Author Archives: Paeng KC

ເຊກອງ ກວດຢືດລົດຂົນໄມ້ 15 ຄັນ ບໍລິມາດຫຼາຍພັນແມັດກ້ອນ

ຜ່ານການຊີ້ນໍາ-ນໍາພາຂອງຄະນະພັກ, ຄະນະກວດກາລັດແຂວງເຊກອງບວກກັບຄວາມເປັນເຈົ້າການຂອງສະມາຊິກຊາວໜຸ່ມພາຍໃນໜ່ວຍຊາວໜຸ່ມຮາກ ຖານໄດ້ເອົາໃຈໃສ່ສຸມສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້ຈົນສາມາດຍາດໄດ້ຜົນງານທີ່ເດັ່ນຫຼາຍດ້ານໜື່ງໃນນັ້ນກໍແມ່ນການແກ້ໄຂບັນຫາໄມ້ລຽບຕາມຊາຍແດນແຂວງເຊກອງ ສປປ ລາວ ແລະ ແຂວງກວາງນາມ ສສ ຫວຽດນາມ. ທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານອົງການກວດກາລັດ, ທັງເປັນເລຂາໜ່ວຍຮາກຖານຊາວໜຸ່ມໄດ້ລາຍງານໃນກອງປະຊຸໃຫຍ່ຄັ້ງທີ III ຂອງ ໜ່ວຍຮາກຖານຊາວໜຸ່ມຄະນະກວດກາພັກແຂວງທີ່ຈັດຂຶ້ນບໍ່ດົນມານີ້ໃຫ້ຮູ້ວ່າ: ໃນໄລຍະ 4 ປີຜ່ານມາ ( ປີ 2016- 2019 ) ໄດ້ຕິຕາມ, ກວດກາການປັບປຸງ, ກໍ່ສ້າງພັກ ແລະພິທີການຕ່າງໆເປັນປົກກະຕິ ແລະຜ່ານການສ່ອງແສງລາຍງານການດໍາເນີນຊີວິດການເມືອງບັນດາຮາກຖານພັກອ້ອມຂ້າງແຂວງ ໄດ້ຮັບການສ່ອງແສງລາຍງານຫຼາຍກວ່າ 820 ຄັ້ງ, ການແກ້ໄຂຜົນຂອງການດໍາເນີນຊີວິດການເມືອງປັບປຸງປົວແປງພັກ ປີ 2017 ລວມທັງໝົດ 20 ເປົ້າ ໝາຍຕີລາຄາໄດ້ວ່າການຈັດຕັ້ງພັກແຕ່ລະຂັ້ນໄດ້ປັບປຸງ, ກໍ່ສ້າງນັບມື້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະເຕີບໃຫຍ່ຂະຫຍາຍຕົວຮັບປະກັນດ້ານປະລິມານ ແລະຄຸນນະພາບສູງຂຶ້ນ. ປີ 2018 ທົ່ວແຂວງມີສະມາຊິກພັກທັງໝົດ 8.666 ສະຫາຍເພີ່ມຂຶ້ນ 1.973 ສະຫາຍ (ທຽບໃສ່ປີ 2016 ຈໍານວນ 6.729 ສະຫາຍ) ເທົ່າກັບ 29, 32%, ມີໜ່ວຍພັກທັງໝົດ ...

Read More »

ລັດຖະບານອອກມາຢືນຢັນແລ້ວ!!! ຈີນຈະຮັບຜິດຊອບຕໍ່ຜົນເສຍຫາຍຈາກສິ້ນສ່ວນການບິນອາວະກາດຕົກໃສ່ລາວ

