Author Archives: Paeng KC

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ອົງ​ການກອງ​ທຶນ​ການ​ເງິນ​ສາ​ກົນ

ໃນ​ວັນທີ 21 ພຶດ​ສະ​ພາ 2019 ທີ່​ນະ​ຄອນ​ຫຼວງວຽງ​ຈັນ, ທ່ານ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ເງິນ ໄດ້​ຕ້ອນ​ຮັບ ທ່ານ ນາງ ອີ​ເຕີ​ລີ ຄ​ຣີນ​ເທັດ ຫົວ​ໜ້າ​ຄະ​ນະ​ປະ​ເມີນ ​ເສດ​ຖະ​ກິດ​ມະ​ຫາ​ພາກ ອົງ​ການກອງ​ທຶນ ​ການ​ເງິນ​ສາ​ກົນ ຫຼື IMF ພ້ອມ​ດ້ວຍ​ຄະ​ນະ ໃນ​ໂອ​ກາດ​ທີ່​ເດີນ​ທາງ​ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດດັ່ງກ່າວ,​ ທ່ານ ສົມ​ດີ ດວງ​ດີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ອີ​ເຕີ​ລີ ຄ​ຣີນ​ເທັດ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນ ເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງ​ການກອງ​ທຶນ​ການ​ເງິນ​ສາ​ກົນ ຫຼື IMF ທີ່ໄດ້ໃຫ້ການສະໜັບສະໜູນ ...

Read More »

ບົດບາດຂອງການເງິນຈຸລະພາກ ກັບການຊ່ວຍຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ

ຄວາມທຸກຍາກຍັງແມ່ນວຽກບູລິມະສິດທີ່ຕ້ອງໄດ້ສຸມໃສ່ຢ່າງຕັ້ງໜ້າ, ເຖິງແມ່ນວ່າ ການລາຍງານ ການຂະຫຍາຍຕົວເສດຖະກິດສູງເທົ່າໃດກໍມີຄວາມໝາຍໜ້ອຍ ຖ້າຫາກຊິວິດການເປັນຢູ່ຂອງປະຊາຊົນສ່ວນໃຫຍ່ຍັງທຸກຍາກຂາດເຂີນ, ການບໍລິການສາທາລະນະຍັງມີຄຸນນະພາບຕ່ຳ. ໃນໄລຍະປີ 2008 ສປປ ລາວ ໄດ້ມີການເງິນຈຸລະພາກເຂົ້າມາ ແຕ່ປະຊາຊົນສ່ວນໃຫຍ່ກໍຍັງບໍ່ທັນໄດ້ມີຄວາມເຂົ້າໃຈ ແລະ ຮູ້ເຖິງຈຸດປະສົງຂອງການເງິນຈຸລະພາກຢ່າງເຖິງຖອງ. ດຳລັດວ່າດ້ວຍສະຖາບັນການເງິນຈຸລະພາກ ສະບັບເລກທີ 460/ລບ ລົງວັນທີ 3 ຕຸລາ 2012 ເຊິ່ງໄດ້ມີການລະບຸຈຸດປະສົງຂອງການເງິນຈຸລະພາກໄວ້ຢ່າງຊັດເຈນ. ລວມທັງການແຍກປະເພດຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ແລະ ໂຄງການການເງິນຈຸລະພາກ, ນອກຈາກນັ້ນຍັງໄດ້ມີການລະບຸປະເພດທຸລະກຳຕ່າງໆທີ່ສະຖາບັນການເງິນຈຸລະພາກສາມາດປະຕິບັດໄດ້ ແລະ ຂໍ້ຫ້າມລວມທັງມາດຕະການຕໍ່ຜູ້ລະເມີດ. ການເງິນຈຸລະພາກແມ່ນການໃຫ້ບໍລິການທາງການເງິນທີ່ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການທາງການເງິນໄດ້ (Financial inclusions).ພາຍໃຕ້ການຄຸ້ມຄອງຂອງກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ. ປັດຈຸບັນມີສະຖາບັນການເງິນຈຸລະພາກທີ່ຂຶ້ນກັບທະນາຄານແຫ່ງ ສປປ ລາວ ຈຳນວນ 185 ແຫ່ງທົ່ວປະເທດ. ເຊິ່ງໃນນັ້ນປະກອບມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ 20 ແຫ່ງ, ສະຖາບັນການເງິນຈຸລະພາກບໍ່ຮັບເງິນຝາກ 77 ແຫ່ງ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ 27 ແຫ່ງ, ບໍລິສັດເຊົ່າສິນເຊື່ອ 29 ແຫ່ງ, ໂຮງຊວດຈຳ 27 ແຫ່ງ ແລະ ໂອນເງິນດ່ວນ ...

