ນັກທຸລະກິດຈີນ ສົນໃຈພັດທະນາ 3 ໂຄງການ ຢູ່ແຂວງໄຊສົມບູນ

ພິ­ທີ​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ລະ­ຫວ່າງ​ອົງ­ການ​ປົກ­ຄອງ​ແຂວງ​ໄຊ​ສົມ­ບູນ ຕາງ­ໜ້າ​ໂດຍ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ແຂວງ​ໄຊ​ສົມ­ບູນ ກັບ​ບໍ­ລິ­ສັດ ແຊັດ​ວາຍ​ບໍ່​ແຮ່ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ຈຳ­ກັດ ເພື່ອ​ຊອກ​ຄົ້ນ​ສຳ​ຫຼວດ ແລະ ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ທາງ​ດ້ານ​ເສດ­ຖະ­ກິດ-ເຕັກ­ນິກ​ແຮ່​ຄຳ ທອງ ເຫຼັກ ແລະ ແຮ່​ຕິດ​ພັນ​ອື່ນໆ ເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ໂຄງ­ການ​ທົດ​ລອງ​ການ​ປູກ​ໝາກ​ໄມ້​ເມືອງ​ໜາວ ສູນ​ທົດ​ລອງ​ສົ່ງ­ເສີມ​ແນວ​ພັນ ສູນ​ສຶກ​ສາ​ອົບ­ຮົມ​ໃຫ້​ປະ­ຊາ­ຊົນ​ພາຍ​ໃນ 5 ເມືອງ ແລະ ເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໂຄງ­ການ​ແຫຼ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ແລະ ປະ­ຫວັດ­ສາດ ແລະ ພັດ­ທະ­ນາ​ໂຮງ­ແຮມ ຮ້ານ​ອາ­ຫານ ແລະ ສະ​ໜາມ​ກ໊ອຟ ຈັດ​ຂຶ້ນ​ວັນ​ທີ 5 ກໍ­ລະ­ກົດ 2019 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ ລະ­ຫວ່າງ​ທ່ານ​ຫົວ­ໜ້າ​ພະ​ແນກ​ແຜນ­ການ ແລະ ການ​ລົງ­ທຶນ ທ່ານ​ຫົວ­ໜ້າ​ພະ​ແນກ​ພະ­ລັງ­ງານ ແລະ ບໍ່​ແຮ່ ທ່ານ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ທ່ານ​ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ແຂວງ​ໄຊ​ສົມ­ບູນ ທ່ານ​ເຈົ້າ­ເມືອງ​ອະ­ນຸ­ວົງ ທ່ານ​ເຈົ້າ­ເມືອງ​ລ້ອງ​ແຈ້ງ ແລະ ທ່ານ ຫຼີ້ນ ຫຼີ້​ຫົວ ປະ­ທານ​ບໍ­ລິ­ສັດ ແຊັດ​ວາຍ​ບໍ່​ແຮ່ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ຈຳ­ກັດ ມີ​ທ່ານ ພົນ​ໂທ ສຸ​ວອນ ເລືອງ​ບຸນ​ມີ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ ຫົວ­ໜ້າ​ກົມ​ໃຫຍ່​ເສ­ນາ​ທິ​ການ​ກອງ­ທັບ​ປະ­ຊາ­ຊົນ​ລາວ ທ່ານ​ພົນ​ຕີ ຄຳ​ລຽງ ອຸ​ທະ​ໄກ­ສອນ ເຈົ້າ­ແຂວງ​ໄຊ​ສົມ­ບູນ ທ່ານ​ຮອງ​ຫົວ­ໜ້າ​ຫ້ອງ​ວ່າ­ການ​ສູນ​ກາງ​ພັກ ບັນ­ດາ​ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ກ່ຽວ­ຂ້ອງ ແລະ ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ໄຊ​ສົມ­ບູນ​ເປັນ​ແຂວງ​ໜຶ່ງ ທີ່​ມີ​ທ່າ­ແຮງ​ທາງ​ດ້ານ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ທີ່​ມີ​ຄວາມ​ອຸ­ດົມ­ສົມ­ບູນ ດັ່ງ­ນັ້ນ ຈຶ່ງ​ເປັນ​ທີ່​ສົນ­ໃຈ​ຂອງ​ນັກ­ທຸ­ລະ­ກິດ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເພື່ອ​ໄປ​ລົງ­ທຶນ​ພັດ­ທະ­ນາ​ດ້ານ​ຕ່າງໆ ໃນ​ນັ້ນ ກໍ​ມີ​ບໍ­ລິ­ສັດ ແຊັດ​ວາຍ​ບໍ່​ແຮ່ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ຈຳ­ກັດ ທີ່​ເປັນ​ບໍ­ລິ­ສັດ​ຂອງ​ຈີນ​ກໍ​ມີ​ຄວາມ​ສົນ­ໃຈ​ໄປ​ລົງ­ທຶນ​ພັດ­ທະ­ນາ 3 ໂຄງ­ການ​ໃຫຍ່ ຢູ່​ແຂວງ​ໄຊ​ສົມ­ບູນ ເຊິ່ງ​ໃນ​ໄລ­ຍະ​ຜ່ານ​ມາ ແຂວງ​ໄຊ​ສົມ­ບູນ ກໍ​ໄດ້​ຮັບ​ໜັງ­ສື​ສະ­ເໜີ​ເຈດ​ຈຳ­ນົງ​ບໍ­ລິ­ສັດ ແຊັດ​ວາຍ​ບໍ່​ແຮ່ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ຈຳ­ກັດ ເພື່ອ​ຂໍ​ສຶກ​ສາ​ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້​ທາງ​ດ້ານ​ເສດ­ຖະ­ກິດ-ເຕັກ­ນິກ​ແຮ່​ຄຳ ທອງ ຢູ່​ເຂດ​ບ້ານ​ນ້ຳ​ຜາ ພັນ​ໄຊ ຫຼວງ​ພັນ​ໄຊ ເມືອງ​ລ້ອງ​ແຈ້ງ ແລະ ເມືອງ​ອະ­ນຸ­ວົງ ໂຄງ­ການ​ກະ­ສິ­ກຳ​ເມືອງ​ໜາວ ສູນ​ທົດ​ລອງ​ສົ່ງ­ເສີມ​ແນວ​ພັນ ສູນ​ສຶກ​ສາ​ເຝິກ­ອົບ­ຮົມ​ໃຫ້​ປະ­ຊາ­ຊົນ 5 ເມືອງ ແລະ ໂຄງ­ການ​ພັດ­ທະ­ນາ​ໂຮງ­ແຮມ ຮ້ານ​ອາ­ຫານ ແລະ ສະ​ໜາມ​ກ໊ອຟ ຢູ່​ເມືອງ​ອະ­ນຸ­ວົງ ຫຼັງ​ຈາກ​ນັ້ນ ອົງ­ການ​ປົກ­ຄອງ​ແຂວງ​ໄຊ​ສົມ­ບູນ ໄດ້​ຄົ້ນ­ຄວ້າ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ສະ­ເໜີ​ຂອງ​ບໍ­ລິ­ສັດ​ດັ່ງ­ກ່າວ​ແລ້ວ ລົງ​ເກັບ​ກຳ​ຂໍ້​ມູນ​ຢູ່​ພາກ​ສະ­ໜາມ​ຕົວ​ຈິງ ເຫັນ​ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ໃນ​ການ​ດຳ­ເນີນ​ກິດ­ຈະ­ການ​ດັ່ງ­ກ່າວ.

ພາບ-ຂ່າວ: ໜັງສືພິມ ວຽງຈັນໃຫ່ມ

Comments