ກອງປະຊຸມລັດຖະບານ ເປີດກວ້າງທ້າຍສະໄໝ ຊຸດທີ VIII ພິຈາລະນາຫລາຍບັນຫາສຳຄັນ

ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 7-8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ບັນດາຄະນະລັດຖະບານ, ລັດຖະມົນຕີ, ພ້ອມດ້ວຍເຈົ້າແຂວງ, ຮອງເຈົ້າແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ในภาพอาจจะมี หนึ่งคนขึ้นไป และผู้คนกำลังยืน

ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ພິຈາລະນາ ໃນຫລາຍບັນຫາສຳຄັນ ທີ່ສະເໜີໂດຍ ບັນດາກະຊວງ ອ້ອມຂ້າງສູນກາງ ເປັນຕົ້ນ, ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020), ການສະຫລຸບການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ຜ່ານຮ່າງເບື້ອງຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ການຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍ ການປັບປຸງວຽກງານບໍລິການ ການອອກໃບອະ ນຸຍາດລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ, ຮ່າງແຜນຍຸດທະສາດ ການສົ່ງເສີມຜະ ລິດເປັນສິນຄ້າ ຕິດພັນກັບກົນໄກການເຂົ້າເຖິງຕະຫລາດ ຈໍາໜ່າຍສິນຄ້າ ແລະ ການຄ້າຊາຍແດນ.ພ້ອມນັ້ນ, ຍັງໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນ ກ່ຽວກັບການຄົ້ນຄວ້າການຫັນຊັບສິນ ຂອງລັດເປັນທຶນ, ຜົນການຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງ 15/ນຍ, ປີ 2020, ການກະກຽມ ໃຫ້ແກ່ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs), ຜົນການຈັດຕັ້ງປະຕິບັດ ແຜນແກ້ໄຂບັນຫາຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ, ການຈັດຕັ້ງປະຕິບັດການແກ້ໄຂຜົນກະທົບ ແລະ ຜັັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫລຸດ ຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງລາວ, ພ້ອມທັງຜັນຂະຫຍາຍຜົນ ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 43 ປະຈຳປີ 2020. ຫລັງຈາກນັ້ນ, ບັນດາຄະນະລັດຖະບານ, ເຈົ້າແຂວງ, ຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ກໍໄດ້ພ້ອມກັນ ປະ ກອບຄຳຄິດຄຳເຫັນ ໃສ່ຫລາຍບັນຫາສຳຄັນຢ່າງກົງໄປກົງມາ.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຍົກສູງຄວາມຮັບ ຜິດຊອບ ໃນການລາຍງານໃຫ້ກະທັດຮັດ, ຊັດເຈນ, ໃຫ້ມີຈຸດສຸມໃນຂອບເວລາທີ່ໄດ້ກຳນົດ, ສ່ວນການປະກອບຄຳຄິດຄຳເຫັນ ແມ່ນໃຫ້ລົງເລິກບັນຫາທີ່ເປັນຂໍ້ຄົງຄ້າງ, ພ້ອມທັງວິເຄາະ ວິໄຈ ສາເຫດ ແລະ ສະເໜີທິດທາງ, ມາດຕະການໃນການແກ້ໄຂໃນ 6 ເດືອນຕົ້ນປີ 2021

ແຫຼ່ງຂ່າວ: ຂປລ

Comments