ຜູ້ຊ່ວຍ AI ສາມາດຍົກລະດັບໃຫ້ທຸລະກິດຂອງທ່ານໄດ້ແນວໃດ?

ສິ່ງດີໆທີ່ຈະໄດ້! ເມື່ອທ່ານໃຊ້ AI

ເມື່ອປັນຍາປະດິດ ຫຼື AI (Artificial Intelligence) ບໍ່ແມ່ນເລື່ອງໄກຕົວ ເຮັດໃຫ້ຫຼາຍທຸລະກິດໃນບັນດາປະເທດທີ່ພັດທະນາແລ້ວຕື່ນຕົວ ແລະນໍາເຂົ້າມາທົດລອງໃຊ້ໃນການປະກອບທຸລະກິດຂອງຕົນເອງ, ເຊິ່ງຖືວ່າເປັນຄວາມສໍາເລັດອີກຂັ້ນໜຶ່ງກໍວ່າໄດ້. ແຕ່ສໍາລັບຜູ້ປະກອບການທົ່ວໄປໃນບ້ານເຮົາ ທີ່ຄິດຈະນໍາເອົາເຄື່ອງມືປັນຍາປະດິດນີ້ເຂົ້າມານໍາໃຊ້ ຕ້ອງຄິດໃຫ້ດີກ່ອນວ່າ ທ່ານຈະສາມາດໃຊ້ຜູ້ຊ່ວຍນີ້ເຂົ້າມາຍົກປະສິດທິພາບໃນທຸລະກິດຂອງທ່ານ ແລ້ວຈະໄດ້ຜົນດີແທ້ບໍ່? ມາເບິ່ງປະໂຫຍດທີ່ທ່ານຈະໄດ້ພ້ອມກັນເລີຍ…

  1. ໄດ້ຂໍ້ມູນທາງເລິກທີ່ດີກວ່າ

ຄວາມສະຫຼາດຂອງ AI ນັ້ນສາມາດຊອກຫາຂໍ້ມູນທີ່ມີຈໍານວນຫຼາຍ ຫຼືແມ່ນແຕ່ຂໍ້ມູນທີ່ເປັນຊຸດໄດ້ ເຊິ່ງຈະເຮັດໃຫ້ເກີດການເຊື່ອມຕໍ່ກັນ ແລະໄດ້ຂໍ້ມູນໃນທາງເລິກໃໝ່ໆຂຶ້ນມາ ເພື່ອຊ່ວຍໃຫ້ການຕັດສິນໃຈຂອງທຸລະກິດງ່າຍຂຶ້ນ ໂດຍປັດຈຸບັນມີຜູ້ໃຊ້ AI ເປັນຕົວຂັບເຄື່ອນ ແລະເຄື່ອງມືວິເຄາະຕ່າງໆຫຼາກຫຼາຍ ທີ່ຜູ້ໃຊ້ທົ່ວໄປສາມາດໃຊ້ງານໄດ້.

  1. ຊ່ວຍໃຫ້ລະບົບອັດຕະໂນມັດເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ

AI ສາມາດໃຊ້ເຂົ້າໃນການເຮັດກິດຈະກໍາຕ່າງໆໃຫ້ເປັນໄປແບບອັດຕະໂນມັດ ແລະສະດວກຫຼາຍຂຶ້ນເຊັ່ນ: ການຈັດການທາງການເງິນສ່ວນຕົວທີ່ເປັນ Application ການລົງທຶນຂະໜາດນ້ອຍເຊັ່ນ Mylo ທີ່ມີການໃຊ້ AI ເພື່ອຊ່ວຍໃຫ້ຜູ້ໃຊ້ທົ່ວໄປສາມາດເລີ່ມຕົ້ນພ໊ອດໂດຍບໍ່ຕ້ອງຫຍຸ້ງຍາກ ໂດຍ Application ຈະຊ່ວຍເລື່ອງການຊື້ ແລະລົງທຶນໃນພ໊ອດຕ່າງໆ ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ໃຊ້.

  1. ເປັນຜູ້ຊ່ວຍທີ່ແສນຈະສະຫຼາດ

ເຖິງວ່າ Siri ແລະ Alexa ຈະເຮັດວຽກໄດ້ດີ ແຕ່ບາງຄັ້ງກໍອາດຈະມີຄວາມບໍ່ສະຖຽນຢູ່ ແມ່ນແຕ່ກັບຄໍາສັ່ງຂັ້ນພື້ນຖານ ອີກທັງຍັງສາມາດຕອບສະໜອງຕໍ່ຄໍາສັ່ງໄດ້ພຽງຄັ້ງລະຄໍາສັ່ງເທົ່ານັ້ນ ເຊິ່ງຂໍ້ຈໍາກັດເຫຼົ່ານີ້ອາດຈະສົ່ງຜົນຕໍ່ການຕັດສິນໃຈໃຊ້ AI ຂອງໃຜຫຼາຍຄົນ; ແນວໃດກໍຕາມການເກີດຂຶ້ນຂອງຜູ້ຊ່ວຍ AI ໃໝ່ໆ ທີ່ມີສັກກະຍາພາບຫຼາຍຂຶ້ນ ອາດຈະຫຼຸດຄວາມກັງວົນນີ້ລົງໄປໄດ້ເຊັ່ນ: Aigo ທີ່ສາມາດຈົດຈໍາ ແລະຮຽນຮູ້ຈາກຄວາມມັກຂອງຜູ້ໃຊ້ເພື່ອນໍາມາໃຊ້ໃນການສົນທະນາໄດ້ຄືກັບການໂອ້ລົມກັບຄົນແທ້ໆ.

ທີ່ມາ: SMETHAILANDCLUP

 

Comments