ຜົນງານຂອງຕະຫຼາດທຶນລາວຕະຫຼອດໄລຍະເວລາ 10 ປີ ຜ່ານມາ

ຜູ້ອ່ານຫຼາຍທ່ານອາດເຄີຍໄດ້ຍິນເລື່ອງຕະຫຼາດຫຼັກຊັບມາລະດັບໜຶ່ງ ແຕ່ທ່ານຮູ້ຫຼືບໍ່ວ່າ ຕະຫຼາດຫຼັບຊັບລາວສ້າງມາເປັນສິບປີແລ້ວ ໂດຍຕະຫຼາດທຶນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 10-10-2010 ພ້ອມໆກັບການສ້າງຕັ້ງຕະຫຼາດຫຼັກຊັບລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶຶ້ນໃນທ່າມກາງ ທີ່ພັກ ແລະ ລັດຖະບານ ສປປ ລາວ ກຳລັງສຸມໃສ່ພັດທະນາຕົນເອງຕາມຍຸດທະສາດຂອງການພັດທະນາປະເທດ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020 ແລະ ສືບຕໍ່ສູ້ຊົນຂ້າມຜ່ານຈາກສະຖານະພາບດັ່ງກ່າວໃຫ້ໄດ້ໃນປີ 2025, ສ້າງບາດລ້ຽວໃໝ່ໃນການພັດທະນາປະເທດ ໃຫ້ກາຍເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງລະດັບສູງ ໃນປີ 2030 (High-Middle Income Country) ຕາມທິດສະດີເສດຖະກິດ-ສັງຄົມພູມປັນຍາ, ສີຂຽວ ແລະ ຍືນຍົງ. ບົດຄວາມນີ້ຈະນໍາສະເໜີໃຫ້ຮັບຮູ້ເຖິງຜົນງານ ແລະ ບົດບາດຂອງຕະຫຼາດທຶນລາວເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຕະຫຼອດໄລຍະ 10 ປີຜ່ານມາ ພ້ອມທັງສະເໜີບາງບັນຫາ ແລະ ແນວທາງແກ້ໄຂໃນຕໍ່ໜ້າ.

ການຕະຫຼາດທຶນລາວຄົບຮອບ 10 ປີ ເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຕະຫຼາດການເງິນຂອງ ສປປ ລາວ ໂດຍສະເພາະແມ່ນ ການສະໜອງແຫຼ່ງທຶນໄລຍະຍາວໃຫ້ແກ່ພາກສ່ວນເສດຖະກິດ ເພື່ອພັດທະນາ ແລະ ຂະຫຍາຍກິດຈະການທາງດ້ານການຜະລິດ, ການຄ້າ ແລະ ການບໍລິການ. ຕະຫຼອດໄລຍະ 10 ປີທີ່ຜ່ານມາ,  ໃນທ່າມກາງສະພາບການຂອງໂລກ  ແລະ ພາກພື້ນ ໄດ້ມີການຜັນແປ ໂດຍສະເພາະແມ່ນ ສະພາບຂໍ້ຂັດແຍ່ງດ້ານການຄ້າ, ການເໜັງຕີງຂອງຄ່າເງິນ, ລາຄານໍ້າມັນ ແລະ ຄວາມບໍ່ສະຫງົບທາງດ້ານການເມືອງ ສົມທົບກັບພະຍາດລະບາດຮ້າຍແຮງ ເຮັດໃຫ້ຕະຫຼາດການເງິນຜັນຜວນແຮງ ແລະ ເສດຖະກິດຝືດເຄືອງ; ໃນຂະນະທີ່ຢູ່ປະເທດເຮົາ ກໍໄດ້ປະເຊີນສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ບັນຫາການຂາດດຸນງົບປະມານ ແລະ ການຂາດດຸນການຄ້າ, ພັນທະໃນການຊຳລະໜີ້ກັບຕ່າງປະເທດ ທີ່ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ສະພາບໜີ້ສິນພາຍໃນຄຸມເຄືອ, ພື້ນຖານເສດຖະກິດພາຍໃນທີ່ອ່ອນນ້ອຍ ທັງປະເຊີນກັບໄພທຳມະຊາດ ແລະ ພະຍາດລະບາດຢ່າງໜັກໜ່ວງ. ທັງໝົດນີ້ ໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືການພັດທະນາຕະຫຼາດທຶນລາວ. ເຖິງຢ່າງໃດກໍຕາມ, ຕະຫຼາດທຶນລາວ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຊິ່ງສະແດງອອກບາງດ້ານ ດັ່ງນີ້:

