General

ອັງກິດ ສັ່ງຢຸດຖ້ຽວບິນຈາກຢູເອອີ ປ້ອງກັນໂຄວິດ-19

ຕາມ​ຂ່າວ​ຈາກ​ ລອນ​ດອນ, ອັງກິດ​ ປະກາດ​ ຢຸດ​ຖ້ຽວບິນ ​ມາ​ຈາກ ສະຫະ​ນະຄອນ ​ເອ​ເມຣັດ ອາຣັບ(UAE) ຕັ້ງ​ແຕ່​ວັນ​ທີ29​ມັງກອນ ​ເປັນຕົ້ນ ​ເພື່ອ​ປ້ອງ​ກັນ ການລະບາດ​​ ໂຄ​ວິດ-19 ທີ່​ກາຍພັນ ​ໃນ​ອາ​ຟຣິກ​ໃຕ້ ​ເທົ່າ​ກັບ​ ປິດ​ເສັ້ນທາງ ​ການບິນ ​ສາກົນ ລະຫວ່າງ ນະຄອນຫລວງ​ ລອນ​ດອນ ​ແລະ ນະຄອນ​ ດູ​ໄບ ຫລັງ​ຈາກ ອັງກິດ ປະກາດ​ເພີ່ມ ຢູ​ເອອີ,ບູຣູນດີ ​ແລະ ຣູວັນ​ດາ ​ໄວ້​ໃນ​ລາຍ​ຊື່​ປະ​ເທດ ທີ່​ຖືກ​ສັ່ງ​ຫ້າມ ​ເດີນທາງ​ ເຂົ້າປະ​ເທດ ​ແຕ່​ຍົກ​ເວັ້ນ ຊາວ​ອັງກິດ, ຊາວອຽກລັງ ​ແລະ ຊາວ​ຕ່າງປະ​ເທດ ທີ່​ຖື​ໜັງ​ສີ​ເດີນ​ທາງ(ວີຊ້າ)ທີ່ພັກ​ອາ​ໃສ ສາມາດ ເດີນທາງເຂົ້າ ອັງກິດໄດ້ ແຕ່ຈະ​ຕ້ອງ​ຖືກ​ ກັກ​ຕົວ​ໃນ​ເຮືອນ​ ເປັນ​ເວລາ 10ວັນ ຂປລ

Read More »

ນາຍົກລັດຖະມົນຕີ ເນັ້ນ ກະຊວງ ຮສສ ຍັງມີສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ

ໃນຕອນບ່າຍຂອງວັນທີ 28 ມັງກອນ 2021 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈໍາປີ 2020 ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດຫລາຍດ້ານ ຂອງວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະຜ່ານມາ. ແຕ່ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ ສັງເກດເຫັນວ່າ ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຈໍານວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ພິຈາລະນາປັບປຸງແກ້ໄຂ ເປັນຕົ້ນ ແຫລ່ງຂໍ້ມູນໂຄງປະກອບກຳລັງແຮງງານ ຕາມຂະແໜງການເສດຖະກິດ ແລະ ຂໍ້ມູນຂ່າວສານຕະຫລາດແຮງງານ ຍັງບໍ່ມີຄວາມຊັດເຈນ; ການດັດສົມລະຫວ່າງການສະໜອງ ແລະ ຄວາມຕ້ອງການໃນການພັດທະນາສີມືແຮງງານ ຕາມຂະແໜງ ການເສດຖະກິດຍັງບໍ່ທັນກົມກຽວກັນ; ພື້ນຖານໂຄງລ່າງ, ອຸປະກອນການພັດທະນາສີມືແຮງງານ ແລະ ມາດຕະຖານສີມືແຮງງານລະດັບຕ່າງໆຍັງມີຈຳກັດ ແລະ ບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງຕະຫລາດແຮງງານ; ການສົ່ງເສີມການຈັດຫາງານ ແລະ ການເຂົ້າເຖິງການບໍລິການຈັດຫາງານໃນລະບົບຍັງບໍ່ທັນເຂັ້ມແຂງ, ແຮງງານທີ່ເຮັດວຽກເພື່ອການຊົມ ໃຊ້ໃນຄົວເຮືອນທີ່ບໍ່ມີລາຍຮັບ ຫລື ຜົນກໍາໄລຍັງມີຫລາຍ, ການຂາດແຄນແຮງງານໃນທ້ອງຖິ່ນ ແລະ ...

