General

ລາວ ມີຄວາມສ່ຽງຈາກການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ໃນລະດັບທີ່ຕ່ຳ

ສປປ ລາວ ມີຄວາມສ່ຽງຕໍ່ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍໃນລະດັບທີ່ຕ່ຳ, ລາວເປັນປະເທດທີ່ມີຄວາມສະຫງົບ ປາສະຈາກການກໍ່ການຮ້າຍ ແລະ ໃນປີ 2018 ສປປ ລາວ ໄດ້ສໍາເລັດການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງລະດັບຊາດ ຕາມຂໍ້ແນະນຳທີ 1 ຂອງ 40 ຂໍ້ແນະ ນຳຂອງອົງການຕ້ານການຟອກເງິນສາກົນ.ໃນວັນທີ 12 ສິງຫາ 2021, ທີ່ຕຶກຕະຫລາດຫລັກຊັບລາວ ນະຄອຫລວງວຽງຈັນ, ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ II ປະຈໍາ ປີ 2021, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານ ຄຕຟງ, ມີບັນດາສະມາຊິກຄະນະກໍາມະການເເຫ່ງຊາດ, ກອງເລຂາ ແລະ ພະ ນັກງານຂອງກະຊວງກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມດັ່ງກ່າວ, ໄດ້ປຶກສາຫາລືຫລາຍບັນຫາ ເປັນຕົ້ນແມ່ນ ສະພາບລວມການຈັດຕັ້ງປະ ຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໂດຍສະເພາະແມ່ນຄວາມຄືບໜ້າ ການປະເມີນຮອບດ້ານວຽກງານຕ້ານການຟອກເງິນ ແລະ ...

Read More »

ເຊັນບົດບັນທຶກແບ່ງຄວາມຮັບຜິດຊອບ ກ່ຽວກັບກົນໄກການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດຈາກໂຄງການບໍ່ແຮ່

ໃນວັນທີ 12 ສິງຫາ 2021 ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ໄດ້ເຊັນບົດບັນທຶກການແບ່ງຄວາມຮັບຜິດຊອບກ່ຽວກັບກົນໄກການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດຈາກໂຄງການບໍ່ແຮ່ ລະຫວ່າງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງການເງິນ, ໂດຍການລົງນາມເຊັນຂອງທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ  ແລະ ບໍ່ແຮ່ ກັບ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ຄະນະກົມ, ພະແນກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂດຍປະຕິບັດຕາມທິດຊີ້ນໍາຂອງພັກ-ລັດຖະບານ ໃນການເຊັນບົດບັນທຶກແບ່ງຄວາມຮັບຜິດຊອບກ່ຽວກັບກົນໄກການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດຈາກໂຄງການບໍ່ແຮ່, ຊຶ່ງເປັນການປັບປຸງກົນໄກການປະສານງານວຽກລະຫວ່າງສອງກະຊວງໃນການແບ່ງຄວາມຮັບຜິດຊອບ, ລວມທັງການປັບປຸງບັນດານິຕິກໍາ ແລະ ກົນໄກຕ່າງໆໃນການລົງທຶນພັດທະນາບໍ່ແຮ່.  ໃນການກຳນົດຄວາມຮັບຜິດຊອບ ແລະ ໜ້າທີ່ຂອງ 2 ກະຊວງກ່ຽວກັບຫຼັກການໃນການແບ່ງຄວາມຮັບຜິດຊອບກ່ຽວກັບການຄຸ້ມຄອງ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດຈາກກິດຈະການຂຸດຄົ້ນສຳປະທານແຮ່ທາດໃນຂອບເຂດຂອງຂະແໜງການເງິນ ແລະ ຂະແໜງພະລັງງານ ແລະ ບໍ່ແຮ່ຢູ່ຂັ້ນສູນກາງ ແລະ ທ້ອງ ຖິ່ນ, ໂດຍແມ່ນກະຊວງພະລັງງານ ແລະ ບໍ່ແຮ່ຮັບຜິດຊອບແຈ້ງແຜນສົ່ງອອກແຮ່ທາດປະຈໍາປີ, ສໍາລັບແຕ່ລະໂຄງການ;  ກວດກາ, ຢັ້ງຢືນ ແລະ ແຈ້ງເນື້ອທີ່ສໍາປະທານຂອງແຕ່ລະໂຄງການເປັນແຕ່ລະປີ; ອອກໜັງສືແຈ້ງການຈໍາໜ່າຍ ດ້ວຍການກໍານົດປະລິມານ, ຂະໜາດ ແລະ ຄຸນນະພາບຜະລິດຕະພັນແຮ່ທາດທີ່ຈະເຄື່ອນຍ້າຍ ຫຼື ຈໍາໜ່າຍ (ພາຍໃນ ...

