Author Archives: Paeng KC

ສ້າງແບຣນແນວໃດໃຫ້ເປັນທີ່ຮູ້ຈັກ ຫຼືໂດ່ງດັງ ໂດຍບໍ່ຕ້ອງຈ້າງຜູ້ຊ່ຽວຊານ ຫຼືນັກການຕະຫຼາດມືອາຊີບ! ທ່ານສາມາດລົງມືເຮັດເອງໄດ້… ປະຢັດງົບໄປໃນຕົວ.

7 ວິທີຕ້ອງຮູ້! ບໍ່ມີເງິນກໍສ້າງແບຣນໃຫ້ໂດ່ງດັງໄດ້… ຫຼາຍໆຄົນອາດຈະຄິດວ່າ ແບຣນ ຈະດີ ຫຼືຈະໂດ່ງດັງໄດ້ຕ້ອງອາໄສຜູ້ຊ່ຽວຊານ ຫຼືນັກການຕະຫຼາດມືອາຊີບເທົ່ານັ້ນ ແຕ່ໃນຄວາມເປັນຈິິງແລ້ວມັນບໍ່ແມ່ນສະເໝີໄປ ເພາະການລົງມືເຮັດເອງ ເຖິງຈະມີງົບໜ້ອຍ ຫຼືບໍ່ມີເລີຍກໍສາມາດສ້າງແບຣນໃຫ້ເຕີບໃຫຍ່ໄດ້ ເຊິ່ງຕ້ອງເຮັດແນວໃດແດ່ນັ້ນ ລອງມາເບິ່ງ 7 ເຄັດລັບດັ່ງຕໍ່ໄປນີ້: ກໍານົດນິຍາມຂອງແບຣນ ສິ່ງທໍາອິດທີ່ຕ້ອງເຮັດຄື ການກໍານົດນິຍາມໃຫ້ກັບແບຣນ ໂດຍເບິ່ງຈາກວ່າ ທຸລະກິດທີ່ນໍາສະເໜີນັ້ນຄືຫຍັງ? ລູກຄ້າເປົ້າໝາຍຄືໃຜ? ແລະຈະໃຊ້ Solutions ຫຍັງເຂົ້າໄປອັດຊ່ອງວ່າງໃນຕະຫຼາດ ເພື່ອສ້າງຄວາມແຕກຕ່າງ? ຄໍາຖາມເຫຼົ່ານີ້ລ້ວນຕ້ອງການຄໍາຕອບ ເພື່ອຄວາມຊັດເຈນສໍາລັບເປັນທິດທາງໃນການດໍາເນີນວຽກຂອງທຸລະກິດ. ທຸກ Platform ຕ້ອງສະທ້ອນເຖິງແບຣນ ພະລັງຂອງແບຣນຢູ່ທີ່ການສ້າງປະສົບການດ້ານການເບິ່ງເຫັນທີ່ດີສໍາລັບລູກຄ້າ ອາດຈະເປັນແງ່ຂອງການໃຊ້ໂລໂກ້ ທີ່ເຖິງຈະລຽບງ່າຍແຕ່ແຝງໄປດ້ວຍພະລັງ ຫຼືຈະເປັນເວັບໄຊ້ກໍ່ຕ້ອງມີຄວາມຊອດຄ່ອງ ແລະສະທ້ອນໃຫ້ເຫັນເຖິງ Style ແລະວິໄສທັດຂອງແບຣນ ລວມເຖິງ Platform ທີ່ໃຊ້ຕ່່າງໆທີ່ຕ້ອງໃຫ້ຄວາມຮູ້ສຶກໄປໃນທາງດຽວກັນ ບໍ່ວ່າຈະເປັນ Social Media ການຂາຍສິນຄ້າ, ການສື່ສານ ເຊິ່ງເມື່ອລູກຄ້າເຫັນແລ້ວຕ້ອງສາມາດນຶກເຖິງຄວາມເປັນແບຣນໄດ້. ເຮັດການຕະຫຼາດຜ່ານ Social ທຸກມື້ນີ້ສິ່ງທີ່ບໍ່ຄວນເບິ່ງຂ້າມຄື ການໃຊ້ Social ເປັນເຄື່ອງມືໃນການເຮັດການຕະຫຼາດ ເຊິ່ງປຽບດັ່ງສຽງຂອງແບຣນທີ່ສົ່ງໄປເຖິງລູກຄ້າທັງເກົ່າ ແລະໃໝ່ ລວມໄປເຖິງບັນດາພະນັກງານ ດັ່ງນັ້ນ ຄວນໃຊ້ພາສາງ່າຍໆເພື່ອໃຫ້ລູກຄ້າສາມາດເຂົ້າໃຈໃນສິ່ງທີ່ຕ້ອງການຈະສື່ໃຫ້ໄດ້ຫຼາຍທີ່ສຸດ ຫຼືຈະລອງເຮັດການຕະຫຼາດຜ່ານ VDO ...