Read More »

ກະຊວງສາທາ ກຽມພ້ອມທີມແພດ ຮັບໃຊ້ການເລືອກຕັ້ງ ສສຊ-ສສຂ

ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 27 ມັງກອນ 2021 ນີ້ວ່າ: ໃນທ່າມກາງບັນຍາ ກາດການກະກຽມ ຂະບວນການເລືອກຕັ້ງຢ່າງຟົດຟື້ນ ຂອງຜູ້ລົງສະໝັກເລືອກຕັ້ງ ແລະ ປະຊາຊົນຜູ້ທີ່ມີສິດເລືອກຕັ້ງ, ພ້ອມດ້ວຍທຸກພາກສ່ວນຕ່າງກໍພວມສຸມໃສ່ປະກອບສ່ວນ ໃຫ້ແກ່ເລືອກຕັ້ງສະມາຊິກສະພາ ຊຸດທີ IX, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ ຊຸດທີ II ທີ່ຈະຈັດຂຶ້ນໃນເດືອນກຸມພາ 2021 ທີ່ຈະມາເຖິງນີ້ ຢ່າງເປັນຂະບວນຟົດຟື້ນນັ້ນ. ສໍາລັບທີມນັກຮົບເສື້ອຂາວ ຂອງພວກເຮົາແມ່ນໄດ້ກຽມພ້ອມແລ້ວ ເພື່ອປະກອບສ່ວນຮັບໃຊ້ຕໍ່ການເລືອກຕັ້ງດັ່ງກ່າວ, ໂດຍສະເພາະແມ່ນໄດ້ຈັດທີມແພດທີ່ຢູ່ແຕ່ລະແຂວງ ໃຫ້ຈັດຕັ້ງກັນລົງໄປຢູ່ແຕ່ລະເມືອງ ແລະ ແຕ່ລະຈຸດຂອງການເລືອກຕັ້ງ ໃນຂອບເຂດທົ່ວປະເທດ. ປັດຈຸບັນ, ກະຊວງສາທາ ລະນະສຸກ ພວກເຮົາ ແມ່ນໄດ້ເລີ່ມແຈກຢາຍເຄື່ອງປ້ອງກັນໂຕເອງ ລົງໄປໃຫ້ແຕ່ລະແຂວງແລ້ວ ເປັນຕົ້ນ ຜ້າອັດປາກ-ດັງ ພ້ອມກັບເຈວລ້າງມື. ສະເພາະຢູ່ສູນກາງພວກເຮົາ ກໍໄດ້ກະກຽມທີມແພດຫລາຍຮ້ອຍຄົນໄວ້ຢູ່ຫລາຍຈຸດຂອງການເລືອກຕັ້ງ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງໃນຄັ້ງນີ້ ເຫັນວ່າທີມແພດຂອງພວກເຮົາມີພຽງພໍ.ທ່ານ ດຣ. ບຸນກອງ ສີຫາວົງ ກ່າວຕື່ມວ່າ: ການເລືອກຕັ້ງຄັ້ງນີ້, ຖືເປັນວຽກງານທີ່ສໍາຄັນ ເພາະການເລືອກຕັ້ງສະມາຊິກສະພາແຫ່ງຊາດ ເຊິ່ງມັນໄດ້ເວົ້າເຖິງປະຊາທິປະໄຕ, ...

Read More »