  • ຕະຫຼາດທຶນ ໄດ້ມີນິຕິກໍາຢ່າງເປັນລະບົບຄົບຊຸດພໍສົມຄວນ ເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະ ການເຄື່ອນໄຫວຂອງຜູ້ມີສ່ວນຮ່ວມໃນຕະຫຼາດທຶນ. ພ້ອມນີ້, ລັດຖະບານ ກໍໄດ້ມີນະໂຍບາຍທີ່ແທດເໝາະ ແລະ ສອດຄ່ອງໃນແຕ່ລະໄລຍະເປັນຕົ້ນແມ່ນ: ການຫຼຸດອັດຕາອາກອນ ສຳລັບບໍລິສັດຈົດທະບຽນ, ຜູ້ລົງທຶນ ແລະ ຜູ້ມີສ່ວນຮ່ວມໃນຕະຫຼາດທຶນທີ່ເປັນສະຖາບັນການເງິນ ເພື່ອຊຸກຍູ້ການພັດທະນາຕະຫຼາດທຶນ; ການໂຄສະນາເຜີຍແຜ່ກ່ຽວກັບວຽກງານຫຼັກຊັບໃຫ້ມວນຊົນຢ່າງກວ້າງຂວາງຂຶ້ນ ແລະ ມີຈຸດສຸມເຮັດໃຫ້ສັງຄົມຄ່ອຍໆຮັບຮູ້ກ່ຽວກັບວຽກງານຫຼັກຊັບເທື່ອລະກ້າວ ແລະ ໄດ້ປະກອບສ່ວນໃນວຽກງານຕະຫຼາດທຶນຕາມບົດບາດຂອງຕົນ;
  • ໄດ້ສ້າງເງື່ອນໄຂໃຫ້ລັດຖະບານ ແລະ ວິສາຫະກິດ ສາມາດລະດົມແຫຼ່ງທຶນໄລຍະຍາວ ໂດຍຜ່ານການອອກຈໍາໜ່າຍພັນທະບັດລັດຖະບານ, ອອກຮຸ້ນຢູ່ພາຍໃນປະເທດ ແລະ ອອກຮຸ້ນກູ້ຢູ່ຕ່າງປະເທດ ເຊິ່ງສາມາດລະດົມທຶນໄດ້ທັງໝົດ 24.502 ຕື້ກີບ ກວມເອົາ 15% ຂອງ GDP ເຊິ່ງແຫຼ່ງທຶນດັ່ງກ່າວ ໄດ້ຖືກໝູນໃຊ້ເຂົ້າໃນທຸລະກິດການຜະລິດ ແລະ ການບໍລິການ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ;
  • ມີກົນໄກການຊື້-ຂາຍຫຼັກຊັບທີ່ທັນສະໄໝ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ລົງທຶນ ພາຍໃນ ແລະ ຕ່າງປະເທດ ໄດ້ໂດຍພື້ນຖານ. ປັດຈຸບັນ ມີຜູ້ລົງທຶນຈາກ 47 ກວ່າປະເທດທົ່ວໂລກ ມາລົງທຶນໃນຕະຫຼາດຫຼັກຊັບລາວ;
  • ບຸກຄະລາກອນຂອງຂະແໜງຕະຫຼາດທຶນ ມີຄວາມຮູ້, ຄວາມສາມາດ ແລະ ປະສົບການ ສາມາດຂັບເຄື່ອນວຽກງານຕະຫຼາດທຶນດ້ວຍບາດກ້າວທີ່ໜັກແໜ້ນ ຍ້ອນໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜຸນຈາກ ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນອື່ນໆ.

ເຖິງຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດວຽກງານຕະຫຼາດທຶນຕົວຈິງກໍຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດ, ໄປຄຽງຄູ່ກັບການປັບປຸງແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງໃນໄລຍະຜ່ານມາ ເປັນຕົ້ນແມ່ນ ການປະຕິຮູບລັດວິສາຫະກິດໃຫ້ມີຄວາມເຂັ້ມແຂງ ເພື່ອລະດົມທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ ຍັງບໍ່ທັນເຮັດຢ່າງຕໍ່ເນື່ອງ ແລະ ເປັນຮູບປະທຳແທ້; ພ້ອມນີ້, ຖານຜູ້ລົງທຶນ ຍັງບໍ່ທັນກວ້າງຂວາງ ແລະ ເຄື່ອນໄຫວບໍ່ຟົດຟື້ນ; ກົນໄກການຊື້-ຂາຍຫຼັກຊັບ ຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງຜູ້ລົງທຶນ, ການແກ້ໄຂສະພາບຄ່ອງໃນການຊື້-ຂາຍຫຼັກຊັບ ຍັງບໍ່ທັນໄດ້ດີ; ການເຄື່ອນໄຫວໃຫ້ບໍລິການຫຼັກຊັບ ຍັງບໍ່ທັນເລິກເຊິ່ງ. ເພື່ອສຸມໃສ່ແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງຂ້າງເທິງ ແລະ ເພື່ອເຮັດໃຫ້ຕະຫຼາດທຶນລາວໄດ້ມີບົດບາດສູງເດັ່ນຂຶ້ນໃນຂົງເຂດຕະຫຼາດການເງິນລາວ, ລັດຖະບານໄດ້ກຳນົດບາງແຜນງານ-ໂຄງການຈຸດສຸມດັ່ງນີ້:

  • ສືບຕໍ່ປັບປຸງ ລະບົບ, ກົນໄກ ແລະ ລະບຽບການກ່ຽວກັບການພັດທະນາພັນທະບັດລັດຖະບານ ໃຫ້ໜັກແໜ້ນ ເປັນເຄື່ອງມືທາງການເງິນ ທີ່ມີຄວາມເຊື່ອໝັ້ນ ສາມາດຊ່ວຍລັດຖະບານລະດົມທຶນຮອນເຂົ້າສູ່ການພັດທະນາ ແລະ ແກ້ໄຂບັນຫາຝືດເຄືອງທາງດ້ານງົບປະມານ;
  • ສ້າງເຄື່ອງມືຄຸ້ມຄອງໃຫ້ຮັບປະກັນແກ່ ການພັດທະນາ ແລະ ຕິດຕາມກວດກາວຽກງານຫຼັກຊັບ ເປັນຕົ້ນແມ່ນ ຕ້ອງສ້າງ, ທົບທວນ ແລະ ປັບປຸງນິຕິກຳ ແລະ ນະໂຍບາຍທີ່ກ່ຽວຂ້ອງ ໃຫ້ໄດ້ມາດຕະຖານສາກົນ ແລະ ສອດຄ່ອງກັບເງື່ອນໄຂຂອງ ສປປ ລາວ;
  • ພາກສ່ວນກ່ຽວຂ້ອງຕ້ອງເປັນເຈົ້າການປະຕິຮູບລັດວິສາຫະກິດ, ວິສາຫະກິດລັດຮຸ້ນສ່ວນ ແລະ ພາກສ່ວນເສດຖະກິດຕ່າງໆ ໃຫ້ມີຄວາມເຂັ້ມແຂງ ມີຄວາມພ້ອມລະດົມທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ. ສຳລັບບໍລິສັດທີ່ຈົດທະບຽນແລ້ວ ຕ້ອງສຸມໃສ່ສ້າງຄວາມເຂັ້ມແຂງເທື່ອລະກ້າວ ດ້ວຍການຫັນໄປນຳໃຊ້ມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ແລະ ການຄຸ້ມຄອງບໍລິຫານຢ່າງມືອາຊີບ (CG) ແລະ  ຕ້ອງເອົາ ໃຈໃສ່ຄຸ້ມຄອງຢ່າງຮັດກຸມ ເພື່ອໃຫ້ເຄື່ອນໄຫວບົນພື້ນຖານລະບຽບການ, ມີຜົນກຳໄລ ແລະ ປັນຜົນໃຫ້ຜູ້ຖືຮຸ້ນ;
  • ສ້າງເງື່ອນໄຂໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ມີທ່າແຮງ ສາມາດລະດົມທຶນຜ່ານຕະຫຼາດທຶນ ເພື່ອໃຫ້ວິສາຫະກິດເຫຼົ່ານີ້ ເປັນຕົວຂັບເຄື່ອນເສດຖະກິດຂອງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົ່າ;
  • ຂົນຂວາຍຜູ້ລົງທຶນປະເພດສະຖາບັນພາຍໃນປະເທດ ໃຫ້ມາລົງທຶນໃນຕະຫຼາດທຶນລາວໃຫ້ຫຼາຍຂຶ້ນ, ສ້າງຜະລິດຕະພັນໃໝ່ໃຫ້ມີຄວາມຫຼາກຫຼາຍ ພ້ອມທັງ ແກ້ໄຂສິ່ງອຸດຕັນຕ່າງໆ ເພື່ອຂຸດຄົ້ນແຫຼ່ງທຶນທີ່ເປັນທ່າແຮງພາຍໃນປະເທດ ເຮັດໃຫ້ບໍລິສັດຈົດທະບຽນ ແລະ ມູນຄ່າການຊື້-ຂາຍ ໃນຕະຫຼາດຫຼັກຊັບລາວ ເພີ່ມຂຶ້ນເລື້ອຍໆ.
  • ສ້າງ ແລະ ພັດທະນາເຕັກໂນໂລຊີ ເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງ ແລະ ບໍລິການວຽກງານຫຼັກຊັບໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ຮັບປະກັນຮອບດ້ານ, ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ ດ້ວຍຫຼາຍວິທີການ, ຫຼາຍຊ່ອງທາງ ແລະ ມີຈຸດສຸມ ເພື່ອຮັບປະກັນໃຫ້ມວນຊົນເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ແນໃສ່ເຮັດໃຫ້ຕະຫຼາດທຶນມີຄວາມໜ້າເຊື່ອຖືຍິ່ງຂຶ້ນ ທັງຍັງເຮັດໃຫ້ການໝູນວຽນເງິນທຶນພາຍໃນມີຄວາມຄ່ອງຕົວ ແລະ ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.