Read More »

ເຕັກໂນໂລຊີເຮັດໃຫ້ຄົນເຮົາລໍຄອຍບໍ່ເປັນ ແຕ່ການລໍຄອບທີ່ທຸກຄົນຕ່າງບໍ່ມັກ ກັບກາຍມາເປັນບົດຮຽນດີໆໃຫ້ຜູ້ກໍ່ຕັ້ງທຸລະກິດ ແລະນັກລົງທຶນໄດ້ຮຽນຮູ້…

ບົດຮຽນຈາກການເຮັດ Startup Startup ຖືເປັນທຸລະກິດທີ່ມາແຮງ ແລະກໍາລັງເປັນທີ່ສົນໃຈຫຼາຍໃນຍຸກປັດຈຸບັນ ເຊິ່ງໃຈການເຮັດ Startup ນັ້ນ ຈະແຕກຕ່າງຈາກການເຮັດທຸລະກິດທົ່ວໄປຄືບໍ່ແມ່ນມີແຕ່ເຈົ້ານາຍ ແລະລູກນ້ອງ ແຕ່ຈະປະກອບດ້ວຍ ຜູ້ກໍ່ຕັ້ງ ແລະນັກລົງທຶນ ສະນັ້ນແລ້ວຖ້າຢາກໃຫ້ທຸລະກິດນີ້ປະສົບຜົນສໍາເລັດໄດ້ ທັງສອງຈະຕ້ອງມີຄວາມເຂົ້າໃຈຕົງກັນໃນເລື່ອງຕ່າງໆ… ມື້ນີ້ຜູ້ຂຽນຂໍມາແນະນໍາໃຫ້ຮູ້ເຖິງບົດຮຽນຈາກການເຮັດ Startup! ຖ້າຢາກໃຫ້ທຸລະກິດນັ້ນປະສົບຄວາມສໍາເລັດຕ້ອງຮູ້ຫຍັງແດ່?   ບົດຮຽນທໍາອິດ: ຄວາມລ່າຊ້າບໍ່ກ່ຽວກັບຄວາມສາມາດ ນັກລົງທຶນເຂົ້າໃຈວ່າ ທຸລະກິດມີໂອກາດພົບບັນຫາທີ່ເຮັດໃຫ້ເກີດຄວາມລ່າຊ້າໃນການເຮັດວຽກໄດ້ ດັ່ງນັ້ນ ເພື່ອປ້ອງກັນກັບບັນຫາທີ່ສ້າງໃຫ້ເກີດຄວາມລ່າຊ້າ ຜູ້ກໍ່ຕັ້ງ ແລະນັກລົງທຶນຕ້ອງຮ່ວມກັນສະເໜີວິທີຮັບມືກັບບັນຫາ, ມີແຜນສໍາຮອງໄວ້ໃຊ້ໃນກໍລະນີທີ່ແຜນຮັບມືທໍາອິດບໍ່ໄດ້ຜົນ. ບົດຮຽນທີສອງ: ຫຼີກລ່ຽງຜູ້ກໍ່ຕັ້ງ ແລະນັກລົງທຶນທີ່ບໍ່ມີເຫດຜົນ ຜູ້ກໍ່ຕັ້ງຢ່າລະດົມທຶນຈາກນັກລົງທຶນທີ່ໃຈຮ້ອນ ເພາະພວກເຂົາຈະຕໍາໜິເຖິງຄວາມລ່າຊ້າໃນການເຮັດວຽກຕັ້ງແຕ່ປີທໍາອິດທີ່ລົງທຶນ. ໂດຍນັກລົງທຶນທີ່ຕ້ອງຫຼີກລ່ຽງຄື ກໍາລັງຖືກຮ້ອງຟ້ອງ, ອີໂກ້ສູງ, ແຜນທຸລະກິດໃຫຍ່ກວ່າເຈົ້າຂອງທຸລະກິດ, ສອນກ່ຽວກັບວິທີເຮັດທຸລະກິດຢູ່ຕະຫຼອດ ແລະບໍ່ຮູ້ຈັກທຸລະກິດທີ່ຮ່ວມລົງທຶນ; ສ່ວນຜູ້ກໍ່ຕັ້ງທີ່ນັກລົງທຶນຕ້ອງຫຼີກລ່ຽງຄື ອ້າງວ່າຈະໄດ້ຜົນຕອບແທນໄວ ແລະໃຈຮ້ອນ ເຊິ່ງອາດຈະສ້າງບັນຫາຕ່າງໆ ໃຫ້ກັບຜູ້ມີສ່ວນໄດ້ສ່ວນເສຍກັບທຸລະກິດ. ບົດຮຽນສຸດທ້າຍ: ນັກລົງທຶນມັກຄິດວ່າຕົນມີໜ້າທີ່ລົງເງິນ ຜູ້ກໍ່ຕັ້ງມີໜ້າທີ່ຮຽນຮູ້ ແຕ່ຄວາມຈິງແລ້ວທັງສອງຕ້ອງຮຽນຮູ້ຢ່າງຕໍ່ເນື່ອງເພື່ອໃຫ້ທັນກັບໂລກທີ່ປ່ຽນແປງຢູ່ຕະຫຼອດ ນັກລົງທຶນຄວນສ້າງຄວາມສໍາພັນອັນດີກັບຜູ້ກໍ່ຕັ້ງ ແລະທີມງານ ຂະນະທີ່ຜູ້ກໍ່ຕັ້ງກໍໃຊ້ເວລາໄປກັບການນຶກເຖິງສິ່ງດີໆໃນກາເຮັດທຸລະກິດ ທີ່ມາ: www.smethailandclub.com

Read More »

