ແຮງງານລາວ 13 ຄົນ ລັກລອບຂ້າມນໍ້າຂອງ ເຂົ້າເມືອງສັງທອງ

ທ່ານ ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສເມືອງສັງທອງ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ເມື່ອວັນທີ 6 ມັງກອນ 2021 ທີ່ຜ່ານມາວ່າ: ເມື່ອບໍ່ດົນມານີ້ໄດ້ກວດພົບແຮງງານລາວຈຳນວນ 13 ຄົນ (ຍິງ 8 ຄົນ) ທີ່ໄປເຮັດວຽກຢູ່ປະເທດໄທ ໄດ້ລັກລອບຂ້າມແມ່ນ້ຳຂອງເຂົ້າມາເມືອງສັງທອງ ແລະ ໄດ້ນຳຕົວທັງໝົດໄປກັກຕົວຢູ່ສູນກັກກັນຫຼັກ 27 ເປັນທີ່ຮຽບຮ້ອຍແລ້ວ.

ເຊີ່ງເມືອງສັງທອງອາດຈະເປັນເມືອງທີ່ອາດຈະມີການລັກລອບເຂົ້າມາປະເທດລາວ ຍ້ອນມີແມ່ນ້ຳຂອງທີ່ແຄບ ໂດຍສະເພາະໃນລະດູແລ້ງຢູ່ບາງບ່ອນແມ່ນສາມາດຍ່າງຂ້າມໄດ້ເລີຍ.

ແຫຼ່ງຂ່າວ:ໜັງສືພີມ ວຽງຈັນທາຍ

Comments