ການດໍາເນີນທຸລະກິດນໍ້າມັນເຊື້ອໄຟ

ເປັນບັນຫາທີ່ນັກທຸລະກິດຫຼາຍທ່ານຕັ້ງຂຶ້ນກ່ຽວກັບຂັ້ນຕອນການຂໍອະນຸຍາດດໍາເນີນກິດຈະການປໍ້ານໍ້າມັນໃນເຂດຫ່າງໄກສອກຫຼີກວ່າການສະໜອງຂໍ້ມູນ ແລະ ການແຈ້ງຕອບຜູ້ປະກອບການຢາກໃຫ້ມີຄວາມວ່ອງໄວ ແລະ ຊັດເຈນ. ກ່ຽວກັບເລື່ອງນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ຊີ້ແຈງຕໍ່ກອງປະຊຸມສາມັນເທື່ອທີ 09 ຂອງສະພາແຫ່ງຊາດຊຸດທີ VIII ຜ່ານມານີ້ວ່າ: ໂດຍປະຕິບັດຕາມຄໍາສັ່ງວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ສະບັບເລກທີ 02/ນຍ ລົງວັນທີ 01 ກຸມພາ 2018, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ປັບປຸງລະບົບການແຈ້ງຂຶ້ນທະບຽນວິສາຫະກິດ ໂດຍໄດ້ອອກຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນວິສາຫະກິດ ສະບັບເລກທີ 0023/ອຄ.ກທຄວ ລົງວັນທີ 09 ມັງກອນ 2019 ເຊິ່ງໄດ້ເຮັດໃຫ້ການຂຶ້ນທະບຽນວິສາຫະກິດ ສະດວກ, ງ່າຍດາຍ ແລະ ສາມາດຈັດຕັ້ງປະຕິບັດໄດ້ແຕ່ຂັ້ນສູນກາງເຖິງທ້ອງຖິ່ນ. ສະເພາະຂັ້ນຕອນ ການບໍລິການອອກໃບທະບຽນວິສາຫະກິດໂດຍສະເລ່ຍໃຊ້ເວລາພຽງ 3 ວັນ. ນອກຈາກນັ້ນ, ກໍໄດ້ເປີດເວບໄຊຖານຂໍ້ມູນທຸລະກິດແຫ່ງຊາດ (www.erm.gov.la) ເພື່ອອໍານວຍຄວາມສະດວກໃຫ້ແກ່ ນັກລົງທຶນ ແລະ ນັກທຸລະກິດ ໃນການຂຶ້ນທະບຽນວິສາຫະກິດ, ກວດສອບຊື່ວິສາຫະກິດ, ດາວໂຫຼດຄໍາຮ້ອງ-ແບບຟອມ ...

Read More »

ເສດຖະກິດ​ໂລກ ​ປີ2021 ຈະ​ຂະຫຍາຍຕົວຢ່າງ​ສົດ​ໃສ

ຕາມ​ຂ່າວ​ຈາກ ​ຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້ ກອງ​ທຶນ ​ການ​ເງິນ ​ສາກົນ (IMF) ​ໄດ້​ສະ​ແດງ​ຄວາມ​ຫວັງ ກ່ຽວ​ກັບ​ສະຖານະ​ການເສດຖະກິດ​ໂລກ ​ປີ2021 ຈະ​ຂະຫຍາຍຕົວຢ່າງ​ສົດ​ໃສ ລະດັບ 5,5% ສູງ​ກວ່າ ​ຕົວ​ເລກ ທີ່​ຄາດ​ການ​ໄວ້ 0,3% ​ເມື່ອ​ທຽບ​ໃສ່​ປີ 2020. ຫລັງ​ຈາກ ທ່ານ ນາງ ກີ​ຕາ ​ໂກ​ພີ​ນັດ(Gita Gopinath) ຫົວໜ້າ​ນັກ​ເສດຖະສາດ​ຂອງ ​ໄອ​ເອັມ​ເອຟຄາດ​ການຂະຫຍາຍຕົວ ຈີ​ດີ​ພີ ຂອງ​ໂລກ ຈະ​ຢູ່​ລະດັບ 4,2% ພາຍ​ໃນ​ປີ 2022. ສຳລັບ ການ​ຟື້ນ​ຟູ​ເສດຖະກິດ​ ໃນ​ປັດຈຸບັນສ່ວນ​ໃຫຍ່​ຂຶ້ນ​ຢູ່​ກັບການ​ແຂ່ງຂັນລະຫວ່າງ ການກາຍພັນ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 (SARS-CoV-2)ກັບ​ວັກ​ຊິນປ້ອງ​ກັນ​ໂຄ​ວິດ-19 ​ເພື່ອ​ຢຸດ​ການ​ແຜ່​ລະບາດ ລວມທັງ ​ຄວາມ​ສາມາດ​ຂອງ​ນະ​ໂຍບາຍສະໜັບສະໜູນທີ່​ມີ​ປະສິດທິພາບຫລາຍ​ຂຶ້ນ. ດັ່ງນັ້ນ, ​ໄອ​ເອັມ​ເອຟ ຈຶ່ງ​ໄດ້ປັບປຸງ​ ການ​ຂະຫຍາຍຕົວເສດຖະກິດ​ປີ​ນີ້ ​​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ ​ຜົນ​ສະທ້ອນອັນ​ດີ ຂອງ​ການ​ສັກ​ວັກ​ຊິນ​ປ້ອງ​ກັນ ​ໂຄ​ວິດ-19 ​ໃນ​ປະ​ເທດ​ຕ່າງໆບວກ​ກັບອີກ​ຫລາຍ​ປະ​ເທດ​ເປັນຕົ້ນ: ສ.ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ປະກາດ​ໃຊ້​ນະ​ໂຍບາຍຊ່ວຍ​ເຫລືອ​ ເສດຖະກິດ ​ແລະ ປະຊາຊົນ ​ໃນ​ທ້າຍ​ປີ2020. ແຫຼ່ງຂໍ້ມູນ: ຂປລ.