ພາຍຫຼັງທີ່ຫ້ອງການກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ອອກ ໜັງສືແຈ້ງການສະບັບເລກທີ 10896/ຍທຂ.ຫກ ເພື່ອແຈ້ງເຖິງບັນດາຫົວໜ້າຫ້ອງ ວ່າການແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະສະຫວັນນະເຂດ ວ່າຈະມີສິ້ນສ່ວນການບິນອາວະກາດ ຕົກໃນວັນທີ 23 ພຶດສະພາ ໃນເຂດບໍລິເວນດັ່ງກ່າວ, ຕໍ່ກັບແຈ້ງການດັ່ງກ່າວ ຫ້ອງການກະຊວງ ຍທຂ ໄດ້ຢືນຢັນວ່າຫາກເຫດການເກີດຂຶ້ນຈິງ ແລະມີຄວາມເສຍຫາຍແທ້ທາງຝ່າຍຈີນຈະເປັນຜູ້ຮັບຜິດຊອບທັງໝົດ. ທ່ານ ບຸນຈັນ ສິນຣາຊະວົງ ຫົວໜ້າຫ້ອງການກະຊວງ ຍທຂ ໃຫ້ສຳພາດກັບທີມຂ່າວເສດຖະກິດ-ສັງຄົມຜ່ານທາງໂທລະສັບໃນວັນທີ 23 ພຶດສະພາຜ່ານ ມາວ່າ: ຫຼັງຈາກຫ້ອງການກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ໄດ້ອອກໜັງສືແຈ້ງການສະບັບເລກທີ 10896/ຍທຂ.ຫກ, ລົງວັນທີ 21 ພຶດ ສະພາ 2019 ເພື່ອແຈ້ງເຖິງບັນດາຫົວໜ້າຫ້ອງວ່າການແຂວງຈຳປາສັກ, ສາລະວັນ, ອັດຕະປື, ເຊກອງ ແລະສະຫວັນນະເຂດກ່ຽວກັບການເຄື່ອນໄຫວກິດຈະການໆບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ, ສະນັ້ນຂ່າວສານການບິນຂອງ ສປ ຈີນ ຈຶ່ງໄດ້ແຈ້ງວ່າຈະມີກິດຈະການໆບິນອາວະກາດ. ໃນວັນທີ 23 ພຶດສະພາ 2019 ກົງກັບເວລາທ້ອງຖິ່ນ ...

Read More »

ຄັກສຸດ!!! ປະເທດສິງກະໂປ ມີຕູ້ສູບຢານອກສະຖານ ບໍ່ທຳລາຍສິ່ງແວດລ້ອມ ແລະ ຄົນອ້ອມຂ້າງ

ຕາມແຫຼ່ງຂ່າວ ສິງກະໂປ, ເມື່ອບໍ່ດົນມານີ້, ບໍລິສັດ ເຊົາເທີຣນໂກລບ ຈຳກັດ (ເອສຊີຈີ) ເປັນຜູ້ໃຫ້ບໍລິການ ດ້ານໂລຈີສຕິກຂອງ ສິງກະໂປ ໄດ້ຕິດຕັ້ງ ຕູ້ສູບຢາຢູ່ສາທາລະນະ ເປັນແຫ່ງທຳອິດ ໃນພື້ນທ່ີ ຍ່ານວັນ-ນອດຊຶ່ງ ເປັນໃຈກາງ ທຸລະກິດຂອງ ສິງກະໂປ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ຜູ້ທີ່ ຕ້ອງການສູບຢາ, ທັງເປັນການຮັກສາສິ່ງແວດລ້ອມ ແລະ ຮັກສາສຸຂະພາບໃຫ້ແກ່ຜູ້ທ່ີບໍ່ໄດ້ສູບຢາ ແຕ່ມີຄວາມສ່ຽງໄດ້ຮັບອັນຕະລາຍ ແລະ ເປັນພະຍາດຮ້າຍແຮງ ຈາກການສູບ ເອົາຄວັນຢາສູບ. ສິງກະໂປເປັນ ປະເທດໜຶ່ງ ທ່ີມີກົດໝາຍກ່ຽວກັບ ການສູບຢາ ຢ່າງເຂັ້ມງວດທ່ີສຸດ ຂອງໂລກ ໂດຍລັດຖະບານ ແກ້ໄຂກົດ​​ໝາຍ ກຳນົດອາຍຸ ຂັ້ນຕ່ຳ ຂອງຜູ້ສູບຢາ ໃຫ້ເພີ່ມຂຶ້ນເປັນ 19 ປີ ໂດຍມີຜົນ ບັງຄັບໃຊ້ ນັບແຕ່ວັນທີ 1 ມັງກອນຜ່ານມາ. ນອກນັ້ນ ຖ້າເຈົ້າໜ້າທ່ີ ພົບຜູ້ໃດຝ່າຝືນ ດ້ວຍການອອກມາສູບ ຢາຢູ່ນອກພື້ນທ່ີ ກຳນົດໄວ້ ຢູ່ຕາມຖະໜົນ ຈະບໍ່ມີການຕັກເຕືອນອີກ ແຕ່ຈະຖືກຈັບ ແລະ ປັບໄໝຂັ້ນຕ່ຳ ...

