General

ທ່ານ ໂຈໄບເດນ ຈະເຂົ້າພິທີສາບານຕົນຮັບຕຳແໜ່ງປະທານາທິບໍດີ ສ.ອາເມລິກາມື້ີ້ນີ້

ຕາມ​ຂ່າວ​ຈາກ ສ.ອາ​ເມ​ລິ​ກາ, ທ່ານ ​ໂຈ ​ໄບ​ເດນ ​ເດີນທາງ​ມາ​ເຖິງ ນະຄອນຫລວງ ວໍ​ຊີງ​ຕັນ ດີ​ຊີ ​​ເພື່ອ​ເຂົ້າພິທີ​ສາບານ​ຕົນ​ ຮັບ​ຕຳ​ແໜ່​ງ ​ເປັນປະທານາທິບໍດີ ສ.ອາ​ເມ​ລິ​ກາ ຄົນ​ໃໝ່​ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 20ມັງກອນ​ນີ້ ສົ່ງ​ຜົນ​ໃຫ້ ພາຍ​ໃນ ​ນະຄອນຫລວງ ​ວໍ​ຊີງ​ຕັນ ດີ​ຊີ ມີໜ່ວຍ​ງານ ​ຮັກສາ​ ຄວາມ​ປອດ​ໄພ ຢ່າງ​ເຂັ້ມງວດ ​ເພື່ອ​ປ້ອງ​ກັນ​ ຄວາມ​ປອດ​ໄພ ​ໃນ​ການຈັດ​ງານ ​ສຳຄັນ ​ໃນ​ຄັ້ງນີ້ ​ໃຫ້​ສຳ​ເລັດ​ ໄປ​ດ້ວຍ​ດີ ຂປລ

Read More »

ແວ່ພັກ ພູພຽງຟ້າ ກາງເຕັ້ນນອນນັບດາວ

ໜາວນີ້ໄປທ່ຽວໃສ ລອງມາ ນອນນັບດາວ ຈິບເຄື່ອງດື່ມ ຊົມຕະເວັນຂຶ້ນ-ຕາເວັນຕົກດິນ ແນມເບິ່ງສາຍພູພະເຈົ້າອັນເດັ່ນສະຫງ່າ ແລະ ທະເລໝອກໜາເທິງພູໃນລະດູໜາວ ນຳກັນທີ່ສາລາຄຳພູຄູນບໍ່…? ໄລຍະນີ້ ເແມ່ນກຳລັງກ້າວເຂົ້າສູ່ ເດືອນທັນວາ ເຊິ່ງຈະເປັນລະດູການປ່ຽນແປງຂອງສະພາບດິນຟ້າອາກາດ ອີກທັງເປັນເດືອນສຸດທ້າຍຂອງປີ ເພາະວ່າເດືອນນີ້ກໍກ້າວເຂົ້າສູ່ລະດູໜາວຢ່າງຈິງຈັງ ຊຶ່ງຫຼາຍເຂດແຂວງໃນທົ່ວປະເທດລາວເຮົາ ຈະຖືກປົກຫຸ້ມໄປດ້ວຍອາກາດທີ່ແຕກຕ່າງກັນອອກໄປ ໂດຍສະເພາະພາກເໜືອ ເປັນເຂດທີ່ມີປ່າໄມ່ເປັນສ່ວນຫຼາຍ ແລະ ຈະເປັນຂົງເຂດທີ່ມີອາດກາດໜາວເຢັນຫຼາຍກວ່າຂົງເຂດອື່ນໆ. ແຜນການທ່ອງທ່ຽວຍາມອາກາດໜາວແບບນີ້ ບໍ່ຕ້ອງເດີນທາງໄກໃຫ້ຍາກ ວາລະສານພວກເຮົາຢາກແນະນຳທ່ານໄປສຳພັດວີວທຳມະຊາດງາມໆບົນພູພຽງຟ້າສະຫວັນບົນດິນ ແຫ່ງສາລາຄຳພູຄູນ ເມື່ອຕື່ນໃນຕອນເຊົ້າໆຈະເຫັນມີນ້ຳໝອກຕົກລົງ ເມື່ອເວລາທີ່ດວງຕາເວັນກຳລັງເລີ່ມໂຜ່ຂຶ້ນພົ້ນຈາກຂອບຟ້າສ່ອງແສງລົງສູ່ພື້້ນທີ່ປ່າໄມ້ທີ່ຕໍ່າກວ່າ ຈະເຫັນໄດ້ເຖິງທະເລໝອກອັນສວຍສົດງົດງາມ ພ້ອມທັງ ໃຫ້ທ່ານກັກເກັບອາກາດບໍລິສຸດແບບທຳມະຊາດບົນພູພຽງ ແລະ ຖ່າຍຮູບພາບທີ່ງາມໆ ດ້ວຍຄວາມສຸກກາຍສຸກໃຈໄດ້ຕະຫຼອດການທ່ອງທ່ຽວ. ພູພຽງຟ້າ ເປັນພູພຽງແຫ່ງໜຶ່ງ ທີ່ຕັ້ງຢູ່ລະຫວ່າງທາງຜ່ານຈາກເສັ້ນທາງນະຄອນຫຼວງວຽງຈັນ ຫາ ເມືອງພູຄູນ (ແຂວງຫຼວງພະບາງ) ຕາມສາຍທາງເລກທີ 13 ເໜືອ ໄລຍະທາງປະມານ 260 ກິໂລແມັດ ຫາກອອກມາຈາກທາງວຽງຈັນ ກໍຈະຮອດພູຟ້າກ່ອນ ເມືອງພູຄູນປະມານ 20 ນາທີ. ພູພຽງຟ້ານີ້ ເປັນຈຸດຊົມທໍາມະຊາດທີ່ສວຍງາມ ແລະ ເປັນຈຸດແວ່ພັກໃຫ້ຫາຍເມື່ອຍ. ຫາກທ່ານມາທາງວຽງຈັນ ທໍາມະຊາດຂອງທີ່ນີ້ຈະມີພູພຽງທີ່ຕັ້ງສູງເດັ່ນສະຫງ່າ ສວຍງາມ ແລະ ສາມາດຊົມທິວທັດໄດ້ໂດຍຮອບໆເປັນພານາໂຣມ່າ ກວ້າງຂວາງສຸດສາຍຕາ ...

