ຫຼວງພະບາງເຂັ້ມງວດ!!! ໃຜລັກລອບເຂົ້າປະເທດ ຕ້ອງໄດ້ຈ່າຍຄ່າກວດໂຄວິດ-19 ເອງ ແລະ ພ້ອມຮັບໂທດທາງກົດໝາຍ

ອີງຕາມໃບແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ເນື່ອງຈາກສະພາບການລະບາດຂອງພະຍາດ COVID-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ, ຕໍ່ປະເທດ ແລະ ແຂວງຂອງເຮົາ ຊຶ່ງມີທ່າອ່ຽງເພີ່ມຂຶ້ນ ແລະ ບາງປະເທດ ກໍ່ມີການລະບາດຮອບໃຫມ່, ພ້ອມກັນນັ້ນ ຍັງພົບເຫັນມີຜູ້ລັກລອບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ຢ່າງຕໍ່ເນື່ອງ ຊຶ່ງມີຄວາມສ່ຽງສູງທີ່ຈະນໍາເອົາເຊື້ອພະຍາດມາແຜ່ລະບາດໃນຊຸມຊົນ.

ສະນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດ COVID-19 ຈຶ່ງໄດ້ແຈ້ງມາດຕະການຕໍ່ຜູ້ທີ່ລັກລອບເຂົ້າມາປະເທດແບບຜິດກົດຫມາຍໂດຍບໍ່ໄດ້ຜ່ານດ່ານຊາຍແດນທີ່ທາງລັດຖະບານ ແຫ່ງ ສປປ ລາວ ອະນຸຍາດຈະຕ້ອງຖືກດໍາເນີນມາດຕະການດັ່ງນີ້:

1. ຕ້ອງໄດ້ຈ່າຍຄ່າກວດຫາພະຍາດ COVID-19 1,200,000 ກີບຕໍ່ຄັ້ງ, ລວມທັງຄ່າປິ່ນປົວຕົນເອງ ຖ້າຫາກຜູ້ກ່ຽວຕິດເຊື້ອ COVID-19

2. ຕ້ອງຈ່າຍຄ່າໄປຮັບ-ສົ່ງເຂົ້າມາຢູ່ສູນຈໍາກັດບໍລິເວນ ແລະ ລວມທັງຄ່າອາຫານຂອງຕົນໃນແຕ່ລະມື້.

3. ຫຼັງຈາກຈໍາກັດບໍລິເວນຄົບກໍານົດ 14 ວັນແລ້ວ, ມອບໃຫ້ເຈົ້າຫນ້າທີ່ ປກສ ປະຕິບັດລະບຽບວິໄນ ແລະ ປັບໃຫມຕາມກົດຫມາຍບ້ານເມືອງ

เที่ยวหลวงพระบาง รวมกิจกรรมน่าทำในเมืองสุดสโลว์ไลฟ์ - บางกอกแอร์เวย์ส บล็อก

Comments