ສສ ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ກາຍພັນ ກໍລະນີທໍາອິດ ຂອງປະເທດ

ໃນວັນທີ 02/01/2021 ມີຜູ້ໂດຍສານ ທີ່ເດີນທາງກັບມາຈາກ ປະເທດອັງກິດ ເຊິ່ງເປັນເພດຍິງ ອາຍຸ 44 ປີ, ເດີນທາງມາພ້ອມກັບຜູ້ໂດຍສານອື່ນອີກ 305 ຄົນ ໃນວັນທີ 22 ທັນວາ 2020 ຜ່ານສະໜາມບິນ Can Tho ທາງພາກໃຕ້ຂອງປະເທດ, ແລະໄດ້ເຂົ້າກັກໂຕ 14 ວັນ ໝົດທຸກຄົນ. ໂຄວິດ-19 ສາຍພັນໃໝ່ ຈາກປະເທດອັງກິດ ຖືເປັນສາຍພັນ ທີ່ມີການແຜ່ກະຈາຍໄວກ່ວາ ສາຍພັນເກົ່າເຖິງ 70%. ປະຈຸບັນ ຜູ້ກວດພົບໂຄວິດກາຍພັນ ຊະນິດໃຫມ່ນີ້ ກໍາລັງໄດ້ຮັບ ການຮັກສາປິ່ນປົວຢ່າງໃກ້ຊິດ ຈາກຄະນະແພດ.

Behind Vietnam's COVID-19 success story | Devex

ຂໍ້ມູນ: VN Express, Lao Youth Radio FM 90.0 Mhz

Comments