Read More »

ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສປປ ລາວ ຈະກາຍເປັນປະເທດທີ່ມີລາຍຮັບປານກາງ ບັນລຸເປົ້າໝາຍພັດທະນາແບບຍືນຍົງໃນປີ 2030

ໃນສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ກ່າວອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ຈັດຂຶ້ນເມື່ອບໍ່ດົນມານີ້ ສະຫາຍໄດ້ກ່າວບາງຕອນວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກເຮົາໄດ້ສໍາເລັດລົງຢ່າງຈົບງາມແລ້ວ ແຕ່ພວກເຮົາຍັງຕ້ອງມີຄວາມຮັບຜິດຊອບສູງ ແລະ ຈິງຈັງຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກໃຫ້ປາກົດຜົນເປັນຈິງ. ບັນດາສະຫາຍກໍາມະການສູນກາງພັກ ສະໄໝທີ XI ທີ່ໄດ້ຮັບຄວາມໄວ້ ວາງໃຈຈາກກອງປະຊຸມໃຫຍ່ຄັ້ງນີ້ ຈົ່ງເຊີດຊູຄວາມຮັບ ຜິດຊອບການເມືອງ, ຍົກສູງຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານ ກໍຄືໃນການດຳລົງຊີວິດ, ການຝຶກຝົນຫລໍ່ຫລອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ນໍາພາການຈັດຕັ້ງປະຕິ ບັດແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງນີ້ ວາງອອກໃຫ້ມີຜົນສໍາເລັດຕົວຈິງ. ນອກຈາກນີ້ ບັນດາຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມ ກັນເສີມຂະຫຍາຍຄວາມເປັນເຈົ້າການຜັນຂະຫຍາຍແນວທາງນະໂຍບາຍ ທີ່ກອງປະຊຸມໃຫຍ່ຄັ້ງນີ້ວາງອອກຢ່າງປະ ດິດສ້າງ ແລະ ປຸກລະດົມມະຫາຊົນ ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງເລິກເຊິ່ງ ແລະ ຕໍ່ເນື່ອງເພື່ອເລັ່ງໃສ່ການພັດທະນາປະເທດ ຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. ໃນຕໍ່ໜ້ານີ້ ພວກເຮົາຕ້ອງພ້ອມກັນສຸມໃສ່ນຳພາ-ຊີ້ນຳ ແລະ ປຸກລະດົມຂະບວນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາ ...

