ຕາມຂ່າວຈາກ ນີວຢອກ, ວັນທີ2ກຸມພາ, ພາຍຸຫິມະ ຂະໜາດໃຫຍ່ ພັດເຂົ້າພື້ນທີ່ ແຄມຝັ່ງ ຕາເວັນອອກຂອງສ.ອາເມລິກາ ສົ່ງຜົນໃຫ້ຕ້ອງ ຍົກເລີກຖ້ຽວບິນ 1.600 ກວ່າຖ້ຽວ,ປິດການຮຽນ-ການສອນໃນໂຮງຮຽນ ແລະ ເລື່ອນ ການສັກຢາ ປ້ອງກັນ ໂຄວິດ-19 ອອກໄປ ຫລັງຈາກ ສຳນັກງານ ບໍລິການ ສະພາບອາກາດ ແຫ່ງຊາດ ຂອງ ສ.ອາເມລິກາ ປະກາດ ເຕືອນໄພ ພາຍຸຫິມະ ໃນພື້ນທີ່ ລັດເວີຈີເນຍ ໄປຈົນເຖິງ ລັດເມນ ທີ່ມີປະຊາກອນ ປະມານ 10 ລ້ານຄົນ ກຽມພ້ອມຮັບມື ກັບພາຍຸ ດັ່ງກ່າວ.

ຂະນະນີ້ ສ.ອາເມລິກາ ມີຜູ້ຕິດເຊື້ອໂຄວິດ-19 ສະສົມເກືອບ 27 ລ້ານຄົນ ແລະ ເສຍຊີວິດ 454.200 ກວ່າຄົນ ຫລາຍເປັນອັນດັບ1ຂອງໂລກ




ແຫຼ່ງທີ່ມາ: ຂປລ.