ສີສັນໃໝ່ກໍາລັງຈະມາ! Facebook ກໍາລັງທົດສອບ Colour Comments…

Colour Comments on Facebook

ໄລຍະນີ້ Facebook ດຸໝັ່ນໃນການສ້າງຟີເຈີ່ໃໝ່ໆອອກມາຕະຫຼອດຕະຫຼອດ! ຫຼ້າສຸດ The Nest Web ເວັບໄຊ້ຂ່າວສານດ້ານເທັກໂນໂລຍີໄດ້ເປີດເຜີຍວ່າ Facebook ກໍາລັງທົດສອບຟີເຈີຊື່ Colour Comments ເປັນຟີເຈີ່ທີ່ຜູ້ໃຊ້ສາມາດໃສ່ສີພື້ນຫຼັງໃນຄອມເມັ້ນໄດ້ ໂດຍມີພື້ນຫຼັງໃຫ້ເລືອກ 2 ແບບຄື ພື້ນຫຼັງສີພື້ນ ແລະ ພື້ນຫຼັງບໍ່ມີສີ ຟີເຈີນີ້ຄ້າຍກັບຟີເຈີ Colour Post (ໃສ່ສີພື້ນຫຼັງໃນສະເຕຕັສ) ທີ່ເປີດໃຫ້ໃຊ້ມາແຕ່ເດືອນທັນວາປີກາຍ…

ເຊິ່ງ Facebook ໄດ້ກຽມປ່ອຍຕົວຟີເຈີ Colour Comments ໃຫ້ຜູ້ໃຊ້ກຸ່ມນ້ອຍໆທີ່ໃຊ້ Android ແລະ iOS ທົດລອງໃຊ້ ເຊິ່ງຖ້າໃຊ້ໄດ້ປົກກະຕິບໍ່ມີບັນຫາ ໄວໆນີ້ຜູ້ໃຊ້ທົ່ວໂລກອາດຈະໄດ້ໃຊ້ຟີເຈີນີ້ແນ່ນອນ.

 

ທີ່ມາ: SME-Startup

Comments