Read More »

ຊົມເຊີຍ!!! ລັດຖະບານ ຍົກເລີກການປູກກ້ວຍທີ່ກຳລັງບຸກເບີກຢູ່ນະຄອນຫຼວງ

ລັດຖະບານ ກໍຄື ກະຊວງກະສິກຳ ແລະ ປ່າໄມ້ ໄດ້ປະກາດໃຫ້ຍົກເລີກການປູກກ້ວຍ ທີ່ນັກລົງທຶນກຳລັງບຸກເບີກເນື້ອທີ່ໃໝ່ ຈຳນວນ 600-700 ເຮັກຕາ ຢູ່ນະຄອນຫຼວງວຽງຈັນ, ສ່ວນຈຳນວນເນື້ອທີ່ ທີ່ໄດ້ປູກ ແລະ ໃຫ້ຜົນຜະລິດແລ້ວນັ້ນ, ໃຫ້ຫັນເປັນກະສິກໍາສະອາດ. ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳ ພາດໃນວັນທີ 21 ພຶດສະພາ 2019 ນີ້ວ່າ: ອີງຕາມຫາງສຽງຂອງປະຊາຊົນ ສະເໜີວ່າ ປັດຈຸບັນ, ມີນັກລົງທຶນໄດ້ໄປເຊົ່າດິນນຳປະຊາຊົນໂດຍກົງ, ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນກ່ຽວຂ້ອງ ກຳລັງບຸກເບີກເນື້ອທີ່ ຈຳນວນ 600-700 ເຮັກຕາ ຢູ່ເມືອງນາຊາຍທອງ ເຂດນ້ຳຫຸມ, ອີ່ໄລເໜືອ ແລະ ແສນດິນ ເພື່ອປູກກ້ວຍສົ່ງອອກຕ່າງປະເທດ, ຊຶ່ງພາຍຫຼັງລົງເກັບກໍາຂໍ້ມູນຕົວຈິງແມ່ນມີແທ້ ແລະ ລັດຖະບານ ຈະບໍ່ອະນຸຍາດໃຫ້ສືບຕໍ່ປູກເດັດຂາດ ທີ່ມາ: ຂ່າວສານປະເທດລາວ

Read More »

ແຈ້ງການດ່ວນ!!!! ອາດຈະມີຊິ້ນສ່ວນການບິນອາວະກາດຂອງ ສປ ຈີນ ຕົກລົງບໍລິເວນພາກໃຕ້ຂອງລາວ

ໜັງສືແຈ້ງການ(ດ່ວນທີ່ສຸດ): ເລື່ອງ: ການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ. + ອີງຕາມຂໍ້ມູນຈາກຫ້ອງການຂ່າວສານການບິນຂອງ ສປ ຈີນ ໃນວັນທີ 16/5/2019. + ອີງຕາມຜົນຂອງກອງປະຊຸມປຶກສາຫາລື ກ່ຽວກັບການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ ຄັ້ງວັນທີ່ 20/5/2019. + ອີງຕາມທິດຊີ້ນຳຂອງທ່ານ ພົນເອກ ສັນຕິສຸກ ສົມມາລາວົງ ຮອງລັດຖະມົນຕີລົງວັນທີ່ 20/5/2019. ຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງຂໍຖືເປັນກຽດຢ່າງສູງແຈ້ງມາຍັງທ່ານຊາບວ່າ: ຫ້ອງການຂ່າວສານການບິນຂອງ ສປ ຈີນ ໄດ້ແຈ້ງວ່າ ຈະມີກິດຈະການ ການບິນອາວະກາດ ໃນວັນທີ່ 23 ພຶດສະພາ 2019 ກົງກັບເວລາທ້ອງຖິ່ນ 05:57 ໂມງ ຫາ 06:13 ໂມງ. ຊື່ງອາດຈະມີຊິ້ນສ່ວນໃນການເຮັດກິດຈະການດັ່ງກ່າວ ຕົກລົງບໍລິເວນແຂວງຈຳປາສັກ, ສາລະວັນ, ອັດຕະປື, ແຂວງເຊກອງ ແລະ ສະຫວັນນະເຂດຕາມຈຸດພິກັດດັ່ງລຸ່ມນີ້: – 15”09”39”N ...