Read More »

ໂຄງການປັບປຸງກໍ່ສ້າງ ສະໜາມບິນແຂວງບໍ່ແກ້ວ ຄືບໜ້າເກືອບ 35% ແລ້ວ

ອັບເດດຂ່າວລ່າສຸດ 21/05/2019: ຂອງໂຄງການ ກໍ່ສ້າງປັບປຸງຍົກລະດັບ ສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໂຄງການນີ້ ແມ່ນໂຄງການບຸລິມະສິດຂອງລັດຖະບານແຫ່ງ ສ.ປ.ປ ລາວ . ການກໍ່ສ້າງແມ່ນ ເລີ່ມຕົ້ນລົງມືມາຕັ້ງແຕ່ທ້າຍເດືອນກັນຍາ ປີ2018 ; ປັດຈຸບັນແມ່ນມີຄວາມຄືບໜ້າເກືອບ 35% ໂດຍແມ່ນ ບໍລິສັດ ດວງຈະເລີນພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 149 ກວ່າຕື້ກີບ ເຊິ່ງແມ່ນງົບປະມານແຫ່ງລັດ ແລະ ຄາດການຈະໃຫ້ແລ້ວເສັດ ພ້ອມເປີດນຳໃຊ້ ແມ່ນປະມານຕົ້ນເດືອນ ທັນວາປີ 2020 ຕາມຄຳບອກກ່າວຂອງ ທ່ານຄຳປ່ຽນ ລ້ານນາ ຫົວຫນ້າຮັບຜິດຊອບໂຄງການ ເຊິ່ງການກໍ່ສ້າງນີ້ ແມ່ນໄດ້ມາດຕະຖານຂອງກົມການບິນພົນລະເຮືອນ ແລະ ມີຄວາມປອດໄພຕາມມາດຕະຖານສາກົນ ພ້ອມທັງສາມາດຮອງຮັບເຮືອບິນຂະຫນາດໃຫຍ່ໄດ້. ຂອບໃຈ ພາບ ແລະ ຂ່າວຈາກ : ໂທລະພາບແຂວງບໍ່ແກ້ວ ກົດເບິ່ງ ວີດີໂອ : ໂຄງການ ປັບປຸງຍົກລະດັບ ສະໜາມບິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ,ມີຄວາມຄືບໜ້າ 34 ກວ່າ%ຂ່າວ:ເງິນຫຼົງ ຈິດພູວົງ)(ພາບ:ສາຍສາໜອນ ແກ້ວວິສິດ) Posted ...

Read More »

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພຶດສະພາ 2019

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ພຶດສະພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 22 ແລະ ປິດລົງໃນວັນທີ 23 ພຶດສະພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. I. ກອງປະຊຸມລັດຖະບານສະໄໝສາມັນ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະ ນາຮັບຮອງເອົາ 7 ບົດລາຍງານ ເພື່ອຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ດັ່ງນີ້: 1. ບົດລາຍງານ, ການຟື້ນຟູ ແລະ ປູກໄມ້ ເພື່ອບັນລຸຄາດໝາຍເນື້ອທີ່ປ່າປົກຫຸ້ມ ໃນປີ 2020. 2. ບົດລາຍງານກ່ຽວກັບ ການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ. 3. ບົດລາຍງານກ່ຽວກັບ ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານ ໃນການດໍາເນີນທຸລະກິດຢູ່ ສປປ ລາວ. 4.  ບົດລາຍງານກ່ຽວກັບ ...

