ກຸ່ມປະເທດ ຜູ້ສົ່ງອອກ ນ້ຳມັນ(ໂອເປັກ)ຄາດການວ່າ ການເໜັງຕີງ ລາຄານ້ຳມັນ ໃນຕະຫລາດໂລກ ມີຄວາມສ່ຽງ ທີ່ຜະເຊີນ ສະພາວະ ຫລຸດລົງ ໃນໄລຍະ 6ເດືອນ ປີນີ້ ໂດຍຄາດການ ດັ່ງກ່າວ ມີຂຶ້ນກ່ອນ ທີ່ກຸ່ມໂອເປັກ ແລະ ຊາດພັນທະມິດ ຫລື OPEC Plus ເຊິ່ງລວມທັງ ຣັດເຊຍ ໄດ້ປຶກສາ ຫາລືກັນ ໃນວັນທີ 4 ມັງກອນຜ່ານມາ ກ່ຽວກັບ ລະດັບ ການຜະລິດ ນ້ຳມັນ ໃນເດືອນກຸມພານີ້. ຂະນະທີ່ ໂອເປັກ ຄາດວ່າ ຄວາມຕ້ອງການ ນ້ຳມັນ ທົ່ວໂລກ ຈະໄດ້ຮັບ ແຮງໜູນ ຈາກກຸ່ມປະເທດ ພວມພັດທະນາ ໂດຍຄາດວ່າ ຈະເພີ່ມຂຶ້ນ 95,9 ລ້ານຖັງ ຕໍ່ວັນ ໃນປີນີ້ ເພີ່ມຂຶ້ນ 5,9 ລ້ານຖັງ ຕໍ່ວັນ ເມື່ອທຽບໃສ່ປີກາຍນີ້. ສ່ວນເສດຖະກິດໂລກ ຈະຂະຫຍາຍຕົວ ປະມານ 4,4%
ແຫຼ່ງຂ່າວ: ຂປລ