ຫາກທ່ານເປັນຄົນໜຶ່ງທີ່ສົນໃຈເລື່ອງການຄວບຄຸມນໍ້າໜັກ ອາດເຄີຍໄດ້ຍິນຄໍາວ່າ Intermittent Fasting (IF) ຫຼື ການອົດອາຫານເປັນຊ່ວງເວລາ, ໂດຍບົດຄົ້ນຄວ້າຈາກຫຼາຍໆສະຖາບັນລະບຸວ່າ ການອົດອາຫານເປັນຊ່ວງເວລາ ສາມາດຊ່ວຍໃຫ້ນໍ້າໜັກຂອງກດກດກຄົນເຮົາຫຼຸດລົງໄດ້ຢ່າງເຫັນຜົນຊັດເຈນ ພ້ອມທັງເຮັດໃຫ້ຮ່າງກາຍມີອາຍຸການ ໃຊ້ງານຍືນຍາວຂຶ້ນ ຫຼຸດຜ່ອນຄວາມສ່ຽງຂອງພະຍາດຕຸ້ຍ ເບົາຫວານ ຫົວໃຈ ມະເຮັງ ໆລໆ. ອີກດ້ານໜຶ່ງທີ່ຫຼາຍຄົນອາດບໍ່ທັນຮູ້ ການອົດອາຫານເປັນຊ່ວງເວລານີ້ ຍັງສາມາດຊ່ວຍເສີມສ້າງປະສິດທິພາບໃນການເຮັດວຽກໃຫ້ຄົນເຮົາໄດ້ນໍາອີກ. ໃນບົດຄວາມນີ້ ຜູ້ຂຽນຈະຂໍນໍາສະເໜີປະໂຫຍດຂອງການອົດອາຫານເປັນຊ່ວງເວລາໃນອີກແງ່ມຸມໜຶ່ງ ກໍຄື ດ້ານການເພີ່ມປະສິດທິພາບໃຫ້ຄົນເຮົາ ເພື່ອໃຫ້ທ່ານຜູ້ອ່ານສາມາດລອງນໍາໄປປັບໃຊ້ໃຫ້ເຂົ້າກັບຊີວິດປະຈໍາວັນໄດ້. Intermittent Fasting (IF) ຫາກແປຕາມຕົວແລ້ວ Intermittent ແມ່ນ ແບບບໍ່ຕໍ່ເນື່ອງ ຫຼື ເປັນຊ່ວງໃດໜຶ່ງ ແລະ Fasting ແມ່ນການຈໍາກັດ ຫຼື ອົດອາຫານ ຊຶ່ງເມື່ອນໍາມາແປລວມກັນແລ້ວໄດ້ຄວາມໝາຍວ່າ ການອົດອາຫານເປັນເວລາ ໂດຍເປັນຮູບແບບການກິນອາຫານທີ່ແບ່ງຊ່ວງເວລາກິນ ແລະ ຊ່ວງເວລາອົດຢ່າງຊັດເຈນ. ສິ່ງທີ່ໜ້າສົນໃຈຄື IF ບໍ່ໄດ້ເນັ້ນໃສ່ການຈໍາກັດປະເພດ ແລະ ປະລິມານອາຫານທີ່ກິນເຂົ້າໄປ ເວົ້າໄດ້ວ່າກິນຫຍັງກໍໄດ້ປົກກະຕິຕາມໃຈ ແຕ່ຈະເນັ້ນໃສ່ແຕ່ຊ່ວງເວລາໃນການກິນ ຫຼື ກິນເມື່ອໃດເທົ່ານັ້ນ, ຊຶ່ງຕ່າງຈາກການຄວບຄຸມແຄລໍຣີ້ (Calory restriction) ທີ່ເນັ້ນໃສ່ປະລິມານ ແລະ ສັດສ່ວນອາຫານທີ່ກິນເຂົ້າໄປ ເພື່ອໃຫ້ໄດ້ສານອາຫານທີ່ຄົບຖ້ວນ ...
