ຕາມຂ່າວຈາກຈີນ (SouthChinaMorningPost), ຈີນ ຕັ້ງເປົ້າໝາຍ ໃຫ້ປະຊາຊົນ ຢ່າງໜ້ອຍ 50 ລ້ານ ຄົນ ໄດ້ຮັບ ຢາປ້ອງກັນ ໂຄວິດ-19 ກ່ອນເຖິງວັນພັກຍາວ ໃນປີໃໝ່ຈີນ ທີ່ພວມມາເຖິງ ໃນໄລຍະ ຕົ້ນເດືອນກຸມພານີ້ ໂດຍຊີໂນຟາມ ຖືເປັນ ບໍລິສັດທຳອິດ ທີ່ສາມາດ ນຳໃຊ້ວັກຊິນ ຜ່ານການ ອະນຸມັດ ຈາກໜ່ວຍງານ ດ້ານການ ກວດສອບຢາຂອງ ລັດຖະບານຈີນ ໃຫ້ສາມາດ ໃຊ້ງານໄດ້ ເຊິ່ງເປົ້າໝາຍຫລັກ ຂອງຈີນ ຄືການສັກວັກຊິນ ໃຫ້ກັບ ຜູ້ມີອາຍຸ ລະຫວ່າງ 19-59ປີກ່ອນ ແລະ ວັກຊິນ ທຸກຫລອດ ມີລະຫັດ ທີ່ຈະບັນ ທຶກ ໝາຍເລກ ບັດປະຈຳຕົວ ປະຊາຊົນ ຂອງຜູ້ທີ່ ເຂົ້າຮັບ ວັກຊິນ ເພື່ອໃຫ້ງ່າຍ ຕໍ່ການຕິດຕາມ ແລະ ກວດກາ ຫາກເກີດບັນຫາ ຕາມຫລັງ.


ຂອບໃຈແຫຼ່ງຂ່າວ: ຂປລ