ໂຄວິດ-19 ສົ່ງຜົນເຮັດໃຫ້ການທ່ອງທ່ຽວທົ່ວໂລກ ຫຼຸດລົງເຖິງ 74% ໃນປີ 2020 ທີ່ຜ່ານມາ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມາວ່າ, ອົງການ ການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດ (UNWTO) ໄດ້ເຜີຍແຜ່ບົດລາຍງານປະຈຳປີໂດຍລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ອຸດສາຫະກຳການທ່ອງທ່ຽວສາກົນໃນປີ 2020, ເຮັດໃຫ້ຈຳນວນນັກທ່ອງທ່ຽວສາກົນຫຼຸດລົງ 74%. ບົດລາຍງານລະບຸວ່າ: ການເດີນທາງຂອງນັກທ່ອງທ່ຽວສາກົນຫຼຸດລົງ ປະມານ 1 ພັນລ້ານເທື່ອຄົນທົ່ວໂລກໃນປີ 2020, ເມື່ອທຽບກັບປີ 2019 ຊຶ່ງເປັນຜົນມາຈາກຂໍ້ຈຳກັດການເດີນທາງທີ່ບັງຄັບໃຊ້ໃນເກືອບທຸກປະເທດທົ່ວໂລກ ເພື່ອຄວບຄຸມການລະບາດໃຫຍ່. UNWTO ໄດ້ຄາດຄະເນວ່າ: ການຫຼຸດລົງຂອງຈຳນວນນັກທ່ອງທ່ຽວ ຈະນຳໄປສູ່ການສູນເສຍລາຍໄດ້ 1,3 ລ້ານໆໂດລາ ຫຼື ຄິດເປັນ 11 ເທົ່າຂອງການສູນເສຍ ທີ່ເກີດຈາກວິກິດເສດຖະກິດໃນປີ 2009 ຊຶ່ງຖືກກຳນົດວ່າ: ເປັນປີທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງອຸດສາຫະກຳການທ່ອງທ່ຽວ.

BBB Alert: Know Your Travel Risks - Williamson Source

ການແຜ່ລະບາດໃຫຍ່ສົ່ງຜົນກະທົບຕໍ່ທຸກພາກພື້ນທົ່ວໂລກ ໂດຍຈຳນວນນັກທ່ອງທ່ຽວຊາວຕ່າງຊາດໃນພາກພື້ນອາຊີ-ປາຊີຟິກ ຫຼຸດລົງ 84%, ໃນຕາເວັນອອກກາງ ແລະ ອາຟຣິກາ ຫຼຸດລົງ 75%. ຂະນະທີ່ເອີຣົບ ຫຼຸດລົງ 70%, ເຖິງແມ່ນວ່າຈະມີການຟື້ນຕົວພຽງເລັກນ້ອຍໃນໄລຍະລະດູຮ້ອນ. ສ່ວນທະວີບອາເມຣິກາ ຫຼຸດລົງ 69%. ທ່ານ ຊູຣັບ ໂປໂລລິຄາຊວິນລີ ເລຂາທິການຂອງ UNWTO ໄດ້ກ່າວເຕືອນວ່າ: ປີ 2021 ຈະເປັນປີທີ່ຍາກລຳບາກເຊັ່ນກັນ.

ເຖິງແມ່ນວ່າ, ຈະມີຄວາມເປັນໄປໄດ້ສູງທີ່ການເດີນທາງສາກົນຈະເປັນໄປຢ່າງປອດໄພໃນປີນີ້, ແຕ່ພວກເຮົາຄວນຄໍານຶງວ່າ: ວິກິດຄັ້ງນີ້ ຍັງບໍ່ສິ້ນສຸດລົງງ່າຍໆ, ຄວາມເປັນນໍ້າໜຶ່ງໃຈດຽວ, ການຮ່ວມມື ແລະ ການໃຊ້ເຕັກໂນໂລຊີດີຈີຕອນຂອງມາດຕະການຫຼຸດຄວາມສ່ຽງຈາກໂຣກໂຄວິດ-19 ທີ່ກ່ຽວຂ້ອງກັບການເດີນທາງເຊັ່ນ: ການທົດສອບ, ການຕິດຕາມ ແລະ ການສີດວັກຊິນ ຈະເປັນພື້ນຖານສຳຄັນຂອງການເດີນທາງທີ່ປອດໄພ ແລະ ການກຽມຄວາມພ້ອມສຳລັບການຟື້ນຕົວຂອງອຸດສາຫະກຳທ່ອງທ່ຽວໂດຍໄວຖ້າຫາກວ່າປັດໄຈຕ່າງໆເອື້ອອຳນວຍ. ນອກຈາກນີ້, ຄະນະຜູ້ຊ່ຽວຊານຂອງ UNWTO ຍັງໄດ້ຄາດຄະເນຜົນລັບທີ່ຫຼາກຫຼາຍສໍາລັບປີ 2021 ກວມປະມານ 45%, ຄາດວ່າ: ປີ 2021, ຈະເປັນປີທີ່ດີຂຶ້ນ, 25% ຄາດວ່າ ຈະໃກ້ຄຽງກັບປີທີ່ຜ່ານມາ ແລະ 30% ຄາດວ່າຈະຮ້າຍແຮງລົງ. ຄະນະຜູ້ຊ່ຽວຊານສ່ວນໃຫຍ່ຊີ້ໃຫ້ເຫັນວ່າ: ການທ່ອງທ່ຽວສາກົນຈະຕ້ອງໃຊ້ເວລາປະມານ 2 ປີເຄິ່ງ ເຖິງ 4 ປີ ເພື່ອກັບສູ່ລະດັບດຽວກັບປີ 2019

ແຫຼ່ງຂ່າວ: ປຊຊ

Comments