ປັດໄຈທີ່ທ້າທາຍຕໍ່ເສດຖະກິດ ສປປ ລາວ ປີ 2021

1.) ອັດຕາແລກປ່ຽນ: ຄົງປະຕິເສດບໍ່ໄດ້ເລີຍວ່າເສດຖະກິດໃນລາວແມ່ນໃຊ້ຫຼາຍສະກຸນເງິນໃນການຂອດຈໍລະຈອນໃນລະບົບເສດຖະກິດ ແລະ ເປັນປະເທດມີປະລິມານການນໍ້າເຂົ້າຫຼາຍກວ່າສົ່ງອອກ. ດັ່ງນັ້ນ, ການເໜັງຕີງຂອງອັດຕາແລກປ່ຽນແມ່ນມີຜົນຕໍ່ລະດັບລາຄາສິນຄ້າໃນທ້ອງຕະຫຼາດ ຂໍຍົກພາບໃຫ້ເຫັນງ່າຍໆອັດຕາແລກປ່ຽນກີບຕໍ່ບາດຕົ້ນປີ 2019 ຢູ່ທີ່ 268 ກີບ/ບາດ, ປະຈຸບັນ 334 ກີບ/ບາດ ສະແດງວ່າເງິນກີບອ່ອນຄ່າໄປເກືອບ 25% ສົມມຸດວ່າ ຕົ້ນປີ 2019 ເຮົາຊື້ຊີ້ນໝູຢູ່ໄທລາຄາ 26,800 ກີບ/ກິໂລ, ແຕ່ປະຈຸບັນເຮົາຕ້ອງຊື້ໃນລາຄາ 34,400 ກີບ/ກິໂລ. ໜາຍຄວາມວ່າຕ້ອງໄດ້ໃຊ້ປະລິມານເງິນຫຼາຍຂຶ້ນແຕ່ໄດ້ສິນຄ້າເທົ່າເກົ່າອັດຕາແລກປ່ຽນກີບຕໍ່ຢວນ ຕົ້ນປີ 2019 ຢູ່ທີ່ 1,196 ກີບ/ຢວນ, ປະຈຸບັນ 1,459 ກີບ/ຢວນ ສະແດງວ່າເງິນກີບອ່ອນຄ່າໄປເກືອບ 22% ເຊິ່ງການທີ່ເງິນກີບອ່ອນຄ່າລົງ ເຮັດໃຫ້ຜູ້ນຳເຂົ້າສິນຄ້າມີຕົ້ນທຶນການນຳເຂົ້າສູງຂຶ້ນ ສົ່ງຜົນເຮັດໃຫ້ລະດັບສິນຄ້າທ້ອງຕະຫຼາດມີລະດັບສິນຄ້າທີ່ສູງຂຶ້ນ ແລະ ຜົນຕາມມາຄື “ເງີນເຟີ້”(ໝາຍເຫດ: ເງິນກີບອ່ອນຄ່າສົ່ງຜົນດີການຕໍ່ທຸລະກິດສົ່ງອອກ).

2). ຄວາມບໍ່ແນ່ນອນຂອງສະຖານະການ Covid-19: ການແຜ່ລະບາດຮອບໃຫມ່ຂອງໂຄວິດ-19 ເຮັດໃຫ້ຫຼາຍປະເທດຕ້ອງໄດ້ປະກາດ Lockdown ອີກຄັ້ງເຊັ່ນ: ອັງກິດ, ຢີ່ປຸ່ນ, ອິດສະລະເອວ… ແລະ ອີກຫຼາຍໆປະເທດຕ້ອງກັບມາໃຊ້ມາດຕະການເຂັ້ມງວດຂຶ້ນ. ເຖີງແມ່ນວ່າເລີ່ມມີການໃຊ້ວັກຊີນໃນບາງປະເທດແລ້ວ ແຕ່ກໍຍັງບໍ່ສາມາດທົດສອບໄດ້ວ່າປ້ອງກັນໄດ້ 100%(ປະຈຸບັນວັກຊິນທີ່ພິສູດແລ້ວມີປະສິດທິພາບຂອງ Moderna ແລະ Pfizer ສາມາດປ້ອງກັນເກີນ 90%) ບວກກັບທົ່ວໂລກຈະໄດ້ຮັບວັກຊີນໄດ້ເມື່ອໃດ ກໍຍັງເປັນສິ່ງທີ່ທ້າທາຍຢູ່.