Read More »

ຄາດຄະເນວ່າ!!! ປີ 2021 ນີ້ ສປປ ລາວ ເຮົາຈະຕ້ອງສັກວັກແຊັງປ້ອງກັນໂຄວິດ-19 ໃຫ້ໄດ້ປະມານ 1,5 ລ້ານຄົນ

ລັດຖະບານຕັ້ງເປົ້າ ປີ 2021 ສປປ ລາວ ຕ້ອງສັກວັກແຊັງໃຫ້ໄດ້ 1,5 ລ້ານຄົນ ແລະ ໃນປີ 2023 ໃຫ້ປະຕິບັດໄດ້ກວມ 70%ຂອງປະຊາກອນ, ແຕ່ທັ້ງນີ້ ຕ້ອງໃຊ້ງົບປະມານໃນການຊື້ວັກແຊັງປ້ອງກັນໂຄວິດ-19 ແລະ ງົບປະມານໃນການຈັດຕັ້ງປະຕິບັດທັງໝົດ ຕົກຢູ່ປະມານ 174 ລ້ານກວ່າໂດລາສະຫະລັດ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນໂອກາດຮ່ວມພິທີສັກຢາວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານແພດໝໍ ບຸກຄົນທີ່ມີຄວາມສ່ຽງສູງ ທີ່ໂຮງໝໍມິດຕະພາບ ເມື່ອວັນທີ 27 ມັງກອນ 2021 ວ່າ: ການສັກວັກແຊັງປ້ອງກັນໂຄວິດ-19 ນີ້ ຄາດວ່າປີທຳອິດ ກໍ່ຄື 2021 ນີ້ ສປປ ລາວ ເຮົາຈະຕ້ອງສັກໃຫ້ໄດ້ປະມານ 1,5 ລ້ານຄົນ ກວມເອົາ 22% ຂອງປະຊາຊົນ ໂດຍຄາດວ່າເດືອນມີນາ ວັກຊີນກໍຈະເຂົ້າມາເຖິງລາວເຮົາ ແລະກໍຈະມີທະຍອຍເຂົ້າມາເລື້ອຍໆຮອດປີ 2023 ຈະໃຫ້ປະຊາກອນລາວໄດ້ຮັບການສັກວັກແຊັງກວມເອົາ 70%. ທັ້ງນີ້, ຄາດຄະເນຈະມີຄວາມຕ້ອງການງົບປະມານຊື້ວັກແຊັງ ແລະ ງົບປະມານໃນການຈັດຕັ້ງປະຕິບັດແຕ່ ປີ 2021 ຫາ ...

