Digital Entrepreneurship ປ່ຽນທຸລະກິດ SME ດ້ວຍ Digital…

 Digital Entrepreneurship ປ່ຽນທຸລະກິດ SME ດ້ວຍ Digital…

ຍຸກນີ້ເປັນຜູ້ປະກອບການຢ່າງດຽວບໍ່ພໍ ຕ້ອງກ້າວໄປເປັນ Digital Entrepreneurship ໃຫ້ໄດ້!!!

ແມ່ນຫຍັງກໍເກີດຂຶ້ນໄດ້ໃນຍຸກ Digital Disruption ແມ່ນແຕ່ທຸລະກິດໃຫຍ່ໆກໍລົ້ມລະລາຍໄດ້ຖ້າບໍ່ມີການປັບປ່ຽນ; ການປັບຕົວໄປສູ່ຜູ້ປະກອບການຍຸກ Digital ຫຼື Digital Entrepreneurship ຈຶ່ງຈໍາເປັນຫຼາຍສໍາລັບ SME! ໃນໂລກທຸລະກິດທີ່ປາໄວ ພ້ອມທີ່ຈະສວບກິນທັງປານ້ອຍ ແລະ ປາໃຫຍ່… ມື້ນີ້ຜູ້ຂຽນເລີຍຢາກຈະມາເວົ້າເຖິງ 5 ຄຸນລັກສະນະສໍາຄັນ ທີ່ຈະເຮັດໃຫ້ຜູ້ປະກອບການສາມາດປ່ຽນຕົວເອງມາສູ່ Digital Entrepreneurship ໄດ້ ນັ້ນກໍຄື:

  1. ມີຄວາມເປັນນັກເລົ່າເລື່ອງ ຫຼື Storyteller: ເພາະການເປັນຜູ້ປະກອບການຕ້ອງໃຊ້ຊັບພະຍາກອນ, ໃຊ້ເງິນທຶນຈາກພາຍນອກ, ຄວາມສາມາດໃນການສື່ສານເລົ່າເລື່ອງຈຶ່ງສໍາຄັນຫຼາຍ ຄົນທີ່ເຮັດທຸລະກິດຈຶ່ງຕ້ອງວາງ Idea ໃຫ້ເປັນ, ເລົ່າເລື່ອງໃຫ້ຄົນເຂົ້າໃຈ, ສໍາສະເໜີໃຫ້ເຫັນເຖິງບັນຫາ ແລະ Solutions ທີ່ເຂົ້າມາປ່ຽນແປງໃຫ້ຊີວິດຂອງລູກຄ້າດີຂຶ້ນ.

  1. ມີທັກສະພື້ນຖານດ້ານ Digital: ບໍ່ຈໍາເປັນຕ້ອງເກັ່ງທຸກ Technology ການເຮັດ SEO (Search Engine Optimization)ຫຼືການເພີ່ມປະສິດທິພາບໃນການຄົ້ນຫາ ທີ່ສໍາຄັນຄື ຕ້ອງມີຄວາມຮູ້ ຄວາມເຂົ້າໃຈກ່ຽວກັບ Digital Ecosystem ທີ່ປະສານເຊື່ອມຕໍ່ກັນໄດ້.

  1. ຕ້ອງມີ Experimental Mindset: ເປັນນັກລອງຖືກລອງຜິດ ເພາະໂລກ Digital ໝູນໄປຢ່າງໄວວາ ຢ່າມົວແຕ່ເປັນນັກຄິດນັກວາງແຜນ ຢ່າຖ້າຄວາມສົມບູນແບບ ເພາະທຸກຢ່າງປ່ຽນແປງຕະຫຼອດເວລາ ທົດລອງເຮັດອອກມາກ່ອນ ດີ ຫຼືບໍ່ດີແນວໃດຈຶ່ງຄ່ອຍແກ້ໄຂ ຍິ່ງຜິດໄວຍິ່ງປັບຕົວໄດ້ໄວ.

  1. ມີຄວາມສາມາດໃນການຈັດການເລື່ອງການເງິນ: ວາງແຜນການໃຊ້ເງິນລົງທຶນຢ່າງສະຫຼາດ ເພາະການເຮັດທຸລະກິດສະໄໝໃໝ່ Asset ຫຼື ສິນຊັບທີ່ມີຄ່າທີ່ສຸດຂອງທຸລະກິດ ບໍ່ແມ່ນສິນຊັບຖາວອນ (Fixed Asset) ເຊັ່ນດິນ ຫຼືອາຄານ ແຕ່ຖ້າສິນຊັບບໍ່ໄດ້ຢູ່ເທິງໜ້າງົບການເງິນ (Off balance Sheet Asset) ເຊັ່ນ: ຖານຜູ້ໃຊ້ງານທົ່ວໂລກທີ່ສາມາດປ່ຽນມາເປັນລາຍໄດ້ ສ້າງທຸລະກິດມະຫາສານໃຫ້ກັບ Facebook

 

  1. ເຮັດທຸລະກິດທີ່ມຸ່ງສ້າງ Better Life… Better Society: ກໍາໄລທີ່ເປັນເງິນອາດບໍ່ແມ່ນຄໍາຕອບດຽວໃນການເຮັດທຸລະກິດ ເປົ້າໝາຍທີ່ຍິ່ງໃຫຍ່ກວ່ານັ້ນຄື ການເຮັດໃຫ້ຄຸນນະພາບຂອງຜູ້ຄົນດີຂຶ້ນ; ຖາມຕົວເອງໃນທຸກມື້ທີ່ຕື່ນມາວ່າ ທຸລະກິດຂອງທ່ານຈະຊ່ວຍໃຫ້ຊີວິດຄົນອື່ນດີຂຶ້ນແນວໃດ! ທຸລະກິດດີ ສັງຄົມດີ ເມື່ອນັ້ນລາຍໄດ້ຈະຕາມມາ…

ແລະ ທັງໝົດນີ້ກໍຄືທັກສະ Digital Entrepreneurship ທີ່ຜູ້ປະກອບການຍຸກໃໝ່ບໍ່ມີບໍ່ໄດ້ ໃນມື້ທີ່ເກມທຸລະກິດພ້ອມຈະປ່ຽນທິດລົມໄດ້ທຸກເມື່ອ… ນອກຈາກຄຸນສົມບັດ ແລະທັກສະຕ່າງໆແລ້ວ ສິ່ງທີ່ຜູ້ປະກອບການທຸກຄົນຕ້ອງມີຄື ກໍາລັງໃຈທີ່ເຮັດໃຫ້ຢາກຕື່ນມາເຮັດວຽກຕໍ່ໄປເລື້ອຍໆແບບບໍ່ຮູ້ຈົບ ແລະ ນອກເໜືອຈາກລາຍໄດ້ຄື ການເຮັດທຸລະກິດເພື່ອຊ່ວຍໃຫ້ຊີວິດຄົນອື່ນດີຂຶ້ນໄປພ້ອມ.

ທີ່ມາ: SMETHAILANTCLUP

Comments