Read More »

ລມຕ ເນັ້ນໃຫ້ສື່ມວນຊົນ ເອົາໃຈໃສ່ສ້າງ ແລະ ຍົກລະດັບຄຸນທາດການເມືອງ

ກອງປະຊຸມລະນຶກວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ(13/8/ 1950-13/8/2021) ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2021, ທີ່ກະຊວງ ຖວທ, ໂດຍເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມຈາກຂະແໜງການສື່ມວນຊົນ ແລະ ພີມຈໍາໜ່າຍ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ໄດ້ລາຍງານການເຄື່ອນ ໄຫວບາງຜົນງານເດັ່ນຂອງສື່ມວນຊົນ ໃນໄລຍະໜຶ່ງປີຜ່ານມາ ໄດ້ປະຕິບັດໜ້າທີ່ວຽກງານຢ່າງຕັ້ງໜ້າ ສຸມທຸກສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເຂົ້າໃນວຽກງານການໂຄສະນາເຜີຍແຜ່ຜົນສໍາເລັດ, ວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນໂຄສະນາແນວທາງນະໂຍ ບາຍຕ່າງໆຂອງພັກ ແລະ ລັດ ປຸກລະດົມນໍ້າໃຈຮັກຊາດ ແລະ ຄວາມສາມັກຄີປອງດອງ, ຮັກລະ ບອບໃໝ່, ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ...

Read More »

ລັດຖະບານອົສຕຣາລີ ພ້ອມໃຫ້ການສະໜັບສະໜູນ ລາວ 3 ຂະແໜງການ

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ການຕ້ອນຮັບ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ທີ່ຫ້ອງປະຊຸມ ກະຊວງການເງິນ, ເມື່ອບໍ່ດົນມານີ້, ໃນໂອກາດຮັບໜ້າທີ່ເປັນລັດຖະມົນຕີກະຊວງການເງິນຄົນໃໝ່.ພ້ອມກັນນີ້, ທ່ານ ເອກອັກຄະລັດຖະທູດ ຍັງໄດ້ມີການແລກປ່ຽນບາງບັນຫາສໍາຄັນເປັນຕົ້ນ ການຊ່ວຍເຫຼືອເພື່ອການພັດທະນາຂອງອົສຕຣາລີ ໃຫ້ແກ່ ສປປ ລາວ ປະກອບມີ 3 ຂະແໜງການຫຼັກຄື: ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການຄ້າ – ການລົງທຶນ ແລະ ການຄຸ້ມຄອງຊັບພະຍາກອນນໍ້າ. ນອກນີ້, ອົສຕຣາລີ ຍັງໄດ້ໃຫ້ການຊ່ວຍເຫຼືອຕໍ່ເຫດການໄພພິບັດນໍ້າຖ້ວມ, ການຊ່ວຍເຫຼືອໃນໄລຍະການລະບາດພະຍາດ ໂຄວິດ-19. ໃນນີ້, ຍັງໄດ້ມີການຮ່ວມມືລະຫວ່າງກົມພາສີລາວ ແລະ ກົມກວດກາຄົນເຂົ້າເມືອງ ແລະ ປ້ອງກັນຊາຍແດນ ອົສຕຣາລີ ນັບແຕ່ປີ 2016 ສໍາລັບສິ່ງທ້າທາຍທີ່ ສປປລາວ ແລະ ກະຊວງການເງິນ ກໍາລັງປະເມີນໃນປັດຈຸບັນ (ແກ້ໄຂບັນຫາໜີ້ສິນສາທາລະນະ ແລະ ການພັດທະນາບຸກຄະລາກອນ ທີ່ສາມາດຮອງຮັບການຫັນເປັນທັນສະໄໝ). ສ່ວນວຽກງານບຸລິມະສິດທີ່ ສປປລາວ ...