Read More »

ໂຄວິດ-19 ສົ່ງຜົນເຮັດໃຫ້ອັດຕາການວ່າງງານທົ່ວໂລກ ຫລາຍກວ່າ 250 ລ້ານຕຳແໜ່ງ

ຕາມຂ່າວສານ ຫວຽດນາມ, ວັນທີ 25 ເດືອນມັງກອນ, ອົງການແຮງງານ ສາກົນ(ILO) ໃຫ້ຮູ້ວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງ ໃຫ້ແກ່ ຕະຫລາດວຽກເຮັດງານທຳທົ່ວໂລກ, ເຮັດໃຫ້ທົ່ວໂລກຕ້ອງສູນເສຍວຽກເຮັດງານທຳຫລາຍກວ່າ 250 ລ້ານ ຕຳແໜ່ງໃນປີ 2020. ຕາມການຄົ້ນຄ້ວາຄັ້ງຫລ້າສຸດຂອງອົງການແຮງງານສາກົນລະບຸວ່າ: ຍອດຈຳນວນຊົ່ວໂມງ ເຮັດວຽກ ໃນທົ່ວໂລກ ໄດ້ຫລຸດລົງ 8,8% ໃນປີ 2020 ເມື່ອທຽບໃສ່ໄຕມາດ 4 ໃນປີ 2019. ສິ່ງດັ່ງກ່າວ ສະແດງໃຫ້ເຫັນວ່າ ປີ 2020 ທົ່ວໂລກໄດ້ສູນເສຍວຽກເຮັດງານທຳເຖິງ 255 ລ້ານຕຳແໜ່ງ ກວມເອົາ 4 ເທົ່າເທຶ່ອ ຂອງຈຳນວນວຽກເຮັດງານທຳທີ່ຫລຸດລົງໃນໄລຍະວິກິດການເສດຖະກິດໂລກ ໃນປີ 2009 ຂປລ

Read More »

ໂຄງສ້າງການຄ້າລະຫວ່າງ ສປປ ລາວ ກັບ ສປ ຈີນ ໃນປັດຈຸບັນ

ການສ້າງຄວາມເຂົ້າໃຈຕໍ່ກັບການສົ່ງອອກ-ນຳເຂົ້າຂອງ ສປປ ລາວ ຕ້ອງກຳໄດ້ຈຸດພິເສດ ແລະ ທ່າແຮງຂອງຊາດອັນເປັນພື້ນຖານຂອງການພັດທະນາ. ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທໍາມະຊາດເປັນຕົ້ນແມ່ນ ປ່າໄມ້, ແມ່ນ້ຳ ແລະ ແຮ່ທາດ, ແຕ່ວ່າ ຊັບພະຍາກອນດັ່ງກ່າວໄດ້ຖືກຂຸດຄົ້ນໄປຢ່າງຫຼວງຫຼາຍໃນເວລາຫຼາຍທົດສະວັດທີ່ຜ່ານມາ ໂດຍບໍ່ຮັບການປຸງແຕ່ງ ແລະ ສ້າງມູນຄ່າເພີ່ມ (value-added) ຢ່າງແຂງແຮງເທົ່າທີ່ຄວນ. ໃນດ້ານແຮງງານກໍຍັງຂາດແຮງງານມີສີມືສະໜອງເຂົ້າໃສ່ການຜະລິດໃນຂະແໜງຕ່າງໆ, ແຕ່ເນື່ອງຈາກວ່າອັດຕາການເກີດໃນລາວຍັງສູງ ຈຶ່ງເປັນກາລະໂອກາດໃຫ້ສາມາດສະໜອງແຮງງານເພີ່ມຂຶ້ນໄປອີກ 10 ຫາ 15 ປີຕໍ່ໜ້າ. ສປປ ລາວ ຖືກຈັດເປັນປະເທດໃນກຸ່ມອຸດສາຫະກຳທີ່ການຜະລິດຍັງຈໍາກັດ, ໝາຍຄວາມວ່າ ອຸດສາຫະກຳປຸງແຕ່ງພາຍໃນປະເທດ ສ່ວນໃຫຍ່ຍັງມີລັກສະນະພື້ນຖານ, ບໍ່ໄດ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຜະລິດ, ສ່ວນໂຮງຈັກໂຮງງານທີ່ໃຊ້ອຸປະກອນທີ່ທັນສະໄໝຍັງມີຈໍານວນໜ້ອຍ ເຊິ່ງເປັນການລົງທຶນຈາກຕ່າງປະເທດເກືອບທັງໝົດ. ສິນຄ້າທີ່ລາວເຮົາສົ່ງອອກຈຶ່ງແມ່ນ ແຮ່ທາດ, ໄຟຟ້າ ແລະ ສິນຄ້າກະສິກຳຂັ້ນຕົ້ນ. ເຖິງແມ່ນວ່າ ແຮ່ທອງ, ແຮ່ຄຳ ແລະ ແຮ່ເງິນຈະມີມູນຄ່າສູງກໍຕາມ, ສິນຄ້າເຫຼົ່ານີ້ເປັນສິນຄ້າທີ່ບໍ່ມີການສ້າງມູນຄ່າເພີ່ມ ເມື່ອທຽບກັບບັນດາສິນຄ້າທີ່ຖືກນຳເຂົ້າສຳລັບຊົມໃຊ້ ແລະ ທຳການຜະລິດຢູ່ໃນປະເທດ. ເພາະວ່າສິນຄ້າປະເພດເຄື່ອງຈັກ, ເຄືື່ອງອີເລັກໂທຣນິກ ແລະ ພາຫະນະ ລ້ວນແລ້ວແຕ່ເປັນສິນຄ້າທີ່ສ້າງມູນຄ່າເພີ່ມສູງ ແລະ ເປັນສິ່ງທີ່ລາວຍັງບໍ່ສາມາດຜະລິດເອງໄດ້ ຈຶ່ງຈຳເປັນຕ້ອງໄດ້ນຳເຂົ້າ. ສະນັ້ນ, ການຂາດດຸນການຄ້າຂອງ ...

