສະຕິໃນການປ້ອງກັນຕົນເອງ ຈາກພະຍາດໂຄວິດ-19

ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນວັນທີ 24 ທັນວາ 2020 ນີ້ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ພ້ອມທັງຮຽກຮ້ອງ ທົ່ວສັງຄົມ ກໍຄື ປະຊາຊົນລາວ ໃນຂອບເຂດທົ່ວປະເທດ ຈົ່ງມີສະຕິໃນການປ້ອງກັນໂຕ ຈາກພະຍາດດັ່ງກ່າວ, ພ້ອມກັນປະຕິບັດມາດຕະການ, ຄຳແນະນຳ ທີ່ທາງຄະນະສະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ.

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບການເຝົ້າລະວັງ ພະຍາດໂຄວິດ-19 ຢູ່ຈຸດຜ່ານແດນຕ່າງໆ ມາຮອດໃນວັນທີ 23 ທັນວາ ທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2.943 ຄົນ ໃນນັ້ນ ຜ່ານດ່ານລາວ-ໄທ 1.872 ຄົນ; ດ່ານລາວ-ຈີນ 90 ຄົນ, ດ່ານລາວ-ຫວຽດນາມ 840 ຄົນ, ດ່ານລາວ-ກຳປູເຈຍ 2 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 139 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງ ມາກວດຫາເຊື້ອພະຍາດໂຄວິດ-19. ຈາກນັ້ນນໍາໄປສະຖານທີ່ຈໍາກັດບໍລິເວນ 14 ວັນ ແລະ ໃນວັນດຽວກັນນັ້ນ ກໍໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 259 ຄົນ, ເຊິ່ງຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະແຕ່ເດືອນມັງກອນ ຮອດ ວັນທີ 23 ທັນວາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 89.013 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ມາຮອດປັດຈຸບັນ ຄົນເຈັບຕິດເຊື້ອໂຄວິດ-19 ປິ່ນປົວດີແລ້ວ 37 ຄົນ ແລະ 4 ຄົນ ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍ, ເຊິ່ງທຸກຄົນແມ່ນມີອາການເບົາບາງ.ທ່ານ ສີສະຫວາດ ສຸດທານີລະໄຊ ຍັງໃຫ້ຮູ້ອີກວ່າ: ໃນເດືອນທັນວາ 2020 ນີ້, ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ຖືວ່າໜັກໜ່ວງຫລາຍ ນັບແຕ່ເກີດມີການລະບາດມາ. ສະເພາະ ປະເທດອັງກິດ ມີລາຍງານຈຳນວນຜູ້ຕິດເຊື້ອໃໝ່ ຫລາຍກວ່າ 1 ແສນຄົນ ພາຍໃນອາທິດດຽວ, ບາງປະເທດ ກໍມີລາຍງານຈຳນວນຜູ້ເສຍຊີວິດສູງຂຶ້ນຢ່າງໜ້າກັງວົນ; ບາງປະເທດໄດ້ປີດຊາຍແດນ ແລະ ຢຸດຕິການຂົນສົ່ງສິນຄ້າເຂົ້າ-ອອກເປັນການຊົ່ວຄາວ ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ວິຖີການດຳລົງຊີວິດຂອງປະຈຳວັນ ຂອງປະຊາຊົນ ໃນທາງກົງ ແລະ ທາງອ້ອມ. ສະເພາະ ສປປ ລາວ ແມ່ນມີຄວາມສ່ຽງສູງທີ່ຈະມີຜູ້ຕິດເຊື້ອຈາກຕ່າງປະເທດ ເຂົ້າມາແຜ່ເຊື້ອ ແລະ ເກີດການລະບາດຮອບໃໝ່, ສະນັ້ນ ທຸກຄົນຕ້ອງເປັນເຈົ້າການຮ່ວມກັນ ໃນການປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ທຸກພາກສ່ວນໃນສັງຄົມ ໃຫ້ຄວາມຮ່ວມມື ມີນໍ້າໃຈສາມັກຄີ ເປັນອັນໜຶ່ງດຽວກັນ, ມີຄວາມຮັບຜິດຊອບຕໍ່ຕົນເອງ ແລະ ສັງຄົມ ປະຕິບັດມາດຕະການປ້ອງ ກັນການຕິດເຊື້ອ ຢ່າງເຄັ່ງຄັດ ແລະ ເປັນປະຈຳ ເປັນຕົ້ນ ແມ່ນໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວລ້າງມື, ຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ຫລີກລ້ຽງ ການເດີນທາງໄປຍັງສະຖານທີ່ແອອັດ, ບໍ່ໃຊ້ເຄື່ອງຮ່ວມກັນ ເພື່ອຫລຸດຜ່ອນໂອກາດໃນການແຜ່ເຊື້ອ. ພ້ອມດຽວກັນນັ້ນ, ກໍໃຫ້ໝັ່ນສັງເກດອາການຂອງຕົນເອງ ຫາກມີອາການຫາຍໃຈຝືດ, ດັງບໍ່ໄດ້ກິ່ນ, ລີ້ນບໍ່ໄດ້ລົດຊາດ ໃຫ້ໄປພົບແພດທັນທີ ເພື່ອທຳການເກັບຕົວຢ່າງກວດຊອກຫາ ເຊື້ອ; ຮັກຕົນເອງ, ຮັກຄອບຄົວ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ດ້ວຍການ ໃສ່ຜ້າປິດປາກ-ດັງ ເປັນປະຈຳ.

ຂອບໃຈແຫຼ່ງຂ່າວ: ຂປລ

Comments