Read More »

ຄະນະຊີ້ນໍາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄຂກອງປະຊຸມຄັ້ງທີ 10 ປຶກສາຫາລື 6 ບັນຫາສຳຄັນ ກ່ອນເປີດນໍາໃຊ້ 2 ທັນວາ

ກອງປະຊຸມຄະນະຊີ້ນໍາໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຄັ້ງທີ 10 ຈັດຂຶ້ນໃນວັນທີ 11 ສິງຫາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ເຂົ້າຮ່ວມມີ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂນທາທິການ ແລະ ຂົນສົ່ງ, ຮອງຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຜູ້ປະຈໍາການ), ມີທ່ານຫົວໜ້າກົມທາງລົດໄຟ, ທ່ານຫົວໜ້າຄະນະຄຸ້ມຄອງໂຄງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສືບຕໍ່ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ; ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເຊິ່ງເປັນໂຄງການໃຫຍ່ ທີ່ມີຄວາມໝາຍ ຄວາມສໍາຄັນ ແລະເປັນໂຄງການໜຶ່ງຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ຜ່ານ ສປປ ລາວ, ໂດຍການນໍາຂອງສອງພັກ ແລະ ສອງລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ຕົກລົງເປັນເອກະພາບກັນ ໃຫ້ເປັນໂຄງການຕົວແບບຂອງການຮ່ວມມືມິດຕະພາບລາວ-ຈີນ, ເປັນໂຄງການປອດໃສຂາວສະອາດ, ເປັນໂຄງການທີ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າແຕ່ກ່ອນ ແລະໄດ້ປະກາດໃຫ້ສັງຄົມໂລກໄດ້ຮັບຮູ້ວ່າໂຄງການນີ້ຈະສໍາເລັດ ແລະເປີດໃຫ້ບໍລິການໃນວັນທີ 02 ທັນວາ ...

Read More »