ມາຮອດນີ້ ບັນດາຜູ້ອ່ານ ອາດພໍເຫັນໄດ້ວ່າ ຕະຫຼາດທຶນເປັນອີກຂະແໜງການໜຶ່ງທີ່ໄດ້ຮັບການເອົາໃຈໃສ່ພັດທະນາຈາກລັດຖະບານມາຕະຫຼອດ ບໍ່ວ່າຈະເປັນ ການເອື້ອອໍານວຍຄວາມສະດວກດ້ານລະບຽບຫຼັກການ ກົດກະຕິກາ ແລະ ນະໂຍບາຍຕ່າງໆ ເພື່ອຊຸກຍູ້ສົ່ງເສີມການຂະຫຍາຍຕົວຂອງທຸລະກິດໃນ ສປປ ລາວ. ສະນັ້ນ ທ່ານກໍຄວນແນມຫາໂອກາດ ແລະ ສ້າງຄວາມພ້ອມໃຫ້ແກ່ທຸລະກິດຕົນ ໃນການເຂົ້າຫາແຫຼ່ງທຶນຈາກຊ່ອງທາງຕະຫຼາດທຶນ ເພື່ອມາປັບປຸງ ແລະ ຂະຫຍາຍທຸລະກິດຂອງຕົນໃຫ້ເຕີບໃຫຍ່ຢ່າງຍືນຍົງຂຶ້ນເລື້ອຍໆ.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 172 ເດືອນ ທັນວາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Achievements of the Lao Capital Market during the past 10 years

Many of you might have heard about the Lao stock market to some extent. However, do you know that the Lao Securities Exchange has been around for 10 years already? Lao Capital Market was established on October 10, 2010 together with the Lao Securities Exchange which was founded during the time when the Party and Government of the Lao PDR were concentrating on developing the country based on the National Development Strategy 2025 and Vision 2030. They were aiming to help Laos graduating from the least developed country status by 2020, moving completely away from the status by 2025, and creating a turning point for transforming Laos into a high-middle income country by 2030 in accordance with the green and sustainable socio-economic growth. This article will discuss achievements and roles of the Lao Capital Market which has been contributing to the national development during the past 10 years, while touching upon some problems and solutions to be taken ahead.