Read More »General
ໂອກາດດີມາຮອດແລ້ວ!!! ສໍາລັບນັກທຸລະກິດທີ່ກໍາລັງສົນໃຈຢາກເປັນຕົວແທນຈໍາໜ່າຍສິນຄ້າຄຸນນະພາບດີຈາກຍີ່ປຸ່ນ…
ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ ຫຼືອົງການ JETRO VIENTIANE ໄດ້ຈັດງານວາງສະແດງສິນຄ້າ ຍີ່ປຸ່ນ “Japan Product Exhibition 2021” ຢ່າງເປັນທາງການໃນວັນທີ 3 ກຸມພາ 2021 ທີ່ຜ່ານມາ ຢູ່ທີ່ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງຈັນ ເຊິ່ງລວມສິນຄ້າຈາກປະເທດຍີ່ປຸ່ນຫລາຍກວ່າ 82 ລາຍການ ຈາກ 28 ບໍລິສັດ, ເປັນສິນຄ້າເພື່ອສຸຂະພາບ, ຄວາມງາມ, ອາຫານ…ບໍ່ວ່າຈະເປັນສິນຄ້າປະເພດອາຫານ ເຊັ່ນ: ພາສຕ້າ ທີ່ເຮັດຈາກເຂົ້າ, ສາຫລ່າຍຍີ່ປຸ່ນ, ໃບຊາຍີ່ປຸ່ນ…, ປະເພດເຄື່ອງສໍາອາງມີ: ຄີມທາຝ້າ, ໂລຊັນ, ຢາຟື້ນຟູເສັ້ນຜົມ ແລະ ນໍ້າຢາຍ້ອມຜົມ , ນອກຈາກນີ້ຍັງມີປະເພດອາຫານເສີມ ເຊັ່ນ: ຄໍລະເຈັນແທ່ງ, ເມັດຈຸລິນຊີທີ່ດີຕໍ່ລໍາໄສ້ ແລະ ອື່ນໆ. ໃນງານດັ່ງກ່າວ ທ່ານ ຄາຊຶອິຈິ ອິວະຄະມິ ຫົວໜ້າອົງການ ສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ ໄດ້ກ່າວວ່າ: ງານນີ້ໄດ້ຖືກຈັດຂຶ້ນເປັນປີທີ 5 ແລ້ວ ແລະ ...
Read More »ບໍລິສັດຍີ່ປຸ່ນໃຫ້ຄວາມສໍາຄັນໃນການພັດທະນາຄົນເປັນອັນດັບໜຶ່ງ
ເມື່ອເວົ້າເຖິງວັດທະນະທໍາໃນການບໍລິຫານທຸລະກິດສະໄຕລ໌ອາເມລິກາ ແລະ ຍີ່ປຸ່ນແມ່ນແຕກຕ່າງກັນຢ່າງຂາດຂັ້ນ. ບໍລິສັດອາເມລິກາຈະໃຫ້ຄວາມສໍາຄັນ ແລະ ຈັດບຸລິມະສິດເອົາຜູ້ຖືຫຸ້ນເປັນອັນດັບໜຶ່ງ ເພາະຜູ້ຖືຫຸ້ນຄືຜູ້ໃຫ້ທຶນໃນການເຮັດທຸລະກິດ ສິດທິ ແລະ ຜົນປະໂຫຍດຂອງຜູ້ຖືຫຸ້ນຕ້ອງມາກ່ອນສະເໝີ, ລູກຄ້າ ແລະ ສັງຄົມເປັນອັນດັບສອງ, ຄູ່ຄ້າທາງທຸລະກິດເປັນອັນດັບສາມ ແລະ ສຸດທ້າຍພະນັກງານໃນອົງກອນເປັນອັນດັບສີ່. ບຸກຄົນໃດ ຫຼື ພະນັກງານຜູ້ໃດທີ່ມີຄວາມສາມາດໂດດເດ່ັນ, ມີຄວາມຮູ້ສູງ ແລະ ເຮັດວຽກໄດ້ປະສິດທິຜົນສູງ, ບໍລິສັດອາເມລິກາຈະດຶງຜູ້ນັ້ນໄວ້ໃຫ້ຢູ່ກັບບໍລິສັດດົນໆໂດຍການເອົາເງິນເດືອນໃຫ້ສູງໆ, ເອົາເງິນໂບນັສໃຫ້ຫຼາຍໆ ແລະ ໃຫ້ສະຫວັດດີການທີ່ດີ. ກົງກັນຂ້າມ, ຖ້າວ່າບຸກຄົນໃດ ຫຼື ພະນັກງານຜູ້ໃດມີຄວາມຄວາມສາມາດຕໍ່າ, ຄວາມຮູ້ບໍ່ສູງ ແລະ ເຮັດວຽກບໍ່ເກັ່ງ, ສ່ວນໃຫຍ່ຈະຖືກໄລ່ອອກໄປ. ນີ້ຄືອົງກອນ ແລະ ວັດທະນະທໍາໃນການເຮັດວຽກແບບອາເມລິກາ. ສ່ວນບໍລິສັດຍີ່ປຸ່ນຈະໃຫ້ຄວາມສໍາຄັນ ແລະ ຈັດບຸລິມະສິດເອົາພະນັກງານໃນອົງກອນມາເປັນອັນດັບໜຶ່ງ, ບໍລິສັດຍີ່ປຸ່ນຈະໃຫ້ຄວາມສໍາຄັນກັບຄົນເປັນພິເສດ, ເຖິງແມ່ນວ່ານະວັດຕະກໍາ, ເທັກໂນໂລຊີ ແລະ ຫຸ່ນຍົນຈະທັນສະໄໝ ແລະ ກ້າວໜ້າຫຼາຍປານໃດ, ສຸດທ້າຍຜູ້ທີ່ຄວບຄຸມເທັກໂນໂລຊີ ແລະ ຫຸ່ນຍົນນັ້ນກໍແມ່ນຄົນຢູ່ດີ. ບໍລິສັດຍີ່ປຸ່ນໃຫ້ຄວາມສໍາຄັນກັບຄູ່ຄ້າທາງທຸລະກິດເປັນອັນດັບສອງ ຖ້າຫາກຍີ່ປຸ່ນໄດ້ຄັດເລືອກຄູ່ຄ້າທາງທຸລະກິດຜູ້ໃດຜູ້ໜຶ່ງເປັນທີ່ຮຽບຮ້ອຍແລ້ວ, ພວກເຂົາຈະໄວ້ເນື້ອເຊື່ອໃຈ ແລະ ຈົ່ງຮັກພັກດີໃຊ້ບໍລິການ ແລະ ສິນຄ້າຂອງຄູ່ຄ້າທາງທຸລະກິດນັ້ນເປັນເວລາຍາວນານໂດຍບໍ່ໄປໃຊ້ການບໍລິການຂອງບໍລິສັດຄູ່ແຂ່ງເຈົ້າໃໝ່. ພ້ອມດຽວກັນພວກເຂົາຈະມີການແບ່ງປັນປະສົບການໃຫ້ຄວາມຮູ້ ແລະ ຝຶກອົບຮົມໃຫ້ແກ່ຄູ່ຄ້າທາງທຸລະກິດຢ່າງສະໝໍ່າສະເໝີເພື່ອໃຫ້ເຕີບໃຫຍ່ ...