Read More »

ຊິ້ນສວນຍານອາວະກາດຈິນຕົກລົງມາມີ 5 ຈຸດ ປະຊາຊົນຢາກຮູ້ວ່າ ຖ້າບາດເຈັບແມ່ນໃຜຈະຮັບຜິດຊອບ

ຈາກເຫດການເສດຊິ້ນສ່ວນຍານອາວະກາດຂອງຈີນ ທີ່ຕົກໃສ່ປະເທດລາວ.ໃນວັນທີ 23/5/2019 ຜ່ານມາ ມີລາຍງານເຂົ້າມາທັງໝົດ 5 ຈຸດທີ່ເສດຍານອາວະກາດຕົກໃສ່, ເຫດການນີ້ພີ່ເຮັດໃຫ້ພີ່ນ້ອງປວງຊົນລາວທົ່ວປະເທດໃຫ້ຄວາມສົນໃຈ ແລະຂ້ອງໃຈພໍສົມຄວນ.ດ້ວຍເຫດໃດລັດຖະບານຈິ່ງອະນຸຍາດໃຫ້ຈີນລະເບີດຍານອາວະກາດຂອງເຂົາຢູ່ໃນຂອບເຂດນ່ານຟ້າຂອງປະເທດລາວ ແລະ ເກີດຂຶ້ນແບບນີ້ ຖ້າເຮັດໃຫ້ຄົນບາດເຈັບ ເຮືອນຊານເປ່ເພ້ ແມ່ນໃຜຈະອອກມາຮັບຜິດຊອບ ເນື່ອງຈາກວ່າ ຢູ່ໃນແຈ້ງການເຕືອນນັ້ນ ບໍ່ໄດ້ລະບຸເຖິງ. ສັງຄົມທັງຫຼາຍເກີດຂໍ້ສົງໄສ ແລະກັງວົນໃຈ.ຄັ້ງນີ້ເປັນຄັ້ງທີ 2 ແລ້ວທີ່ພາກໃຕ້ຂອງລາວເກີດເຫດການແບບນີ້.ໃນກໍລະນີດັ່ງກ່າວນີ້ ໃນຄັ້ງກ່ອນ ແລະຄັ້ງນີ້.ທີ່ບໍ່ທັນມີຜົນກະທົບ ແລະເສຍຫາຍຫຼາຍກໍ່ຕາມ.ແຕ່ກໍ່ເປັນຄວາມສຽ່ງຕໍ່ ປະຊາຊົນ ຊາວລາວຢູ່ໃຕ້ລຸ່ມຟ້າ.. ຖ້າວ່າມີການຖືກເຮືອນເພພັງ ຫຼືຫົວຄົນເຈັບຕາຍຂຶ້ນມາເດໃຜຊິເປັນຝ່າຍຮັບຜິດຊອບຂອງຄວາມເສຍຫາຍດັ່ງກ່າວ.ແລະຕໍ່ໜ້າເດຍັງຊິມີອີກບໍພາກສວ່ນກຽ່ວຂ້ອງຈົ່ງຊີ້ແຈງໃຫ້ພີ່ນ້ອງຊາວລາວທົ່ວປະເທດຊາບຮັບຮູ້ນຳແນ່ທ່ານ..ພໍ່ແມ່ພີ່ນ້ອງຊາວລາວອອກຈາກບ້ານທຸກເທື່ອຕ້ອງມີການລະແວງຕະຫຼອດຢ້ານເສດຊິ້ນສວ່ນຕົກໃສ່. ຊິ້ນສ່ວນຍາຍອາວະກາດຕົກລົງມາມື້ວານນີ້ມຮ 5 ຈຸດຄື: ຈຸດທີ 1: ເວລາປະມານ 6:30 ໂມງ  ຕົກຢູ່ບ້ານທົ່ງເສັດ ເມືອງປາກຊອ່ງ ແຂວງຈຳປາສັກ ຈຸດທີ 2: ເວລາປະມານ 6:00 ໂມງ ຕົກທີ່ເດີນໂຮງຮຽນບ້ານໜອງຕົມ ເມືອງເລົ່າງາມ ແຂວງສະລາວັນ ຈຸດທີ 3: ຕົກທີ່ ບ້ານບຶງງາມ, ເມືອງໂຂງ ແຂວງຈໍາປາສັກ  ເວລາປະມານ 6:20 ຈຸດທີ 4:  ຕົກທີ່ລານວັດ ບ້ານເສັດ ເມືອງປາກຊ່ອງ ແຂວງຈຳປາສັກ ເກືອບຖືກຫົວຄູບາ ຈຸດທີ 5:   ຕົກລົງ ...

