ວັນທີ 1 ກຸມພາ BBC ໄດ້ອ້າງອີງຈາກສຳນັກຂ່າວມຽວດີ ສື່ຂອງກອງທັບຂອງມຽນມາໂດຍລາຍງານວ່າ ກອງທັບມຽນມາໄດ້ເຂົ້າຍຶດອຳນາດອອງຊານຊູຈີ, ປະທານາທິບໍດີ ວິນ ມິນ ແລະ ລັດຖະບານ ພ້ອມປະກາດສະພາວະສຸກເສີນທົ່ວປະເທດເປັນເວລາ 1 ປີ, ແຕ່ງຕັ້ງພົນເອກ ມິນສ່ວຍ ຮອງປະທານາທິບໍດີ ເປັນປະທານາທິິບໍດີຊົ່ວຄາວ.


ສ່ວນລະບົບສື່ສານທັງໂທລະສັບ ແລະ ອິນເຕີເນັດພາຍໃນປະເທດຖືກຕັດຂາດສັນຍານ..ໃນການຖະແຫຼງການຂອງກອງທັບທະຫານທີ່ເຂົ້າຍຶດອຳນາດນັ້ນລະບຸວ່າ ການຄວບຄຸມຕົວບຸກຄົນເຫຼົ່ານັ້ນ ເກີດຈາກຄວາມບໍ່ໝັ້ນຄົງທາງການເມືອງ ຫຼັງຈາກພົບຄວາມຜິດປົກກະຕິໃນການລົງທະບຽນຜູ້ມີສິດເລືອກຕັ້ງໃນລະຫວ່າງທີ່ມີການເລືອກຕັ້ງທົ່ວໄປ.

ການຈັບແກນນຳຂອງພັກ NLD ເກີດຂຶ້ນໃນສອງສາມຊົ່ວໂມງກ່ອນການປະຊຸມສະມາຊິກສະພາຊຸດໃໝ່ທີ່ຈະເລີ່ມຕົ້ນຂຶ້ນໃນວັນທີ 1 ກຸມພາ. ເຊິ່ງກ່ອນໜ້ານີ້ ຫຼັງຈາກທີ່ພັກ NLD ພາຍໃຕ້ການນຳພາຂອງອອງຊານຊູຈີຊະນະການເລືອກຕັ້ງໃນວັນທີ 8 ພະຈິກ 2020 ທາງດ້ານກອງທັບທະຫານ ແລະ ພັກ USPD ກໍອ້າງວ່າໄດ້ມີການໂກງການເລືອກຕັ້ງ, ຮຽກຮ້ອງໃຫ້ຄະນະກຳມະການການເລືອກຕັ້ງເປີດເຜີຍລາຍຊື່ຜູ້ໃຊ້ສິດເລືອກຕັ້ງ ແຕ່ກໍບໍ່ໄດ້ການຕອບຮັບຈາກອີກຝ່າຍ ເຮັດໃຫ້ຝ່າຍສະໜັບສະໜຸນພັກ USPD ຈັດຂະບວນປະທ້ວງຂຶ້ນມາ.
ຕະຫຼອດອາທິດທີ່ຜ່ານມາ ໄດ້ເກີດຂ່າວລືເລື່ອງການເຮັດລັດຖະປະຫານຢ່າງຕໍ່ເນື່ອງ ໂດຍໃນວັນທີ 30 ມັງກອນ ກອງທັບມຽນມາໄດ້ອອກມາຖະແຫຼງການໂດຍຢັ້ງຢືນວ່າຈະປົກປ້ອງລັດຖະທຳມະນູນ ແລະ ກົດໝາຍຢ່າງເຄັ່ງຄັດ, ແຕ່ການຍຶດອຳນາດໃນຄັ້ງນີ້ກໍເກີດຂຶ້ນໂດຍມີໄລຍະເວລາຫ່າງຈາກວັນຖະແຫຼງການພຽງສອງມື້ເທົ່ານັ້ນ.
ສຳລັບພົນເອກ ມິນ ສ່ວຍ ປະທານາທິບໍດີຊົ່ວຄາວທີ່ຖືກແຕ່ງຕັ້ງນັ້ນ ເປັນພັນທະມິດຄົນສຳຄັນຂອງ ຕານ ສ່ວຍ ອະດີດຜູ້ນຳລັດຖະບານຜະເດັດການມຽນມາ.
ພ້ອມນີ້, ຂ່າວການລັດຖະປະຫານຍັງສ້າງຄວາມກັງວົນໃຫ້ແກ່ປະຊາຊົນ ມີລາຍງານວ່າປະຊາຊົນພາກັນແຫ່ໄປຖອນເງິນຢູ່ຕູ້ເອທີເອັມ ຈົນຕູ້ບາງແຫ່ງບໍ່ສາມາດນຳໃຊ້ໄດ້ແລ້ວ ແລະ ບໍ່ມີຄວາມຊັດເຈນວ່າ ທະນາຄານຈະປິດໃຫ້ບໍລິການໃນມື້ນີ້ ຫຼື ບໍ່. ນອກຈາກນີ້, ປະຊາຊົນບາງສ່ວນຍັງເລີ່ມອອກມາຊື້ອາຫານກັກຕຸນໄວ້ນຳ.
ແຫຼ່ງຂ່າວ Lao X
https://www.voanews.com/east-asia-pacific/myanmar-leader-aung-san-suu-kyi-others-detained-military