3). Digital Transformation: ໃນປະຈຸບັນເຕັກໂນໂລຢີມີການປ່ຽນແປງຢ່າງໄວວາ ແລະ ກ້າວຫນ້າຫຼາຍ ໂດຍສະເພາະການເກີດໂລກລະບາດ Covid-19 ແຕ່ລະປະເທດປະກາດ Lockdown ເຮັດໃຫ້ບໍ່ສາມາດໄປວຽກ, ໄປໂຮງຮຽນ ແລະ ພົບປະສ້າງສັນກັນໄດ້ ຈຶ່ງເຮັດໃຫ້ເຕັກໂນໂລຢີເປັນຕົວເລັ່ງເຂົ້າມາຊ່ວຍແກ້ບັນຫາ ເຊັ່ນ: ການປະຊຸມ ຫຼືຮຽນຜ່ານທາງ Zoom, ການສັ່ງອາຫານຜ່ານ Food Delivery … ແລະ ໂລກເຮົາຂ້າງຫນ້າກໍຍັງຕ້ອງໄດ້ອາໃສ Digital Technology ໃນການ Move ເສດຖະກິດ, ທຸລະກິດ ແລະ ອົງກອນ. ຖ້າຫາກອົງກອນໃດຍັງເຮັດວຽກແບບເດີມ ບໍ່ໃຊ້ເທັກໂນໂລຢີເຂົ້າຊ່ວຍອາດຖືກ “Digital Disruption” ກໍເປັນໄປໄດ້.

4.) ຖານະການທາງການເງິນຂອງທຸລະກິດເລີ່ມອ່ອນແອລົງ: ໂດຍສະເພາະກຸ່ມທຸລະກິດຂະໜາດກາງ ແລະ ນ້ອຍ (SME) ເພາະບໍ່ສາມາດເຂົ້າເຖິງແຫຼ່ງທຶນທີ່ມີຕົ້ນທຶນຕໍ່າໄດ້ ຢ່າງທະນາຄານ ເມື່ອບໍ່ສາມາດເຂົ້າເຖິງໄດ້ ກໍຕ້ອງໄດ້ອາໄສການກູ້ເງິນນອກລະບົບ ທີ່ມີອັດຕາດອກເບ້ຍທີ່ສູງ ຕົວຢ່າງ: ກູ້ເງິນນອກລະບົບ 10 ລ້ານກີບ ອັດຕາດອກເບ້ຍ 5%/ເດືອນ, ສະແດງວ່າປີໜຶ່ງເຮົາຕ້ອງສ້າງກຳໄລໃຫ້ໄດ້ຢ່າງຕໍ່າ 60% ຫຼື 16 ລ້ານ ເພື່ອໃຫ້ຄຸ້ມກັບອັດຕາດອກເບ້ຍ ເຊິ່ງການທີ່ທຸລະກິດສ້າງກຳໄລໄດ້ 60% ແມ່ນເປັນເລື່ອງຍາກຫຼາຍ ແລະ ເມື່ອບໍ່ສາມາດຊຳລະໜີ້ໄດ້ ທ້າຍສຸດທຸລະກິດກໍຕ້ອງຖືກຍືດໄປ ແລະ ກຸ່ມທຸລະກິດທີ່ອ່ອນແອທີ່ສຸດໃນຂະນະນີ້ຄື: ທຸລະກິດທີ່ອາໄສນັກທ່ອງທ່ຽວເຊັ່ນ: ບໍລິສັດທົວ, ໂຮງແຮມ, ສະຖານທີ່ທ່ອງທ່ຽວ, ຮ້ານອາຫານ…. ຄືກຸ່ມທຸລະກິດທີ່ມີການເລີກເຮັດທຸລະກິດຫຼາຍທີ່ສຸດເຊິ່ງເຮົາສາມາດສັງເກດເຫັນໄດ້ ຢູ່ທີ່ ສີຫອມ, ຊຽງຢືນ ແລະ ນໍ້າພຸ… ທີ່ເຄີຍມີນັກທ່ອງທ່ຽວຕ່າງປະເທດເຂົ້າມາຫຼາຍ ແຕ່ປະຈຸບັນນີ້ຖ້າເຮົາຂີ່ລົດກາຍໄປຈະເຫັນໄດ້ວ່າມີຫຼາຍທຸລະກິດໄດ້ປິດກິດຈະການລົງ.