Read More »

ຄ່າໄຟຟ້າແພງ ໄລຍະນີ້ ເປັນຍ້ອນຜູ້ຊົມໃຊ້ກະແສໄຟຟ້າສູງ ຍ້ອນອາກາດຮ້ອນເອົ້າ

ໃນ​ສະ­ພາບ​ອາດ​ກາດ​ທີ່​ຮ້ອນ​ອົບ­ເອົ້າ ມັນ​ໄດ້​ສົ່ງ​ຜົນ​ກະ­ທົບ​ຫຼາຍ​ຢ່າງ​ຕໍ່​ສິ່ງ​ທີ່​ມີ​ຊີ­ວິດ​ຢູ່​ໃນ​ໂລກ ໃນ​ນັ້ນ ກໍ​ມີ​ຜົນ​ກະ­ທົບ​ຕໍ່​ຜູ້​ຊົມ­ໃຊ້​ໄຟ­ຟ້າ ໃນ​ໄລ­ຍະ​ທີ່​ກ້າວ​ເຂົ້າ​ສູ່​ລະ­ດູ­ແລ້ງ​ທີ່​ອາ­ກາດ​ຮ້ອນ​ອົບ­ເອົ້າ​ຢູ່​ປະ­ເທດ​ເຮົາ ກໍ​ຄື ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ທີ່​ເປັນ​ຕົວ​ເມືອງ​ໃຫຍ່​ການ​ຊົມ­ໃຊ້​ໄຟ­ຟ້າ​ເປັນ​ບັນ­ຫາ​ສຳ­ຄັນ ແລະ ຂາດ​ບໍ່​ໄດ້ ເມື່ອ​ອາ­ກາດ​ຮ້ອນ​ແນ່­ນອນ​ການ​ຊົມ­ໃຊ້​ເຄື່ອງ​ໄຟ­ຟ້າ​ກໍ​ເພີ່ມ​ຂຶ້ນ​ເປັນ­ຕົ້ນ ແອ, ພັດ​ລົມ ແລະ ອື່ນໆ ເພື່ອ​ສະ­ດວກ​ໃຫ້​ແກ່​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ​ຂອງ​ຄົນ​ເຮົາ ໂດຍ​ສະ­ເພາະ ເດືອນ​ເມ­ສາ​ຜ່ານ​ມາ ຜູ້​ຊົມ­ໃຊ້​ໄຟ­ຟ້າ​ຫຼາຍ​ຄົນ​ມີ​ການ​ຈົ່ມ​ວ່າ​ໄປ​ໃນ​ຫຼາຍ​ແງ່​ຫຼາຍ​ມູມ ອອກ​ມາ​ວ່າ​ຄ່າ​ໄຟ­ຟ້າ​ສູງ​ຜິດ​ປົກ­ກະ­ຕິ​ທຽບ­ໃສ່​ໄລ­ຍະ​ຜ່ານ​ມາ ທັງໆ​ທີ່​ເຄື່ອງ­ໃຊ້​ຍັງ​ຄື­ເກົ່າ​ບໍ່​ມີ​ການ​ປ່ຽນ­ແປງ ແຕ່​ຄ່າ​ກະ­ແສ​ໄຟ­ຟ້າ​ໃນ​ເດືອນ​ຜັດ​ມີ​ການ​ປ່ຽນ­ແປງ​ຕົວ​ເລກ​ເງິນ​ສູງ​ສອງ​ເທົ່າ ສາມ​ເທົ່າ​ຕົວ ຈາກ​ສະ­ພາບ​ດັ່ງ­ກ່າວ​ນັ້ນ ຫຼາຍ​ຄົນ​ໄດ້​ເອົາ​ລົງ​ທາງ​ສື່​ອອນ​ລາຍ ເປັນ­ຕົ້ນ ເຟສ​ບຸກ​ແບບ​ເວົ້າ​ໄປ​ຕາມ​ພາ­ສາ​ຄວາມ​ເຂົ້າ­ໃຈ​ຂອງ​ຕົນ​ເອງ ທີ່​ເປັນ​ທາງ​ລົບ​ໃຫ້​ແກ່​ໄຟ­ຟ້າ​ລາວ ກໍ​ຄື ໄຟ­ຟ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ. ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ມະ­ຫາ­ຊົນ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ໃຫ້​ສຳ­ພາດ ວັນ​ທີ 22 ພຶດ­ສະ­ພາ 2019 ວ່າ: ສາ­ເຫດ​ທີ່​ພາ­ໃຫ້​ຄ່າ​ກະ­ແສ​ໄຟ­ຟ້າ​ຜູ້​ຊົມ­ໃຊ້​ສູງ​ໃນ​ໄລ­ຍະ​ເດືອນ​ມີ­ນາ​ຫາ​ເດືອນ​ເມ­ສາ 2019 ນັ້ນ ຍ້ອນ​ສະ­ພາບ​ອາ­ກາດ​ຮ້ອນ​ອົບ­ເອົ້າ ຈຶ່ງ​ເຮັດ​ໃຫ້­ການ​ຊົມ­ໃຊ້​ໄຟ­ຟ້າ​ຂອງ​ແຕ່​ລະ​ຄົວ​ເຮືອນ ສຳ­ນັກ­ງານ ອົງ­ການ ແລະ ຫົວ­ໜ່ວຍ​ທຸ­ລະ​ກິດ​ເພີ່ມ​ຂຶ້ນ. ສະ­ເພາະ​ການ​ຊົມ­ໃຊ້​ໄຟ­ຟ້າ​ທີ່­ຢູ່​ອາ­ໄສ ແມ່ນ​ປະ­ຕິ­ບັດ​ການ​ເສຍ​ຄ່າ​ໄຟ­ຟ້າ 6 ຂັ້ນ ຖ້າ​ທຽບ​ເດືອນ​ມີ­ນາ​ໃສ່​ເດືອນ​ກຸມ­ພາ​ຂັ້ນ 1 ແຕ່ 0-25 ບໍ່​ໄດ້​ເພີ່ມ​ຂັ້ນ ...

Read More »

ໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດສະພາ 2019

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດສະພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ພຶດສະພາ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາ ທ່ານຮອງນາຍົກລັດ ຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ກອງປະຊຸມລັດຖະບານຄັ້ງນີ້, ຈະໄດ້ດຳເນີນເປັນເວລາ 2 ວັນ (ວັນທີ 22-23 ພຶດສະພາ 2019), ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 9 ເອກະສານສໍາຄັນ ຄື: 1. ບົດລາຍງານການຄຸ້ມຄອງ, ການຟື້ນຟູ ແລະ ການປູກປ່າ ເພື່ອທົດແທນການຫັນເນື້ອທີ່ປ່າເປັນເຂດສຳປະທານການລົງທຶນ ແລະ ເພື່ອບັນລຸຄາດໝາຍເນື້ອທີ່ປ່າປົກຫຸ້ມ ໃນປີ 2020. 2. ບົດລາຍງານການປະຕິບັດວຽກຈຸດສຸມ ພັດທະນາຊັບພະຍາກອນມະນຸດ ຕິດພັນກັບການພັດ ທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ. 3. ບົດລາຍງານຜົນການວິເຄາະໂຄງສ້າງລາຄານໍ້າມັນ ແລະ ທິດທາງໃນການຄຸ້ມຄອງນໍ້າ ໃນ ສ ປປ ລາວ. ...

