ເປັນຫຍັງ? Co-Living Space ຈຶ່ງຖືກໃຈຄົນເຮັດວຽກຍຸກໃໝ່!!!

ເປັນຫຍັງ? Co-Living Space ຈຶ່ງຖືກໃຈຄົນຍຸກໃໝ່!!!

ປັດຈຸບັນ Life Style ການເຮັດວຽກຂອງຄົນລຸ່ນໃໝ່ມັກຈະບໍ່ຢູ່ກັບທີ່, ມັກເດີນທາງຕະຫຼອດ ບໍ່ວ່າຈະເປັນການເດິີນທາງເພື່ອເຮັດວຽກ ຫຼືທ່ອງທ່ຽວສ່ວນຕົວ ບວກກັບການເຕີບໃຫຍ່ຂອງໂລກ Social ເຮັດໃຫ້ສາມາດສື່ສານກັນຜ່ານທາງ Online ຫຼາຍຂຶ້ນ! ຈຶ່ງມີຂີດຈໍາກັດຂອງເຄືອຄ່າຍທີ່ເຮັດໃຫ້ການເຂົ້າເຖິງໝູ່ຄູ່ແບບຕົວຕໍ່ຕົວຂາດຫາຍໄປ; ການຍ້າຍບ່ອນເຮັດວຽກໄປຢູ່ຕ່າງເມືອງ, ຕ່າງແຂວງ ແລະຕ່າງປະເທດຕ້ອງໄປຢູ່ຕົວຄົນດຽວ ເຮັດໃຫ້ປະສົບກັບພາວະຄວາມເຫງົາ ແລະໂດດດ່ຽວ! ດ້ວຍເຫດຜົນນີ້ ຜູ້ໃຫ້ບໍລິການບ່ອນພັກເຊົາຈຶ່ງໄດ້ເປີດໃຫ້ຜູ້ເຊົ່າຫຼາຍໆຄົນໄດ້ມາຢູ່ຮ່ວມກັນເປັນ Community ພາຍໃຕ້ຫຼັງຄາດຽວກັນ. Co-Living Space ຈຶ່ງຖືກໍາເນີດຂຶ້ນ ເພື່ອມາຕອບໂຈດ ແລະເປັນຢາຮັກສາທີ່ດີທີ່ສຸດໃຫ້ກັບຄົນຍຸກນີ້… ເຮົາລອງມາເບິ່ງນໍາກັນກັບ 6 ເຫດຜົນ! ທີ່ບົ່ງບອກວ່າ ເປັນຫຍັງບ່ອນພັກອາໄສປະເພດນີ້ ຈຶ່ງມາແຮງ ແລະການເປັນເທຣນໃນກຸ່ມຄົນຍຸກນີ້.

  1. ເຂົ້າກັບ Style ຄົນເຮັດວຽກຍຸກໃໝ່

Co-Living Space ໄດ້ໃຈຄົນເຮັດວຽກຍຸກໃໝ່ ຍ້ອນວ່າເປັນບ່ອນພັກທີ່ມາພ້ອມກັບຄວາມຫລູຫລາ ແລະຖືກອອກແບບມາເພື່ອໃຫ້ເໝາະສົມກັບຄວາມຕ້ອງການຂອງຄົນຍຸກໃໝ່ ໂດຍອາໄສການອອກແບບ Style Modern ສະໄໝໃໝ່, ໃຊ້ໂທນສີ ແລະ Texture ທີ່ລຽບງ່າຍແຕ່ສະອາດຕາ, ໃຊ້ອົງປະກອບການຕົບແຕ່ງແບບ Industrial Style ແລະໄມ້ຈາກທໍາມະຊາດ; ຕອບສະໜອງຄວາມຕ້ອງການຂອງຄົນຍຸກນີ້ ທີ່ຍອມຈ່າຍເງິນເພື່ອໃຫ້ໄດ້ປະສົບການທີ່ດີ ແລະມີຄຸນຄ່າ

  1. ກໍາຈັດບັນຫາຄົນເບີ່ງແຍງເຮືອນ

ເພາະເຂົ້າໃຈເຖິງວິຖີ ແລະນິໄສຂອງຄົນຍຸກນີ້ Co-Living Space ຈຶ່ງມີບໍລິການທໍາຄວາມສະອາດຫ້ອງເປັນອາທິດ ເພື່ອເຂົ້າມາຊ່ວຍກໍາຈັດບັນຫາ ແລະຄວາມຫຍຸ້ງຍາກໃນການເບິ່ງແຍງເຮືອນ ເຊິ່ງຖືວ່າຖືກໃຈຄົນຍຸກໃໝ່ຫຼາຍ ເພາະບໍ່ຕ້ອງລົງມືທໍາຄວາມສະອາດຫ້ອງດ້ວຍຕົນເອງ