Read More »

ພໍ່ແມ່ຜູ້ປົກຄອງ ທີ່ສົນໃຈ ສົ່ງລູກຫຼານໄປສຶກສາຕໍ່ປະເທດອັງກິດ ອ່ານທາງນີ້ດ່ວນ….

ຂໍເຊີນບັນດາທ່ານ ຮ່ວມງານການສຶກສາຕໍ່ ທີ່ສະຫະຮາຊອານາຈັກ ອັງກິດ ຈັດໂດຍ British Education Centre Lao Study Abroad (ບຮີທິສ ອີດູເຄຊັນ ເຊັນເຕີ ລາວ ສະຕາດີ ອາ-ບຣອດ) ຊຶ່ງຈະໄດ້ຈັດຂຶ້ນ ຢູ່ທີ່ໂຮງແຮມ ຄຮາວພລາຊ້າ ໃນວັນເສົາ ທີ 25 ພຶດສະພາ 2019 ເລີ່ມແຕ່ເວລາ 13:00-17:00. ພາຍໃນງານ ຈະມີຕົວແທນ ຈາກມະຫາວິທະຍາໄລ ອັງກິດ 3 ແຫ່ງ ເຂົ້າຮ່ວມງານ ເຊັ່ນ: University of Greenwich ຈາກເມືອງລອນດອນ De Montfort University ຈາກເມືອງ ເລສເຕີ້ ແລະ University of Dundee ສະກ໋ອດແລນ ຊຶ່ງເປັນບັນດາມະຫາວິທະຍາໄລ ທີ່ຕິດຢູ່ໃນ ທ໋ອບ 30 ມະຫາໄລ ຂອງສະຫະຮາຊອານາຈັກ ອັງກິດ ຜູ້ມາຮ່ວມງານ ສາມາດໄດ້ຮັບສ່ວນຫຼຸດທັນທີ 2,000-14,000 ປອນ ...

Read More »

ມີທຶນ 100% ໃຫ້ໄປສຶກສາຕໍ່ປະເທດຈີນ ສະໝັກດ່ວນໆໆໆໆ

ການໄປຮໍ່າຮຽນສຶກສາຕໍ່ ເປັນສິ່ງທີ່ຫຼາຍໆຄົນມີຄວາມຕ້ອງການຢາກໄປ ເພື່ອຮຽນເອົາຄວາມຮູ້ ປະສົບການ ແລະ ດ້ານພາສາຂອງຕ່າງປະເທດ ມື້ນີ້, ເລີຍມີທຶນດີໆມາແນະນຳໃຫ້ທຸກຄົນທີ່ສົນໃຈໄປສຶກສາຕໍ່ ທີ່ ສປ ຈີນ (ທຶນ 100%) ຕ້ອງສະໝັກ ທຶນນີ້: Jiangsu Government Scholarship for Southeast Asia 2019 ! ປິດຮັບສະໝັກ: 31/05/2019 ລາຍລະອຽດແລະ ວິທີການສະໝັກກົດເຂົ້າລິ້ງລຸ່ມນີ້ເລີຍ: http://www.seameo.org/…/201…/JiangsuScholar_2019withJPDE.pdf ທີ່ມາ: Lao Youth Radio FM 90.0 Mhz ?? ?? ?? ສໄນໃຈໄປສຶກສາຕໍ່ ທີ່ ສປ ຈີນ (ທຶນ 100%) ຕ້ອງສະຫມັກ ທຶນນີ້: Jiangsu Government Scholarship for Southeast Asia… Posted by Lao Youth Radio FM 90.0 Mhz on Sunday, ...

