General

ທ່ານນາຍົກປະຊຸມຮ່ວມກັບເຈົ້າແຂວງທົ່ວປະເທດ ເຖິງມາດຕະການຮີບດ່ວນໃນພາລະກິດຕ້ານໂຄວິດ-19

ໂຄວິດວິ-19 ສັດຕູໂຕຮ້າຍກາດທີ່ມາທຳລາຍຮອຍຍີ້ມ ສຽງຫົວ ແລະຄວາມສຸກຂອງປະຊາຊົນລາວ ພວກເຮົາທຸກຄົນຕ້ອງຮ່ວມມືກັນເຮັດໃຫ້ພະຍາດຮ້າຍນີ້ໝົດໄປຈາກແຜ່ນດິນລາວ, ເຊິ່ງໂອກາດການປະຊຸມທາງໄກຂອງທ່ານນາຍົກລັດຖະມົນຕີກັບບັນດາເຈົ້າແຂວງທົ່ວປະເທດ ແມ່ນໃຫ້ສຸມໃສ່ສັກວັກຊິນເປັນກໍລະນີເລັ່ງດ່ວນທີ່ສຸດບໍ່ຄວນລັງເລອີກ ອັນສຳຄັນໃຫ້ປະຊາຊົນມີຄວາມເຂົ້າໃຈ ແລະໃຫ້ການຮ່ວມມື. ກອງປະຊຸມທາງໄກຜ່ານລະບົບວີດີໂອຄອນເຟີເຣັ້ນ ລະຫວ່າງສູນກາງຫາທ້ອງຖິ່ນ ຂອງຄະນະສະເພາະກິດສູນກາງກັບທ້ອງຖິ່ນ ໄດ້ຈັດຂຶ້ນໃນວັນທີ 17 ພຶດສະພານີ້ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານລັດຖະມົນຕີກະຊວງ ແລະ ເຈົ້າແຂວງທົ່ວປະເທດເຂົ້າຮ່ວມ. ກອງປະຊຸມທາງໄກຜ່ານວີດີໂອຄຼອນເຟິເຣັ້ນໃນຄັ້ງນີ້ ບັນດາແຂວງໃນຂອບເຂດທົ່ວປະເທດ ໄດ້ລາຍງານການຈັດຕັ້ງປະຕິບັດບັນດາມາດຕະການ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ການໂຄສະນາເຜີຍແຜ່, ຜັນຂະຫຍາຍ ບັນດານິຕິກຳຕ່າງໆ ທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອໃຫ້ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ການກະກຽມຄວາມພ້ອມດ້ານສະຖານທີ່ປິ່ນປົວ, ສູນກັກກັນ ແລະ ດ້ານຄວາມພ້ອມບຸກຄະລະກອນແພດໝໍ, ອຸປະກອນການແພດ, ສະພາບການຕິດຕາມຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ, ການປະສານງານລະຫວ່າງຄະນະສະເພາະກິດໃນແຕ່ລະຂັ້ນ ແລະ ອື່ນໆ. ໂອກາດນີ້ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກ 5 ວຽກງານສຳຄັນຄື: ວຽກຮີບດ່ວນສະເພາະໜ້າ ແມ່ນໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ...

Read More »

ແຂວງຫລວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີແລ້ວ 6 ຄົນ

ແຂວງຫລວງພະບາງ ໄດ້ຮັບການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທັງໝົດ 13 ຄົນ, ຍິງ 9 ຄົນ, ມີເດັກນ້ອຍ 2 ຄົນ. ໃນນີ້, ຢູ່ ນະຄອນ ຫລວງພະບາງ ມີ 8 ຄົນ ແລະ ເມືອງຊຽງເງິນ 5 ຄົນຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວ ນັບແຕ່ວັນທີ 24 ເມສາ 2021 ເປັນຕົ້ນມາ. ຈາກການທຸ່ມເທເຫື່ອແຮງສະຕິປັນຍາ ປະຕິບັດມາດຕະການຕ່າງໆ ຂອງແພດໝໍ ແລະ ຕິດຕາມອາການຢ່າງໃກ້ຊິດ ມາຮອດວັນທີ 15 ພຶດສະພາ 2021 ໄດ້ປິ່ນປົວຫາຍດີແລ້ວ 6 ຄົນ ແລະ ໃຫ້ກັບບ້ານໄດ້. ສໍາລັບຜູ້ປ່ວຍໂຄວິດ-19 ທີ່ຫາຍດີ 6 ຄົນ, ປະກອບມີ ນາງ ຕຸລີ ອາຍຸ 34 ປີ ຢູ່ບ້ານນາຊ່າງເຫວີຍ, ນາງ ເມລິນ ອາຍຸ 19 ປີ ຢູ່ບ້ານ ເມືອງງາ, ...