  1. ເຂົາຢູ່ໄດ້ທັນທີ ແຖມໝູ່ໃຫ້ຟີ

ສາມາດເຂົ້າຢູ່ໄດ້ທັນທີ ເຊິ່ງບໍ່ແມ່ນແຕ່ບ່ອນພັກອາໄສ, ນໍ້າໄຟພ້ອມ, ເຄື່ອງໃຊ້ຄົບເທົ່ານັ້ນ ແຕ່ຍັງສາມາດເຂົ້າເຖິງ Community ຫຼືໝູ່ຄູ່ຜູ້ເຊົ່າໄດ້ອີກດ້ວຍ ໂດຍຈະສ້າງສໍາພັນດ້ວຍການກິນອາຫານເຊົ້າຮ່ວມກັນເທິງໂຕະອາຫານ, ດຶ່ມກາເຟຕອນແລງ ຫຼືຜ່ານທາງສົນທະນາຕ່າງໆ ອີກທັງຍັງມີກິດຈະກໍາເພື່ອສ້າງສາຍສໍາພັນໃນກຸ່ມຄົນທີ່ອາໄສເປັນໄລຍະ ຖືວ່າເປັນການແກ້ເຫງົາໃຫ້ກັບຄົນຍຸກໃໝ່ໄດ້ເປັນຢ່າງດີ.

  1. ສ່ວນຕົວກໍໄດ້ເຂົ້າສັງຄົມກໍດີ

ຫົວໃຈຫຼັກຂອງບ່ອນພັກແບບ Co-Living Space ຄືການມີຫ້ອງດ່ຽວສໍາລັບຜູ້ເຊົ່າ ເພື່ອເປັນການກາລັນຕີວ່າຜູ້ອາໄສສາມາດມີພື້ນທີສ່ວນຕົວເປັນຂອງຕົວເອງໄດ້ ແຕ່ຖ້າຮູ້ສຶກເຫົງາ ແລະຢາກພົບປະກັບຜູ້ຄົນພຽງແຕ່ປະຕູຫ້ອງແລ້ວອອກມາສັງສັນກັບໝູ່ຄູ່ໄດ້ໃນພື້ນທີ່ສ່ວນກາງ

  1. ສັນຍາເຊົ່າໄລຍະສັ້ນ

ເພາະຜູ້ປະກອບການຍຸກໃໝ່ ແລະຄົນເຮັດວຽກຕ້ອງການຄວາມຍືດຫຍຸ່ນໃນການຍົກຍ້າຍໄດ້ຕາມທີ່ຕ້ອງການເນື່ອງຈາກປັດໃຈໃນການເຮັດວຽກ Co-Living Space ຈຶ່ງສາມາດຕອບໂຈດນີ້ໄດ້ ເພາະມີສັນຍາເຊົ່າແບບໄລຍະສັ້ນ ຖືວ່າເປັນຂໍ້ສະເໜີແບບ Win-Win ທັງສອງຝ່າຍ

  1. ຕອບໂຈດຄົນເຫງົາໃນເມືອງໃຫຍ່

ຍ້ອນເປັນບ່ອນພັກທີ່ພ້ອມໃຫ້ບໍລິການ ແບບພີມ່ຽມເຮັດໃຫ້ Co-Living Space ເປັນຕົວເລືອກທີ່ສາມາດຕອບໂຈດໃຫ້ກັບຄົນເຮັດວຽກລຸ້ນໃໝ່ ໂດຍສະເພາະໃນເມືອງໃຫຍ່ໆ ທີ່ມີກໍາລັງຊັບຫຼາຍ ແລະພ້ອມຈ່າຍ. ເພາະ Co-Living Space ເຂົ້າມາເປັນຕົວຊ່ວຍ ແລະສ້າງນິຍາມໃໝ່ໃຫ້ກັບທີ່ພັກອາໄສປັດຈຸບັນ ພ້ອມທັງແກ້ບັນຫາເລື່ອງຂອງຄວາມໂດດດ່ຽວ ທີ່ເປັນພາວະຄຸກຄາມຄົນໃນທຸກມື້ນີ້ອີກດ້ວຍ.

ທີມາ: SMETHAILANDCLUP

Comments