Read More »

ຫ້ອງການ ຖວທ ອອກແຈ້ງການທຸກໂຄງການຊ່ວຍເຫຼືອຕ້ອງຜ່ານປະຕູດຽວ

ຫ້ອງການກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ອອກແຈ້ງການ ເລກທີ 185/ຫກ ລົງວັນທີ 17 ພຶດສະພາ 2019 ຮຽກຮ້ອງມາຍັງບັນດາກົມ, ກອງ, ສະຖາບັນ, ໂຮງຮຽນ ແລະ ພາກສ່ວນຕ່າງໆອ້ອມຂ້າງກະຊວງໃຫ້ພ້ອມກັນຈັດຕັ້ງປະຕິບັດໂຄງການ, ກິດຈະກຳດ້ວຍທຶນຊ່ວຍເຫຼືອລ້າ, ກູ້ຢືມ ຫຼື ທຶນສົມທົບຈາກພາຍໃນ ແລະ ຕ່າງປະເທດໃຫ້ເປັນເອກະພາບ, ລວມສູນ, ຜ່ານປະຕູດຽວ ແລະ ໄປໃນທິດທາງດຽວກັນ ຕາມວິໄສທັດ 2030, ຍຸດທະສາດ 2015 ແລະ ແຜນງານພັດທະນາວຽກງານ ຖວທ 2016-2020 ໂດຍຕ້ອງໄດ້ຜ່ານກົມແຜນການ-ການເງິນ, ກົມຮ່ວມມືສາກົນ ເຊິ່ງເປັນຜູ້ປະສານງານ ຄຸ້ມຄອງ ຕິດຕາມ ຊຸກຍູ້ ແລະ ປະເມີນຜົນບັນດາໂຄງການ ພ້ອມທັງເກັບກຳຂໍ້ມູນຕົວເລກສະຖິຕິຂອງການຊ່ວຍເຫຼືອທາງການເພື່ອການພັດທະນາ ທັງນີ້ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດບັນດາໂຄງການ, ກິດຈະກຳດ້ວຍທຶນຊ່ວຍເຫຼືອລ້າ, ກູ້ຢືມ ຫຼື ທຶນສົມທົບຈາກພາຍໃນ ແລະ ຕ່າງປະເທດໃນແຕ່ລະປີມີປະສິດຕິພາບ, ປະສິດຕິຜົນສູງ, ໂປ່ງໃສ ແລະ ສາມາດກວດສອບໄດ້. ທີ່ມາ: ຂ່າວສານປະເທດລາວ

Read More »

ໄຟຟ້າລາວ ຈະປັບປຸງໂຄງສ້າງລາຄາໄຟຟ້າໃຫ້ຖືກ ແລະ ຍຸຕິທຳ, ຈະປະກາດໃຊ້ພາຍໃນ ປີ 2019 ນີ້

ລັດວິສາຫະກິດໄຟຟ້າລາວ ຈະປັບປຸງໂຄງສ້າງລາຄາໄຟຟ້າໃຫ້ຖືກ ແລະ ຍຸຕິທຳ, ຕາມທິດຊີ້ນຳຂອງກອງປະຊຸມຂອງລັດຖະບານປະຈຳເດືອນ ເມສາ 2019 ທີ່ຜ່່ານມາ, ເຊິ່ງໄດ້ຄົ້ນຄວ້າການປັບປຸງໂຄງສ້າງລາຄາມາໄດ້ 2 ປີແລ້ວ  ແລະ ຈະປະກາດໃຫ້ໄດ້ໃຊ້ພາຍໃນ ປີ 2019 ນີ້. ລາຍລະອຽດໄປຊົມຂ່າວພ້ອມໆກັນເລີຍ!!! (ຂ່າວຈາກ ໂທລະພາບແຫ່ງຊາດລາວ)

Read More »

37 ອາຊີບ ທີ່ສະຫງວນໄວ້ໃຫ້ຄົນລາວ ແຕ່ສ່ວນຫຼາຍຖືກຄົນຕ່າງປະເທດຍາດເອົາໄປເຮັດເກືອບໝົດ!!!