Read More »

ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2021 ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ຢູ່ທີ່ ຫ້ອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ). ໃຫ້ກຽດລົງນາມເຊັນໂດຍ ທ່ານ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ມາກ ລູວັນ ຜູ້ຈັດການທົ່ວໄປ ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ, ມີຕາງໜ້າຄະນະບໍລິຫານງານ ສຄອຊ, ສະມາຄົມ ແລະ ຫົວໜ່ວຍທຸລະກິດ ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ. ໃນພິທີດັ່ງກ່າວ, ໄດ້ຕົກລົງເຫັນດີວ່າ: ບໍລິສັດ ປີໂຕຣລ້ຽມ ເທຣດດິ້ງ ລາວມະຫາຊົນ ຈະເປັນຄູ່ຮ່ວມຍຸດທະສາດ ສະໜັບສະໜູນງານວາງສະແດງ ຜະລິດຕະພັນລາວ Made in Laos, ເປັນເວລາ 3 ປີ, ເລີ່ມແຕ່ປີ 2020-2022 ໂດຍຈະໃຫ້ການສະໜັບສະໜູນເປັນມູນຄ່າ ...

Read More »

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດຕົ້ນອາທິດນີ້ຈະອຸ່ນຂຶ້ນ 1​ ຫາ​ 3​ ອົງສາ

ກົມອຸຕຸນິຍົມ ແລະ ອຸທົກກະສາດຄາດຄະເນສະພາບອາກາດຕົ້ນອາທິດນີ້ຈະອຸ່ນຂຶ້ນ 1​ ຫາ​ 3​ ອົງສາ​ ແລະ​ ໄລຍະກາງ ຫາ​ ທ້າຍອາທິດຈະກັບມາໜາວເຢັນລົງອີກໃນທົ່ວທຸກພາກ ກົມອຸຕຸນິຍົມ​ ແລະ​ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ​ ສິ່ງແວດລ້ອມ​ ອອກບົດລາຍງານ​ສະພາບອາກາດ​ ເລກທີ​ 0087/ກອຕທ,​ ນະຄອນຫຼວງວຽງຈັນ,​ ວັນທີ​ 25​ ມັງກອນ​ 2021​ຄາດຄະເນສະພາບອາກາດ ໃນໄລຍະວັນທີ 25 – 31 ມັງກອນ 2021​ ວ່າ: ໃນໄລຍະວັນທີ 25 – 27 ມັງກອນນີ້​ຄວາມກົດດັນສູງຂອງອາກາດໜາວໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກ- ຕາເວັນອອກສ່ຽງເໜືອ ພັດປົກຄຸມດ້ວຍກໍາລັງອ່ອນ​ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດອຸ່ນຂຶ້ນ 1 ຫາ 3 ອົງສາ ຢູ່ໃນແຕ່ລະພາກ; ແຕ່ສະພາບອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອ, ເຂດພູສູງ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖີ່ນ. ຈາກນັ້ນ ວັນທີ ...

Read More »