Read More »

ຫວຽດນາມ ສະເໜີຫລາຍວິທີ ໃນການຊ່ວຍເຫລືອ ເພື່ອສະກັດກັ້ນການລະບາດເຊື້ອພະຍາດ COVID-19

ຄະນະຜູ້ແທນກະຊວງສາທາລະນະສຸກຫວຽດນາມ ໄດ້ປະສານສົມທົບກັບເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງ ເພື່ອຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ COVID-19. ພາຍຫລັງມາຮອດປະເທດລາວ, ຄະນະຜູ້ແທນກະຊວງສາທາລະນະສຸກ ໄດ້ປະສານສົມທົບກັບເຈົ້າໜ້າທີ່ເພື່ອປະຕິບັດມາດຕະການສະກັດກັ້ນ ແລະ ຄວບຄຸມການລະບາດຂອງເຊື້ອພະຍາດ COVID-19. ໃນວັນທີ 11-13 ພຶດສະພາ 2021, ຄະນະຜູ້ແທນໄດ້ມີແຜນການເຄື່ອນໄຫວ ເຮັດວຽກຢູ່ພະແນກສາທາລະນະສຸກ ແຂວງ ຈຳປາສັກ, ຮັບຟັງການລາຍງານສະພາບການລະບາດຂອງພະຍາດ ຢູ່ແຂວງຈຳ ປາສັກ. ພ້ອມດຽວກັນ, ກໍໄດ້ປຶກສາຫາລືກ່ຽວກັບມາດຕະການທີ່ໄດ້ ແລະ ກຳລັງຈັດຕັ້ງປະຕິບັດໃນການສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດຂອງແຂວງ; ປຶກສາຫາລືບັນຫາຄົນເຂົ້າເມືອງ ແລະການກັກກັນແຍກປ່ຽວ; ແລກປ່ຽນປະສົບການ ແລະ ບົດຮຽນຈາກການຕອບໂຕ້ກັບການສະກັດກັ້ນ ແລະຄວບຄຸມການລະບາດຂອງເຊື້ອພະຍາດ COVID-19 ຢູ່ເມືອງດານັ໋ງ, ກວ໋າງນາມ, ແລະ ກວາງງ໊າຍ; ປະສົບການການວິເຄາະກວດຫາເຊື້ອໃນຊຸມຊົນຂອງຫວຽດນາມ. ປະເທດລາວກຳລັງຈັດຕັ້ງປະຕິບັດ ການລ໋ອກດາວຕາມຄຳສັ່ງເລກທີ 15/ນຍາ ຂອງນາຍົກລັດ ຖະມົນຕີ, ໄດ້ປີດການເຂົ້າອອກລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ, ບ້ານຕໍ່ບ້ານ. ຕໍ່ກັບສະພາບການທີ່ກຳລັງມີການຜັນແປຢ່າງສັບສົນ ຂອງການລະບາດຢູ່ແຂວງຈຳປາສັກຂອງລາວ, ຄະນະຜູ້ແທນກະຊວງສາທາລະນະສຸກຫວຽດນາມ ໄດ້ແບ່ງອອກເປັນ 2 ກຸ່ມ ຄື: ທີມງານປ້ອງກັນນຳໂດຍ ...