ສ້າງ Story Telling ແນວໃດ? ໃຫ້ຖືກໃຈລູກຄ້າ!!! ມາເບິ່ງ 3 ຂັ້ນຕອນໃນການສ້າງ…

3 ຂັ້ນຕອນຂອງການສ້າງ Story Telling… Content ເປັນໜຶ່ງອົງປະກອບທີ່ສໍາຄັນທີ່ເຮັດໃຫ້ຍີ່ຫໍ່ເກີດຄວາມໜ້າສົນໃຈ ໂດຍໜຶ່ງໃນຮູບແບບຂອງການສ້າງ Content ທີ່ດຶງລູກຄ້າໃຫ້ເຂົ້າຫາສິນຄ້າຢ່າງໄດ້ຜົນຄື “Story Telling” ທີ່ເຮັດໃຫ້ລູກຄ້າເກີດປະຕິກິຍາກັບສິນຄ້າ ແລະຍັງນໍາໄປສູ່ການບອກຕໍ່ ໂດຍເທັກນິດສໍາຄັນທີ່ເຮັດໃຫ້ລູກຄ້າຕິດ Content ຮູບແບບນີ້ຄື: ການເລົ່າເລື່ອງຂອງຍີ່ຫໍ່ໃນມຸມທີ່ພວກເຂົາຢາກຟັງ… ສໍາລັບຍີ່ຫໍ່ທີ່ເລືອກໃຊ້ Content ຮູບແບບນີ້ເທິງເວັບໄຊ້ ແນະນໍາໃຫ້ເຮັດຕາມຂັ້ນຕອນທີ່ຜູ້ຂຽນຈະນໍາສະເໜີໄປນີ້ ເພາະຈະເຮັດໃຫ້ລູກຄ້າເຂົ້າເວັບໄຊ້ຫຼາຍຂຶ້ນ ເນື່ອງຈາກ Content ຖືກໃຈ. ເລົ່າດ້ວຍຮູບພາບ ຕົວຢ່າງ: Black House ຮ້ານສະເຕັກຈາກປະເທດອັງກິດ ທີ່ແນະນໍາອາຫານໃນຮ້ານຜ່ານຮູບອາຫານທີ່ຈັດວາງແບບງ່າຍດາຍ ແຕ່ເບິ່ງເປັນຕາກິນ ແລະທຸກຮູບຄຸມໂທນສີໃຫ້ໄປໃນທິດທາງດຽວກັນ; ການໂພສຮູບທີ່ງາມ ແລະສອດຄ່ອງກັບ Content ນອກຈາກຈະເຮັດໃຫ້ຄົນຢາກແຊຣຕໍ່ແລ້ວ ຍັງເຮັດໃຫ້ຢາກໄປລອງຊີມອາຫານຢູ່ຮ້ານນໍາ, ເຈົ້າຂອງຮ້ານຈຶ່ງໄດ້ຮູ້ວ່າ ໃຜຄືລູກຄ້າ; ການໃຊ້ຮູບ Gif ປະກອບຊ່ວຍເພີ່ມຄວາມໜ້າສົນໃຈໃຫ້ Content ໄດ້ຫຼາຍ. ດຶງດ້ວຍເກມ ຖ້າຢາກໃຫ້ລູກຄ້າເຂົ້າເວັບໄຊ້ຕ້ອງຊອກເກມໃຫ້ພວກເຂົາຮ່ວມຫຼິ້ນມ່ວນເຊັ່ນ ການນໍາເລື່ອງລາວທີ່ຍີ່ຫໍ່ຢາກຖ່າຍທອດ ອອກມາສ້າງເປັນເກມໃຫ້ຫຼິ້ນ ເພື່ອສະສົມຄະແນນແລກຂອງລາງວັນ ການນໍາສະເໜີ Content Story Telling ຜ່ານເກມນັ້ນ ເກມຕ້ອງໂຫຼດໄວ, ບໍ່ສະດຸດ, ມີປຸ່ມກົດຂ້າມ ເພື່ອຕອບໂຈດນິໄສຂອງລູກຄ້າໃນຍຸກທີ່ບໍ່ມັກຄອຍຖ້າ. ຕົວຢ່າງ ...

Read More »

ຜູ້ຊ່ວຍ AI ສາມາດຍົກລະດັບໃຫ້ທຸລະກິດຂອງທ່ານໄດ້ແນວໃດ?

