Author Archives: Paeng KC

ມາຮູ້ຈັກກັບ!!! ຕະຫຼາດຮຸ້ນ-ຕະຫຼາດຫຼັກຊັບລາວ ວ່າມີການເຄື່ອນໄຫວແນວໃດ?

ຫຼາຍທ່ານອາດເຄີຍໄດ້ຍິນຂ່າວ ແລະ ຮັບຮູ້ການເຄື່ອນໄຫວຊື້-ຂາຍຮຸ້ນ ຜ່ານສື່ສານມວນຊົນອື່ນໆທັງພາຍໃນ ແລະ ຕ່າງປະເທດມາແດ່ແລ້ວ. ແຕ່ເຊື່ອວ່າ ຍັງມີຫຼາຍທ່ານທີ່ຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈວ່າ: ຕະຫຼາດຮຸ້ນ ກໍຄື ຕະຫຼາດຫຼັກຊັບ ເຄື່ອນໄຫວວຽກງານຄືແນວໃດແດ່ ແລະ ເນື້ອໃນໃຈຄວາມຫຼັກໆໃນການມີຕະຫຼາດຮຸ້ນນີ້ແມ່ນເພື່ອຫຍັງກັນແທ້. ດັ່ງນັ້ນ, ຈຶ່ງຂໍສະເໜີບົດຄວາມນີ້ ໃນມຸມມອງທັດສະນະຂອງຜູ້ຂຽນ ໂດຍສົມທົບກັບການສຳພາດ ແລະ ສອບຖາມກັບຜູ້ທີ່ມີຄວາມເຂົ້າໃຈພາບລວມຂອງຕະຫຼາດຮຸ້ນລາວນັ້ນ ມາຖ່າຍທອດຕໍ່ເພື່ອເປັນການແລກປ່ຽນປະສົບການໃຫ້ກັນ ແລະ ກັນຊາບ. ໃນຄວາມຈິງແລ້ວ ຕະຫຼາດຮຸ້ນລາວ ມີຊື່ທາງການວ່າ “ຕະຫຼາດຫຼັກຊັບລາວ” ເປັນຕະຫຼາດຫຼັກຊັບແຫ່ງດຽວຂອງ ສປປ ລາວ ທີ່ໄດ້ເຄື່ອນໄຫວວຽກງານຫຼັກຊັບໃນລາວຢ່າງຖືກຕ້ອງຕາມກົດໝາຍວ່າດ້ວຍຫຼັກຊັບ ທີ່ຢູ່ພາຍໃຕ້ການຄຸ້ມຄອງ-ຕິດຕາມຂອງລັດຖະບານແຫ່ງ ສປປ ລາວ ຜ່ານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ໂດຍມີສໍານັກງານ ຄຄຊ ເປັນເສນາທິການໃຫ້ແກ່ ຄຄຊ. ໃນນັ້ນ, ເຄື່ອງມືທາງການເງິນ ທີ່ເຮົາເອີ້ນກັນວ່າ “ຫຼັກຊັບ” ທີ່ສາມາດນໍາໄປຊື້-ຂາຍຢູ່ຕະຫຼາດດັ່ງກ່າວນັ້ນ ແມ່ນບໍ່ມີພຽງແຕ່ ຮຸ້ນ ກໍຄື ຮຸ້ນສາມັນ ເຊິ່ງຖືກຈັດປະເພດວ່າເປັນ ຫຼັກຊັບທຶນ ເທົ່ານັ້ນ ແຕ່ຍັງລວມມີ ຫຼັກຊັບໜີ້ (ເຊັ່ນວ່າ: ພັນທະບັດລັດຖະບານ, ຮຸ້ນກູ້ ...

