ຈີນ ສ້າງເຂື່ອນໄຟຟ້ານ້ຳຕົກໃຫຍ່ທີ່ສຸດໃນໂລກ

ຕາມ​ຂ່າວ​ຈາກ​ຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້,ຈີນ ສ້າງ​ເຂື່ອນ​ໄຟຟ້າ ​ນ້ຳຕົກ ສາມ​ຮ່ອມ​ພູ ​ຂອງ​ຈີນ ທີ່​ມີ​ຂະໜາດ ​ໃຫຍ່​ທີ່​ສຸດ ​ໃນ​ໂລກ ​ໂດຍ​ມີ ​ກຳລັງ​ ການ​ຜະລິດ ​ໄຟຟ້າ ​ສະອາດ111 ຕື້ 8 ຮ້ອຍ​ລ້ານ​ ກິ​ໂລ​ວັດ​ໂມງ ໃນ​ປີ 2020ໄດ້​ລື່ນກາຍ ​ສະ​ຖິ​ຕິ​ໂລກ ​ດ້ານ​ການ​ຜະ​ລິດ​ ພະ​ລັງ​ງານ​ ໄຟ​ຟ້າຕໍ່​ປີ ​ຂອງ​ເຂື່ອນ​ໄຟ​ຟ້າ​ ນ້ຳ​ຕົກ​ ແຫ່ງ​ດຽວ ທີ່​ມີ 103 ຕື້ 98 ລ້ານ ກິ​ໂລ​ວັດ​​ໂມງ ​ທີ່​​ສ້າງ ​ແລະ​ ຮັກ​ສາ ​ໂດຍ​ເຂື່ອນ ​ໄຟ​ຟ້າ​ ນ້ຳ​ຕົກ ​ອີ​ໄຕ​ພູ​ ທີ່​ທະ​ວີບ​ ອາ​ເມ​ຣິ​ກາ​ໃຕ້ ​ໃນປີ 2016.ສຳລັບ ເຂື່ອນ​ໄຟ​ຟ້າ ​ນ້ຳ​ຕົກ ສາມ​ຮອມ​ພູ ​ຂອງ​ຈີນ ໄດ້​ຕິດຕັ້ງ​​ ເຄື່ອງ​ຜະ​ລິດ​ ໄຟ​ຟ້າ​ 34 ເຄື່ອງ ໂດຍ​ມີ​ຍອດ​ ຄວາມ​ສາ​ມາດ​ ການ​ຜະ​ລິດ 22 ລ້ານ 5 ແສນ​ກິ​ໂລ​ວັດ​.ຖ້າ​ທຽບ​ໃສ່ ການ​ຜະ​ລິດ​ ໄຟ​ຟ້າ ​ດ້ວຍ​ຖ່ານ​ຫີນ ປະ​ລິ​ມານ ​ໄຟ​ຟ້າ ດັ່ງກ່າວ ສາ​ມາດ ​ທົດ​ແທນ ​ຖ່ານ​ຫີນ​ ຕາມ​ມາດ​ຖານ ປະ​ມານ 34 ລ້ານ 3 ແສນ 9 ໝື່ນ​ໂຕນ, ຫລຸດ​ລົງ ​ການ​ປ່ອຍ ກາກ​ໂບນ​​ ດິ​ອອກ​ຊິດ ປະ​ມານ 94 ລ້ານ 2 ໝື່ນໂຕນ ໄດ້​ປະ​ກອບ​ສ່ວນ ໃຫ້​ແກ່​ຈີນ ​ເຂົ້າ​ໃນ​ ການ​ສ້າງ​ລະ​ບົບ​ ພະ​ລັງ​ງານ​​ ສະ​ອາດ​ ມີ​ການ​ປ່ອຍ ກາກ​ໂບນ​ຕ່ຳ ປອດ​ໄພ ​ແລະ​ ມີ​ປະ​ສິດ​ທິ​ສູງ​ ເພື່ອພະ​ຍາ​ຍາມ​ ບັນ​ລຸ​ເປົ້າ​ໝາຍ ​​​ປ່ອຍ​ກາກ​ໂບນ​ ຮອດຈຳ​ນວນ​ ສູງ​ສຸດ​ກ່ອນ​ປີ 2030.

ในภาพอาจจะมี ท้องฟ้า, สถานที่กลางแจ้ง และน้ำ
ในภาพอาจจะมี สถานที่กลางแจ้ง, น้ำ และธรรมชาติ

ຂປລ

Comments