Read More »ສ.ອາເມລິກາ ສັ່ງຍົກເລີກຖ້ຽວບິນ 1.600 ກວ່າຖ້ຽວຍ້ອນພາຍຸຫິມະ
ຕາມຂ່າວຈາກ ນີວຢອກ, ວັນທີ2ກຸມພາ, ພາຍຸຫິມະ ຂະໜາດໃຫຍ່ ພັດເຂົ້າພື້ນທີ່ ແຄມຝັ່ງ ຕາເວັນອອກຂອງສ.ອາເມລິກາ ສົ່ງຜົນໃຫ້ຕ້ອງ ຍົກເລີກຖ້ຽວບິນ 1.600 ກວ່າຖ້ຽວ,ປິດການຮຽນ-ການສອນໃນໂຮງຮຽນ ແລະ ເລື່ອນ ການສັກຢາ ປ້ອງກັນ ໂຄວິດ-19 ອອກໄປ ຫລັງຈາກ ສຳນັກງານ ບໍລິການ ສະພາບອາກາດ ແຫ່ງຊາດ ຂອງ ສ.ອາເມລິກາ ປະກາດ ເຕືອນໄພ ພາຍຸຫິມະ ໃນພື້ນທີ່ ລັດເວີຈີເນຍ ໄປຈົນເຖິງ ລັດເມນ ທີ່ມີປະຊາກອນ ປະມານ 10 ລ້ານຄົນ ກຽມພ້ອມຮັບມື ກັບພາຍຸ ດັ່ງກ່າວ. ຂະນະນີ້ ສ.ອາເມລິກາ ມີຜູ້ຕິດເຊື້ອໂຄວິດ-19 ສະສົມເກືອບ 27 ລ້ານຄົນ ແລະ ເສຍຊີວິດ 454.200 ກວ່າຄົນ ຫລາຍເປັນອັນດັບ1ຂອງໂລກ ແຫຼ່ງທີ່ມາ: ຂປລ.
Read More »ຈີນຈະຜະລິດວັກຊິນປ້ອງກັນໂຄວິດ-19 ໃຫ້ໄດ້ 400 ລ້ານຫລອດຕໍ່ປີ
ຕາມຂ່າວຈາກ ປັກກິ່ງ,ເຊີນເຈີ້ນ ຄັງໄຖ່ ໄບໂອໂລຈິຄໍລ ໂປຣດັກ(Shenzhen Kang Tai Biological Products Co., Ltd.) ບໍລິສັດຜູ້ຜະລິດ ວັກຊິນ ແຫ່ງໃຫຍ່ຂອງຈີນ ສ້າງໂຮງງານ ຂະໜາດໃຫຍ ທີ່ສາມາດຜະລິດວັກຊິນປ້ອງກັນ ໂຄວິດ-19 ຂອງແອສຕຣາເຊເນກາ 400 ລ້ານຫລອດຕໍ່ປີ ຈະຜະລິດວັກຊິນເພີ່ມຂຶ້ນຈາກ ປີກ່ອນສອງເທົ່າ ຫລັງຈາກ ບໍລິສັດດັ່ງກ່າວ ໄດ້ຮັບສິດ ເປັນຜູ້ສົ່ງມອບ ວັກຊິນ AZD1222 ທີ່ພັດທະນາ ໂດຍແອສຕຣາເຊເນກາ ແລະ ມະຫາວິທະຍາໄລ ອ໋ອກຟອດ ຂອງອັງກິດໃນຈີນ ເມື່ອປີກາຍນີ້ ໂດຍແລກກັບ ການຜະລິດວັກຊິນໃຫ້ໄດ້ຢ່າງໜ້ອຍ 200 ລ້ານຫລອດ ໃນທ້າຍປີນີ້. ຈີນມີຍອດ ຜູ້ຕິດເຊື້ອ ໂຄວິດ-19 ສະສົມ 89.500 ກວ່າຄົນ ແລະ ເສຍຊີວິດ ປະມານ 4,640ຄົນ. ແຫຼ່ງທີ່ມາ:ຂປລ
Read More »ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ
ເພື່ອເປັນການມອບໂອກາດ ແລະ ປະສົບການດີໆໃຫ້ແກ່ລູກຄ້າ. ທີພລັດ (TPLUS) ໄດ້ຈັບມືກັບສະໂມສອນໂບຣັດຊີອາ ດ໋ອດມູນ (Borussia Dortmund) ສະໂມສອນບານເຕະລະດັບຕໍານານຈາກລີກບຸນເດສ໌ລີກ້າປະເທດເຢຍລະມັນ, ການຈັບມືກັນຄັ້ງນີ້ຈະເປີດໂອກາດໃຫ້ແຟນໆຊາວລາວສາມາດຕິດຕາມຂ່າວຄາວ, ພາບຂ່າວ ແລະ ກິດຈະກໍາຕ່າງໆ ລວມເຖິງການສົ່ງຄໍາທັກທາຍຈາກນັກກິລາຂອງດ໋ອດມູນເຖິງແຟນໆໃນປະເທດລາວ. ທີພລັດ (TPLUS) ແມ່ນເຄືອຂ່າຍໂທລະສັບມືຖືຊັ້ນແນວໜ້າໃນ ສປປ ລາວ, ຮູ້ຈັກກັນດີໃນນາມເບີຫຼັກ 7 ພວກເຮົາ ເຄືອຂ່າຍທີພລັດ (TPLUS) ຮູ້ສຶກເປັນກຽດ ແລະ ພູມໃຈຫຼາຍທີ່ຈະໄດ້ເປັນເຄືອຂ່າຍບູລິມາສິດໃນການມອບໂອກາດສຸດພິເສດໃຫ້ແກ່ແຟນໆດ໋ອດມູນໃນ ສປປ ລາວໃຫ້ສາມາດເຂົ້າເຖິງ ແລະ ສໍາພັດກັບປະຫວັດອັນຍິ່ງໃຫຍ່-ຍາວນານຂອງທີມ, ຮ່ວມຊື່ນຊົມຜູ້ຫຼີ້ນລະດັບໂລກໃນທີມ, ພ້ອມໆກັບຮ່ວມຕິດຕາມເລື່ອງລາວຂອງການກ້າວຂຶ້ນເປັນແຊ້ມປ້ຽນຂອງສະໂມສອນດ໋ອດມູນ ແລະ ອື່ນໆ. ແຟນໆຊາວລາວຈະໄດ້ຮັບ ແລະ ສໍາພັດປະສົບການ ການເປັນແຟນຄລັບລະດັບພຣີເມຍຂອງສະໂມສອນ ໂບຣັດຊີອາ ດ໋ອດມູນ. ຍັງບໍ່ໝົດເທົ່ານັ້ນ, ພວກເຮົາເຄືອຂ່າຍທີພລັດຍັງມີອີກຫຼາຍໆກິດຈະກໍາທີ່ຈະທະຍອຍສົ່ງອອກມາເພື່ອເອົາໃຈແຟນໆຂອງເຄືອຂ່າຍພວກເຮົາ. ສີເຫຼືອງ-ດໍາ, ຖືເປັນສີທາງການຂອງເຄືອຂ່າຍທີພລັດ ແລະ ສະໂມສອນດ໋ອດມູນ, ສີຖືເປັນສັນຍາລັກສຸດພິເສດຂອງການຮ່ວມມືກັນລະຫວ່າງສອງອົງກອນ. ໃນ ສປປ ລາວ ສະໂມສອນດ໋ອດມູນເປັນທີ່ຮູ້ຈັກກັນດີໃນສົມຍານາມຂອງເສືອແຫ່ງລີກບຸນເດສ໌ລີກ້າເຢຍລະມັນ ເນື່ອງຈາກທັກສະໃນການຫຼິ້ນ ແລະ ຄວາມເປັນມືອາຊີບຂອງທີມເທິງສະໜາມແຂ່ງ, ມາພ້ອມກັບຊຸດແຕ່ງກາຍເຫຼືອງ-ດໍາອັນເປັນເອກະລັກ. ໃນຂະນະດຽວກັນ, ສີເຫຼືອງ-ດໍາ ກໍເປັນສະເໝືອນສັນຍາລັກອັນໂດດເດັ່ນຂອງ ...