Read More »

ຝຶກອົບຮົມການຄຸ້ມຄອງກໍລະນີພະຍາດ ໂຄວິດ-19 ໃຫ້ທີມແພດທີ່ຈະລົງໄປປະຈໍາຢູ່ໂຮງໝໍພາກສະໜາມ

ໃນວັນທີ 15 ພຶດສະພາ 2021, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ໄດ້ຝຶກອົບຮົມການຄຸ້ມຄອງກໍລະນີພະຍາດ ໂຄວິດ-19 ໃຫ້ແກ່ນັກສຶກສາແພດທີ່ຈະລົງໄປປະຈຳຢູ່ໂຮງໝໍພາກສະໜາມ, ເຊິ່ງແພດທີ່ລົງປະເຮັດໜ້າທີ່ຢູ່ພາກສະໜາມ ຈະຕ້ອງໄດ້ຮຽນຮູ້ກ່ຽວກັບການຈັດລະດັບຄວາມຮ້າຍແຮງຂອງພະຍາດ, ການຄຸ້ມຄອງກໍລະນີພະຍາດ, ການປະຕິບັດການກັນການຕິດເຊື້ອແບບມາດຕະຖານ, ກັນການຕິດເຊື້ອຕາມເສັ້ນທາງຕິດຕໍ່, ການໃສ່ຊຸດປ້ອງກັນຕົນເອງ ແລະ ມາດຕະການອື່ນໆເພື່ອໃຫ້ພະນັກ ງານແພດມີຄວາມປອດໄພຈາກການຕິດເຊື້ອໃນສະຖານທີ່ປິ່ນປົວ. ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

Read More »

ມອບ-ຮັບໜ້າທີ່ ປະທານອົງການກາແດງລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 14 ພຶດສະພາ 2021 ທີ່ຜ່ານມາ ທີ່ອົງການກາແດງລາວ, ໄດ້ຈັດພິທີມອບ-ຮັບໜ້າທີ່ ປະ ທານອົງການກາແດງລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ໃນການປະກາດການຈັດຕັ້ງຄັ້ງນີ້, ໄດ້ແຕ່ງຕັ້ງໃຫ້ ທ່ານ ດຣ. ພູທອນ ເມືອງປາກ ເປັນປະທານ ອົງການກາແດງລາວ ຄົນໃໝ່, ສ່ວນ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ຜູ້ເກົ່າ ແມ່ນໄດ້ອອກພັກການ-ຮັບອຸດໜູນບຳນານ. ໃນໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໄດ້ຍ້ອງຍໍຊົມເຊີຍໃນການ ຈັດຕັ້ງປະຕິບັດ ແລະ ປະກອບສ່ວນເຂົ້າໃນວຽກງານກາແດງ ໃນໄລຍະຜ່ານມາ ທີ່ໄດ້ມີຜົນສຳເລັດ ໃນຫລາຍດ້ານ, ພ້ອມທັງເນັ້ນໃຫ້ປະທານອົງການກາແດງຜູ້ໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ຊີ້ນໍາ-ນຳພາປະຕິບັດໜ້າທີ່ ແລະ ປັງປຸງແກ້ໄຂວຽກງານກາແດງ ໃນດ້ານຕ່າງໆ ໃຫ້ມີການຂະຫຍາຍຕົວ ...

Read More »

ເຈົ້າແຂວງຈຳປາສັກຕ້ອນຮັບຄະນະແພດ-ໝໍ ຊ່ຽວຊານ ຈາກ ສສ ຫວຽດນາມ

ແຫລ່ງຂ່າວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 15 ພຶດສະພາ 2021 ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ພ້ອມຄະນະ ໄດ້ຕ້ອນຮັບຄະນະແພດ-ໝໍ ຊ່ຽວຊານ ຈາກ ສສ ຫວຽດນາມ ນຳໂດຍ ທ່ານ ເຣື້ອງແອ໋ງເຢືອງ ຮອງກົມຄຸ້ມຄອງກວດ ແລະ ປິ່ນປົວ ພະຍາດ ສສ ຫວຽດນາມ, ມີຊ່ຽວຊານ ດ້ານຂະແໜງໄວຮັສ, ຈຸລິນຊີ, ຊ່ຽວຊານສະກັດກັ້ນພະຍາດຊຶມເຊື້ອ ແລະ ທິມແພດຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃນໂອກາດເດີນທາງມາຊ່ວຍແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ. ໂອກາດນີ້, ທ່ານ ເຣື້ອງແອ໋ງເຢືອງ ໄດ້ລາຍງານກ່ຽວກັບການແກ້ໄຂ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ ໂດຍໄດ້ເອົາໃຈໃສ່ຊ່ວຍ ເຫລືອໃນການຝຶກອົມຮົມ, ແນະນຳຂັ້ນຕອນ, ວິທີການ, ການສັກຢາວັກຊີນ ແລະ ການປິ່ນປົວ, ການຄຸ້ມຄອງ ແນະນໍາການປິ່ນປົວບໍ່ໃຫ້ຄົນເຈັບເສຍຊີວິດ, ການໃຫ້ຄວາມຮູ້ດ້ານວິຊາການ, ການຮັກສາ ແລະ ການຊອກຫາຜູ້ສໍາຜັດໃກ້ສິດກັບຜູ້ຕິດເຊື້ອ ...