Read More »

ປະທານປະເທດ ຕ້ອນຮັບທູດປະເທດເພື່ອນມິດ  ຍື່ນສານຕາຕັ້ງ ພ້ອມແຕ່ງຕັ້ງທູດລາວ ປະຈຳແບນຊິກ

ໃນຕອນເຊົ້າວັນທີ 17 ພຶດສະພາ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທູດປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ ເພື່ອດຳ ລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ຄົນໃໝ່ປະຈຳ ສປປ ລາວ ຕາມລຳດັບດັ່ງນີ້: ທ່ານ Dinkar Asthana ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ຄົນໃໝ່ ປະຈຳ ສປປ ລາວ ເຊິ່ງມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງວຽງຈັນ, ທ່ານ Antonis Toumazis ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໄຊປຣັດ ຄົນໃໝ່ປະຈຳ ສປປ ລາວ ເຊິ່ງມີສຳນັກງານການທູດຕັ້ງຢູ່ ນະຄອນຫຼວງປັກກິ່ງ ສປ ຈີນ ແລະ ທ່ານ Obaid Saeed Obaid Bintaresh Aidhaheri ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ...

Read More »

ເປີດຮັບສະໝັກນັກສຶກສາ ປະລິນຍາໂທ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຊຸດໃໝ່ ‼️‼️

ແບບຟອມສະໝັກສອບເສັງຄັດເລືອກນັກສຶກສາປະລິນຍາໂທ  ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສົກສຶກສາ 2019-2020 ຜູ້ທີ່ສົນໃຈສາມາດດາວໂລດແບບຟອມລິ້ງລຸ່ມນີ້ ແລະ ກອກຂໍ້ມູນແລ້ວ submit online ໄດ້ເລີຍ. ສ່ວນຜູ້ທີ່ບໍ່ສະດວກທາງ online ສາມາດມາພົວພັນຊື້ແບບຟອມໄດ້ທີ່ ພະແນກການສຶກສາຫຼັງປະລິນຍາຕີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ຕັ້ງແຕ່ວັນທີ 3 ພຶດສະພາ ເປັນຕົ້ນໄປ. ໝາຍເຫດ: ກະລຸນາກວດກາເອກະສານທີ່ຕ້ອງປະກອບໃຫ້ລະອຽດ, ອ່ານເງື່ອນໄຂໃນການສະໝັກ ແລະ ລະບຽບການຕ່າງໆ. ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີເບີ: 020 95500980 ໃນໂມງລັດຖະການ. 1. ໃບຄໍາຮ້ອງ https://docs.google.com/…/1FAIpQLSf20ku29cESAoxm8…/viewform… 2. ບັດເຂົ້າຫ້ອງເສັງ https://drive.google.com/open… 3. ຊີວະປະຫວັດ https://drive.google.com/open… 4. ໜັງສືອະນຸມັດ https://drive.google.com/open… 5. ໃບຢັ້ງຢືນທີ່ຢູ່ https://drive.google.com/open… 6. ເງື່ອນໄຂໃນການສະໝັກ https://drive.google.com/open… 7. ລະບຽບໃນການສອບເສັງເຂົ້າຄະນະເສດຖະສາດ ເເລະ ບໍລິຫານທຸລະກິດ https://drive.google.com/open… ທີ່ມາ: FEB-Graduate-Programs

Read More »

