Author Archives: Paeng KC

ນາຍົກ ຈະເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ

ແຈ້ງການຂອງກະຊວງການຕ່າງປະເທດ ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຜູ້ແທນ ສປປ ລາວ ຈະເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ກຳປູເຈຍ. ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2019 ກະຊວງການຕ່າງປະເທດ

Read More »

ກອງທັບລາວ ລຳລຽງເຂົ້າສານສົ່ງໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ວັນທີ 8 ກັນຍາ 2019 ນີ້, ພະນັກງານ-ນັກຮົບ ໜ່ວຍກູ້ໄພ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະກຳມະການປ້ອງກັນ ແລະ ຄວມຄຸມໄພພິບັດແຂວງເຊກອງໄດ້ພ້ອມກັນຂົນເຂົ້າສານຂຶ້ນ ຍົນເຮລີກັອບແຕ MI 17 ຈໍານວນ 44 ໂຕນ ທີ່ກະຊວງແຮງງານສະຫວັດດີການສັງຄົມ ນໍາມາມອບ ໃຫ້ແຂວງເຊກອງ ເພື່ອນຳໄປມອບ ຕໍ່ໃຫ້ອຳນາດການປົກຄອງ ເມືອງກະລຶມ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ. ເນື່ອງຈາກໄລຍະແຕ່ທ້າຍເດືອນສິງຫາ ເຖິງ ຕົ້ນເດືອນກັນຍາ ນີ້ ໄດ້ມີຜົນຕົກຕິດຕໍ່ກັນຫຼາຍ ວັນຢູ່ບັນດາເມືອງທີ່ຂຶ້ນກັບ ແຂວງເຊກອງ ເຮັດໃຫ້ແມ່ນໍ້າເຊ ກອງມີລະດັບສູງຂຶ້ນຢ່າງໄວວາ ສົ່ງຜົນເຮັດໃຫ້ຫຼາຍໝູ່ບ້ານຖືກ ນ້ຳຖ້ວມຂັງ, ດິນເຈື່ອນຖົມເສັ້ນ ທາງ, ລະບົບໄຟຟ້າ-ນ້ຳປະປາ, ລະບົບໂທລະຄົມ-ຄົມມະນາຄົມ ຖືກຕັດຂາດ, ທີ່ຢູ່ອາໄສ, ວັດຖຸສິ່ງ ຂອງ, ເນື້ອທີ່ທຳການຜະລິດ, ສັດ ລ້ຽງ, ໂຮງຮຽນ, ໂຮງໝໍ, ຊົນລະ ປະທານຖືກເສຍຫາຍ ເຮັດໃຫ້ພໍ່ ແມ່ປະຊາຊົນໄດ້ຮັບຜົນກະທົບ ຢ່າງໜັກໜ່ວງໃນການດຳລົງຊີ ວິດປະຈຳວັນຂາດແຄນອາຫານ, ນໍ້າດືມ, ນ້ຳໃຊ້, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດ. ...

Read More »

ອາເມລິກາ ຊ່ວຍເຫຼືອລາວ ເປີດໂຕໂຄງການເພື່ອປັບປຸງການສຶກສາຂັ້ນພື້ນຖານ

ສະຫະລັດອາເມລິກາສືບຕໍ່ໃຫ້ການຊ່ວຍເຫຼືອໃນຂົງເຂດວຽກງານການສຶກສາ ແລະ ເພີ່ມໂອກາດ ທາງດ້ານການສຶກສາໃນ ສປປ ລາວ. ໃນຄັ້ງວັນທີ 30 ສິງຫາ ທີ່ຜ່ານມາ, ລັດຖະບານສະຫະລັດອາເມລິກາ ເປີດໂຕໂຄງການໃໝ່ ທີ່ມີຊື່ວ່າ: ໂຄງການ ຮຽນອ່ານ ເພື່ອປັບປຸງ ການສຶກສາຂັ້ນພື້ນຖານໃນ ສປປ ລາວ. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງ ສຶກສາທິການ ແລະ ກິລາ ຮ່ວມກັບ ຜູ້ຈັດຕັ້ງ ປະຕິບັດ ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການຣູມທູຣີດ ເປັນຂີດໝາຍສໍາຄັນ ສໍາລັບການເລີ່ມຈັດຕັ້ງປະຕິບັດ ໂຄງການຮຽນອ່ານ. ໂຄງການດັ່ງກ່າວນີ້ ມີໄລຍະຈັດຕັ້ງປະຕິບັດເປັນເວລາ 5 ປີ ເຊິ່ງໄດ້ຮັບທຶນ ຊ່ວຍເຫຼືອລ້າຈາກ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID). ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງປະເທດ ສະຫະລັດອາເມລິກາ ປະຈຳລາວ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ...