Read More »

ໂຄວິດ-19 ສະກັດກັ້ນແຮງງານຮຸ່ນໃໝ່ເຂົ້າສູ່ຕະຫຼາດແຮງງານໂລກ

ບົດລາຍງານການວິເຄາະດ້ານແຮງງານຂອງເວບໄຊ ນິກເຄອິ ຈາກ 10 ປະເທດລວມເຖິງຍີ່ປຸ່ນ, ອາເມຣິກາ ແລະ ອັງກິດ ຊີ້ໃຫ້ເຫັນວ່າ: ແຮງງານໂດຍລວມໃນປີ 2020 ຫຼຸດລົງປະມານ 6,6 ລ້ານຄົນຈາກເດືອນກໍລະກົດເຖິງເດືອນກັນຍາ ເມື່ອທຽບກັບໄລຍະດຽວກັນຂອງປີ 2019. ບົດລາຍງານລະບຸວ່າ: ແຮງງານໜຸ່ມ ແລະ ອະດີດແຮງງານພາສທາມ (Part-time) ເປັນກຸ່ມແຮງງານສ່ວນໃຫຍ່ຂອງແຮງງານອົບພະຍົບທີ່ຮ້າຍແຮງທີ່ສຸດ, ແຮງງານໜຸ່ມທີ່ຢູ່ໃນກຸ່ມນີ້ອາດຈະພາດໂອກາດທີ່ຈະໄດ້ເຮັດວຽກສຳລັບຕຳແໜ່ງງານທີ່ຕ້ອງການແຮງງານທີ່ມີທັກສະ ແລະ ມີປະສົບການ. ໃນໄລຍະການແຜ່ລະບາດຂອງໂຣກໂຄວິດ-19 ຮອບທຳອິດ, ເຮັດໃຫ້ເກີດການວ່າງງານເພີ່ມຂຶ້ນ ໂດຍອັດຕາການວ່າງງານໃນ ອາເມຣິກາ ກວມ 3% ຂອງໄລຍະກ່ອນເກີດການແຜ່ລະບາດເພີ່ມຂຶ້ນຫຼາຍເຖິງ 14,8% ໃນເດືອນເມສາ 2020. ຂະນະທີ່ອັດຕາການວ່າງງານໃນ ຍີ່ປຸ່ນ ກໍເພີ່ມຂຶ້ນເຊັ່ນດຽວກັນ. ການແຜ່ລະບາດຂອງໂຣກໂຄວິດ-19, ສົ່ງຜົນກະທົບໂດຍກົງຕໍ່ຕະຫຼາດແຮງງານທີ່ມີຄວາມອ່ອນແອໃນ ອາເມຣິກາ ໄລຍະເດືອນເມສາເຖິງເດືອນກັນຍາ, ອັດຕາການວ່າງງານກວມ 9,9% ແຕ່ໃນກຸ່ມແຮງງານທີ່ມີອາຍຸຕ່ຳກວ່າ 24 ປີ, ອັດຕາການວ່າງງານກວມເຖິງ 19,1%. ສໍາລັບແຮງງານທີ່ຈົບການສຶກສາສູງສຸດຄືມັດທະຍົມປາຍ, ອັດຕາການວ່າງງານ 16,8% ແລະ ສຳລັບກຸ່ມແຮງງານທີ່ເຮັດວຽກບໍ່ເທົ່າໃດຊ່ວງໂມງ, ອັດຕາການວ່າງງານ 15,2%. ໃນປະເທດຍີ່ປຸ່ນ, ຈຳນວນຜູ້ທີ່ມີລາຍໄດ້ບໍ່ເຖິງ 1 ...

Read More »

ເອັສເອັມອີເຂົ້າເຖິງແຫຼ່ງທຶນຍາກ ແມ່ນແທ້ບໍ່?