ສະຫະລັດ ປະກາດສະຖານະການສຸກເສີນ “ຫ້າມໃຊ້ອຸປະກອນສື່ສານ” ຂອງຈີນ

ກະຊວງການຄ້າຂຶ້ນບັນຊີດໍາບໍລິສັດ ເກືອບ 70 ແຫ່ງ ລວມເຖິງຫົວເຫວີຍ ເຂົ້າສູ່ລາຍຊື່ຜູ້ປະກອບການຈາກຕ່າງຊາດ ເຊິ່ງຖ້າບໍລິສັດຂອງອາເມຣິກາຕ້ອງພົວພັນການຄ້າຂາຍນຳ “ຕ້ອງມີໃບອະນຸຍາດກ່ອນ”. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 16 ພຶດສະພາ ວ່າ ກະຊວງການຄ້າຂອງສະຫະລັດ ປະກາດເມື່ອວັນພຸດຂຶ້ນບັນຊີດໍາຫົວເຫວີ່ຍ ແລະ ບໍລິສັດອີກ 68 ແຫ່ງ ຈາກອີກຫຼາຍກວ່າ 20 ປະເທດ ເຂົ້າສູ່ລາຍຊື່ທີ່ຫ້າມຜູ້ປະກອບການຂອງອາເມຣິກາເຮັດການຄ້າຂາຍນຳ ຖ້າບໍ່ມີໃບອະນຸຍາດຈາກລັດຖະບານວໍຊິງຕັນກ່ອນ ເຊິ່ງຕາມຫຼັກການແລ້ວ ການຂໍໃບອະນຸຍາດດັ່ງກ່າວ “ກໍ່ບໍ່ແມ່ນເລື່ອງງ່າຍໆ” ໂດຍສະເພາະຢ່າງຍິ່ງ ເມື່ອຄໍາສັ່ງນີ້ ບັນຍັດໂດຍໃຊ້ອໍານາດພິເສດຂອງປະທານາທິບໍດີ ແລະ ມີການຈໍ້າກາລົງໃນບັນທຶກລັດຖະການ ພ້ອມເລກທະບຽນຄໍາສັ່ງ. The US Commerce Department has put Huawei on a trading blacklist. The Chinese tech giant says it has not ruled out legal action to ...

Read More »

ຫົວພັນ ເປີດເທສະການຜ້າໄໝມ້ອນ ພ້ອມກັບ ສະຫຼອງ ແກ້ວຫຼັກເມືອງ ຄົບຮອບ 11 ປີ

ແຂວງຫົວພັນ ເປີດເທສະການຜ້າໄໝມ້ອນ ຕິດພັນກັບການສະເຫຼີມສະຫຼອງສວນແກ້ວຫຼັກເມືອງ ຄົບຮອບ 11 ປີ ໃນລະຫວ່າງວັນທີ 16-17 ພຶດສະພາ 2019 ແນໃສ່ອະນຸລັກຮັກສາຮີດ ຄອງປະເພນີອັນດີງາມຂອງຊາດ ກໍຄື ແຂວງຫົວພັນ, ທັງເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງຫົວພັນ ໂດຍສະເພາະແມ່ນຫັດຖະກຳຕ່ຳຫູກທໍໄໝ, ການຄົ້ນຄິດລວດລາຍຕ່າງໆລົງຜືນຜ້າແພຂອງເອື້ອຍນ້ອງແມ່ຍິງ ທີ່ມີເອກະລັກສະເພາະຂອງແຕ່ລະເຜົ່າໃນແຂວງຫົວພັນ. ທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງຫົວພັນ, ປະທານຈັດເທສະການຜ້າໄໝມ້ອນແຂວງຫົວພັນ ໄດ້ກ່າວວ່າ: ການຈັດເທສະການຜ້າໄໝມ້ອນແຂວງຫົວພັນຄັ້ງນີ້, ນອກຈາກເປັນການເຜີຍແຜ່ວັດທະນະທຳອັນດີງາມຂອງປະຊາຊົນບັນດາເຜົ່າແຂວງຫົວພັນແລ້ວ, ຍັງເປັນການກະຕຸກຊຸກຍູ້, ສົ່ງເສີມສ້າງໂອກາດໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ຜູ້ຜະລິດຫັດຖະກຳພາຍໃນແຂວງ ໄດ້ນຳເອົາຜະລິດຕະພັນສິນຄ້າຂອງຕົນມາສະແດງ ແລະ ວາງຂາຍ ເພື່ອສ້າງທ່າແຮງໃຫ້ແກ່ການພັດທະນາສິນຄ້າ, ທຸລະກິດຫັດຖະກຳຕຳຫູກທໍໄໝໃຫ້ນັບມື້ດີຂຶ້ນເລື້ອຍໆ, ປະກອບສ່ວນເຂົ້າໃນວຽກງານການທ່ອງທ່ຽວໃຫ້ນັບມື້ແຂງແຮງ ແລະ ເປັນການສ້າງລາຍຮັບໃຫ້ປະຊາຊົນ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ທີ່ມາ ແລະ ຮູບ: ຂ່າວສານປະເທດລາວ ແລະ ເຟສບຸກ ກົງໃຈ ໄຊຍະວົງ