ສິ່ງດີໆທີ່ຈະໄດ້! ເມື່ອທ່ານໃຊ້ AI ເມື່ອປັນຍາປະດິດ ຫຼື AI (Artificial Intelligence) ບໍ່ແມ່ນເລື່ອງໄກຕົວ ເຮັດໃຫ້ຫຼາຍທຸລະກິດໃນບັນດາປະເທດທີ່ພັດທະນາແລ້ວຕື່ນຕົວ ແລະນໍາເຂົ້າມາທົດລອງໃຊ້ໃນການປະກອບທຸລະກິດຂອງຕົນເອງ, ເຊິ່ງຖືວ່າເປັນຄວາມສໍາເລັດອີກຂັ້ນໜຶ່ງກໍວ່າໄດ້. ແຕ່ສໍາລັບຜູ້ປະກອບການທົ່ວໄປໃນບ້ານເຮົາ ທີ່ຄິດຈະນໍາເອົາເຄື່ອງມືປັນຍາປະດິດນີ້ເຂົ້າມານໍາໃຊ້ ຕ້ອງຄິດໃຫ້ດີກ່ອນວ່າ ທ່ານຈະສາມາດໃຊ້ຜູ້ຊ່ວຍນີ້ເຂົ້າມາຍົກປະສິດທິພາບໃນທຸລະກິດຂອງທ່ານ ແລ້ວຈະໄດ້ຜົນດີແທ້ບໍ່? ມາເບິ່ງປະໂຫຍດທີ່ທ່ານຈະໄດ້ພ້ອມກັນເລີຍ… ໄດ້ຂໍ້ມູນທາງເລິກທີ່ດີກວ່າ ຄວາມສະຫຼາດຂອງ AI ນັ້ນສາມາດຊອກຫາຂໍ້ມູນທີ່ມີຈໍານວນຫຼາຍ ຫຼືແມ່ນແຕ່ຂໍ້ມູນທີ່ເປັນຊຸດໄດ້ ເຊິ່ງຈະເຮັດໃຫ້ເກີດການເຊື່ອມຕໍ່ກັນ ແລະໄດ້ຂໍ້ມູນໃນທາງເລິກໃໝ່ໆຂຶ້ນມາ ເພື່ອຊ່ວຍໃຫ້ການຕັດສິນໃຈຂອງທຸລະກິດງ່າຍຂຶ້ນ ໂດຍປັດຈຸບັນມີຜູ້ໃຊ້ AI ເປັນຕົວຂັບເຄື່ອນ ແລະເຄື່ອງມືວິເຄາະຕ່າງໆຫຼາກຫຼາຍ ທີ່ຜູ້ໃຊ້ທົ່ວໄປສາມາດໃຊ້ງານໄດ້. ຊ່ວຍໃຫ້ລະບົບອັດຕະໂນມັດເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ AI ສາມາດໃຊ້ເຂົ້າໃນການເຮັດກິດຈະກໍາຕ່າງໆໃຫ້ເປັນໄປແບບອັດຕະໂນມັດ ແລະສະດວກຫຼາຍຂຶ້ນເຊັ່ນ: ການຈັດການທາງການເງິນສ່ວນຕົວທີ່ເປັນ Application ການລົງທຶນຂະໜາດນ້ອຍເຊັ່ນ Mylo ທີ່ມີການໃຊ້ AI ເພື່ອຊ່ວຍໃຫ້ຜູ້ໃຊ້ທົ່ວໄປສາມາດເລີ່ມຕົ້ນພ໊ອດໂດຍບໍ່ຕ້ອງຫຍຸ້ງຍາກ ໂດຍ Application ຈະຊ່ວຍເລື່ອງການຊື້ ແລະລົງທຶນໃນພ໊ອດຕ່າງໆ ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ໃຊ້. ເປັນຜູ້ຊ່ວຍທີ່ແສນຈະສະຫຼາດ ເຖິງວ່າ Siri ແລະ Alexa ຈະເຮັດວຽກໄດ້ດີ ແຕ່ບາງຄັ້ງກໍອາດຈະມີຄວາມບໍ່ສະຖຽນຢູ່ ແມ່ນແຕ່ກັບຄໍາສັ່ງຂັ້ນພື້ນຖານ ອີກທັງຍັງສາມາດຕອບສະໜອງຕໍ່ຄໍາສັ່ງໄດ້ພຽງຄັ້ງລະຄໍາສັ່ງເທົ່ານັ້ນ ເຊິ່ງຂໍ້ຈໍາກັດເຫຼົ່ານີ້ອາດຈະສົ່ງຜົນຕໍ່ການຕັດສິນໃຈໃຊ້ AI ຂອງໃຜຫຼາຍຄົນ; ແນວໃດກໍຕາມການເກີດຂຶ້ນຂອງຜູ້ຊ່ວຍ ...

Read More »

ເປັນຫຍັງ? Co-Living Space ຈຶ່ງຖືກໃຈຄົນເຮັດວຽກຍຸກໃໝ່!!!