Read More »ພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ເກົ່າ ແລະ ຜູ້ໃໝ່
ວັນທີ 1 ກຸມພາທີ່ຜ່ານມາ ທີ່ສະ ໂມສອນຄະນະຈັດຕັ້ງສູນກາງພັກ ໄດ້ມີພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ພ້ອມດ້ວຍບັນດາສະຫາຍຄະນະພັກ ຄະນະຈັດຕັ້ງສູນກາງພັກ ແລະ ສະມາຊິກພັກ-ພະນັກງານຫຼັກແຫຼ່ງທົ່ວຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ເກົ່າ ອອກພັກການ-ຮັບອຸດໜູນບຳນານ ໄດ້ຂຶ້ນກ່າວມອບໜ້າທີ່ ພ້ອມທັງລາຍງານໂດຍຫຍໍ້ກ່ຽວກັບບາງບັນຫາ ໃນຕະຫຼອດໄລຍະ 10 ປີ ທີ່ຕົນເອງ ໄດ້ປະຕິບັດໜ້າທີ່ຜ່ານມາ ຊຶ່ງພາລະບົດບາດຂອງຄະນະຈັດຕັ້ງສູນກາງພັກ ແມ່ນກວ້າງຂວາງ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ກໍພົບອຸປະສັກຫຼາຍ ແຕ່ກໍມີອັນສຳເລັດໃນຫຼາຍດ້ານ ເປັນຕົ້ນແມ່ນການເປັນໃຈກາງຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີເປັນເອກະພາບ, ເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ, ບັນ ດາເນື້ອໃນມະຕິຂອງສູນກາງພັກ, ຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຫຼາຍດ້ານ, ບົດບາດການນຳພາຂອງພັກ ໄດ້ຮັບການຍົກສູງຂຶ້ນ, ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ ນັບມື້ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ. ໂອກາດເຂົ້າຮ່ວມພິທີ ມອບ-ຮັບໜ້າທີ່ໃນຄັ້ງນີ້, ສະ ຫາຍ ...
Read More »ໂຄວິດ-19 ສົ່ງຜົນເຮັດໃຫ້ການທ່ອງທ່ຽວທົ່ວໂລກ ຫຼຸດລົງເຖິງ 74% ໃນປີ 2020 ທີ່ຜ່ານມາ
ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມາວ່າ, ອົງການ ການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດ (UNWTO) ໄດ້ເຜີຍແຜ່ບົດລາຍງານປະຈຳປີໂດຍລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ອຸດສາຫະກຳການທ່ອງທ່ຽວສາກົນໃນປີ 2020, ເຮັດໃຫ້ຈຳນວນນັກທ່ອງທ່ຽວສາກົນຫຼຸດລົງ 74%. ບົດລາຍງານລະບຸວ່າ: ການເດີນທາງຂອງນັກທ່ອງທ່ຽວສາກົນຫຼຸດລົງ ປະມານ 1 ພັນລ້ານເທື່ອຄົນທົ່ວໂລກໃນປີ 2020, ເມື່ອທຽບກັບປີ 2019 ຊຶ່ງເປັນຜົນມາຈາກຂໍ້ຈຳກັດການເດີນທາງທີ່ບັງຄັບໃຊ້ໃນເກືອບທຸກປະເທດທົ່ວໂລກ ເພື່ອຄວບຄຸມການລະບາດໃຫຍ່. UNWTO ໄດ້ຄາດຄະເນວ່າ: ການຫຼຸດລົງຂອງຈຳນວນນັກທ່ອງທ່ຽວ ຈະນຳໄປສູ່ການສູນເສຍລາຍໄດ້ 1,3 ລ້ານໆໂດລາ ຫຼື ຄິດເປັນ 11 ເທົ່າຂອງການສູນເສຍ ທີ່ເກີດຈາກວິກິດເສດຖະກິດໃນປີ 2009 ຊຶ່ງຖືກກຳນົດວ່າ: ເປັນປີທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງອຸດສາຫະກຳການທ່ອງທ່ຽວ. ການແຜ່ລະບາດໃຫຍ່ສົ່ງຜົນກະທົບຕໍ່ທຸກພາກພື້ນທົ່ວໂລກ ໂດຍຈຳນວນນັກທ່ອງທ່ຽວຊາວຕ່າງຊາດໃນພາກພື້ນອາຊີ-ປາຊີຟິກ ຫຼຸດລົງ 84%, ໃນຕາເວັນອອກກາງ ແລະ ອາຟຣິກາ ຫຼຸດລົງ 75%. ຂະນະທີ່ເອີຣົບ ຫຼຸດລົງ 70%, ເຖິງແມ່ນວ່າຈະມີການຟື້ນຕົວພຽງເລັກນ້ອຍໃນໄລຍະລະດູຮ້ອນ. ສ່ວນທະວີບອາເມຣິກາ ຫຼຸດລົງ 69%. ທ່ານ ຊູຣັບ ໂປໂລລິຄາຊວິນລີ ເລຂາທິການຂອງ UNWTO ໄດ້ກ່າວເຕືອນວ່າ: ປີ 2021 ຈະເປັນປີທີ່ຍາກລຳບາກເຊັ່ນກັນ. ...
