ທີພລັດ (TPLUS) ແລະ ໂບຣັດຊີອາ ດ໋ອດມູນ (Borussia Dortmund) ຈັບມືກັນມອບສິ່ງດີໆແກ່ແຟນໆທີມ ເຫຼືອງ-ດໍາ ໃນ ສປປ ລາວ

ເພື່ອເປັນການມອບໂອກາດ ແລະ ປະສົບການດີໆໃຫ້ແກ່ລູກຄ້າ. ທີພລັດ (TPLUS) ໄດ້ຈັບມືກັບສະໂມສອນໂບຣັດຊີອາ ດ໋ອດມູນ   (Borussia Dortmund) ສະໂມສອນບານເຕະລະດັບຕໍານານຈາກລີກບຸນເດສ໌ລີກ້າປະເທດເຢຍລະມັນ, ການຈັບມືກັນຄັ້ງນີ້ຈະເປີດໂອກາດໃຫ້ແຟນໆຊາວລາວສາມາດຕິດຕາມຂ່າວຄາວ, ພາບຂ່າວ ແລະ ກິດຈະກໍາຕ່າງໆ ລວມເຖິງການສົ່ງຄໍາທັກທາຍຈາກນັກກິລາຂອງດ໋ອດມູນເຖິງແຟນໆໃນປະເທດລາວ.

ທີພລັດ (TPLUS) ແມ່ນເຄືອຂ່າຍໂທລະສັບມືຖືຊັ້ນແນວໜ້າໃນ ສປປ ລາວ, ຮູ້ຈັກກັນດີໃນນາມເບີຫຼັກ 7

ພວກເຮົາ ເຄືອຂ່າຍທີພລັດ (TPLUS) ຮູ້ສຶກເປັນກຽດ ແລະ ພູມໃຈຫຼາຍທີ່ຈະໄດ້ເປັນເຄືອຂ່າຍບູລິມາສິດໃນການມອບໂອກາດສຸດພິເສດໃຫ້ແກ່ແຟນໆດ໋ອດມູນໃນ ສປປ ລາວໃຫ້ສາມາດເຂົ້າເຖິງ ແລະ ສໍາພັດກັບປະຫວັດອັນຍິ່ງໃຫຍ່-ຍາວນານຂອງທີມ, ຮ່ວມຊື່ນຊົມຜູ້ຫຼີ້ນລະດັບໂລກໃນທີມ, ພ້ອມໆກັບຮ່ວມຕິດຕາມເລື່ອງລາວຂອງການກ້າວຂຶ້ນເປັນແຊ້ມປ້ຽນຂອງສະໂມສອນດ໋ອດມູນ ແລະ ອື່ນໆ.

ແຟນໆຊາວລາວຈະໄດ້ຮັບ ແລະ ສໍາພັດປະສົບການ ການເປັນແຟນຄລັບລະດັບພຣີເມຍຂອງສະໂມສອນ ໂບຣັດຊີອາ ດ໋ອດມູນ. ຍັງບໍ່ໝົດເທົ່ານັ້ນ, ພວກເຮົາເຄືອຂ່າຍທີພລັດຍັງມີອີກຫຼາຍໆກິດຈະກໍາທີ່ຈະທະຍອຍສົ່ງອອກມາເພື່ອເອົາໃຈແຟນໆຂອງເຄືອຂ່າຍພວກເຮົາ.

ສີເຫຼືອງ-ດໍາ, ຖືເປັນສີທາງການຂອງເຄືອຂ່າຍທີພລັດ ແລະ ສະໂມສອນດ໋ອດມູນ, ສີຖືເປັນສັນຍາລັກສຸດພິເສດຂອງການຮ່ວມມືກັນລະຫວ່າງສອງອົງກອນ.  ໃນ ສປປ ລາວ ສະໂມສອນດ໋ອດມູນເປັນທີ່ຮູ້ຈັກກັນດີໃນສົມຍານາມຂອງເສືອແຫ່ງລີກບຸນເດສ໌ລີກ້າເຢຍລະມັນ ເນື່ອງຈາກທັກສະໃນການຫຼິ້ນ ແລະ ຄວາມເປັນມືອາຊີບຂອງທີມເທິງສະໜາມແຂ່ງ, ມາພ້ອມກັບຊຸດແຕ່ງກາຍເຫຼືອງ-ດໍາອັນເປັນເອກະລັກ. ໃນຂະນະດຽວກັນ, ສີເຫຼືອງ-ດໍາ ກໍເປັນສະເໝືອນສັນຍາລັກອັນໂດດເດັ່ນຂອງ ເຄືອຂ່າຍທີພລັດ/ເບີຫຼັກ 7, ຮູ້ຈັກກັນໂດຍທົ່ວໄປວ່າເປັນເສືອແຫ່ງວົງການໂທລະຄົມໃນ ສ ປປ ລາວ. ສີເຫຼືອງ-ດໍາ ເປັນສີທີີ່ຈື່ໄດ້ງ່າຍ, ເປັນສັນຍາລັກຂອງຄວາມແຂງແກ໋ງ ແລະ ການຮ່ວມມືອັນຊົງພະລັງທີ່ຈະຊ່ວຍນໍາພາແຮງບັນດານໃຈມາສູ່ຄົນລາວຮຸ້ນໃໝ່-ບັນດາແຟນໆຂອງເຄື່ອຂ່າຍທີພລັດ ແລະ ແຟນໆຂອງສະໂມສອນດ໋ອດມູນໃນ ສປປ ລາວ.