The 10th anniversary of the Lao Capital Market is the remarkable reflection of how well Lao financial market has been expanding, particularly the ability to finance business sector in the long run in order to help enterprises developing and enlarging their production, trade and services. Throughout 10 years, in the time full of global and regional uncertainties in terms of economic conflicts, fluctuation of kip value and oil price, as well as political instability in collaboration with the serious virus pandemic, the global financial market and economy have then experienced severe fluctuation and slow growth. Laos has also been facing with a number of challenges, especially problems associated to budget deficit, trade deficit, foreign debt which keeps accumulating, unclear domestic debt, weak economic foundation, and adverse impact from natural disasters and serious virus pandemic. All these issues have substantially affected the national socio-economic development as well as the development of Lao Capital Market. Nevertheless, Lao Capital Market has never been stop developing which can be seen through the following aspects:

  • Now, there are sufficient laws to regulate the capital market and activities of those who engage in the market. At the same time, government has been implementing policies properly based on the actual situation at different period of time, for instance to reduce tax rate for registered companies, investors and those who engage in the capital market as financial institutes in order to push the capital market development forward. Publics have been educated widely regarding securities exchange in a concentrated manner. This helps increasing social awareness of securities exchange gradually which is considered the great contribution to the development of Lao Capital Market;
  • Lao Capital Market has enabled the government and enterprises to raise fund in a long run through bond trade, domestic issued shares and foreign issued shares. Previously, 24,502 billion kip or 15% of the total GDP of Laos has been raised and invested in improving production and services of the business sector, contributing to the socio-economic development, and improving people’s living conditions;
  • Lao Capital Market offers a modern tool in exchanging stocks which has been able to respond well to basic demand of both domestic and foreign investors. Currently, there are 47 investors worldwide invested in the Lao stock market;
  • Human resources in the capital market possess knowledge, ability and experience enabling them to drive the Lao Capital Market forward with support from securities commission and stock market of neighboring countries, and international organizations. However, there are still a number of actual works which need to be implemented, while addressing weaknesses and tasks left pending, for example the reformation of enterprises to register them in the Lao Securities Exchange in order to raise fund has not yet been implemented consistently and practically. Laos does not have wide investor network which will invigorate the investment environment further. The existing stock trading mechanism has not yet been able to respond well to investor demand with liquidity issue in the stock trade remains unsolved, and securities service remains superficial. To address all these pending problems, while uplifting the role of Lao Capital Market, government has formulated some concentrated plans and projects as following:
  • Continue to improve system, mechanism and regulation concerning the development of public bond in order to transform it into a solid and reliable financial tool which can help the government in mobilizing fund for developing and addressing budget issues;
  • Create management tools to ensure the development and inspection of securities works with a particular focus on creating, reviewing and amending concerned laws and policies ensuring their compliance with international standards and conditions of the Lao PDR;
  • Concerned parties must take the lead in reforming enterprises, joint-venture enterprises and other economic sectors ensuring their strength and eligibility for mobilizing fund and registering in the stock market. For those who have already been registered, they must focus on strengthening themselves step by step by initiating the implementation of the International Financial Reporting Standard (IFRS) and Corporate Governance (CG). They must also pay close attention on managing their business cautiously in order to operate rightly in accordance with concern regulations, while ensuring profit and dividend to their shareholders;
  • Create favorable conditions for small and medium sized enterprises with potential to be able to mobilize fund through the capital market as they will help driving the national economy and creating jobs for all Lao people;
  • Encourage domestic investors to make additional investment in the Lao Capital Market. Come up with new and diverse products, while getting rid of any obstacles and seeking more potential domestic financial sources. Increase the number of registered companies as well as value of trade in the Lao Securities Exchange.
  • Invent and develop modern, safe and secured technologies to be used in managing and serving securities works. Pay close attention on educating, while ensuring the trustworthiness of capital market activities with the publics through various channels. This will also help guaranteeing the positive liquidity of domestic circulating fund which will keep getting stronger gradually.

Now, many of you might see that the capital market has always been another area of focus of the government. They have been issuing and amending a number of laws, regulations and policies to support business expansion in the Lao PDR. Therefore, you should seek for opportunities and always get yourself ready in order to gain access to financial sources in the capital market which will be used in improving and expanding your own business in a long run.(More interview details can be found in Target Magazine issue 172 December 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments