General

ອົດສະຕຣາລີ ຮ່ວມມືກັບ ສປປ ລາວ ເພີ່ມທະວີ ວຽກງານການຕອບໂຕ້ ແລະ ຟື້ນຟູຜົນກະທົບຈາກພະຍາດໂຄວິດ-19

ໃນວັນທີ 25 ມັງກອນ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ເຈນ ຊານເດີເລີ ອຸປະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າພົບປະ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນ ຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຂອງລາວ ແລະ ອົດສະ ຕຣາລີ ໃນການຮ່ວມມືເພື່ອການຕອບໂຕ້, ຟື້ນຟູ ແລະ ກ້ຽມພ້ອມໃນການຮັບມື, ເຊິ່ງທັງສອງຝ່າຍ ໄດ້ຕົກລົງທີ່ຈະປະສານສົມທົບກັນ ກັບທຸກຂະແໜ່ງການທີ່ກ່ຽວຂ້ອງຂອງພາກລັດ ເພື່ອຮັບປະກັນ ການລະດົມຊັບພະຍາກອນແບບມີປະສິດທິຜົນ ເພື່ອບັນລຸເປົ້າໝາຍການພັດທະນາຂອງ ສປປ ລາວ. ທ່ານ ນາງ ເຈນ ຊານເດີເລີ ກ່າວວ່າ: ວັນຊາດອົດສະຕຣາລີ ວັນທີ 26 ມັງກອນ 2021 ທີ່ຈະມາເຖິງນີ້, ເປັນໂອກາດທີ່ພວກເຮົາຮ່ວມກັນສະເຫລີມສະຫລອງທຸກຢ່າງ ທີ່ຈົບງາມຂອງອົດສະຕຣາລີ ແລະ ວິຖີຊິວິດຂອງຄົນອົດສະຕຣາລີ ລວມເຖິງ ສາຍພົວພັນມິດຕະພາບອັນແໜ້ນແຟ້ນ, ການຮ່ວມມື ແລະ ຄວາມໄວ້ເນື້ອເຊື່ອໄວ້ ທີ່ໄດ້ເປັນຮາກຖານຂອງວັດທະນາທຳອົດສະຕຣາລີ. ປະຊາຊົນອົດສະຕຣາລີ ...

Read More »

ພິທີເປີດໂຄງການໃຫ້ຄຳປຶກສາດ້ານທຸລະກິດ ( MSME Clinic )

ໃນວັນທີ 19 ມັງກອນ 2021ທີ່ຜ່ານມາ, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີພິທີເປີດ ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic ) ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, H.E. Jens Peter Lutkenherm ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic ) ເປັນໂຄງການທີ່ໃຫ້ຄຳປືກສາທາງດ້ານທຸລະກິດ ແລະ ຈັດຝຶກອົບຮົມໃຫ້ຜູ້ປະກອບກິດຈະການ ຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນ ສປປ ລາວ. ຈຸດປະສົງແມ່ນເພື່ອຊ່ວຍຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດ COVID-19 ໂດຍອີງໃສ່ຄວາມຕ້ອງການເປັນລາຍບຸກຄົນຂອງຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ...

Read More »

ມອບ-ຮັບສວນອະນຸສາວະລີພະບາດ ສົມເດັດພຣະເຈົ້າໄຊຍະເຊດຖາທິຣາດມະຫາຣາດທີ່ແຂວງອັດຕະປື

ວັນທີ 24 ມັງກອນ 2021 ທີ່ຜ່ານມາຢູ່ສວນອະນຸສາວະລີພະບາດ ສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື ໄດ້ຈັດພິທີມອບ-ຮັບ ສວນດັ່ງກ່າວຂຶ້ນຢ່າງເປັນທາງການໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈູມມະລີ ໄຊຍະສອນ ອະດີດປະເທດ ແຫ່ງ ສປປ ລາວ ແລະ ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມຸນຕີກະຊວງແຜນການແລະການລົງທຶນ. ໃນພິທີ ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ປະທານບໍລິ ສັດວັງຕັດຂຸດຄົ້ນບໍ່ແຮ່ ໃຫ້ຮູ້ວ່າ: ພາຍຫັຼງ ທີ່ໄດ້ລົງມືການກໍ່ສ້າງເກືອບ 30 ເດືອນ ຫືຼ 2 ປີເຄິ່ງ ເຊິ່ງເປັນໂຄງການກໍ່ສ້າງສາທາລະນະ ໂດຍການມີສ່ວນຮ່ວມຂອງທຸກພາກ ສ່ວນ ທັງພາກລັດ ແລະ ເອກະຊົນ, ພຸດທະບໍລິສັດ ແລະ ປວງຊົນລາວທັງພາຍໃນ ແລະ ຕ່າງປະເທດ ໂດຍແມ່ນກຸ່ມບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ ເປັນຜຸ້ຮັບເໝົາກໍ່ສ້າງ ແລະ ເປັນຜູ້ສັດທາຫັຼກປະກອບສ່ວນທຶນເບື້ອງຕົ້ນ ມີມູນຄ່າທັງໝົດ 37 ຕື້ກີບ. ປະກອບມີ 2 ໜ້າວຽກໃຫ່ຍຄື: 1. ວຽກເທທອງຫໍ່ຼຮູບເໝືອນພຣະເຈົ້າໄຊຍະເຊດຖາທິຣາດມະຫາຣາດ ...