  ອີງຕາມແຈ້ງການຂອງກະຊວງອຸດສາຫະກໍາ ເລກທີ 1328/ອຄ.ທຄວ ລົງວັນທີ່ 13 ກໍລະກົດ 2015 ໄດ້ມີການລະບຸຊັດເຈນ ເຖິງອາຊີບທີ່ຕ້ອງໄດ້ສະຫງວນໄວ້ໃຫ້ຄົນ ທີ່ຖືສັນຊາດລາວ ແລະ ຈະບໍ່ອານຸຍາດ ໃຫ້ຄົນຕ່າງປະເທດ ທີ່ເຂົ້າມາດໍາເນີນທຸລະກິດ ໃນ ສປປລາວ ເຮັດ. ແຕ່ໃນຄວາມເປັນຈິງແລ້ວ, ເຫັນວ່າ ອາຊີບທີ່ລະບຸໄວ້ນັ້ນ ໃນພາກການຄຸ້ມຄອງ ແມ່ນຍັງເຮັດບໍ່ໄດ້ ເພາະຄົນສັນຊາດອື່ນ ແມ່ນໄດ້ເຂົາມາປະກອບທຸລະກິດ ດັ່ງກ່າວໂດຍສ່ວນໃຫຍ່ ແລະ ບໍ່ມີມາດຕະກາດ ທີ່ເຄັ່ງຄັດ ໃນການລົງໂທດ ຫຼື ຫ້າມໃຫ້ຄົນຕ່າງຊາດ ເຫຼົ່ານັ້ນ ບໍ່ໃຫ້ປະກອບອາຊີບ ທີ່ສະຫງວນໄວ້ໃຫ້ຄົນລາວ. ສະນັ້ນ, ມື້ນີ້ ເຮົາເລີຍຈະເອົາອາຊີບ 37 ປະເພດ ທີ່ສະຫງວນໄວ້ ສຳລັບພົນລະເມືອງລາວໄດ້ເຮັດ ມາໃຫ້ທຸກຄົນໄດ້ຮູ້ຈັກ ມີດັ່ງລຸ່ມນີ້. ອ່ານແຈ້ງການສະບັບເຕັມ   ທີ່ມາ: All in lao/ Raosukunfung

Read More »

ກົດໝາຍໃຫ້ການປົກປ້ອງ ເຄື່ອງໝາຍການຄ້າ ທີ່ບໍ່ໄດ້ຈົດທະບຽນ ຫຼື ບໍ່?

ຖ້າຫາກກ່າວເຖິງເຄື່ອງໝາຍການຄ້າ ຫຼາຍໆທ່ານຄົງຄິດວ່າເປັນເລື່ອງໄກຕົວ ແລະ ເປັນເລື່ອງທີ່ເຂົ້າໃຈຍາກ ແຕ່ຄວາມຈິງແລ້ວ ເຄື່ອງໝາຍການຄ້າ ເປັນສິ່ງທີ່ຢູ່ອ້ອມຕົວຂອງພວກເຮົາ ເຊິ່ງຕິດພັນກັບ ການດໍາລົງຊີວິດ, ການນໍາໃຊ້ສິນຄ້າ ຫຼື ການບໍລິການ, ເຊິ່ງເປັນຊັບສິນທາງປັນຍາປະເພດໜຶ່ງ ທີ່ສ້າງຂຶ້ນເພື່ອ ບົ່ງບອກວ່າ ເປັນສິນຄ້າ ຫຼື ການບໍລິການປະເພດໃດ? ເປັນຂອງໃຜ? ຫຼື ຂອງບໍລິສັດໃດ? ເຊິ່ງໃນປັດຈຸບັນເຮົາສາມາດເຫັນ “ໂລໂກ້” (logo) ຫຼື ເຄື່ອງໝາຍການຄ້າ ຈາກການບໍລິການທີ່ມີຊື່ສຽງຢູ່ພາຍໃນປະເທດ ເຊັ່ນ: “ໂລໂກ້” ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານ ພັດທະນາລາວ ຫຼື ຈາກຜະລິດຕະພັນທີ່ມີຊື່ສຽງ ເຊັ່ນ: ກາເຟດາວ, ກາເຟສີນຸກ, ເບຍລາວ, ນໍ້າດື່ມຕ່າງໆ ແລະ ອື່ນໆ ດັ່ງນີ້ເປັນຕົ້ນ. ນອກຈາກນີ້ ເຮົາຍັງສາມາດເຫັນໄດ້ຈາກ “ແບຣນ” ທີ່ມີຊື່ສຽງລະດັບໂລກ ເຊັ່ນ: ໄນກີ່ (NIKE), ອາດີດາສ໌ (ADIDAS), ແອັບເປິ້ນ (APPLE), ຊໍາຊູງ (SAMSUNG), ຫົວເວີຍ (HUAWEI) ແລະ ອື່ນໆ. ...

Read More »