ເປັນຫຍັງ? Co-Living Space ຈຶ່ງຖືກໃຈຄົນຍຸກໃໝ່!!! ປັດຈຸບັນ Life Style ການເຮັດວຽກຂອງຄົນລຸ່ນໃໝ່ມັກຈະບໍ່ຢູ່ກັບທີ່, ມັກເດີນທາງຕະຫຼອດ ບໍ່ວ່າຈະເປັນການເດິີນທາງເພື່ອເຮັດວຽກ ຫຼືທ່ອງທ່ຽວສ່ວນຕົວ ບວກກັບການເຕີບໃຫຍ່ຂອງໂລກ Social ເຮັດໃຫ້ສາມາດສື່ສານກັນຜ່ານທາງ Online ຫຼາຍຂຶ້ນ! ຈຶ່ງມີຂີດຈໍາກັດຂອງເຄືອຄ່າຍທີ່ເຮັດໃຫ້ການເຂົ້າເຖິງໝູ່ຄູ່ແບບຕົວຕໍ່ຕົວຂາດຫາຍໄປ; ການຍ້າຍບ່ອນເຮັດວຽກໄປຢູ່ຕ່າງເມືອງ, ຕ່າງແຂວງ ແລະຕ່າງປະເທດຕ້ອງໄປຢູ່ຕົວຄົນດຽວ ເຮັດໃຫ້ປະສົບກັບພາວະຄວາມເຫງົາ ແລະໂດດດ່ຽວ! ດ້ວຍເຫດຜົນນີ້ ຜູ້ໃຫ້ບໍລິການບ່ອນພັກເຊົາຈຶ່ງໄດ້ເປີດໃຫ້ຜູ້ເຊົ່າຫຼາຍໆຄົນໄດ້ມາຢູ່ຮ່ວມກັນເປັນ Community ພາຍໃຕ້ຫຼັງຄາດຽວກັນ. Co-Living Space ຈຶ່ງຖືກໍາເນີດຂຶ້ນ ເພື່ອມາຕອບໂຈດ ແລະເປັນຢາຮັກສາທີ່ດີທີ່ສຸດໃຫ້ກັບຄົນຍຸກນີ້… ເຮົາລອງມາເບິ່ງນໍາກັນກັບ 6 ເຫດຜົນ! ທີ່ບົ່ງບອກວ່າ ເປັນຫຍັງບ່ອນພັກອາໄສປະເພດນີ້ ຈຶ່ງມາແຮງ ແລະການເປັນເທຣນໃນກຸ່ມຄົນຍຸກນີ້. ເຂົ້າກັບ Style ຄົນເຮັດວຽກຍຸກໃໝ່ Co-Living Space ໄດ້ໃຈຄົນເຮັດວຽກຍຸກໃໝ່ ຍ້ອນວ່າເປັນບ່ອນພັກທີ່ມາພ້ອມກັບຄວາມຫລູຫລາ ແລະຖືກອອກແບບມາເພື່ອໃຫ້ເໝາະສົມກັບຄວາມຕ້ອງການຂອງຄົນຍຸກໃໝ່ ໂດຍອາໄສການອອກແບບ Style Modern ສະໄໝໃໝ່, ໃຊ້ໂທນສີ ແລະ Texture ທີ່ລຽບງ່າຍແຕ່ສະອາດຕາ, ໃຊ້ອົງປະກອບການຕົບແຕ່ງແບບ Industrial Style ແລະໄມ້ຈາກທໍາມະຊາດ; ຕອບສະໜອງຄວາມຕ້ອງການຂອງຄົນຍຸກນີ້ ທີ່ຍອມຈ່າຍເງິນເພື່ອໃຫ້ໄດ້ປະສົບການທີ່ດີ ...

Read More »

AI ຕ້ອງຫຼີກ! ເມື່ອຜົນການສໍາຫຼວດສະແດງໃຫ້້ເຫັນວ່າ ລູກຄ້າຍັງຕ້ອງການຄົນເປັນຕົວຊ່ວຍດ້ານບໍລິການ…

AI ບໍ່ສາມາດຕອບໂຈດວຽກບໍລິການໄດ້!!! ຍຸກນີ້ບໍ່ວ່າຈະເບິ່ງໄປທາງໃດ ໃຜໆກໍເວົ້າເຖິງເທັກໂນໂລຍີ AI ຫຼືຫຸ່ນຍົນເຂົ້າມາຊ່ວຍເພີ່ມສັກກະຍະພາບວຽກດ້ານການບໍລິການ (ໃນຕ່າງປະເທດ) ແຕ່ຈາກຜົນການສໍາຫຼວດຫຼ້າສຸດຂອງ Calabrio ບໍລິສັດດ້ານຊ໊ອຟແວ ແລະວິເຄາະຜູ້ບໍລິໂພກ ຊີ້ໃຫ້ເຫັນວ່າລູກຄ້າຍັງຄົງເລືອກ ແລະມັກການບໍລິການ ຫຼືປະຕິສໍາພັນກັບພະນັກງານທີ່ເປັນຄົນຫຼາຍກວ່າເຄື່ອງມື ຫຼືລະບົບ Digital… ຈາກຜົນການສໍາຫຼວດພົບວ່າ 79% ຂອງຜູ້ບໍລິໂພກຊາວອາເມຣິກາ ແລະອັງກິດຈໍານວນ 3.000 ຄົນ ບອກວ່າ ການໄດ້ຮັບການບໍລິການ ຫຼືມີປະຕິສໍາພັນກັບມະນຸດແທນ Chatbot ຫຼືຊ່ອງທາງການໃຫ້ບໍລິການຕົວເອງແບບ Digital ນັ້ນຍັງເປັນສິ່ງສໍາຄັນ ເພາະເຊື່ອວ່າຈະໄດ້ຮັບການບໍລິການທີ່ດີກວ່າ. ນອກຈາກນີ້ 74% ຂອງຜູ້ເຮັດການສໍາຫຼວດຍັງບອກວ່າ ພວກເຂົາຈະຍັງຄົງເປັນລູກຄ້າທີ່ມັກທຸລະກິດທີ່ມີທາງເລືອກໃຫ້ໄດ້ຮັບການບໍລິການຈາກຄົນດ້ວຍກັນ ຫຼາຍກວ່າທຸລະກິດທີ່ໃຫ້ບໍລິການຜ່ານຊ່ອງທາງ Digital ຫຼືຕ້ອງໃຫ້ບໍລິການຕົວເອງພຽງຢ່າງດຽວ ແລະຖ້າບໍລິສັດໃດບໍ່ມີຕົວເລືອກໃຫ້ກັບລູກຄ້າ ແລະຢືນຢັນທີ່ຈະໃຫ້ພວກເຂົາຕ້ອງຮັບບໍລິການທີ່ຕ້ອງອາໄສເທັກໂນໂລຍີ ຫຼືລະບົບດີຈີຕອລນັ້ນ ກໍກຽມຮັບມືໄດ້ເລີຍ ເພາະວ່າ 43% ຂອງຜູ້ຕອບແບບສອບຖາມບອກວ່າ ພວກເຂົາຈະຄິດຮອດການໃຫ້ບໍລິການຂອງຄູ່ແຂ່ງ ຫາກບໍ່ສາມາດໄດ້ຮັບການບໍລິການຈາກພະນັກງານທີ່ເປັນຄົນ ຈາກບໍລິສັດ ຫຼືຍີ່ຫໍ່ທີ່ໃຊ້ຢູ່. ນອກຈາກນີ້ ລູກຄ້າບາງສ່ວນຍັງບອກວ່າ ມີຄວາມຕ້ອງການທີ່ຈະໂອ້ລົມກັບພະນັກງານທີ່ເປັນຄົນແບບຕົວຕໍ່ຕົວ ໂດຍສະເພາະດ້ານການໄດ້ຮັບບໍລິການ ແລະແກ້ໄຂບັນຫາຕ່າງໆ ໂດຍຜົນສໍາຫຼວດບອກວ່າ 24% ຂອງຜູ້ຕອບແບບສອບຖາມມີຄວາມຄິດວ່າ ບໍລິສັດຕ່າງໆນັ້ນເປືອງເງິນໄປກັບການລົງທຶນດ້ານເທັກໂນໂລຍີ ໃນການໃຫ້ບໍລິການແບບອັດຕະໂນມັດ; ໂດຍໃຫ້ເຫດຜົນວ່າສິ່ງທີ່ລູກຄ້າຕ້ອງການນັ້ນ ຄືການໄດ້ໂອ້ລົມກັບພະນັກງານທີ່ເປັນຄົນ ...