Read More »

ເຈົ້າໜ້າທີ່ ປາກເຊ ກວດເຂັ້ມ ເພື່ອບໍ່ໃຫ້ຜູ້ຄ້າຂາຍສວຍໂອກາດ

ເຈົ້າໜ້າທີ່ກວດກາການຄ້າ​ ແຂວງຈຳປາສັກ​ ລົງຕິດຕາມ​ກວດກາ​ການຊື້-ຂາຍສິນຄ້າຢູ່ຕະຫຼາດແຫ່ງຕ່າງໆໃນນະຄອນປາກເຊ ເພື່ອບໍ່ໃຫ້ຜູ້ຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ ຄຽງຄູ່ກັບການເຄື່ອນໄຫວຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບໄພນ້ຳຖ້ວມໃນແຕ່ລະທ້ອງຖິ່ນຂອງແຂວງຈຳປາສັກ,​ ເຈົ້າໜ້າທີ່ກວດກາການຄ້າ​ ຂະແໜງການຄ້າພາຍໃນ​ ພະແນກອຸດສາຫະກຳ​ ແລະ​ ການຄ້າ ແຂວງຈຳປາສັກ​ ກໍໄດ້ຈັດກຳລັງເຈົ້າໜ້າທີ່ ລົງຕິດຕາມ​ກວດກາ​ການຊື້-ຂາຍສິນຄ້າຢູ່ຕະຫຼາດແຫ່ງຕ່າງໆໃນນະຄອນປາກເຊ ເພື່ອບໍ່ໃຫ້ຜູ້ຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ ໃນໄລຍະບ້ານເມືອງເກີດວິກິດການແບບນີ້​ ໂດຍສະເພາະແມ່ນສິນຄ້າທີ່ມີການກະທົບໄວຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ​ ບຸກຄົນຜູ້ທີ່ມີລາຍຮັບຕໍ່າ​ ເປັນຕົ້ນແມ່ນຊີ້ນ,​ ປາ,​ ອາຫານ,​ ເຂົ້າສານ​ ແລະ​ ອື່ນໆ.​ ຢູ່ບັນດາເມືອງ 9​ ເມືອງ​ ກໍຂໍໃຫ້ເຈົ້າໜ້າທີ່ກວດກາການຄ້າ ເອົາໃຈໃສ່ຕິດຕາມກວດກາການຊື້-ຂາຍຢູ່ຕາມຕະຫຼາດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງໃກ້ຊິດ. cr: ສື່ມວນຊົນແຂວງຈໍາປາສັກ. ຂ່າວ-ພາບ ທູນທອງໃຈ.

Read More »

4 ຂັ້ນຕອນສ້າງທຸລະກິດໃຫ້ເປັນທີ່ຮູ້ຈັກໃນໂລກອອນລາຍ.

