ຕາມຂ່າວຈາກ ປັກກິ່ງ,ເຊີນເຈີ້ນ ຄັງໄຖ່ ໄບໂອໂລຈິຄໍລ ໂປຣດັກ(Shenzhen Kang Tai Biological Products Co., Ltd.) ບໍລິສັດຜູ້ຜະລິດ ວັກຊິນ ແຫ່ງໃຫຍ່ຂອງຈີນ ສ້າງໂຮງງານ ຂະໜາດໃຫຍ ທີ່ສາມາດຜະລິດວັກຊິນປ້ອງກັນ ໂຄວິດ-19 ຂອງແອສຕຣາເຊເນກາ 400 ລ້ານຫລອດຕໍ່ປີ ຈະຜະລິດວັກຊິນເພີ່ມຂຶ້ນຈາກ ປີກ່ອນສອງເທົ່າ ຫລັງຈາກ ບໍລິສັດດັ່ງກ່າວ ໄດ້ຮັບສິດ ເປັນຜູ້ສົ່ງມອບ ວັກຊິນ AZD1222 ທີ່ພັດທະນາ ໂດຍແອສຕຣາເຊເນກາ ແລະ ມະຫາວິທະຍາໄລ ອ໋ອກຟອດ ຂອງອັງກິດໃນຈີນ ເມື່ອປີກາຍນີ້ ໂດຍແລກກັບ ການຜະລິດວັກຊິນໃຫ້ໄດ້ຢ່າງໜ້ອຍ 200 ລ້ານຫລອດ ໃນທ້າຍປີນີ້.

ຈີນມີຍອດ ຜູ້ຕິດເຊື້ອ ໂຄວິດ-19 ສະສົມ 89.500 ກວ່າຄົນ ແລະ ເສຍຊີວິດ ປະມານ 4,640ຄົນ.

ແຫຼ່ງທີ່ມາ:ຂປລ