ຕາມການລາຍງານຂ່າວຈາກ ຫວຽດນາມ, ບຣູໄນ ຮັບຕຳແໜ່ງ ເປັນປະທານ ອາຊຽນ ປີ2021 ຢ່າງເປັນທາງການ ນັບຕັ້ງແຕ່ ເດືອນມັງກອນ ເປັນຕົ້ນໄປ ພ້ອມທັງ ໃຫ້ຄຳໝັ້ນ ສັນຍາວ່າ: ຈະສືບຕໍ່ ສົມທົບກັບ ບັນດາ ປະເທດ ສະມາຊິກ ອາຊຽນ ແລະ ບັນດາ ປະເທດ ຄູ່ເຈລະຈາ ຂອງອາຊຽນ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມ ອາ ຊຽນ 2025 ແລະ ແຜນການ ສັງລວມ ສ້າງປະຊາຄົມ ໃນສາມເສົາຄ້ຳ ການເມືອງ – ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ – ສັງຄົມ ຢ່າງມີ ປະສິດທິຜົນ. ພ້ອມດຽວກັນນີ້ ບຣູໄນ ຈະສຸມໃສ່ ຂົງເຂດ ບຸລິມະສິດ ເຊິ່ງ ລວມມີ: ການສ້າງ ປະຊາຄົມ ໃຫ້ມີຄວາມກົມກ່ຽວ ແລະ ສ້າງຄວາມ ເຂັ້ມແຂງ ດ້ວຍຕົນເອງ ດ້ວຍການຖື ປະຊາຊົນ ເປັນໃຈກາງ; ກະ ກຽມ ແລະ ເປັນເຈົ້າການ ຮັບມື ກັບອະນາຄົດ ເພື່ອຮັບປະກັນ ໃຫ້ອາຊຽນ ເປັນ ປະຊາຄົມ ທີ່ຍັງມີ ຄວາມເໝາະສົມ ແລະ ປະຊາຊົນ ສາມາດ ຍາດແຍ່ງ ກາລະໂອກາດໃໝ່ ກໍຄືຜ່ານຜ່າ ສິ່ງທ້າທາຍ ໃນປັດຈຸບັນ ແລະ ອະນາຄົດ; ສ້າງກາລະໂອກາດ ໃຫ້ແກ່ປະຊາຊົນ ທຸກຄົນໄດ້ຊົມໃຊ້ ຜົນປະໂຫຍດ ຜ່ານຂໍ້ລິເລີ່ມ ຍົກສູງ ຄວາມວັດທະນາ ຖາວອນ ແບບຍືນຍົງ ໃຫ້ແກ່ພາກພື້ນ.

ແຫຼ່ງຂໍ້ມູນ: ຂປລ