Read More »

ທາງລົດໄຟ ລາວ-ຈີນ ເຂດເມືອງວັງວຽງ ສຳເລັດຫຼາຍກວ່າ 90%

ການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຊ່ວງທີ 5 ເຂດເມືອງວັງວຽງ ແຂວງວຽງຈັນ, ໂດຍລວມ ເປັນຕົ້ນແມ່ນການທະລຸບຸກເບີກ ແລະ ພັດທະນາເສັ້ນທາງ, ການເຈາະອຸໂມງ, ການຕິດຕັ້ງເສົາຕໍມໍ ແລະ ອື່ນໆ ມາຮອດປັດຈຸບັນແມ່ນສຳເລັດ 94%, ຮັບເໝົາໂດຍ ບໍລິສັດ ກໍ່ສ້າງ ພາເວີໄຊນາ ຈຳກັດ. ຕະຫຼອດໄລຍະການກໍ່ສ້າງ ທາງບໍລິສັດ ໄດ້ຮັບການຮ່ວມມືກັບປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ໄດ້ດຳເນີນການຊົດເຊີຍ ທົດແທນຜົນເສຍ ຕາມລະບຽບ ແລະ ຂັ້ນຕອນຢ່າງຖືກຕ້ອງ. ທ່ານ ລີ ສຽງ ຜູ້ຈັດການໜ່ວຍງານກໍ່ສ້າງຊ່ວງທີ 5 ເມືອງວັງວຽງ ແຈ້ງໃຫ້ຮູ້ວ່າ: ເສັ້ນທາງລົດໄຟລາວ-ຈີນ ເຂດເມືອງວັງວຽງມີຄວາມຍາວ 38,6 ກິໂລແມັດ,​ ມີຂົວ 15 ແຫ່ງ ຍາວ 8 ກິໂລແມັດ, ມີອຸໂມງ 8 ແຫ່ງ ຍາວ 12 ກິໂລແມັດ ແລະ ທາງ 18,9 ກິໂລແມັດ ທຸກໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດມີຄວາມຄືບໜ້າ ແລະ ...

Read More »

ປັບລາຄານ້ຳມັນແອັດຊົງລົງ ແຕ່ກາຊວນ ຍັງຄົງທີ່ ໃນຕອນເຊົ້າຂອງມື້ນີ້!!!!

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເລກທີ0510/ອຄ.ກຄພນ ລົງວັນທີ 16/05/2019 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບໍລິສັດນໍ້າມັນເຊື້ອໄຟແລະປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງປັບລົງລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ແລະ ແອັດຊັງທຳມະດາໃນຂອບເຂດທົ່ວປະເທດ. ການລົງລາຄາໃນຄັ້ງນີ້ ແມ່ນໄດ້ປັບຫຼຸດລາຄານໍ້າມັນແອັດຊັງພິເສດ 130 ກີບ/ລິດ, ແອັດຊັງທຳມະດາ 110 ກີບ/ລິດ. ສ່ວນລາຄານໍ້າມັນກາຊວນແມ່ນຍັງຮັກສາໄວ້ຄືເກົ່າ(ແຕ່ຫຼຸດຄັງແຮນໍ້າມັນກາຊວນລົງ50ກີບ/ລິດ). ຈາກການປັບລາຄາຄັ້ງນີ້ເຮັດໃຫ້ນໍ້າມັນແອັດຊັງພິເສດຢູ່ນະຄອນຫຼວງວຽງຈັນ ໃນວັນທີ 17 ພຶດສະພາ ລົງມາຢູ່ທີ່ 10.690ກີບຕໍ່ລິດ ແລະ ນໍ້າມັນແອັດຊັງທຳມະດາລົງມາຢູ່ທີ່ 9.430 ກີບຕໍ່ລິດ.

Read More »

30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ທະນາຄານ ຮ່ວມພັດທະນາ.

ໃນໄລຍະ 30 ປີ ຜ່ານມາທະນາຄານ ຮ່ວມພັດທະນາ ໄດ້ພັດທະນາຕົນເອງໃຫ້ມີຄວາມເຂັ້ມແຂງທາງດ້ານການເງິນ, ມີຄວາມແຂງແກ່ນທາງດ້ານການບໍລິການລູກຄ້າ ແລະ ການບໍລິຫານມີນະໂຍບາຍທີ່ເຂັ້ມແຂງ, ເຮັດໃຫ້ທະນາຄານຮ່ວມພັດທະນາ ກ້າວໄປສູ່ຄຸນນະພາບໃໝ່ ທີ່ໄດ້ມາດຕະຖານສາກົນ,ໄດ້ຂະຫຍາຍຕານ່າງການບໍລິການໄປທົ່ວປະເທດ ເຊິ່ງມີຈໍານວນ 60 ໜ່ວຍບໍລິການ ເພີ້ມຂຶ້ນ 15 ເທົ່າຕົວ ໄດ້ປ່ຽນແປງຮູບແບບການບໍລິຫານຢ່າງມືອາຊີບ ຊຶ່ງໄດ້ເອົາໃຈໃສ່ວຽກງານການບໍລິການໃຫ້ເປັນທີ່ປະທັບໃຈຂອງລູກຄ້າທຸກລະດັບ, ເຮັດໃຫ້ JDB ກາຍເປັນທະນາຄານທີ່ທັນສະໄໝໄດ້ມາດຕະຖານສາກົນ, ໄດ້ຮັບການຢັ້ງຢືນ ISO 9001: 2015 ໃນດ້ານການບໍລິການເພື່ອບໍລິຫານ ແລະ ຈັດການຄຸນນະພາບໃນວຽກງານການບໍລິການລູກຄ້າທຸກລະດັບຢ່າງປະທັບໃຈ. ວິໄສທັດ: ທ່ານ ບຸນສະຫວ່າງ ພິລາໄຊພິທັກ ໄດ້ເບິ່ງທິດທາງການຂະຫຍາຍຕົວຂອງເສດຖະກິດ ແລະ ການເງິນຂອງໂລກບົນພື້ນຖານການປະຕິວັດອຸດສະຫະກໍາຄັ້ງທີ 4 ຂອງໂລກ ຫຼື ເອີ້ນວ່າຍຸກ Digital 4.0ເຊິ່ງມັນເປັນແນວທາງການພັດທະນາຂອງ JDBໃຫ້ກ້າວເປັນທະນາຄານທີ່ນໍາໜ້າທາງດ້ານເຕັກໂນໂລຊີ ທັນຍຸກທັນສະໄໝຢູ່ໃນ ສປປ ລາວ ແລະ ຢູ່ໃນພາກພື້ນສາມາດຮອງຮັບກັບສະພາບການແຂ່ງຂັນໄດ້ເພື່ອຮັບໃຊ້ການບໍລິການລູກຄ້າໄດ້ຢ່າງສະດວກສະບາຍ ລູກຄ້າສາມາດນໍາໃຊ້ໄດ້ທຸກຂອດບໍລິການຂອງ JDB ໄດ້, ໂດຍບໍ່ຈໍາເປັນເຂົ້າມາຫາໜ່ວຍບໍລິການຂອງທະນາຄານ, ມຸ່ງເນັ້ນໃຫ້ເປັນສັງຄົມທີ່ບໍ່ໃຊ້ເງິນສົດ “Cash less Society”ເທື່ອລະກ້າວ ເພື່ອໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍດັ່ງກ່າວທະນາຄານ ...

Read More »

30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ທະນາຄານ ຮ່ວມພັດທະນາ.

   ໃນສະບັບເດືອນ ພຶດສະພາ ໄດ້ຮັບກຽດສໍາພາດທ່ານ ບຸນສະຫວ່າງ ພິລາໄຊພິທັກ ຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມພັດທະນາ ເຊິ່ງນອກຈາກທ່ານຈະມີຜົນງານເດັ່ນຫຼາຍດ້ານໃນການປະກອບສ່ວນເຂົ້າໃນການພັດທະນາທະນາຄານ ຕະຫຼອດໄລຍະ 30 ປີຜ່ານມາແລ້ວ ທ່ານຍັງມີວິໄສທັດເພື່ອພັດທະນາ “ເຈດີບີ” ໃຫ້ກ້າວເປັນທະນາຄານທີ່ນໍາໜ້າທາງດ້ານເຕັກໂນໂລຊີທັນຍຸກທັນສະໄໝ ໃນ ສປປ ລາວ ແລະ ໃນພາກພື້ນ, ພ້ອມທັງມີຄວາມມຸ່ງໝັ້ນ ເຮັດໃຫ້ເປັນສັງຄົມທີ່ບໍ່ຕ້ອງໃຊ້ເງິນສົດ “Cashless Society” ເທື່ອລະກ້າວ ແລະ ເຮັດໃຫ້ “ເຈດີບີ” ກ້າວເປັນຜູ້ນໍາທາງດ້ານບໍລິການຜະລິດຕະພັນ ເອເລັກໂຕຼນິກ, ກາຍເປັນທະນາຄານທີ່ເຕີບໃຫຍ່ໄວທີ່ສຸດໃນ ສປປ ລາວ. ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວພັກ ແລະ ລັດຖະບານ ໄດ້ປະຕິບັດພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານໂດຍມີຫຼັກການເສີມຂະຫຍາຍ ນະໂຍບາຍເປີດກ້ວາງການຮ່ວມມືກັບຕ່າງປະເທດເພື່ອພັດທະນາເສດຖະກິດ-ສັງຄົມຂອງຊາດ ທະນາຄານ ຮ່ວມພັດທະນາ ແມ່ນທະນາຄານເອກະຊົນແຫ່ງທຳອິດຂອງ ສປປ ລາວ ແລະ  ເປັນທະນາຄານທຳອິດທີ່ນຳໃຊ້ການບໍລິການບັດ ATM ໃນລາວ. ພາຍໃຕ້ການຊີ້ນໍາຢ່າງໃກ້ສິດຈາກທະນາຄານແຫ່ງ ສປປ ລາວ ເພື່ອເປັນສ່ວນປະກອບທີ່ສຳຄັນໃນການພັດທະນາປະເທດຊາດ, ທະນາຄານ ຮ່ວມພັດທະນາ ໄດ້ຖອກພັນທະເຂົ້າງົບປະມານໃຫ້ລັດ ແລະ ໄດ້ປະກອບສ່ວນໃນການຊ່ວຍເຫຼືອສັງຄົມນັບແຕ່ປີ 1989 ເປັນຕົ້ນມາຈົນເຖິງປັດຈຸບັນ. ໃນທ້າຍປີ ...

Read More »

ທ່ານ ໂດ໋ ດັງ ຄາງ (DO DANG KHANG) ຜູ້ອໍານວຍການໃຫຍ່ບໍລິສັດລ້ານຊ້າງ ປະກັນໄພ ມະຫາຊົນ (LAP)