Read More »

ບໍລິຄໍາໄຊ ສັ່ງໃຫ້ໂຮງງານແຮ່ມ ແກ້ໄຂບັນຫານໍ້າເປື້ອນ ຫຼັງຈາກມີການຮ້ອງທຸກ ຈາກປະຊາຊົນລົງສື່ອອນລາຍ

ຫຼັງຈາກໄດ້ມີຂ່າວຄາວຈາກປະຊາຊົນໄດ້ລົງສື່ອອນລາຍ ແລະ ກໍມີຫຼາຍສຳນັກຂ່າວທັງອອນລາຍ ແລະ ໜັງສືພີມ ໄດ້ສະເໜີຂ່າວ ແລະ ແຊຮ໌ຂ່າວ ທີ່ເປັນບັນຫາເດືອນຮ້ອນຂອງປະຊົນ ກ່ຽວກັບ ໂຮງງານແຮ່ມ ໄດ້ປ່ອຍນໍ້າເສຍ,​ນໍ້າເປື້ອນລົງສູ່ແຫຼ່ງນໍ້າທໍາມະຊາດ ແລະ ສົ່ງກິ່ນເໝັນໃຫ້ກັບປະຊາຊົນຕໍ່ກັບເຫດການຄັ້ງນີ້, ທາງພາກສ່ວນກ່ຽວຂ້ອງແຂວງບໍລິຄໍາໄຊ ກໍບໍ່ນິ້ງນອນໃຈ  ໄດ້ມີການຈັດກອງປະຊຸມປຶກສາຫາລືໃນວັນທີ 20 ພຶດສະພາ 2019 ຜ່ານມາ, ພ້ອມທັງໄດ້ຂໍ້ສະຫຼຸບວ່າມອບໃຫ້ໂຮງງານສະກັດຝຸ່ນເຄືອແຮ່ມຈັນສ່ອງຟ້າ ຈໍາກັດ ເປັນຜູ້ຮັບຜິດຊອບທັງໝົດໃນການເກັບມ້ຽນສິ່ງເສດເຫຼືອດັ່ງກ່າວ ໃຫ້ສໍາເລັດໃນເດືອນພຶດສະພານີ້, ໂດຍມີຄະນະຮັບຜິດຊອບຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລົງຕິດຕາມຢ່າງໃກ້ສິດການປະຕິບັດງານໃນຄັ້ງນີ້. ໂດຍຂໍ້ມູນເປີດເຜີຍຄັ້ງຫຼ້າສຸດຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ພສຊ)ແຂວງບໍລິຄໍາໄຊ ໃຫ້ຮູ້ຕໍ່ທີມຂ່າວພວກເຮົາໃນວັນທີ 21 ພຶດສະພາວ່າ: ໃນວັນທີ 20 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມ ພສຊ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂບັນຫາຜົນກະທົບທາງດ້ານສິ່ງແວດລ້ອມຈາກການດໍາເນີນກິດຈະການໂຮງງານສະກັດຝຸນເຄືອແຮ່ມຈັນສ່ອງຟ້າ ຈໍາກັດ ຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ໂດຍເປົ້າໝາຍເພື່ອຫາລືຊອກຫາວິທີແກ້ໄຂ ແລະ ຫຼຸດຜ່ອນບັນຫາຜົນກະທົບທາງດ້ານສິ່ງແວດລ້ອມ ຕົ້ນຕໍແມ່ນບັນຫານໍ້າເປື້ອນ, ບັນຫາສິ່ງເສດເຫຼືອຈາກເຄືອແຮ່ມ ຈາກການດໍາເນີນກິດຈະການຂອງໂຮງງານ, ເນື່ອງຈາກການດໍາເນີນກິດຈະການດັ່ງກ່າວໃນໄລຍະຜ່ານມາເປັນລະດູຝົນເຮັດໃຫ້ນໍ້າເປື້ອນຈາກອ່າງບໍາບັດຂອງໂຮງງານລົ້ນລົງສູ່ສາຍຫ້ວຍທໍາມະຊາດທີ່ຢູ່ອ້ອມຂ້າງໂຮງງານ, ພ້ອມດຽວກັນນັ້ນດ້ານລະບົບການບໍາບັດນໍ້າເປື້ອນຂອງໂຮງງານຍັງບໍ່ໄດ້ມາດຕະຖານ ຍັງເປັນແບບປະຖົມປະຖານ, ສ່ວນປະລິມານເສດເຄືອແຮ່ມມີຈໍານວນຫຼວງຫຼາຍ ແລະ ຖິ້ມຊະຊາຍຕາມບໍລິເວນໂຮງງານ, ພ້ອມນັ້ນຜູ້ປະກອບການຍັງບໍ່ເອົາໃຈໃສ່ປະຕິບັດຕາມແຜນຄຸ້ມຄອງສິ່ງແວດລ້ອມຂອງໂຮງງານຢ່າງເຂັ້ມງວດ, ...