Read More »

Startup ບໍ່ຢາກຕາຍເຮັດແນວໃດ? ຢາກຢູ່ລອດຕ້ອງຈັດການກັບຄວາມສ່ຽງເຫຼົ່ານີ້ໃຫ້ໄດ້…

ຢາກຢູ່ລອດຕ້ອງຈັດການກັບຄວາມສ່ຽງເຫຼົ່ານີ້ໃຫ້ໄດ້… ປັດຈຸບັນທັງຜູ້ປະກອບການທີ່ເຮັດ SME ແລະຜູ້ປະກອບການທີ່ກໍາລັງເບິ່ງຫາທຸລະກິດໃໝ່ໆຢູ່ ຕ່າງກໍຫັນມາສົນໃຈທຸລະກິດທີ່ເອີ້ນວ່າ Startup ຫຼາຍຂຶ້ນ! ເພາະຖືວ່າເປັນທຸລະກິດທີ່ເກີດຂຶ້ນໃໝ່, ປະສົບຄວາມສໍາເລັດໄດ້ງ່າຍມີຕົວຢ່າງໃຫ້ເຫັນງ່າຍໆຄື Facebook… ຜູ້ປະກອບການເບິ່ງທຸລະກິດ Startup ວ່າໃຊ້ເງິນທຶນຄ້ອນຂ້າງຕໍ່າ, ພຽງແຕ່ມີຄວາມຄິດສ້າງສັນ ແລະ ມີຄວາມສາມາດໃນການຈັດການບໍລິຫານເທົ່ານັ້ນກໍສາມາດເປັນທຸລະກິດໄດ້… ແຕ່ທ່ານຮູ້ບໍ່ວ່າ ຈາກຜົນການວິໃຈຂໍ້ມູນໃນທາງເລິກຂອງ CB Insights ພົບວ່າ Startup ມີທ່າອ່ຽງໄປບໍ່ອດພາຍໃນ 20 ເດືອນຫຼັງຈາກຊອກເງິນທຶນໄດ້ປະມານ 1.3 ລ້ານໂດລາສະຫະລັດ ເຊິ່ງສາເຫດທີ່ເຮັດໃຫ້ໄປບໍ່ລອດແມ່ນມາຈາກ ການຈັດການຄວາມສ່ຽງຕ່າງໆບໍ່ໄດ້ ໂດຍຄວາມສ່ຽງທີ່ວ່າແມ່ນມາໃນຮູບແບບຂອງ ການເງິນ: ທັງການຈັດການກະແສເງິນສົດບໍ່ໄດ້, ໜີ້ຫຼາຍເກີນໄປ ແລະ ຂະຫຍາຍທຸລະກິດໃນເວລາບໍ່ເໝາະສົມ ຕົວຢ່າງ: Cha Cha ບໍລິການຕອບກັບຜ່ານມືຖື ປິດຕົວລົງເພາະຈັດການໜີ້ສິນບໍ່ໄດ້   ລະບົບການເຮັດວຽກບໍ່ຄ່ອຍດີ: ລວມເຖິງການວາງແຜນການຕະຫຼາດບໍ່ດີ ກໍລະນີຕົວຢ່າງ: Blockbuster VDO ເຖິງວ່າຈະເປັນທຸລະກິດທໍາອິດທີ່ໃຫ້ບໍລິການເຊົ່າ VDO ແຕ່ເມື່ອໃຫ້ບໍລິການລູກຄ້າບໍ່ດີ ສຸດທ້າຍກໍຕາຍ   ບໍ່ເຮັດຕາມກົດລະບຽບ: ພົບຫຼາຍໃນ Startup ປະເພດ Fintech ເຊັ່ນ Lumosity ທີ່ໂຄສະນາວ່າ ເກມຂອງບໍລິສັດຊ່ວຍປ້ອງກັນພະຍາດສະໝອງເຊື່ອມ ...