ໃນສະບັບເດືອນເມສາ ໄດ້ຮັບກຽດສໍາພາດທ່ານ ໂດ໋ ດັງ ຄາງ (DO DANG KHANG) ຜູ້ອໍານວຍການໃຫຍ່ບໍລິສັດລ້ານຊ້າງ ປະກັນໄພ ມະຫາຊົນ (LAP) ເຊິ່ງທ່ານຈະໄດ້ແນະນໍາໃຫ້ຊາບເຖິງຄວາມເປັນມາພ້ອມທັງວິໄສທັດ ແລະ ພາລະກິດຂອງລ້ານຊ້າງປະກັນໄພ ລວມທັງການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດຕະຫຼອດໄລຍະ 9 ປີຜ່ານມາ. ກະລຸນາແຈ້ງໃຫ້ພວກເຮົາຮູ້ກ່ຽວກັບຄວາມເປັນມາຂອງບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ? ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ (LANEXANG ASSURANCE) ໄດ້ສ້າງຕັ້ງຂຶ້ນໃນປີ 2010, ໂດຍການຮ່ວມມືຈາກຜູ້ຖືຫຸ້ນລະຫວ່າງທະນາຄານ ພັດທະນາລາວ (LDB)ແລະ ກຸ່ມບໍລິສັດປະກັນໄພໄປສະນີຫວຽດນາມ (PTI), ເຊິ່ງແຕ່ລະຝ່າຍໄດ້ປະກອບສ່ວນ 50% ຂອງທຶນຈົດທະບຽນ. ລ້ານຊ້າງປະກັນໄພໄດ້ມີການເຄື່ອນໄຫວໃນຂົງເຂດປະກັນໄພທົ່ວໄປ. ພວກເຮົາມີຄວາມໂຊກດີທີ່ໄດ້ສືບທອດປະສົບການ ແລະ ເຕັກໂນໂລຊີຈາກ PTI ເຊິ່ງເປັນບໍລິສັດປະກັນໄພອັນດັບຕົ້ນໆຂອງຫວຽດນາມ ກໍຄືການນຳໃຊ້ຄວາມເຊື່ອໝັ້ນ ແລະ ເຄືອຄ່າຍທີ່ກ້ວາງຂວາງທົ່ວປະເທດຂອງທະນາຄານພັດທະນາລາວ. ການໄດ້ສືບທອດມູນເຊື້ອຈາກຜູ້ຖືຫຸ້ນທັງສອງຝ່າຍໃນຂົງເຂດປະກັນໄພ ແລະ ທະນາຄານທີ່ໄດ້ເປັນພື້ນຖານອັນໝັ້ນຄົງເພື່ອສ້າງຕັ້ງບໍລິສັດປະກັນໄພທົ່ວໄປຢູ່ແຖວໜ້າໃນຕະຫຼາດລາວ. ພາລະກິດຂອງ ລ້ານຊ້າງປະກັນໄພ ແມ່ນຫຍັງ? ຕໍ່ກັບພາລະກິິດຂອງຕົນ, ພວກເຮົາມີຄວາມເຊື່ອໝັ້ນວ່າ ການບໍລິການປະກັນໄພທີ່ມີຄຸນນະພາບສູງ ແມ່ນຈຳເປັນຕ້ອງມີຄວາມພ້ອມໃນການໃຫ້ບໍລິການຢູ່ສະເໝີ  ແລະ ພວກເຮົາສັນຍາວ່າຈະສະໜອງຜະລິດຕະພັນຄຸນນະພາບສູງໃຫ້ແກ່ທຸກທ່ານບໍ່ວ່າຈະຢູ່ຈຸດໃດຂອງປະເທດລາວ. ຕໍ່ກັບຕາໜ່າງເຄືອຄ່າຍທີ່ກວ້າງຂວາງທົ່ວປະເທດ ໄດ້ຊ່ວຍໃຫ້ພວກເຮົາສາມາດຮັບປະກັນໄດ້ເຖິງການບໍລິການຂອງຕົນວ່າມີຄຸນນະພາບຢ່າງທົ່ວເຖິງໃນຂອບເຂດທົ່ວປະເທດ. ວິໄສທັດ ຂອງລ້ານຊ້າງປະກັນໄພ ...

Read More »