Read More »ຜົນງານຂອງຕະຫຼາດທຶນລາວຕະຫຼອດໄລຍະເວລາ 10 ປີ ຜ່ານມາ
ຜູ້ອ່ານຫຼາຍທ່ານອາດເຄີຍໄດ້ຍິນເລື່ອງຕະຫຼາດຫຼັກຊັບມາລະດັບໜຶ່ງ ແຕ່ທ່ານຮູ້ຫຼືບໍ່ວ່າ ຕະຫຼາດຫຼັບຊັບລາວສ້າງມາເປັນສິບປີແລ້ວ ໂດຍຕະຫຼາດທຶນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 10-10-2010 ພ້ອມໆກັບການສ້າງຕັ້ງຕະຫຼາດຫຼັກຊັບລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶຶ້ນໃນທ່າມກາງ ທີ່ພັກ ແລະ ລັດຖະບານ ສປປ ລາວ ກຳລັງສຸມໃສ່ພັດທະນາຕົນເອງຕາມຍຸດທະສາດຂອງການພັດທະນາປະເທດ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020 ແລະ ສືບຕໍ່ສູ້ຊົນຂ້າມຜ່ານຈາກສະຖານະພາບດັ່ງກ່າວໃຫ້ໄດ້ໃນປີ 2025, ສ້າງບາດລ້ຽວໃໝ່ໃນການພັດທະນາປະເທດ ໃຫ້ກາຍເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງລະດັບສູງ ໃນປີ 2030 (High-Middle Income Country) ຕາມທິດສະດີເສດຖະກິດ-ສັງຄົມພູມປັນຍາ, ສີຂຽວ ແລະ ຍືນຍົງ. ບົດຄວາມນີ້ຈະນໍາສະເໜີໃຫ້ຮັບຮູ້ເຖິງຜົນງານ ແລະ ບົດບາດຂອງຕະຫຼາດທຶນລາວເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຕະຫຼອດໄລຍະ 10 ປີຜ່ານມາ ພ້ອມທັງສະເໜີບາງບັນຫາ ແລະ ແນວທາງແກ້ໄຂໃນຕໍ່ໜ້າ. ການຕະຫຼາດທຶນລາວຄົບຮອບ 10 ປີ ເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຕະຫຼາດການເງິນຂອງ ສປປ ລາວ ໂດຍສະເພາະແມ່ນ ການສະໜອງແຫຼ່ງທຶນໄລຍະຍາວໃຫ້ແກ່ພາກສ່ວນເສດຖະກິດ ເພື່ອພັດທະນາ ແລະ ...