Read More »

ໂລກປັດຈຸບັນແຕກຕ່າງຈາກເມື່ອກ່ອນ ຜູ້ປະກອບການຫຼາຍຄົນບໍ່ໄດ້ຈົດຈໍ່ຢູ່ກັບທຸລະກິດໃດໜຶ່ງ ແຕ່ພ້ອມທີ່ຈະຄວ້າໂອກາດໃໝ່ໆທີ່ເຂົ້າມາ!!!

Multipreneur ເທນມາແຮງ! ຜູ້ປະກອບການຍຸກໃໝ່… ຜູ້ປະກອບການຍຸກນີ້ມັກ ແລະ ສົນໃຈໃນທຸລະກິດຫຼາກຫຼາຍ ມັກເຮັດຫຍັງພ້ອມໆກັນຫຼາຍຢ່າງ ດ້ວຍ Idea ທີ່ຫຼາກຫຼາຍເກີນກວ່າທີ່ຈະຢຸດພຽງແຕ່ທຸລະກິດໃດໜຶ່ງ ທັງນີ້ຍັງມີພະລັງຊີວິດ ແລະ ຄວາມຄິດພ້ອມທີ່ຈະໄປກັບທຸກບັນຫາທີ່ສົນໃຈຢ່າງເຕັມທີ່ອີກດ້ວຍ; ໂລກຈຶ່ງໃຫ້ນິຍາມຜູ້ປະກອບການເຫຼົ່ານີ້ວ່າ Multipreneur ຄື ຜູ້ປະກອບການເຈົ້າ Project ທີ່ມັກເຮັດຫຍັງຫຼາຍໆຢ່າງພ້ອມກັນ ເຊິ່ງຖືວ່າມີຈໍານວນທີ່ເພີ່ມຂຶ້ນເລື້ອຍໆ ພວກເຂົາເຫຼົ່ານີ້ບໍ່ພຽງແຕ່ເຂົ້າມາສ້າງສີສັນໃໝ່ໆ ໃຫ້ກັບໂລກທຸລະກິດ ແຕ່ຍັງເປັນການປ່ຽນນິຍາມໃນການເຮັດວຽກແບບເກົ່າໆ ໃຫ້ອອກໄປຈາກຂີດຈໍາກັດ ເພື່ອສ້າງໂອກາດໃໝ່ໆ ໄດ້ຢ່າງບໍ່ຮູ້ຈົບອີກດ້ວຍ… ໂອກາດສ້າງເງິນດ້ວຍທຸລະກິດທີສອງ ໃນຍຸກ Digital Technology ເຂົ້າມາປ່ຽນໂລກການເຮັດວຽກ ສາມາດທໍາລາຍລ້າງທຸລະກິດແບບເກົ່າໆໃຫ້ໝົດໄປ ກໍ່ໃຫ້ເກີດທຸລະກິດໃໝ່ເຂົ້າມາແທນທີ່ ແຕ່ໃນຂະນະດຽວກັນຍັງມອບໂອກາດໃໝ່ ໃຫ້ຜູ້ປະກອບການຍຸກນີ້ທີ່ຈະໄດ້ຄິດ ແລະ ສ້າງສັນທຸລະກິດຂອງຕົນເອງໄດ້ງ່າຍ ແລະ ຫຼາກຫຼາຍຂຶ້ນ ທີ່ສໍາຄັນບໍ່ແມ່ນພຽງແຕ່ທຸລະກິດດຽວ ແຕ່ອາດຈະເປັນທຸລະກິດທີ 2-3-4 ທີ່ອາດຈະບໍ່ມີຮູບແບບຕາຍຕົວວ່າເກີດຂຶ້ນມາໄດ້ແນວໃດ ແລະ ບໍ່ຈໍາເປັນຕ້ອງໃຊ້ເງິນທຶນຢ່າງມະຫາສານຄືໃນເມື່ອກ່ອນ ເພາະໂລກ Online ເປີດກວ້າງຫຼາຍສໍາລັບຄົນຍຸກນີ້. ເຮັດທຸລະກິດໄດ້ຫຼາກຫຼາຍ ຖ້າໄປບໍ່ໄດ້ດີກໍ “ເຊົາ” ໄດ້ ການເຮັດທຸລະກິດ ບໍ່ວ່າທຸລະກິດໃດກໍຕາມ ສິ່ງທໍາອິດທີ່ຕ້ອງລົງທຶນກໍຄື ຄວາມຮູ້; ເພາະໃຊ້ຄວາມຮັກຢ່າງດຽວຄົງບໍ່ພໍ ຕ້ອງມີຄວາມຮູ້ນໍາ ໂດຍເຮົາຈະຕ້ອງຮູ້ແທ້ໃນສິ່ງທີ່ເຮົາຈະເຮັດ ຕໍ່ມາຖ້າເຮັດການຕະຫຼາດຜ່ານຊ່ອງທາງ ...