ສື່ມວນຊົນ ມີຄວາມສຳຄັນປະກອບສ່ວນເຂົ້າໃນການໂຄສະນາຕ້ານພະຍາດໂຄວິດ-19

ເນື່ອງໃນໂອກາດວັນສື່ມວນຊົນແຫ່ງຊາດ ວັນທີ 13 ສິງຫາທີ່ຈະມາເຖິງນີ້, ທ່ານ ວິສິດ ຄຳລືຊາ ຫົວໜ້າສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ສະແດງທັດສະນະຄວາມຮູ້ສຶກຜ່ານສື່ມວນຊົນໃນໂອກາດວັນສຳຄັນດັ່ງກ່າວ ແລະ ໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນຂອງສື່ມວນຊົນລາວໃນການປະກອບສ່ວນເຂົ້າໃນວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ວຽກງານປ້ອງກັນ, ຕ້ານ ແລະ ສະກັດກັ້.ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາຈົນເຖິງປັດຈຸບັນ. ທ່ານໄດ້ໃຫ້ຕື່ມອີກວ່າ: ການປະຕິບັດໜ້າທີ່ຂອງສື່ມີຄວາມສຳຄັນຫຼາຍ ຊຶ່ງສະແດງອອກໃຫ້ເຫັນຢ່າງຈະແຈ້ງໃນການໂຄສະນາຢ່າງຫ້າວຫັນດ້ວຍຄວາມຮັບຜິດຊອບສູງຂອງສື່ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຂ່າວສານກ່ຽວກັບພະຍາດໂຄວິດ-19 ຢ່າງເລິກເຊິ່ງ ກວ້າງຂວາງ, ນັບຕັ້ງແຕ່ພະຍາດໂຄວິດ-19 ຍັງບໍ່ທັນມີການລະບາດ ສື່ມວນຊົນກໍໄດ້ປະສານສົມທົບກັບສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ກະຊວງສາທາລະນະສຸກເພື່ອຊອກຫາຂໍ້ມູນມາລົງໂຄສະນາໃນສື່ຕ່າງໆຂອງຕົນເຊັ່ນ: ພະຍາດໂຄວິດ-19 ແມ່ນຫຍັງ? ຕິດຕໍ່ກັນໄດ້ແນວໃດ? ຈະປ້ອງກັນແນວໃດ? ແລະ ອື່ນໆເພື່ອໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໄປປະຕິບັດເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ຊຸມຊົນ, ເວົ້າສະເພາະໃນໄລຍະທີ່ມີການລະບາດສື່ມວນຊົນຍິ່ງສຸມທຸກເຫື່ອແຮງ ແລະ ສະຕິປັນຍາໃນການໂຄສະນາໂດຍນຳເອົາຄຳສັ່ງ, ແຈ້ງການ ແລະ ມາດຕະການຕ່າງໆຂອງລັດຖະບານກໍຄືຂອງຄະນະສະເພາະກິດຕ້ານ, ຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ມາເຜີຍແຜ່ໃຫ້ກັບປະຊາຊົນເພື່ອໃຫ້ປະຊາຊົນສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ທັນເຫດ ການ, ຕິດຕາມ ແລະ ປັບໂຕເຂົ້າກັບສະຖານະການຕ່າງໆເພື່ອຫຼີກລ່ຽງການຕິດເຊື້ອພະຍາດໂຄວິດ-19; ເຖິງແມ່ນວ່າສື່ມວນຊົນຈະເຮັດໜ້າທີ່ໃນການໂຄສະນາເຂັ້ມແຂງປານໃດແຕ່ກໍຍັງປາສະຈາກບໍ່ໄດ້ທີ່ພະຍາດໂຄວິດ-19 ຍັງມີການລະບາດໃນລາວເຖິງ ...

Read More »

ນາຍົກລັດຖະມົນຕີ ຕ້ອນຮັບ ແລະ ພົບປະ ປະທານປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 9 ສິງຫາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການ ເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດ ນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໃນໂອກາດໄດ້ເດີນທາງມາຢ້ຽມຢາມສັນຖະວະ ໄມຕີ ຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລະຫວ່າງວັນທີ 9-10 ສິງ ຫາ 2021. ການພົບປະຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ສະແດງຄວາມຍິນດີຕ້ອນຮັບສະຫາຍ ຫງວຽນ ຊວັນ ຟຸກ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງແຫ່ງ ສສ ຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ ສປປ ລາວ, ເຊິ່ງໄດ້ນໍາເອົາໄມຕີຈິດມິດຕະ ພາບອັນອົບອຸ່ນ, ...

Read More »

ຄະນະປະຈໍາສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເອົາໃຈໃສ່ 7 ບັນຫາສໍາຄັນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ໃນໂອກາດຕາງໜ້າຄະນະປະຈໍາສະພາແຫ່ງຊາດປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ສິງຫານີ້. ທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ ສະເໜີຕໍ່ລັດ ຖະບານເອົາໃຈໃສ່ 7 ບັນຫາສໍາຄັນ ເພື່ອເຮັດໃຫ້ການຈັດຕັ້ງວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ຮັບປະສິດທິຜົນຕາມທີ່ຄາດໝາຍໄວ້ ຄື: 1). ຕໍ່ກັບຄາດຫມາຍສູ້ຊົນ ຄວນກໍານົດຕົວຊີ້ວັດໃຫ້ຊັດເຈນຕື່ມ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ. 2) ຕໍ່ກັບວຽກຈຸດສຸມ ສະເຫນີລັດຖະບານ ເອົາໃຈໃສ່ເປັນພິເສດການແກ້ໄຂຫນີ້ສິນສາທາລະນະ, ການເລັງລັດປະຕິຮູບວິສາຫະກິດລັດ, ການແກ້ໄຂຄວາມຝືດເຄືອງດ້ານຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ການແກ້ໄຂການຫວ່າງງານ ໂດຍສະ ເພາະການສ້າງວຽກເຮັດງານທໍາໃຫ້ແກ່ນັກສຶກສາທີ່ຮຽນຈົບວິຊາຊີບຕ່າງໆ ແລະ ແຮງງານທີ່ກັບມາຈາກຕ່າງປະເທດໃນໄລຍະການແຜ່ລະບາດພະຍາດ ໂຄວິດ-193) ຕໍ່ກັບມາດຕະການການຈັດຕັ້ງປະຕິບັດ ສະເຫນີລັດຖະບານເອົາໃຈໃສ່ສ້າງແຜນວຽກ, ແຜນຄົນ ແລະ ແຜນງົບປະມານທີ່ຕິດພັນກັບວາລະແຫ່ງຊາດໃຫ້ມີຄວາມສອດຄ່ອງ ແລະ ເປັນລະບົບ, ແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບລະຫ່ວາງຂະແຫນງການ, ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ ຕາມທິດສາມສ້າງ; ກະຊວງ, ອົງການຂັ້ນສູນກາງ ເຮັດຫນ້າທີ່ຄຸ້ມຄອງມະຫາພາກສ່ວນອົງການປົກ ຄອງທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດ. 4) ຕໍ່ກັບການທົດລອງປະຕິບັດ ...

Read More »

ລັດຖະບານຍີ່ປຸ່ນ ມອບລົດອຳບູລັງ7 ຄັນ ໃຫ້ກະຊວງສາທາລະນະສຸກ ໃຊ້ເຂົ້່າໃນການຕ້ານພະຍາດໂຄວິດ-19

ວັນທີ 5 ສິງຫາ 2021, ທ່ານ Takewaka Keizo  ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ ໄດ້ມອບລົດອຳບູລັງໃຫ້ກະຊວງສາທາລະນະສຸກ,  ຕາງໜ້າຮັບໂດຍ  ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍມີ ບັນດາຫົວໜ້າຫ້ອງ ການ, ຫົວໜ້າກົມອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມເປັນສັກຂີພິຍານ. ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອ ກະຊວງສາທາລະນະສຸກ ກໍຄື ຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ກໍ່ຄືລັດຖະບານ ລາວຄື ລົດສຸກເສີນນໍາສົ່ງຄົນເຈັບ ຈໍານວນ 7 ຄັນ. ກະຊວງສາທາລະນະສຸກໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ຂອງລັດຖະບານຍີ່ປຸ່ນ ໃນຄັ້ງນີ້ກໍຄືຫຼາຍຄັ້ງຜ່ານໆມາ, ຊຶ່ງເປັນການສະ ແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງ ລັດຖະບານ ຍີ່ປຸ່ນ ຕໍ່ລັດຖະບານ ລາວ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍ. ການຊ່ວຍເຫຼືອ ພາຫະນະນໍາສົ່ງຄົນເຈັບ ຈໍານວນ 7 ຄັນ ລວມເປັນມູນຄ່າ 31 ລ້ານ 5 ...

Read More »

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 5 ສິງຫາ 2021 ຢູ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ (ຫລັງໃໝ່) ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັດດາອະດີດການນຳພັກ-ລັດ, ຄະນະລັດຖະບານ, ສະມາຊິກສະພາແຫ່ງຊາດ, ຜູ້ຕ່າງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບເກົ່າ ເຂົ້າຮ່ວມ. ທ່ານ ໄຊສົນພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ເປັນຕົ້ນ ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບົດລາຍງານຂອງລັດຖະບານ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ...

Read More »