Read More »

ມື້ນີ້!!! ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວຫາຍດີອີກ 82 ຄົນ

ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ຮສ ດຣ ບົວເທບ ພູມີນ ຮອງຫົວໜ້າກົມປິ່ນປົວ ແລະ ຟືນຟູໜ້າທີການ ກະຊວງສາທາລະນະສຸກ ໄດ້ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໄດ້ຖະແຫລງຂ່າວປະຈຳວັນ ທີ 14 ພຶດສະພາ 2021. ທ່ານ ດຣ. ນາງ ລັດສະໝີ ວົງຄໍາຊາວ ກ່າວວ່າ: ໃນວັນທີ 13 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1. 200ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 16 ຕົວຢ່າງ (15ຄົຍແມ່ນກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກ ແລະ ອີກ1ຄົນ ແມ່ນກໍລະນີຕິດເຊື້ອພາຍໃນຊຸມຊົນຢູ່ນະຄອນຫຼວງວຽງຈັນ). ເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມທັງໝົດ ເປັນ 1.498 ຄົນ, ເສຍຊີວີດໃໝ່ 1 ຄົນ(ເສຍຊິວິດສະສົມທັງໝົດ 2 ຄົນ). ໃນຈຳນວນຜູ້ຕິດເຊື້ອທັງໝົດ ...

Read More »

ຄະນະແພດແລະຊ່ຽວຊານຈາກ ສສ ຫວຽດນາມ ຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ

ວັນທີ 11ພຶດສະພາ 2021 ຜ່ານມານີ້ ທີ່ໂຮງແຮມຈຳປາສັກແກຣນ ແຂວງຈຳປາສັກມີພິທີຕ້ອນຮັບຄະນະແພດແລະຊ່ຽວຊານຈາກ ສສ ຫວຽດນາມທີ່ເດີນ ທາງມາຊ່ວຍແກ້ໄຂການລະບາດພະຍາດໂຄວິດ-19 ເຊິ່ງໃຫ້ກຽດຕ້ອນຮັບຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າຈຳປາສັກ, ຫົວໜ້າຄະນະສະເພາະກິດຂັ້ນແຂວງ, ມີທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ, ບັນດາຕາງໝ້າຄະນະສະເພາະກິດພ້ອມດ້ວຍພະນັກງານແພດໝໍຂອງແຂວງເຂົ້າຮ່ວມ. ການລົງເຄື່ອນໄຫວຂອງຄະນະແພດແລະ ຄະນະແພດຊ່ຽວຊານຂອງ ສສຫວຽດນາມໃນຄັ້ງນີ້ມີຈຳນວນ 18 ທ່ານ, ນໍາໂດຍ ທ່ານ ເວືອງແອ໋ງເຢືອງ ຮອງກົມຄຸ້ມຄອງກວດແລະປີ່ນປົວພະຍາດ, ຄະນະແພດຈາກກະຊວງສາທາລະນະສຸກ ຈຳນວນ5 ທ່ານ ນໍາໂດຍທ່ານ ດຣ ປະນອມ ຟອງມະນີ ຮອງຫົວໜ້າກົມອະນາໄມແລະສົ່ງ ເສີມ ສຸຂະພາບກະຊວງສາທາລະນະສຸກ. ໃນໂອກາດດັ່ງກ່າວ ກໍ່ໄດ້ມີການພົບປະກັບການນຳຂັ້ນແຂວງ,ປະຊຸມຮ່ວມກັບຄະນະສະເພາະກິດຂອງແຂວງ ແລະໄດ້ຮັບຟັງການ ລາຍງານເຖິງສະພາບການຈັດຕັ້ງປະຕິບັດຕົວຈິງຂອງແຂວງຈຳປາສັກໃນໄລຍະຜ່ານມາໃຫ້ແກ່ຄະນະແພດຮັບຊາບ,ເພື່ອຕີລາຄາຄືນອັນດີ,ອັນຄົງຄ້າງບົດຮຽນທີ່ຖອດ ຖອນໄດ້ເພື່ອວາງແຜນໃນການຈັດຕັ້ງປະຕິບັດການປ້ອງກັນ, ຄວບຄຸມການລະຍາດຂອງພະຍາດໂຄວິດ-19ໃຫ້ແທດເໝາະກັບສະພາບຕົວຈິງໃນຕໍ່ໝ້າ

