ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ (LNCCI) ແລະ ທ່ານ ວິຣະຈິດ ພິລາພັນເດດ, ຜູ້ອໍານວຍການໃຫ່ຍມູນນິທິສົ່ງເສີມການສຶກສາ, ໄດ້ຮັບໃບຍ້ອງຍໍຈາກລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ.


ພິທີມອບໃບຍ້ອງຍໍດັ່ງກ່າວຈັດຂື້ນໃນວັນທີ 7 ມັງກອນ 2021 ທີ່ບ້ານພັກເອກອັກຄະຣາຊະທູດຍີ່ປຸ່ນ ທີ່ນະຄອນຫລວງວຽງຈັນ ແລະ ໃຫ້ກຽດມອບໂດຍ ພະນະທ່ານ ທາເກວະກະ ເຄໂຊ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ.

ໃນພິທີ ທ່ານ ທູດ ທາເກວະກະ ເຄໂຊ ໄດ້ກ່າວ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງທັງສອງທ່ານ ທີ່ໄດ້ອຸທິດ ທຸ້ມເທເຫື່ອແຮງ ສະຕິປັນຍາ ປະກອບສ່ວນສົ່ງເສີມສາຍພົວພັນອັນດີງາມລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ.
ໃຫ້ກຽດເຂົ້າຮວ່ມພິທີມອບໃບຍ້ອງຍໍດັ່ງກ່າວ ປະກອບມີ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສະຫະກໍາ ແລະ ການຄ້າ, ພະນະທ່ານ ດຣ. ປອນເມກ ດາລາລອຍ, ອະດີດປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ພະນະທ່ານ ເຄນທອງ ນວນທະສິງ, ຮອງປະທານຄະນະກໍາມະທິການຕ່າງປະເທດ ປະຈໍາສະພາແຫ່ງຊາດ, ແລະ ທັງເປັນປະທານຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ພ້ອມດ້ວຍບັນດາແຂກຜູ້ມີກຽດຈາກກະຊວງທີ່ກ່ຽວຂ້ອງ, ຄອບຄົວ ແລະ ໝູ່ເພື່ອນຂອງທັງສອງທ່ານ ລວມທັງຜູ້ຕາງໜ້າຈາກອົງການຈັດຕັ້ງຕ່າງໆ ຂອງປະເທດຍີ່ປຸ່ນໃນ ສປປ ລາວ.
ແຫຼ່ງຂ່າວ: ຂປລ