ໄມ້ ທີ່ໄດ້ຈາກການບຸກເບີກ ສ້າງທີ່ຢູ່ອາໄສຊົ່ວຄາວໃຫ້ຜູ້ປະສົບໄພ ເມືອງສະໜາມໄຊ ຍັງບໍ່ທັນໄດ້ຈຳໜ່າຍ

ປັດຈຸບັນ, ແຂວງ ອັດຕະປື ຍັງເຫຼືອໄມ້ທີ່ໄດ້ຈາກການບຸກເບີກເນື້ອທີ່ເພື່ອສ້າງເປັນບ່ອນພັກຊົ່ວຄາວຂອງຜູ້ປະສົບອຸທົກກະໄພຍ້ອນຄູກັນນໍ້າເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກຢູ່ເມືອງສະໜາມໄຊ ປະມານ 50 % ຂອງໄມ້ທີ່ບຸກເບີກໄດ້ທັງໝົດ 9.000 ແມັດກ້ອນ ບໍ່ທັນໄດ້ຮັບການຈໍາໜ່າຍ ຍ້ອນບໍ່ແມ່ນໄມ້ເສດຖະກິດ.

ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງໆ ອັດຕະປື ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 1 ປີ 2019 ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນວັນທີ 26 ຫາ 27 ມິຖຸນາ 2019 ນີ້ວ່າ: ຈາກການປະເມີນເບື້ອງຕົ້ນ ໄມ້ທີ່ຈະໄດ້ຈາກການບຸກເບີກເນື້ອທີ່ ເພື່ອສ້າງເປັນບ່ອນພັກຊົ່ວຄາວໃຫ້ຜູ້ປະສົບອຸທົກກະໄພຢູ່ຈຸດຕ່າງໆ ທີ່ເມືອງ ສະໜາມໄຊ ມີປະມານ 7.000 ແມັດກ້ອນ ແຕ່ຜ່ານການລົງໄປຕັດຕົວຈິງໄດ້ເຖິງ 9.000 ແມັດກ້ອນ. ເນື່ອງຈາກໃນເບື້ອງຕົ້ນເປັນການປະເມີນແບບລວມໆ ໂດຍ​ບໍ່ໄດ້ລົງສໍາຫຼວດຢ່າງລະອຽດ ຍ້ອນມີອຸປະສັກຫຼາຍຢ່າງ, ຈຶ່ງເຮັດໃຫ້ເວລາລົງໄປຕັດໄມ້ຕົວຈິງໄດ້ເກີນທີ່ຄາດໝາຍໄວ້ທີ່ຄາດໄວ້. 

ໄມ້ທີ່ຂຸດຄົ້ນໄດ້ທັງໝົດນີ້ ໄດ້ຮັບການຂຶ້ນບັນຊີ ແລະ ປະມູນຂາຍຢ່າງລະອຽດຈາກຄະນະກໍາມະການກ່ຽວຂ້ອງທີ່ມີທັງຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ ເພື່ອໃຫ້ມີຄວາມໂປ່ງໃສທີ່ສຸດ. 

ປັດຈຸບັນ, ໄມ້ທີ່ໄດ້ຈາກການບຸກເບີກທັງໝົດ ສາມາດຈໍາໜ່າຍໄດ້ແລ້ວ 50 %, ສ່ວນໄມ້ທີ່ຍັງບໍ່ທັນໄດ້ຮັບການຈໍາໜ່າຍອີກ 50%  ສ່ວນໃຫຍ່ບໍ່ແມ່ນໄມ້ເສດຖະກິດ ແລະ ເປັນໄມ້ນ້ອຍ ເຊັ່ນ: ໄມ້ເປືອງ, ໄມ້ບາກ ແລະ ອື່ນໆ; ແຕ່ອົງການປົກຄອງແຂວງ ກໍຄື ຄະນະກໍາມະການກ່ຽວຂ້ອງມີມາດຕະການຮອງຮັບໄວ້ແລ້ວ ເພື່ອບໍ່ໃຫ້ໄມ້ທີ່ຍັງເຫຼືອເສຍຫາຍ, ໃນນີ້ ຖ້າໄມ້ປະເພດໃດບໍ່ມີຕະຫຼາດຮອງຮັບ ແມ່ນຈະແບ່ງໃຫ້ປະຊາຊົນຜູ້ປະສົບໄພນໍາໃຊ້ຢ່າງເໝາະສົມ. 

ເຈົ້າແຂວງໆອັດຕະປື ໃຫ້ຮູ້ຕື່ມວ່າ: ຜູ້ປະສົບອຸທົກກະໄພທີ່ເມືອງ ສະໜາມໄຊ ໄດ້ເຂົ້າພັກຢູ່ເຮືອນພັກຊົ່ວຄາວທີ່ຄະນະກໍາມະການກ່ຽວຂ້ອງຮ່ວມກັບບໍລິສັດຜູ້ພັດທະນາເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍສ້າງຂຶ້ນຮຽບຮ້ອຍແລ້ວ. 

ປັດຈຸບັນ ແມ່ນພວມຢູ່ໃນຂັ້ນຕອນຈັດສັນເນື້ອທີ່ທໍາການຜະລິດໃຫ້ປະຊາຊົນເພື່ອທໍາການຜະລິດລະດູຝົນ ແລະ ມີບາງຈໍານວນໄດ້ທໍາການຜະລິດໄປແລ້ວ. ສ່ວນການມອບເງິນນະໂຍບາຍເພື່ອແຮຖົງຄົນລະ 100.000 ກີບຕໍ່ຄົນຕໍ່ເດືອນ ແລະ ເງິນນະໂຍບາຍອື່ນໆໃຫ້ຜູ້ປະສົບໄພ ແມ່ນຍັງສືບຕໍ່ປະຕິບັດຄືເກົ່າ. 

ແນວໃດກໍ່ຕາມ, ສິ່ງທີ່ປະຊາຊົນຜູ້ປະສົບໄພຍັງຕ້ອງການຫຼາຍໃນປັດຈຸບັນ ແມ່ນອຸປະກອນທໍາການຜະລິດ, ເພາະທາງຄະນະກໍາມະການກ່ຽວຂ້ອງຍັງບໍ່ທັນໄດ້ມີການຊົດເຊີຍໃນດ້ານນີ້, ເຖິງແມ່ນວ່າ ໃນໄລຍະຜ່ານມາໄດ້ມອບລົດໄຖນາ ຈໍານວນ 66 ຄັນໃຫ້ປະຊາຊົນແລ້ວກໍ່ຕາມ ແຕ່ຍັງບໍ່ທັນພຽງພໍກັບຄວາມຕ້ອງການ ຈຶ່ງຕ້ອງຕັ້ງເປັນຈຸການຜະລິດເອົາເພື່ອໃຫ້ໄດ້ນໍາໃຊ້ລົດໄຖນາທໍາການຜະລິດຮ່ວມກັນ.

ໂດຍ: ບຸນຕຽງ ຈັນທະວົງ

ທີ່ມາ: lao national radio

Comments