ມັກຈະມີຫາງສຽງຈາກສັງຄົມວ່າ ເປັນຫຍັງວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ເອັສເອັມອີ ຈຶ່ງເຂົ້າເຖິງ ແຫຼ່ງທຶນຍາກ? ບາງຄັ້ງຫົວໜ່ວຍທຸລະກິດໄດ້ເຂົ້າຮ່ວມການຝຶກອົບຮົມຕາມເງື່ອນໄຂແລ້ວ ແຕ່ພັດບໍ່ໄດ້ອະນຸມັດ ເງິນກູ້? ໃນໂອກາດນີ້ ວາລະສານທາເກັດຈຶ່ງຂໍແບ່ງປັນນຳທ່ານກ່ຽວກັບແຫຼ່ງທຶນໃຫ້ເອັມເອັມອີ, ເງື່ອນໄຂ ແລະ ຄວາມຄືບໜ້າຜ່ານມາ.  ການປ່ອຍສິນເຊື່ອແກ່ເອັສເອັມອີ ແມ່ນຜ່ານທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຂອງກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື ທສວ ຊຶ່ງມີ 6 ແຫ່ງ ຄື: ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດລາວຫວຽດ, ທະນາຄານຊາຄອມແບັງລາວ (ທະນາຄານໄຊງ່ອນເທືອງຕິ່ນລາວ), ທະນາຄານລາວ-ຈີນ,​ ທະນາຄານເອັສທີ​ ແລະ ທະນາຄານມາຣູຮານເຈແປນ-ລາວ. ໃນນີ້, ທຶນສະໜອງສິນເຊື່ອແກ່ເອັສເອັມອີ ແບ່ງເປັນ 4 ບ້ວງຄື: ບ້ວງເງິນດັດແກ້ມະຫາພາກ ໂດຍໃຫ້ບູລິມະສິດແກ່ຂະແໜງກະສິກໍາ, ອຸດສາຫະກໍາປຸງແຕ່ງ, ບໍລິການ ແລະ ການຄ້າ. ບ້ວງເງິນກູ້ຢືມຈາກທະນາຄານໂລກ ຜ່ານ 4 ທະນາຄານທຸລະກິດ ຊຶ່ງເນັ້ນຂະແໜງກະສິກຳ, ການຄ້າ, ບໍລິການ, ຫັດຖະກໍາ ແລະ ອຸດສາຫະກໍາ. ບ້ວງທີສາມ ແມ່ນບ້ວງເງິນສະສົມຂອງ ທສວ ເອງທີນໍາໄປເພີ່ມທຶນໃຫ້ທະນາຄານທຸລະກິດເຊັ່ນ ...

Read More »

ຄຳແນະນຳ ການຫາສຽງໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ IIIV.

ວິທີ​ການຈັດຕັ້ງ​ປະຕິບັດ 1. ອົງການ​ຈັດ​ຕັ້ງ​ພັກ​-​ລັດ, ແນວ​ລາວ​ສ້າງ​ຊາດ, ສະຫະພັນ​ນັກຮົບ​ເກົ່າ, ອົງການ​ຈັດ​ຕັ້ງ​ມະ ຫາ​ຊົນ, ອົງການ​ຈັດ​ຕັ້ງ​ສັງຄົມ, ຫົວໜ່ວຍ​ທຸ​ລະ​ກິດ​ມີ​ສິດ ແລະ ໜ້າທີ່ຈັດ​ຕັ້ງ​ໂຄສະນາ​ຫາ​ສຽງ ໃຫ້​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ໃນ​ເຂດ​ເລືອກ​ຕັ້ງ​ຂອງ​ຕົນ ແລະ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງແຕ່​ລະ​ຄົນ ກໍ​ມີ​ສິດ​ໂຄສະນາ​ຫາ​ສຽງ ໃຫ້​ແກ່​ຕົນ​ເອງ​ຕາມ​ລະບຽບ​ກົດ​ໝາຍ; 2. ຄະ​ນະ​ກໍາ​ມະ​ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງຖິ່ນ ແລະ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ໃນ​ແຕ່​ລະ ເຂດ​ເລືອກ​ຕັ້ງ ຕ້ອງ​ປຶກສາ​ຫາລື ກ່ຽວ​ກັບ​ແຜນການ, ຂັ້ນ​ຕອນ, ຮູບ​ການ, ວິ​ທິ​ການ​ລະອຽດ​ໃນ ການ​ໂຄສະນາ​ຫາ​ສຽງ, ການ​ຈັດ​ວາງ​ຕາຕະລາງ​ການເຄື່ອນໄຫວ ຂອງ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຢູ່ ໃນ​ເຂດ​ເລືອກ​ຕັ້ງ​ຂອງ​ຕົນ​ໃຫ້​ແທດເ​ໝາະ​ກັບ​ສະພາບ ຕື່ນ​ຕົວ​ທາງ​ດ້ານ​ການເມືອງ​ຂອງ​ປະຊາຊົນ ແລະ ເງື່ອນ​ຕົວ​ຈິງ​ຢູ່​ແຕ່​ລະ​ທ້ອງຖິ່ນ, ການຈັດຕັ້ງ​​ໜ່ວຍ​ໂຄສະນາ​ຫາ​ສຽງ​ຂອງ ຜູ້​ສະ​ໝັກ ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ແລະ ສະມາຊິກ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ II ໃຫ້​ປະຕິບັດ​ດັ່ງນີ້: 2.1. ໃຫ້​ຈັດ​ຕັ້ງ​​ໜ່ວຍ​ໂຄ ສະນາ​ຫາ​ສຽງ ສະມາຊິກ​ສະພາ​ແຫ່ງ​ຊາດ​ຕ່າງຫາກ ແລະ ສະ​ມາ ຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ​ຕ່າງຫາກ ໝາຍ​ຄວາມ​ວ່າ​ໃຫ້​ແຍກ​ກັນ​ເປັນ​​ໜ່ວຍ​ໃຜ​​ໜ່ວຍ​ລາວ; 2.2. ສໍາ​ລັບ​ເຂດ​ເລືອກ​ຕັ້ງ ທີ່​ມີ​ຜູ້​ສະ​ໝັກ​ຮັບເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ ຈໍາ​ນວນ​​ໜ້ອຍ​ທ່ານ ໃຫ້​ຈັດ​ເປັນ​ຈຸ​ດຽວ, ຖ້າ​ເຂດ​ໃດ​ມີ​ຜູ້​ສະ​ໝັກ​ຫຼາຍ​ທ່ານ ໃຫ້​ຈັດ​ເປັນ​ຫຼາຍ​ຈຸ ຕາມ​ຄວາມ​ເ​ໝາະ​ສົມ ເພື່ອ​ໂຄສະນາ​ຫາ​ສຽງ ...

