ລັດຖະບານລາວ ໄດ້ຮັບເງິນກູ້ຍຶມ 300 ລ້ານໂດລາ ຈາກ ສປ ຈີນ ເພື່ອ…

ສປປລາວ ໄດ້ຮັບເງິນກູ້ຈຳນວນ 300 ລ້ານໂດລາສະຫະລັດ ຈາກລັດຖະບານແຫ່ງ ສປ ຈີນ ເພື່ອຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ

ເມື່ອວັນທີ 9 ກໍລະກົດ 2019 ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ສປປລາວ ໄດ້ມີພິທີເຊັນສັນຍາເງິນກູ້ລະຫວ່າງ ທະນາຄານແຫ່ງ ສປປລາວ (ທຫລ) ກັບທະນາຄານ CDB ແຂວງຢູນນານ ເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານໃນການຊຸກຍູ້ສົ່ງເສີມບົດບາດຂອງ SMEs ໃນການຂັບເຄື່ອນເສດຖະກິດໃຫ້ມີການພັດທະນາ ແລະ ຂະຫຍາຍຕົວ, ໂດຍສະເພາະໃນເງື່ອນໄຂຂອງ ສປປລາວ ທີ່ບັນດາຫົວໜ່ວຍ SMEs ມີຄວາມຕ້ອງການແຫຼ່ງທຶນຈຳນວນຫຼວງຫຼາຍ  ດັ່ງນັ້ນ, ໃນຕົ້ນປີ 2017 ທຫລ ແລະ ທະນາຄານ CDB ຈຶ່ງມີການປຶກສາຫາລືກ່ຽວກັບການສະເໜີໃຫ້ເງິນກູ້ ເພື່ອສົ່ງເສີມພັດທະນາ SMEs ແກ່ ສປປລາວ ໂດຍໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມ SMEs ໃນ ສປປ ລາວ ວົງເງິນ 300 ລ້ານໂດລາສະຫະລັດ ໃນວັນທີ 13 ພະຈິກ 2017 ລະຫວ່າງຜູ້ວ່າການ ທຫລ ກັບປະທານສະພາບໍລິຫານຂອງທະນາຄານ CDB ໃນໂອກາດທີ່ຄະນະຜູ້ແທນການນຳຂັ້ນສູງຂອງ ສປຈີນ ມາຢ້ຽມຢາມທາງລັດຖະກິດຢູ່ ສປປລາວ ໃນເດືອນພະຈິກ 2017

ບ້ວງເງິນກູ້ດັ່ງກ່າວຈະແບ່ງການເບີກຖອນອອກເປັນ 03 ງວດ, ງວດລະ 100 ລ້ານໂດລາສະຫະລັດ ບົນພື້ນຖານເງື່ອນໄຂສັນຍາເງິນກູ້ທີ່ເຫັນດີນຳກັນ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງ MOU ດັ່ງກ່າວ, ທຫລ ແລະ CDB ໄດ້ປຶກສາຫາລື ແລະ ເຮັດວຽກຮ່ວມກັນຫຼາຍຄັ້ງກ່ຽວກັບການຄົ້ນຄວ້າເອກະສານສັນຍາຕ່າງໆ. ມາຮອດວັນທີ 9 ກໍລະກົດ 2019, ສອງຝ່າຍເຫັນດີລົງນາມໃນສັນຍາເງິນກູ້ດັ່ງກ່າວ, ໂດຍພາຍຫຼັງມີການເຊັນສັນຍາເງິນກູ້ ແລະ ໄດ້ຮັບການເຫັນດີເບີກຖອນເງິນກູ້ຈາກທະນາຄານ CDB ຄາດວ່າຈະມີກຳລັງແຮງທາງດ້ານແຫຼ່ງເງິນທຶນສົມທົບກັບແຫຼ່ງທຶນຂອງທະນາຄານທຸລະກິດພາຍໃນປະເທດໃນການຊຸກຍູ້ວຽກງານການເຂົ້າເຖິງແຫຼ່ງທຶນ ແລະ ສ້າງຄວາມເຂັ້ມແຂງຂອງ SMEs ຫຼາຍຂຶ້ນ

ບັນດາຫົວໜ່ວຍ SMEs ຈະສ້າງຜະລິດຕະພັນໃນການສົ່ງອອກ ລວມທັງສົ່ງອອກໄປ ສປຈີນ ແລະ ສົ່ງເສີມປີທ່ອງທ່ຽວ ລາວ-ຈີນ. ນອກນັ້ນ, ຍັງຈະປະກອບສ່ວນເຂົ້າໃນການປັບປຸງລະບົບທະນາຄານຢູ່ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດກົນໄກສະໜອງສິນເຊື່ອເພື່ອ SMEs ດິຂຶ້ນ ແລະ ຈະຊ່ວຍຊຸກຍູ້ຈັງຫວະການຂະຫຍາຍຕົວຂອງເສດຖະກິດ ສປປລາວ ຕາມແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ 08 ທີ່ກຳນົດໄວ້.

Comments