ທ່ານ ເພັດສະຫວັນ ເຄີນວິໄລ, ຜູ້ອໍານວຍການຂອງບໍລິສັດ ທີພລັດ ດິຈິຕອລ ຈໍາກັດຜູ້ດຽວ ໄດ້ໃຫ້ຄໍາເຫັນວ່າ: ໃນນາມຂອງບໍລິສັດ ທີພລັດ/ເບີຫຼັກ 7, ຂ້າພະເຈົ້າມີຄວາມພູມໃຈ ແລະ ເປັນກຽດທີ່ໄດ້ນໍາສະເໜີການຮ່ວມມືກັນລະຫວ່າງເຄືອຂ່າຍຂອງພວກເຮົາ ກັບສະໂມສອນບານເຕະຊັ້ນນໍາຈາກປະເທດເຢຍລະມັນ ກໍຄື ສະໂມສອນໂບຣັດຊີອາ ດ໋ອດມູນ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າການຈັບມືກັນຂອງພວກເຮົາໃນຄັ້ງນີ້ຈະກາຍເປັນຮາກຖານສໍາຄັນທີ່ຈະຊ່ວຍສ້າງຄວາມເປັນໄປໄດ້ໃນການພັດທະນາກິລາບານເຕະ ແລະ ນັກກິລາບານເຕະໃນ ສປປ ລາວ ໄປຕັ້ງແຕ່ລະດັບໜຸ່ມນ້ອຍ. ສິ່ງທີ່ກ່າວມານີ້ຖືວ່າເປັນຂໍ້ຄວາມອັນດີສົ່ງຕົງເຖິງແຟນໆຂອງໂບຣັດຊີອາ ດ໋ອດມູນ (BVB) ໃນ ສປປ ລາວ ໂດຍສະເພາະແມ່ນບັນດາເຍົາວະຊົນຄົນຮຸ້ນໃໝ່ເພື່ອໃຫ້ເຂົາເຈົ້າຮັບຮູ້ວ່າ ເຄືອຂ່າຍທີພລັດຂອງພວກເຮົາຮູ້ສຶກຍິນດີສະເໝີທີ່ໄດ້ມອບໂອກາດ ແລະ ປະສົບການສຸດພິເສດແກ່ບັນດາທ່ານທີ່ເຊື່ອໝັ້ນ ແລະ ເປັນແຟນຄລັບເຄືອຂ່າຍທີພລັດຂອງພວກເຮົາ.

ນອກຈາກນີ້, ທ່ານ ເພັດສະຫວັນ ເຄີນວິໄລ ຍັງໄດ້ກ່າວເພີ່ມເຕີມອີກວ່າ: ການຈັບມືກັບສະໂມສອນໂບລັດຊີອາ ດ໋ອດມູນເປັນພຽງສ່ວນໜຶ່ງຂອງບັນດາກິດຈະກໍາດີໆ ຈາກເຄືອຂ່າຍຂອງພວກເຮົາ, ໃນຄວາມຈິງແລ້ວພວກເຮົາຍັງມີກິດຈະກໍາອື່ນໆດີໆອີກຫຼາຍຢ່າງທີ່ພວກເຮົາກໍາລັງວາງແຜນຈະມອບໃຫ້ແກ່ລູກຄ້າຂອງພວກເຮົາຕະຫຼອດທັງປີ.

ພ້ອມນີ້ກໍາມະການຜູ້ຈັດການຂອງສະໂມສອນໂບຣັດຊີອາ ດ໋ອດມູນ ປະຈໍາພາກພື້ນອາຊີປາຊິຟິກ, ທ່ານ Suresh Letchmanan ໄດ້ກ່າວເພີ່ມຕື່ມວ່າ: “ພວກເຮົາຮູ້ສຶກປະທັບໃຈວິທີການສົ່ງເສີມກິລາບານເຕະຂອງທີພລັດ ແລະ ຂໍສະແດງຄວາມຍິນດີທີ່ທາງເຄືອຂ່າຍມີການພັດທະນາຂະຫຍາຍໂຕ ກາຍເປັນແບຼນທີ່ມີນະວັດຕະກໍາ ແລະ ເປັນທີ່ໜ້າຈັບຕາໃນເວທີທຸລະກິດດ້ານໂທລະຄົມຢ່າງວ່ອງໄວ”.  “ທີ່ສໍາຄັນອີກຄື ສີເຫຼືອງ-ດໍາຕ່າງກໍເປັນສັນຍາລັກຂອງທັງເຄືອຂ່າຍທີພລັດ ແລະ ສະໂມສອນພວກເຮົາ ເຊິ່ງແນ່ນອນວ່າມັນເປັນອົງປະກອບທີ່ເໝາະກັນທີ່ສຸດກັບພວກເຮົາ ໂບຣັດຊີອາ ດ໋ອດມູນ (BVB)”. ສະນັ້ນ, ໃນໂອກາດນີ້ຂາພະເຈົ້າຂໍໃຊ້ຄໍາວ່າ ຍິນດີຕ້ອນຮັບເຂົ້າສູ່ການເປັນຄອບຄົວດຽວກັນກັບພວກເຮົາໂບຣັດຊີອາ ດ໋ອດມູນ (BVB).

Comments