Read More »ມຽນມາປະກາດພາວະສຸກເສີນ 1 ປີ ຫຼັງທະຫານຈັບກຸມ ອອງຊານຊູຈີ
ວັນທີ 1 ກຸມພາ BBC ໄດ້ອ້າງອີງຈາກສຳນັກຂ່າວມຽວດີ ສື່ຂອງກອງທັບຂອງມຽນມາໂດຍລາຍງານວ່າ ກອງທັບມຽນມາໄດ້ເຂົ້າຍຶດອຳນາດອອງຊານຊູຈີ, ປະທານາທິບໍດີ ວິນ ມິນ ແລະ ລັດຖະບານ ພ້ອມປະກາດສະພາວະສຸກເສີນທົ່ວປະເທດເປັນເວລາ 1 ປີ, ແຕ່ງຕັ້ງພົນເອກ ມິນສ່ວຍ ຮອງປະທານາທິບໍດີ ເປັນປະທານາທິິບໍດີຊົ່ວຄາວ. ສ່ວນລະບົບສື່ສານທັງໂທລະສັບ ແລະ ອິນເຕີເນັດພາຍໃນປະເທດຖືກຕັດຂາດສັນຍານ..ໃນການຖະແຫຼງການຂອງກອງທັບທະຫານທີ່ເຂົ້າຍຶດອຳນາດນັ້ນລະບຸວ່າ ການຄວບຄຸມຕົວບຸກຄົນເຫຼົ່ານັ້ນ ເກີດຈາກຄວາມບໍ່ໝັ້ນຄົງທາງການເມືອງ ຫຼັງຈາກພົບຄວາມຜິດປົກກະຕິໃນການລົງທະບຽນຜູ້ມີສິດເລືອກຕັ້ງໃນລະຫວ່າງທີ່ມີການເລືອກຕັ້ງທົ່ວໄປ. ການຈັບແກນນຳຂອງພັກ NLD ເກີດຂຶ້ນໃນສອງສາມຊົ່ວໂມງກ່ອນການປະຊຸມສະມາຊິກສະພາຊຸດໃໝ່ທີ່ຈະເລີ່ມຕົ້ນຂຶ້ນໃນວັນທີ 1 ກຸມພາ. ເຊິ່ງກ່ອນໜ້ານີ້ ຫຼັງຈາກທີ່ພັກ NLD ພາຍໃຕ້ການນຳພາຂອງອອງຊານຊູຈີຊະນະການເລືອກຕັ້ງໃນວັນທີ 8 ພະຈິກ 2020 ທາງດ້ານກອງທັບທະຫານ ແລະ ພັກ USPD ກໍອ້າງວ່າໄດ້ມີການໂກງການເລືອກຕັ້ງ, ຮຽກຮ້ອງໃຫ້ຄະນະກຳມະການການເລືອກຕັ້ງເປີດເຜີຍລາຍຊື່ຜູ້ໃຊ້ສິດເລືອກຕັ້ງ ແຕ່ກໍບໍ່ໄດ້ການຕອບຮັບຈາກອີກຝ່າຍ ເຮັດໃຫ້ຝ່າຍສະໜັບສະໜຸນພັກ USPD ຈັດຂະບວນປະທ້ວງຂຶ້ນມາ. ຕະຫຼອດອາທິດທີ່ຜ່ານມາ ໄດ້ເກີດຂ່າວລືເລື່ອງການເຮັດລັດຖະປະຫານຢ່າງຕໍ່ເນື່ອງ ໂດຍໃນວັນທີ 30 ມັງກອນ ກອງທັບມຽນມາໄດ້ອອກມາຖະແຫຼງການໂດຍຢັ້ງຢືນວ່າຈະປົກປ້ອງລັດຖະທຳມະນູນ ແລະ ກົດໝາຍຢ່າງເຄັ່ງຄັດ, ແຕ່ການຍຶດອຳນາດໃນຄັ້ງນີ້ກໍເກີດຂຶ້ນໂດຍມີໄລຍະເວລາຫ່າງຈາກວັນຖະແຫຼງການພຽງສອງມື້ເທົ່ານັ້ນ. ສຳລັບພົນເອກ ມິນ ສ່ວຍ ປະທານາທິບໍດີຊົ່ວຄາວທີ່ຖືກແຕ່ງຕັ້ງນັ້ນ ...
Read More »