Read More »

ສີສັນໃໝ່ກໍາລັງຈະມາ! Facebook ກໍາລັງທົດສອບ Colour Comments…

Colour Comments on Facebook ໄລຍະນີ້ Facebook ດຸໝັ່ນໃນການສ້າງຟີເຈີ່ໃໝ່ໆອອກມາຕະຫຼອດຕະຫຼອດ! ຫຼ້າສຸດ The Nest Web ເວັບໄຊ້ຂ່າວສານດ້ານເທັກໂນໂລຍີໄດ້ເປີດເຜີຍວ່າ Facebook ກໍາລັງທົດສອບຟີເຈີຊື່ Colour Comments ເປັນຟີເຈີ່ທີ່ຜູ້ໃຊ້ສາມາດໃສ່ສີພື້ນຫຼັງໃນຄອມເມັ້ນໄດ້ ໂດຍມີພື້ນຫຼັງໃຫ້ເລືອກ 2 ແບບຄື ພື້ນຫຼັງສີພື້ນ ແລະ ພື້ນຫຼັງບໍ່ມີສີ ຟີເຈີນີ້ຄ້າຍກັບຟີເຈີ Colour Post (ໃສ່ສີພື້ນຫຼັງໃນສະເຕຕັສ) ທີ່ເປີດໃຫ້ໃຊ້ມາແຕ່ເດືອນທັນວາປີກາຍ… ເຊິ່ງ Facebook ໄດ້ກຽມປ່ອຍຕົວຟີເຈີ Colour Comments ໃຫ້ຜູ້ໃຊ້ກຸ່ມນ້ອຍໆທີ່ໃຊ້ Android ແລະ iOS ທົດລອງໃຊ້ ເຊິ່ງຖ້າໃຊ້ໄດ້ປົກກະຕິບໍ່ມີບັນຫາ ໄວໆນີ້ຜູ້ໃຊ້ທົ່ວໂລກອາດຈະໄດ້ໃຊ້ຟີເຈີນີ້ແນ່ນອນ.   ທີ່ມາ: SME-Startup

Read More »

Digital Entrepreneurship ປ່ຽນທຸລະກິດ SME ດ້ວຍ Digital…

 Digital Entrepreneurship ປ່ຽນທຸລະກິດ SME ດ້ວຍ Digital… ຍຸກນີ້ເປັນຜູ້ປະກອບການຢ່າງດຽວບໍ່ພໍ ຕ້ອງກ້າວໄປເປັນ Digital Entrepreneurship ໃຫ້ໄດ້!!! ແມ່ນຫຍັງກໍເກີດຂຶ້ນໄດ້ໃນຍຸກ Digital Disruption ແມ່ນແຕ່ທຸລະກິດໃຫຍ່ໆກໍລົ້ມລະລາຍໄດ້ຖ້າບໍ່ມີການປັບປ່ຽນ; ການປັບຕົວໄປສູ່ຜູ້ປະກອບການຍຸກ Digital ຫຼື Digital Entrepreneurship ຈຶ່ງຈໍາເປັນຫຼາຍສໍາລັບ SME! ໃນໂລກທຸລະກິດທີ່ປາໄວ ພ້ອມທີ່ຈະສວບກິນທັງປານ້ອຍ ແລະ ປາໃຫຍ່… ມື້ນີ້ຜູ້ຂຽນເລີຍຢາກຈະມາເວົ້າເຖິງ 5 ຄຸນລັກສະນະສໍາຄັນ ທີ່ຈະເຮັດໃຫ້ຜູ້ປະກອບການສາມາດປ່ຽນຕົວເອງມາສູ່ Digital Entrepreneurship ໄດ້ ນັ້ນກໍຄື: ມີຄວາມເປັນນັກເລົ່າເລື່ອງ ຫຼື Storyteller: ເພາະການເປັນຜູ້ປະກອບການຕ້ອງໃຊ້ຊັບພະຍາກອນ, ໃຊ້ເງິນທຶນຈາກພາຍນອກ, ຄວາມສາມາດໃນການສື່ສານເລົ່າເລື່ອງຈຶ່ງສໍາຄັນຫຼາຍ ຄົນທີ່ເຮັດທຸລະກິດຈຶ່ງຕ້ອງວາງ Idea ໃຫ້ເປັນ, ເລົ່າເລື່ອງໃຫ້ຄົນເຂົ້າໃຈ, ສໍາສະເໜີໃຫ້ເຫັນເຖິງບັນຫາ ແລະ Solutions ທີ່ເຂົ້າມາປ່ຽນແປງໃຫ້ຊີວິດຂອງລູກຄ້າດີຂຶ້ນ. ມີທັກສະພື້ນຖານດ້ານ Digital: ບໍ່ຈໍາເປັນຕ້ອງເກັ່ງທຸກ Technology ການເຮັດ SEO (Search Engine Optimization)ຫຼືການເພີ່ມປະສິດທິພາບໃນການຄົ້ນຫາ ທີ່ສໍາຄັນຄື ຕ້ອງມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບ ...

Read More »