ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ ຫຼືອົງການ JETRO VIENTIANE ໄດ້ຈັດງານວາງສະແດງສິນຄ້າ ຍີ່ປຸ່ນ “Japan Product Exhibition 2021” ຢ່າງເປັນທາງການໃນວັນທີ 3 ກຸມພາ 2021 ທີ່ຜ່ານມາ ຢູ່ທີ່ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງຈັນ ເຊິ່ງລວມສິນຄ້າຈາກປະເທດຍີ່ປຸ່ນຫລາຍກວ່າ 82 ລາຍການ ຈາກ 28 ບໍລິສັດ, ເປັນສິນຄ້າເພື່ອສຸຂະພາບ, ຄວາມງາມ, ອາຫານ…ບໍ່ວ່າຈະເປັນສິນຄ້າປະເພດອາຫານ ເຊັ່ນ: ພາສຕ້າ ທີ່ເຮັດຈາກເຂົ້າ, ສາຫລ່າຍຍີ່ປຸ່ນ, ໃບຊາຍີ່ປຸ່ນ…, ປະເພດເຄື່ອງສໍາອາງມີ: ຄີມທາຝ້າ, ໂລຊັນ, ຢາຟື້ນຟູເສັ້ນຜົມ ແລະ ນໍ້າຢາຍ້ອມຜົມ , ນອກຈາກນີ້ຍັງມີປະເພດອາຫານເສີມ ເຊັ່ນ: ຄໍລະເຈັນແທ່ງ, ເມັດຈຸລິນຊີທີ່ດີຕໍ່ລໍາໄສ້ ແລະ ອື່ນໆ.


ໃນງານດັ່ງກ່າວ ທ່ານ ຄາຊຶອິຈິ ອິວະຄະມິ ຫົວໜ້າອົງການ ສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ ໄດ້ກ່າວວ່າ: ງານນີ້ໄດ້ຖືກຈັດຂຶ້ນເປັນປີທີ 5 ແລ້ວ ແລະ ຈຸດປະສົງໃນການຈັດງານນີ້ແມ່ນ ເພື່ອເປັນການແນະນໍາສິນຄ້າຍີ່ປຸ່ນຢູ່ໃນ ສປປ ລາວ ແລະ ເພື່ອໃຫ້ນັກທຸລະກິດລາວໄດ້ມີໂອກາດເຂົ້າເຖິງຜະລິດຕະພັນຍີ່ປຸ່ນຫຼາຍຍິ່ງຂຶ້ນ ພ້ອມທັງ ສົ່ງເສີມທຸລະກິດໃນ ສປປ ລາວໃຫ້ມີການຂະຫຍາຍຕົວຂຶ້ນອີກດ້ວຍ.

ນອກຈາກນີ້, ທ່ານ ຄາຊຶອິຈິ ອິວະຄະມິ ຍັງກ່າວຕື່ມວ່າ: ອົງການ JETRO ເປັນອົງກອນທີ່ຂຶ້ນກັບ ກະຊວງເສດຖະກິດ – ອຸດສາຫະກໍາຍີ່ປຸ່ນ ໂດຍໜຶ່ງໃນເປົ້າໝາຍແມ່ນເພື່ອສົ່ງເສີມການຄ້າ ການລົງທຶນ ໃຫ້ແກ່ບໍລິສັດຍີ່ປຸ່ນຢູ່ຕ່າງປະເທດ ແລະ ເປັນອົງການຂອງລັດຖະບານທີ່ມີເຄື່ອຂ່າຍທົ່ວໂລກທີ່ປະກອບມີ 76 ຫ້ອງການຢູ່ 56 ປະເທດ, ສໍາລັບໃນອາຊຽນມີ 9 ປະເທດ ເຊິ່ງຫ້ອງການຢູ່ ສປປ ລາວ ເປັນປະເທດທີ 9, ພາລະບົດບາດຂອງອົງການ JETRO ແມ່ນກວ້າງຂວາງຫຼາຍ, ສະເພາະຫ້ອງການປະຈໍາລາວ ຈະເນັ້ນຢູ່ 3 ກິດຈະກໍາຫລັກຄື: ສົ່ງເສີມການລົງທຶນຈາກຍີ່ປຸ່ນມາລາວ, ນໍາສິນຄ້າຍີ່ປຸ່ນມາວາງສະແດງຢູ່ລາວ ແລະ ນໍາພາຄະນະນັກລົງທຶນຂະແໜງກະສິກໍາຂອງສອງປະເທດໃຫ້ໄດ້ມີໂອກາດພົບປະໂອ້ລົມທຸລະກິດຮ່ວມກັນ.


ສໍາລັບນັກທຸລະກິດທ່ານໃດ ທີ່ກຳລັງຊອກຫາສິນຄ້າ ຫຼື ຢາກເປັນຕົວແທນຈໍາໜ່າຍສິນຄ້າຄຸນນະພາບດີໆບໍ່ຄວນພາດງານນີ້!!!
ທ່ານສາມາດໄປສໍາພັດສິນຄ້າຄຸນນະພາບດີໆແບບນີ້ ໄດ້ທີ່ຫ້ອງການຂອງ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາລາວ, ອາຄານວຽງວັງ ຊັ້ນ 4 ບ້ານດົງປ່າລານທົ່ງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 5 ກຸມພາ ຫາ ວັນທີ 26 ກຸມພາ 2021 (ຍົກເວັ້ນ ວັນເສົາ ແລະ ວັນອາທິດ). ຫາກນັກທຸລະກິດຝ່າຍລາວຫາກມີຄວາມສົນໃຈໃນຜະລິດຕະພັນ ແລະ ຢາກລົມທຸລະກິດກັບບໍລິສັດທີ່ມາວາງສະແດງ ກໍ່ສາມາດແຈ້ງກັບອົງການເຈໂຕຣ ເພື່ອຈັດແຜນເວລາ ລົມທຸລະກິດຜ່ານທາງອອນລາຍກັບນັກທຸລະກິດຍີ່ປຸ່ນໄດ້.
ຂໍ້ມູນເພີ່ມຕື່ມ ສາມາດເຂົ້າເບິ່ງໄດ້ໃນລິ້ງນີ້: https://my.ebook5.net/JETROVientiane/JPE2021/