Read More »

Customer Insight ຫົວໃຈຫຼັກໃນການວາງຍຸດທະສາດການຕະຫຼາດທີ່ຖືກຕ້ອງ

Subhead: ໝາຍເຖິງຄວາມເຂົ້າໃຈລູກຄ້າໃນລະດັບເລິກ ບໍ່ແມ່ນພຽງແຕ່ “ຮູ້ຈັກ” ຂໍ້ມູນ (Data) ແຕ່ຍັງລວມເຖິງການວິເຄາະ ແລະ ຕີຄວາມຈາກບັນດາຂໍ້ມູນຫຼາຍໆພາກສ່ວນ ໃນທີ່ສຸດ ພວກເຮົາກໍເດີນທາງມາຮອດເດືອນສຸດທ້າຍຂອງປີ 2020 ປີ ເຊິ່ງເປັນປີທີ່ເຕັມໄປດ້ວຍສິ່ງທ້າທາຍຈາກທຸກທິດທາງ ການເຮັດການຕະຫຼາດກໍຄາດເດົາໄດ້ຍາກ ເນື່ອງຈາກມີເຫດການທີ່ຄາດການບໍ່ໄດ້ເກີດຂຶ້ນຢູ່ຕະຫຼອດເວລາ ໂດຍສະເພາະການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ກະທົບຕໍ່ວິຖີຊີວິດ ແລະພຶດຕິກຳຂອງຄົນທົ່ວໂລກ ສົ່ງຜົນໃຫ້ເກີດວິຖີດຳລົງຊີວິດແບບໃໝ່ (New Normal) ທີ່ນັກການຕະຫຼາດຕ້ອງໄດ້ທຳຄວາມເຂົ້າໃຈ ເພື່ອນຳໄປດັດປັບຍຸດທະສາດການຕະຫຼາດໃຫ້ແທດເໝາະກັບການປ່ຽນແປງໃໝ່ທີ່ໄວວາຄັ້ງນີ້. ແນ່ນອນວ່າ ການທຳຄວາມເຂົ້າໃຈຂໍ້ມູນພຶດຕິກຳຂອງລູກຄ້າທີ່ປ່ຽນແປງໃໝ່ໃຫ້ເລິກເຊິ່ງ ເປັນທາງລອດດຽວຂອງຜູ້ປະກອບການ, ໃນຂະນະທີ່ ການຫັນປ່ຽນເປັນອອນລາຍກໍເປັນເງື່ອນໄຂບັງຄັບຂອງທຸກໆຫົວໜ່ວຍທຸລະກິດບໍ່ວ່ານ້ອຍຫຼືໃຫຍ່. Close-up of female postwoman signing parcels at the table at post office ອີກສິ່ງໜຶ່ງທີ່ຜູ້ປະກອບການ ແລະ ນັກການຕະຫຼາດຄວນໃຫ້ຄວາມສຳຄັນໃນວິກິດການນີ້ ກໍຄື “Customer Insight” ເຊິ່ງໝາຍເຖິງຄວາມເຂົ້າໃຈລູກຄ້າໃນລະດັບເລິກ ບໍ່ແມ່ນພຽງແຕ່ “ຮູ້ຈັກ” ຂໍ້ມູນ (Data) ແຕ່ຍັງລວມເຖິງການວິເຄາະ ແລະ ຕີຄວາມຈາກບັນດາຂໍ້ມູນຫຼາຍໆພາກສ່ວນ ເຊັ່ນ: ຂໍ້ມູນດ້ານປະຊາກອນ (Demographic), ພຶດຕິກຳຂອງລູກຄ້າ, ...

Read More »

ຍີ່ປຸ່ນ ຊ່ວຍປັບປຸງສະຖານບໍລິການສາທາລະນະສຸກ ແລະ ໂຮງຮຽນ ຢູ່ ສປປ ລາວ

ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າ ຈຳນວນ 522.221 ໂດລາສະຫະລັດ ໃຫ້ໂຄງການດ້ານສາທາລະນະສຸກ ສອງໂຄງການ ຢູ່ແຂວງຊຽງຂວາງ ແລະ ແຂວງວຽງຈັນ ແລະ ສາມໂຄງການ ດ້ານການສຶກສາ ຢູ່ ແຂວງ ຫລວງນ້ຳທາ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ, ໂດຍຜ່ານໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs). ພິທີເຊັນສັນຍາໂຄງການ ໄດ້ຈັດຂຶ້ນທີ່ສະຖານທູດຍີ່ປຸ່ນ ໃນວັນທີ 20 ມັງກອນ 2021 ລະ ຫວ່າງ ທ່ານ ທາເກວາກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ບັນດາຕົວແທນຈາກການນຳຂັ້ນເມືອງ ແລະ ແຂວງ ທີ່ໄດ້ຮັບໂຄງການດັ່ງກ່າວ.ໜຶ່ງໃນໂຄງການດ້ານສາທາລະນະສຸກ ແມ່ນການສ້າງສູນສຸຂະພາບຫລັງໃໝ່ ຢູ່ບ້ານພຽງດ່ານ ແຂວງຊຽງຂວາງ ເນື່ອງຈາກອາຄານຫລັງເກົ່າເປ່ເພ ຍ້ອນຖືກໄພນ້ຳຖ້ວມ ໃນປີ 2018 ແລະ ອີກໜຶ່ງໂຄງການ ແມ່ນການສ້າງສູນສຸຂະພາບແມ່ ແລະ ເດັກ ຢູ່ ເມືອງຫີນເຫີບ ແຂວງວຽງຈັນ. ໂຄງການດັ່ງກ່າວ, ມີຈຸດປະສົງ ເພື່ອຍົກລະດັບຄວາມສາມາດ ແລະ ...

Read More »

ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນວົງແຄບ ແບບທາງໄກ

ໃນວັນທີ 21 ມັງກອນ 2021 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີ ຕ່າງປະເທດອາຊຽນ ແບບທາງ ໄກ ເຊິ່ງເປັນກອງປະຊຸມທຳອິດພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ (ສຳລັບ ປີ 2021) ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດ ບັນດາຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ຜ່ານມາ ລວມທັງການສຳເລັດການທົບທວນກາງສະໄໝ ແຜນແມ່ບົດການສ້າງປະຊາຄົມອາຊຽນຮອດ ປີ 2025; ການປັບປຸງຂອດປະສານງານລະຫວ່າງຂະແໜງ ການກ່ຽວຂ້ອງພາຍໃນເສົາຄໍ້າ ແລະ ລະຫວ່າງເສົາຄໍ້າປະຊາຄົມອາຊຽນ; ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫລັງປີ 2025. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ສືບຕໍ່ຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານອາຊຽນ; ການນຳໃຊ້ສ່ວນໜຶ່ງຂອງກອງທຶນຕ້ານໂຄວິດ-19 ອາຊຽນ ເພື່ອຈັດຊື້ຢາວັກແຊັງ ແລະ ອຸປະກອນການແພດສໍາລັບປະຊາຊົນອາຊຽນ; ການສ້າງຕັ້ງແລວການເດີນທາງພິເສດອາ ຊຽນ ແລະ ອື່ນໆ. ພ້ອມນັ້ນ, ຍັງໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບຕໍ່ບັນດາບູລິມະສິດການເປັນປະທານອາຊຽນຂອງບຣູໄນ ດາຣູຊາລາມ ປີ ...

Read More »

ແຈ້ງການ!!! ປັບຂຶ້ນ ລາຄານໍ້າມັນ ແອັດຊັງພິເສດ ແອັດຊັງທໍາມະດາ ແລະ ກາຊວນ ເລີ່ມວັນທີ 22/01/2021 ເປັນຕົ້ນໄປ

ແຈ້ງການ!!!! ກ່ຽວກັບການປັບຂຶ້ນ ລາຄານໍ້າມັນ ແອັດຊັງພິເສດ ແອັດຊັງທໍາມະດາ ແລະ ກາຊວນ ເລີ່ມວັນທີ 22/01/2021 ເປັນຕົ້ນໄປລາຍລະອຽດດັ່ງລຸ່ມນີ້:

Read More »

Business Model Canvas ທາງລອດຂອງທຸລະກິດທ່ານ

ທ່າມກາງການແຂ່ງຂັນທາງທຸລະກິດທີ່ເຂັ້ມຂຸ້ນ ພາຍໃຕ້ວິກິດການທາງເສດຖະກິດ ແລະພະຍາດລະບາດ ໂຄວິດ-19 ການລົງທຶນເພື່ອຫັນໄປເປັນດິຈິຕອນໃຫ້ໄວທີ່ສຸດ ກາຍເປັນສິ່ງທ້າທາຍທີ່ໃຫຍ່ຫຼວງສຳລັບບັນດາຜູ້ປະກອບການບ້ານເຮົາໃນປະຈຸບັນ ຂະນະດຽວກັນ ການທົບທວນແຜນທຸລະກິດ ເພື່ອວິເຄາະຈຸດແຂງ ຈຸດອ່ອນ ຊອກຫາວິທີແກ້ໄຂປັບປຸງໃຫ້ດີຂຶ້ນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນລົງ ກໍເປັນອີກສິ່ງສຳຄັນທີ່ຜູ້ປະກອບການຕ້ອງເຮັດຢ່າງເລັ່ງດ່ວນເຊັ່ນກັນ. ດັ່ງນັ້ນ ໃນມື້ນີ້ຂ້າພະເຈົ້າຈະມານຳສະເໜີເຄື່ອງມືໃນການວາງແຜນທຸລະກິດ ທີ່ງ່າຍ ມີປະສິດທິພາບ ແລະ ນິຍົມນຳໃຊ້ຢ່າງກວ້າງຂວາງທົ່ວໂລກ ນັ້ນກໍຄືການເຮັດ ຕົວແບບທຸລະກິດແຄນວາສ (Business Model Canvas – BMC) ເຊິ່ງຖືກຄຶດຄົ້ນໂດຍນັກຄິດດ້ານການບໍລິຫານຈັດການ ດຣ. ອາເລັກຊານເດີ ອອສເຕີວໍເດີ (Alexander Osterwalder) ຈາກມະຫາວິທະຍາໄລໂລຊານ (Lausanne University) ປະເທດສະວິດເຊີແລນ ທີ່ໃຊ້ເວລາກວ່າ 9 ປີ ໃນການວິໄຈພັດທະນາ ແລະ ຖືກຂຽນໄວ້ໃນປຶ້ມຊື່ວ່າ Business Model Generation ທີ່ຖືກຕີພິມໃນປີ 2010 ຄຳວ່າ ແຄນວາສ (Canvas) ໝາຍເຖິງແຜ່ນຜ້າ ສະນັ້ນ ການສ້າງຕົວແບບທຸລະກິດແຄນວາສ ຈຶ່ງໝາຍເຖິງການອະທິບາຍອົງປະກອບຂອງທຸລະກິດທ່ານແບບງ່າຍດາຍໃນໜ້າເຈ້ຍດຽວ ເພື່ອໃຫ້ທຸກຄົນທັງພາຍໃນ ແລະພາຍນອກອົງກອນສາມາດສື່ເຖິງສິ່ງດຽວກັນໄດ້ຢ່າງຖືກຕ້ອງ ເຂົ້າໃຈງ່າຍ ແລະ ນຳໄປໃຊ້ງານໄດ້ທັນທີ. ...

Read More »

ຜົນສຳເລັດທີ່ພົ້ນເດັ່ນ ຂອງການພັດທະນາເສດຖະກິດ – ສັງຄົມໃນໄລຍະເວລາ 5 ປີທີ່ຜ່ານມາ

ການພັດທະນາເສດຖະກິດ – ສັງຄົມ 5 ປີຜ່ານມາ ຂອງລັດຖະບານ ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໂດຍບັນລຸຄາດໝາຍສໍາຄັນໃນການນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ການສົ່ງເສີມ ແລະ ດຶງດູດການລົງທຶນຂອງພາກເອກະຊົນໄດ້ມີການປັບປຸງດີຂຶ້ນ. ຢ່າງໃດກໍຕາມ, ຖ້າເບິ່ງບັນຫາຢ່າງພາວະວິໄສ ຈະເຫັນວ່າການເຕີບໂຕຂອງເສດຖະກິດ – ສັງຄົມ ຍັງມີຫຼາຍບັນຫາທີ່ບໍ່ທັນຮັບປະກັນຄວາມຍືນຍົງຕາມທິດທາງທີ່ໄດ້ວາງອອກ, ການປັບປຸງສະພາບແວດລ້ອມດ້ານການລົງທຶນຍັງບໍ່ທັນໄດ້ຮັບການແກ້ໄຂ ດ້ວຍນະໂຍບາຍ, ວິທີການອັນເໝາະສົມ ແລະ ກົນໄກແບບບຸກທະລຸ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016 – 2020 )  ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ເມື່ອວັນທີ 13 ມັງກອນ 2021 ວ່າ: ໃນ 5 ປີຜ່ານມາ ໂດຍພາຍໃຕ້ການຊີ້ນໍາ – ນໍາພາຢ່າງໃກ້ຊິດຂອງລັດຖະບານ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງຂອງຂະແໜງການ ແລະ ອໍານາດການປົກຄອງທ້ອງຖິ່ນ ...

Read More »

ສາເຫດທີ່ແຂວງບໍ່ແກ້ວຕ້ອງລັອກດາວເມືອງຕົ້ນເຜີ້ງເປັນເທື່ອທີ 3

ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ແມ່ນທາງແຂວງບໍ່ແກ້ວໄດ້ປະກາດລັອກດາວເປັນເທື່ອທີ 3 ແລ້ວ ທັ້ງນີ້ເທື່ອທຳອິດແມ່ນປະຕິບັດໂດຍເປັນເອກະພາບກັບທຸກໆແຂວງໃນທົ່ວປະເທດ ເພື່ອປ້ອງກັນບໍ່ໃຫ້ມີການຕິດເຊື້ອ ຫຼື ແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ສ່ວນອີກສອງຄັ້ງຕໍ່ມາແມ່ນມີຜູ້ຕິດເຊື້ອເດີນທາງຜ່ານເມືອງຕົ້ນເຜີ້ງ ເຊິ່ງເປັນເມືອງເອກຂອງແຂວງດັ່ງກ່າວ, ຫຼ້າສຸດກໍ່ຄືຄັ້ງທີ 3 ນີ້ແມ່ນເລີ່ມລັອກດາວເມືອງຕົ້ນເຜີ້ງມາແຕ່ວັນທີ 12 ມັງກອນ ແລະຈະສິ້ນສຸດລົງໃນວັນທີ 24 ເດືອນດຽວກັນ. ອີງຕາມບົດຖະແຫຼງຂອງ ທ່ານ ດຣ ຄຳຜະຫຍາ ພົມປັນຍາ, ຮອງເຈົ້າແຂວງ ແຂວງບໍ່ແກ້ວ ຮອງປະທານຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດຂອງພະຍາດ COVID-19 ຂັ້ນແຂວງ ໃຫ້ຮູ້ໃນ ວັນທີ 19 ມັງກອນ 2021 ທີ່ຜ່ານມາວ່າ: ໄດ້ຕາງໜ້າການນຳຂອງແຂວງບໍ່ແກ້ວ ອະທິບາຍຊີ້ແຈງຕໍ່ກັບສະພາບການ ທີ່ສັງຄົມໃຫ້ຄວາມສົນໃຈ ກ່ຽວກັບຂ່າວທີ່ມີຄົນເຈັບເພດຊາຍ ສັນຊາດຈີນ ທີ່ເກີດອຸບັດຕິເຫດ ແລະ ຖືກນຳສົ່ງໄປປິ່ນປົວຢູ່ ສປ ຈີນ ແລ້ວກວດພົບເຊື້ອໂຄວິດ-19 ໃນອາທິດຜ່ານມາ. ວັນທີ 11 ມັງກອນ 2021, ພະແນກສາທາລະນະສຸກແຂວງບໍ່ແກ້ວໄດ້ຮັບຂໍ້ມູນຈາກສາທາເມືອງຫຼ້າ ສປ ຈີນ ໂດຍຜ່ານພະແນກສາທາລະນະສຸກແຂວງຫຼວງນ້ຳທາ ກ່ຽວກັບກໍລະນີຄົນຈີນ ໜຶ່ງຄົນທີ່ກວດພົບເຊື້ອພະຍາດໂຄວິດ-19 ພາຍຫຼັງເດີນທາງຮອດ ...

Read More »