ນະຄອນຫຼວງ ເລັ່ງຄວບຄຸມການລະບາດຂອງພະຍາດອະຫິວາໝູອາຟຣິກາ

ຂະແໜງການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນພວມເລັ່ງຄວບຄຸມການລະບາດຂອງພະຍາດອະຫິວາໝູອາຟຣິກາບໍ່ໃຫ້ແຜ່ລາມເປັນວົງກວ້າງ, ພາຍຫລັງພົບໝູຕາຍຍ້ອນຕິດພະຍາດດັ່ງກ່າວຢູ່ບ້ານນາສ້ຽວ, ເມືອງນາຊາຍທອງ ນະຄອນຫລວງວຽງຈັນເມື່ອວັນທີ 3 ກໍລະກົດຜ່ານມານີ້.

ພາຍຫລັງເກີດສະພາບດັ່ງກ່າວ, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ໄດ້ແນະນໍາໃຫ້ພະແນກກະສິກໍາປ່າໄມ້ ນະຄອນຫລວງວຽງຈັນຮີບຮ້ອນດໍາເນີນມາດຕະການສຸກເສີນເພື່ອສະກັດກັ້ນ ແລະ ຕອບໂຕ້ພະຍາດດັ່ງກ່າວໃຫ້ສະຫງົບໂດຍໄວ ແລະ ທັນການ, ໂດຍສະເພາະລົງຕິດຕາມເຝົ້າລະວັງຢ່າງເຂັ້ມງວດ,ສືບສວນ-ສອບສວນ, ເກັບກໍາຂໍ້ມູນສະພາບການລ້ຽງຫມູ, ຈໍານວນໝູເຈັບ-ຕາຍ ແລະ ກໍານົດຂອບເຂດລະບາດຂອງພະຍາດ, ຕັ້ງດ່ານກວດສັດຕະວະແພດຊົ່ວຄາວເພື່ອກວດຢຶດຫມູ ແລະ ຜະລິດຕະພັນຫມູທີ່ເຄື່ອນຍ້າຍຈາກເຂດລະບາດ, ພ້ອມທັງຈັດຕັ້ງສີດພົ່ນຢາຂ້າເຊື້ອພາຫະນະທີ່ອອກຈາກເຂດດັ່ງກ່າວ

ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມໄປສູ່ບ້ານຫລືເຂດອື່ນໆ ແລະ ຈັດຕັ້ງຫນ່ວຍງານລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນໃນເຂດທີ່ເກີດລະບາດ ແລະ ເຂດທີ່ມີຄວາມສ່ຽງໃຫ້ຮັບຮູ້ເຂົ້າໃຈກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ບໍ່ໃຫ້ນໍາເອົາຫມູທີ່ເຈັບ ຫລື ຕາຍໄປບໍລິໂພກ, ໄປຖິ້ມລົງຫ້ວຍນໍ້າລໍາເຊ ຫລື ທໍາມະຊາດຢ່າງເດັດຂາດ.

ເນື່ອງຈາກພະຍາດອະຫິວາໝູອາຟຣິກາ ເປັນພະຍາດຮ້າຍແຮງ ສາມາດຕິດຕໍ່ໃສ່ໝູທຸກຊະນິດ, ທຸກສາຍພັນ ແລະທຸກເພດໄວ ລວມທັງໝູປ່າ, ມັນມີຄວາມທົນທານສູງຕໍ່ສະພາບແວດລ້ອມ, ບໍ່ມີຢາກັນ,ບໍ່ມີຢາປົວໂດຍກົງ ແລະ ອັດຕາການຕາຍຂອງຫມູທີ່ຕິດເຊື້ອພະຍາດນີ້ແມ່ນສູງເຖິງ 100% ແຕ່ບໍ່ຕິດໃສ່ຄົນ.
ຂອບໃຈຂໍ້ມູນຈາກ: ນສພ ລາວພັດທະນາ

Comments