ສ້າງ Story Telling ແນວໃດ? ໃຫ້ຖືກໃຈລູກຄ້າ!!! ມາເບິ່ງ 3 ຂັ້ນຕອນໃນການສ້າງ…

3 ຂັ້ນຕອນຂອງການສ້າງ Story Telling…

Content ເປັນໜຶ່ງອົງປະກອບທີ່ສໍາຄັນທີ່ເຮັດໃຫ້ຍີ່ຫໍ່ເກີດຄວາມໜ້າສົນໃຈ ໂດຍໜຶ່ງໃນຮູບແບບຂອງການສ້າງ Content ທີ່ດຶງລູກຄ້າໃຫ້ເຂົ້າຫາສິນຄ້າຢ່າງໄດ້ຜົນຄື “Story Telling” ທີ່ເຮັດໃຫ້ລູກຄ້າເກີດປະຕິກິຍາກັບສິນຄ້າ ແລະຍັງນໍາໄປສູ່ການບອກຕໍ່ ໂດຍເທັກນິດສໍາຄັນທີ່ເຮັດໃຫ້ລູກຄ້າຕິດ Content ຮູບແບບນີ້ຄື: ການເລົ່າເລື່ອງຂອງຍີ່ຫໍ່ໃນມຸມທີ່ພວກເຂົາຢາກຟັງ… ສໍາລັບຍີ່ຫໍ່ທີ່ເລືອກໃຊ້ Content ຮູບແບບນີ້ເທິງເວັບໄຊ້ ແນະນໍາໃຫ້ເຮັດຕາມຂັ້ນຕອນທີ່ຜູ້ຂຽນຈະນໍາສະເໜີໄປນີ້ ເພາະຈະເຮັດໃຫ້ລູກຄ້າເຂົ້າເວັບໄຊ້ຫຼາຍຂຶ້ນ ເນື່ອງຈາກ Content ຖືກໃຈ.

  1. ເລົ່າດ້ວຍຮູບພາບ

ຕົວຢ່າງ: Black House ຮ້ານສະເຕັກຈາກປະເທດອັງກິດ ທີ່ແນະນໍາອາຫານໃນຮ້ານຜ່ານຮູບອາຫານທີ່ຈັດວາງແບບງ່າຍດາຍ ແຕ່ເບິ່ງເປັນຕາກິນ ແລະທຸກຮູບຄຸມໂທນສີໃຫ້ໄປໃນທິດທາງດຽວກັນ; ການໂພສຮູບທີ່ງາມ ແລະສອດຄ່ອງກັບ Content ນອກຈາກຈະເຮັດໃຫ້ຄົນຢາກແຊຣຕໍ່ແລ້ວ ຍັງເຮັດໃຫ້ຢາກໄປລອງຊີມອາຫານຢູ່ຮ້ານນໍາ, ເຈົ້າຂອງຮ້ານຈຶ່ງໄດ້ຮູ້ວ່າ ໃຜຄືລູກຄ້າ; ການໃຊ້ຮູບ Gif ປະກອບຊ່ວຍເພີ່ມຄວາມໜ້າສົນໃຈໃຫ້ Content ໄດ້ຫຼາຍ.

  1. ດຶງດ້ວຍເກມ

ຖ້າຢາກໃຫ້ລູກຄ້າເຂົ້າເວັບໄຊ້ຕ້ອງຊອກເກມໃຫ້ພວກເຂົາຮ່ວມຫຼິ້ນມ່ວນເຊັ່ນ ການນໍາເລື່ອງລາວທີ່ຍີ່ຫໍ່ຢາກຖ່າຍທອດ ອອກມາສ້າງເປັນເກມໃຫ້ຫຼິ້ນ ເພື່ອສະສົມຄະແນນແລກຂອງລາງວັນ ການນໍາສະເໜີ Content Story Telling ຜ່ານເກມນັ້ນ ເກມຕ້ອງໂຫຼດໄວ, ບໍ່ສະດຸດ, ມີປຸ່ມກົດຂ້າມ ເພື່ອຕອບໂຈດນິໄສຂອງລູກຄ້າໃນຍຸກທີ່ບໍ່ມັກຄອຍຖ້າ. ຕົວຢ່າງ ຍີ່ຫໍ່ທີ່ໃຊ້ວິທີການຄື Drop box ທີ່ສ້າງເກມກ່ຽວກັບການເຂົ້າໃຊ້ງານ Drop Box ໃຫ້ລູກຄ້າຫຼິ້ນ ໂດຍເມື່ອເຮັດຄົບ 5 ຂັ້ນຕອນຈາກ 7 ຂັ້ນຕອນຈະໄດ້ຮັບລາງວັນ.

  1. ຕ້ອງ Interactive

ລູກຄ້າຈະຢູ່ໃນເວັບໄຊ້ດົນຂຶ້ນ ເມື່ອສາມາດຕອບໂຕ້ກັບເວັບໄຊ້ໄດ້ ດັ່ງນັ້ນ ຈຶ່ງຕ້ອງອອກແບບເວັບໄຊ້ໃຫ້ເປັນແບບ Interactive ເຊັ່ນ ການໃຊ້ Parallax Scrolling ເພື່ອໃຫ້ Content ເຄື່ອນທີ່ໄປຕາມເມົ້າສ, ໃຊ້ຟີເຈີ່ Hover ເພື່ອໃຫ້ມີຂໍ້ຄວາມປາກົດຂຶ້ນເທິງຮູບທີ່ເອົາເມົ້າສໄປວາງໃສ່ ລວມໄປເຖິງການໃຊ້ Icon Interactive ຕ່າງໆເພື່ອໃຫ້ລູກຄ້າຮູ້ສຶກມ່ວນກັບການໃຊ້ງານເວັບໄຊ້.

ນອກຈາກສິ່ງທີ່ກ່າວມາຂ້າງເທິງແລ້ວ ຖ້າຢາກໃຫ້ຍອດຜູ້ຄົນເຂົ້າເວັບໄຊ້ຫຼາຍໆ ຕ້ອງອອກແບບໃຫ້ຮອງຮັບທຸກອຸປະກອນ ເພື່ອໃຫ້ລູກຄ້າເຂົ້າເຖິງເວັບໄຊ້ໄດ້ງ່າຍດາຍ ອາດຈະເປັນອຸປະກອນໃດກໍໄດ້ ແລະຕ້ອງເຮັດໃຫ້ງ່າຍຕໍ່ການແຊຣ; ການເພີ່ມປຸ່ມແຊຣຂອງ Social Media ຕ່າງໆເຊັ່ນ Facebook, Twitter ແລະ Instagram ເທິງເວັບໄຊ້. ວິທີການນີ້ບໍ່ແມ່ນພຽງແຕ່ຊ່ວຍໃຫ້ລູູກຄ້າແຊຣ Content ໄດ້ໄວຂຶ້ນ ແຕ່ຍັງຊ່ວຍໃຫ້ໂປຣໂມດເວັບໄຊ້ໂດຍທີ່ຍີ່ຫໍ່ບໍ່ຕ້ອງຈ່າຍຄ້າໂປຣໂມດເລີຍ.

ທີ່ມາ: SMETHAILANDCLUP

Comments