Read More »

ທະນາຄານ ບີໄອຊີ ພູມໃຈທີ່ເປັນທະນາຄານແຫ່ງທຳອິດຂອງລາວ ທີ່ຂະຫຍາຍທຸລະກິດອອກນອກປະເທດ

ປະຫວັດ ແລະ ຄວາມເປັນມາຂອງທະນາຄານ BIC ລາວລວມທັງວິໄສທັດ, ຍຸດທະສາດ ແລະ ການດໍາເນີນທຸລະກິດຂອງທະນາຄານດັ່ງກ່າວ? ທະນາຄານ BIC ລາວ ຫຼື ແຕ່ເດີມຮູ້ຈັກກັນໃນນາມທະນາຄານການຄ້າສາກົນ (ICB), ຖືກສ້າງຕັ້ງຂຶ້ນຄັ້ງທຳອິດໃນ ສປປລາວ ໃນປີ 2008. ໃນປີ 2015, ກຸ່ມບໍລິສັດ AIF ໂດຍຮ່ວມມືກັບລັດວິສາຫະກິດໄຟຟ້າລາວ (EDL) ໄດ້ເຂົ້າຊື້ທຸລະກິດ ICB ພາຍໃຕ້ສ່ວນແບ່ງ 70 ແລະ 30 ສ່ວນຮ້ອຍຕາມລຳດັບ. ໃນປີ 2017, ພວກເຮົາໄດ້ປ່ຽນຊື່ຈາກທະນາຄານການຄ້າສາກົນມາເປັນທະນາຄານສົ່ງເສີມການລົງທຶນ ແລະ ການຄ້າ (BIC).ນັບຕັ້ງແຕ່ນັ້ນມາ, ທະນາຄານແຫ່ງນີ້ກໍ່ໄດ້ຮັບລາງວັນຢ່າງຫຼວງຫຼາຍສຳລັບຄວາມມຸ້ງໝັ້ນໃນການສະໜອງການບໍລິການທີ່ດີໃຫ້ແກ່ລູກຄ້າຢ່າງສະໝ່ຳສະເໝີ. ພວກເຮົາໄດ້ຮັບລາງວັນທະນາຄານສາຂາຍ່ອຍດີເດັ່ນໃນ ສປປ ລາວ 4 ຄັ້ງຕິດຕໍ່ກັນໃນລະຫວ່າງປີ 2015 ແລະ 2018 ຈາກວາລະສານການເງິນສາກົນ ແລະ ວາລະສານການເງິນ ແລະ ການທະນາຄານໂລກທີ່ມີສຳນັກງານຢູ່ນະຄອນຫຼວງລອນດອນ. ລາງວັນເຫຼົ່ານີ້ແມ່ນສິ່ງທີ່ຢັ້ງຢືນເຖິງເປົ້າໝາຍອັນໜັກແໜ້ນຂອງພວກເຮົາເຊິ່ງກໍ່ຄືລູກຄ້າທຸກທ່ານທີ່ໃຫ້ການສະໜັບສະໜຸນພວກເຮົາຕະຫຼອດຫຼາຍປີທີ່ຜ່ານມາ. ພາລະກິດຫຼັກຂອງທະນາຄານ BIC ລາວ ແມ່ນການສະໜອງການບໍລິກາທາງດ້ານທະນາຄານ ແລະ ການເງິນຢ່າງຮອບດ້ານໃນສປປ ລາວ ພ້ອມທັງຍັງມີວິໄສທັດໃນການກ້າວໄປສູ່ທະນາຄານທີ່ສາມາດສະໜອງການບໍລິການອັນດີເລີດໃຫ້ແກ່ລູກຄ້າໄດ້, ...