5.) ການວ່າງງານອາດສູງຂຶ້ນ: ສືບເນື່ອງມາຈາກຄວາມອ່ອນແອທາງດ້ານການເງິນຂອງຫຼາຍບໍລິສັດ ສົ່ງຜົນເຮັດໃຫ້ຫຼາຍບໍລິສັດຕ້ອງໃຊ້ມາດຕະການຫຼຸດຜ່ອນຄ່າໃຊ້ຈ່າຍລົງເຊັ່ນ: ປົດພະນັກງານ, ຫຼຸດເງິນເດືອນ, ຫຼຸດຕໍາແໜ່ງລົງ, ເພີ່ມໜ້າວຽກ, ຫຼຸດຊົ່ວໂມງ OT ເປັນຕົ້ນບວກກັບນັກສຶກສາທີ່ຈົບໃນປີ 2020 ຜ່ານມາ ແລະ ກຳລັງຈະຈົບການສຶກສາໃນປີ 2021 ເຊິ່ງເປັນຕະຫຼາດແຮງງານຈຳນວນຫຼວງຫຼາຍ ແຕ່ຕ້ອງມາປະເຊີນກັບສະຖານະການແບບນີ້. ເມື່ອຄົນບໍ່ມີລາຍໄດ້ ຫຼືລາຍໄດ້ໜ້ອຍລົງ ກໍຈະສົ່ງຜົນໃຫ້ມີການບໍລິໂພກໜ້ອຍລົງ ເຮັດໃຫ້ເສດຖະກິດບໍ່ຂະຫຍາຍຕົວ.

6.) ຄວາມເຊື່ອໝັ້ນ: ທຸກມື້ນີ້ຖ້າເຮົາຮູ້ສຶກວ່າເສດຖະກິດບໍ່ດີ, ຮູ້ສຶກວ່າເງິນໃນກະເປົາມີໜ້ອຍລົງ, ມີເງິນ 100,000 ກີບກໍຈ່າຍຍາກຂຶ້ນ, ຮູ້ສືກວ່າບໍ່ຢາກລົງທຶນ ຢາກເກັບເງິນໄວ້ທະນາຄານດີກວ່າ. ຖ້າທຸກຄົນໃນສັງຄົມຮູ້ສຶກແບບນີ້ ກໍຈະສົ່ງຜົນເຮັດໃຫ້ເສດຖະກິດຢຸດສະງັກ(ເສດຖະກິດບໍ່ດີ=ບໍ່ມີຄວາມເຊື່ອໝັ້ນ) ສົ່ງຜົນເຮັດໃຫ້ອັດຕາການໝູນວຽນຂອງເງິນຊ້າ ແລະ ມີປະລິມານໜ້ອຍລົງ ຍົກຕົວຢ່າງພາບໃຫ້ເຫັນງ່າຍໆ ໂດຍປົກກະຕິເຮົາກິນເຂົ້າຢູ່ຮ້ານອາຫານໃຊ້ຈ່າຍເທື່ອລະ 100,000 ກີບ ແຕ່ຕອນນີ້ຮູ້ສຶກວ່າເສດຖະກິດບໍ່ດີ ຈຶ່ງຢາກປະຢັດລາຍຈ່າຍລົງ ໂດຍຈ່າຍກິນເຂົ້າພຽງ 70,000 ກີບ, ອີກ 30,000 ກີບເກັບໄວ້, ເຮັດໃຫ້ລາຍໄດ້ຮ້ານອາຫານຫຼຸດລົງຈາກທີ່ເຄີຍໄດ້ 100,000 ກີບ ເປັນ 70,000 ກີບ ຮ້ານອາຫານກໍຊື້ວັດຖຸດິບໜ້ອຍລົງ, ຕະຫຼາດທີ່ຂາຍວັດຖຸດິບກໍຊື້ສິນຄ້າມາສະຕ໋ອກໜ້ອຍລົງ ສຸດທ້າຍກໍກາຍເປັນຕ່ອງໂສ້ງທີ່ສົ່ງຜົນທົ່ວລະບົບເສດຖະກິດໃນທີ່ສຸດ.

ຂອບໃຈແຫຼ່ງຂໍ້ມູນ: 10 STORY ເລື່ອງເລົ່າຂອງ 10

Comments