Read More »

ຊົມເຊີຍ!!! ຜົນສຳເລັດການເຊື່ອມຈອດ ຂົວຂ້າມນໍ້າຂອງທາງລົດໄຟລາວ-ຈີນ

ໃນທີ່ສຸດ ກໍ່ຈອດກັນ !!! ຊົມເຊີຍ ຜົນສໍາເລັດການເຊື່ອມຈອດ ຂົວລົດໄຟ ລາວ-ຈີນ ຂ້າມແມ່ນໍ້າຂອງ ແຫ່ງທໍາອິດ ຢູ່ແຂວງຫຼວງພະບາງ ຕອນນີ້ ເຊື່ອມຈອດກັນ ເປັນທີ່ຮຽບຮ້ອຍແລ້ວຈຸດລະຫວ່າງ ເມືອງ ຈອມເພັດ ຫາ ນະຄອນຫຼວງພະບາງ !!! ພຽງສອງປີນັບຈາກນີ້, ລົດໄຟລາວ – ຈີນຈະແລ່ນຜ່ານອຸໂມງ, ຂ້າມຂົວຂ້າມແມ່ນ້ໍາຂອງແຂວງຫຼວງພະບາງ ຢູ່ທີ່ຂົວນີ້ແມ່ນມີຄວາມຍາວ 1,458 ແມັດ ແລະ ມີເສົາຄໍ້າຂະໜາດໃຫຍ່ຫຼາຍກວ່າ 30 ຕົ້ນ. ແລະ ລົດໄຟໂດຍສານມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງໃນຂະນະລົດໄຟຂົນສົ່ງຈະແລ່ນດ້ວຍຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ. ເສັ້ນທາງລົດໄຟ ໃນໄລຍະຜ່ານແຂວງຫຼວງພະບາງ ມີຄວາມຍາວທັງໝົດ 37 ກິໂລແມັດ, ມີອຸໂມງ 10 ແຫ່ງ ແລະ ຂົວ 24 ແຫ່ງ ແລະ ໜ້າວຽກຕ່າງໆແມ່ນໄດ້ຮັບການປະຕິບັດຕາມແຜນການກໍານົດໄວ້, ຍ້ອນໄດ້ຮັບການຮ່ວມມືທີ່ດີຈາກພາກລັດ, ອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ຢູ່ໃກ້ເຂດໂຄງການໄດ້ອໍານວຍຄວາມສະດວກໃນດ້ານຕ່າງໆເປັນຢ່າງດີ, ໂດຍຄາດວ່າຂົວດັ່ງກ່າວຈະສ້າງສໍາເລັດສົມບູນໃນທ້າຍປີ 2019 ນີ້.  

Read More »