Read More »

ຄະນະບໍລິຫານງານສູນກາງພັກສະໄໝທີ XI ປະກອບມີ ກໍາມະການສົມບູນສູນກາງພັກ 71 ສະຫາຍ ແລະ ກໍາມະການສໍາຮອງສູນກາງພັກ 10ສະຫາຍ

ລາຍຊື່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ມີດັ່ງຕໍ່ໄປນີ້ກໍາມະການສົມບູນສູນກາງພັກ ລວມມີ 71 ສະຫາຍ ຍິງ 12 ສະຫາຍ 1 ສະຫາຍ ທອງລຸນ ສີສຸລິດ 2 ສະຫາຍ ພັນຄໍາ ວິພາວັນ 3 ສະຫາຍ ນາງ ປານີ ຢາທໍ່ຕູ້ 4 ສະຫາຍ ບຸນທອງ ຈິດມະນີ 5 ສະຫາຍ ໄຊສົມພອນ ພົມວິຫານ 6 ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ 7 ສະຫາຍ ຄໍາພັນ ພົມມະທັດ 8 ສະຫາຍ ສິນລະວົງ ຄຸດໄພທູນ 9 ສະຫາຍ ສອນໄຊ ສີພັນດອນ 10 ສະຫາຍ ກິແກ້ວ ໄຂຄໍາພິທູນ 11 ສະຫາຍ ວິໄລ ຫຼ້າຄໍາຟອງ 12 ສະຫາຍ ນາງ ສີໃສ ...

Read More »

ລັດຖະບານ ກຳນົດແຜນວຽກຈຸດສຸມພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ

ລັດຖະບານ ໄດ້ວາງ 6 ປົ້າໝາຍໃຫຍ່ ສຳລັບແຜນວຽກຈຸດສຸມຂອງການພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເພື່ອສືບຕໍ່ນຳພາປະເທດຊາດອອກຈາກສະ ຖາ ນະພາບດ້ອຍພັດທະນ, ປະຊາຊົນມີວຽກເຮັດງານທຳ, ຊີວິດການເປັນຢູ່ໄດ້ຮັບການປັບປຸງດີຂຶ້ນ, ສັງ ຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ 2030 ແລະ ຜັນຂະ ຫຍາຍຍຸດທະສາດການເຕີບໂຕສີຂຽວແຫ່ງຊາດໃຫ້ມີປະສິດທິຜົນ. ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 13 ມັງກອນ 2021, ທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວວ່າ: 6 ເປົ້າໝາຍປະກອບມີ: ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ; ຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ; ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ. ພ້ອມກັນນັ້ນ, ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ...

Read More »

ໄທ ອະນຸມັດເງິນຊື້ວັກຊິນໂຄວິດ-19 ຈາກຈີນ ມີມູນຄ່າເຖິງ 280 ລ້ານຢວນ

ອ້າງຕາມຂ່າວ ສະຖານີວິທະຍຸ ແລະ ໂທລະພາບ ຂອງ ຈີນ ລາຍງານວ່າ , ເມື່ອບໍ່ດົນມານີ້ ທ່ານນາງ ຣັດສະດາດາ ທະນາດີເຣກ ຮອງໂຄສົກປະຈຳ ສຳນັກງານນາຍົກລັດຖະມົນຕີ ໄທ ເປີດເຜີຍວ່າ: ຄະນະລັດຖະມົນຕີໄທ ໄດ້ອະນຸມັດງົບປະມານ ຈຳນວນ 280 ລ້ານຢວນ ເພື່ອຊື້ວັກຊິນ ໂຄວິດ-19 ຈຳນວນ 2 ລ້ານໂດສ (ຫລອດ) ຈາກຈີນ. ຂປລ.

Read More »