Read More »

ມື້ນີ້!!!ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວດີ ອີກ 103 ຄົນ

ທ່ານດຣ. ນາງລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຖະແຫລງຂ່າວປະຈຳວັນວ່າ:  ໃນວັນທີ 12 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 4.143 ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 65 ຕົວຢ່າງ, ລວມຍອດຜູ້ຕິດເຊື້ອສະສົມ 1.482 ຄົນ ສໍາລັບຄົນເຈັບຕິດເຊື້ອໃໝ່ ຈາກ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວ 24 ຄົນ, ນະຄອນຫຼວງ 26 ຄົນ,ຈໍາປາສັກ 12 ຄົນ ແລະ ສະຫວັນນະເຂດ 3 ຄົນ. (ກໍລະນີນໍາເຂົ້າແຮງງານລາວຢູ່ແຂວງຈໍາປາສັກແມ່ນມີ 12 ຄົນ ແລະ ສະຫວັນນະເຂດ 3 ຄົນ; ເຫຼືອຈາກນັ້ນ ແມ່ນ ກໍລະນີຕິດເຊື້ອພາຍໃນຊຸມຊົນ 50 ກໍລະນີ ທີ່ພົວພັນກັບຜູ້ຕິດເຊື້ອເກົ່າ). ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວດີ ທັງໝົດ 431 ຄົນ (ໃໝ່ ...

Read More »

ໂຄວິດ-19 ສາຍພັນອິນເດຍ ກຳລັງແຜ່ລະບາດເຖິງ 44 ປະເທດ

ຕາມ​ຂ່າວ​ຈາກ ​ເຈ​ນີວາ, ວັນ​ທີ12​ພຶດສະພາ, ອົງການ ​ອະນາ​ໄມ​ໂລກ​ ​ເປີດ​ເຜີຍ​ວ່າ:​ ເຊື້ອ​ພະຍາດ ​ໂຄ​ວິດ-19 ສາຍ​ພັນ​ B.1.617 ທີ່​ພົບ​ການລະບາດຄັ້ງທຳ​ອິດ​ໃນອິນ​ເດຍ ​ພວມ​ແຜ່​ລະບາດ​ໃນ 44​ປະ​ເທດ ຈາກ 6 ພາກ​ພື້ນ ຂອງອົງການ​ອະນາ​ໄມ​ໂລກໃນ​ລະບົບຖານ​ຂໍ້​ມູນແບບ​ເປີດ​ຈີ​ໂນ​ມ (GISAID) ຂະນະ​ທີ່ອັງກິດ​ເປັນ​ປະ​ເທດ​ທີ​ມີ​ຍອດຜູ້​ຕິດ​ເຊື້ອ​ ໂຄ​ວິດ-19 ສາຍ​ພັນ​ນີ້ຫລາຍ​ທີ່​ສຸດ ຮອງ​ຈາກອິນ​ເດຍ. ​ໃນ​ຮອບ 24​ ຊົ່ວ​ໂມງ ​ຜ່ານ​ມາອິນ​ເດຍມີ​ຜູ້​ເສຍ​ຊີວິດຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ 4.205 ຄົນ ​ເຮັດ​ໃຫ້ຍອດ​ຜູ້​ເສຍ​ຊີວິດ ​ສະ​ສົມ 254.197ຄົນ ​ແລະ ຕິດ​ເຊື້ອ​ ສະ​ສົມ 23 ລ້ານ​ກວ່າ​ຄົນ.

Read More »