ທຸລະກິດທີ່ສ້າງຂຶ້ນມາຈະເປັນທີ່ຮູ້ຈັກໄດ້ນັ້ນຕ້ອງອາໄສຫຼາກຫຼາຍວິທີ ແລະ ການສ້າງຕົວຕົນໃນໂລກອອນລາຍ ກໍເປັນໜຶ່ງໃນວີທີທີ່ມີປະສິດທິພາບ  ເພາະທຸກມື້ນີ້ ທຸກຄົນຕ່າງກໍໃຊ້ອິນເຕີເນັດ ທຸລະກິດຈຶ່ງຕ້ອງປັບປຸງແນ່ເປົ້າໝາຍໄປທາງສື່ອອນໄລຫຼາຍຂຶ້ນ ບໍ່ເວັ້ນແຕ່ທຸລະກິດນ້ອຍ, ໃຫຍ່ ເຊິ່ງຖ້າຫາກຢາກເຮັດໃຫ້ສິນຄ້າເປັນທີ່ຮູ້ຈັກ ມື້ນີ້ວາລະສານ ທາເກັດມີ 4 ຂັ້ນຕອນໃນການສ້າງທຸລະກິດໃນໂລກອອນລາຍ ມາແນະນໍາດັ່ງນີ້: ສ້າງ Content ທີ່ມີປະໂຫຍດ ແລະ ໜ້າສົນໃຈ: ສ້າງຫົວຂໍ້ທີ່ອ່ານງ່າຍແຕ່ມີປະສິດທິພາບ ເພື່ອຈູງໃຈໃຫ້ຊື້ສິນຄ້າ ເຊິ່ງອາດຈະສ້າງ Content ທີ່ໃຫ້ປະໂຫຍດ ຊ່ວຍເຫຼືອໃຫ້ຄໍາຕອບໃນສິ່ງທີ່ສົງໃສ ແລະ ສະແດງຄວາມຮູ້, ຄວາມຊ່ຽວຊານອອກມາຜ່ານ Content ເພື່ອໃຫ້ເກີດຄວາມໜ້າເຊື່ອຖື ແລະ ເຮັດໃຫ້ຕິດຕາມຕໍ່ໄປ. Review ໃຫ້ລູກຄ້າ: ຜູ້ບໍລິໂພກຍຸກນີ້ເປັນປະເພດມັກຫາຄວາມຮູ້ໃຫ້ໝັ້ນໃຈກ່ອນທີ່ຈະຕັດສິນໃຈຊື້ ຫຼື ໃຊ້ບໍລິການ ເມື່ອຮູ້ເຖິງຈຸດນີ້ແລ້ວພຽງແຕ່ເວັບໄຊ໌ ທ່ານມີ Review ສິນຄ້າແຕ່ລະຢ່າງໃນແງ່ບວກຈາກຜູ້ໃຊ້ 2-3 ຄອມເມັ້ນ ກໍຈະເຮັດໃຫ້ຜູ້ບໍລິໂພກຮູ້ສຶກສະບາຍໃຈ, ເຊື່ອໝັ້ນ ແລະ ຢາກທົດລອງໃຊ້ສິນຄ້າຂອງທ່ານທັນທີ ແຕ່ທັງນີ້ Review ສິນຄ້າຕ້ອງມີຄວາມຊື່ສັດ ແລະ ຕ້ອງເປັນຄວາມຈິງ. ສ້າງວີດີໂອທີ່ສື່ເຖິງສິນຄ້າຂອງທ່ານ: ການເບິ່ງເຫັນຈະນໍາໄປສູ່ຄວາມເຊື່ອໝັ້ນ ຄວນສ້າງວີດີໂອທີ່ສະແດງເຖິງສິນຄ້າ ແລະ ການບໍລິການຂອງທ່ານວ່າດີແບບໃດ, ໃຊ້ງານກັບຫຍັງໄດ້ແດ່, ສະດວກສະບາຍແບບໃດ ...

Read More »

ປັນຍາທິບແພລນບີ ຮ່ວມໃຈກັນແບ່ງປັນໃຫ້ແກ່ນ້ອງໆ

ຄອບຄົວ ປັນຍາທິບ ແພລນ ບີ ຮ່ວມໃຈກັນແບ່ງປັນຄວາມສຸກໃຫ້ແກ່ນ້ອງໆຢູ່ທີ່ ໂຮງຮຽນປະຖົມ ໂນນສົມບູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໃນວັນທີ 03/09/2019 ທີ່ຜ່ານມາ   

Read More »

ລັດຖະບານເຮັດແທ້!!!! ໃຜທີ່ສວຍໂອກາດຂຶ້ນລາຄາສິນຄ້າ, ຂາຍເກີນລາຄາ ຈະຖືກປັບໃໝ.

ລັດຖະບານ ແຈ້ງໃຫ້ກວດກາເຂັ້ມງວດລາຄາສິນຄ້າໄລຍະນ້ຳຖ້ວມນີ້ ຫ້າມບໍ່ໃຫ້ສວຍໂອກາດ ຫາກກວດພົບຈະປັບໃໝຕາມສົມຄວນ, ທັ້ງນີ້ກໍ່ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ໂດຍສະເພາະຜູ້ທີ່ກຳລັງຕົກທຸກໄດ້ຍາກ. ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 1151/ອຄ.ກຄພນ ລົງວັນທີ 6 ກັນຍາ 2019 ເຖິງທ່ານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ ໃຫ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫຼາດຢູ່ພາຍໃນແຂວງຂອງຕົນ ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈໃນຊ່ວງໄລຍະນໍ້າຖ້ວມ. ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການໃຫ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ບໍ່ໃຫ້ມີການຂຶ້ນລາຄາຕາມລຳພັງໃຈ ແລະ ປະຕິບັດມາດຕະການຄຸ້ມຄອງລາຄາຢ່າງເຂັ້ມງວດ. ພ້ອມນັ້ນ. ກໍຕ້ອງໄດ້ເອົາໃຈຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າຕົ້ນຕໍໃນທ້ອງຕະຫຼາດຢ່າງເປັນປົກກະຕິ ໂດຍສະເພາະແມ່ນສິນຄ້າ ທີ່ມີຜົນກະທົບໄວຕໍ່ການເປັນຢູ່ຂອງປະຊາຊົນ.ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າສະບຽງອາຫານ ປະເພດເຂົ້າກິນ, ປະເພດ (ໝູ. ງົວ, ຄວາຍ, ໄກ່, ປາ) ແລະ ພືດຜັກຕ່າງໆ ຢູ່ພາຍໃນແຂວງຂອງຕົນໃຫ້ໄປຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງດັດສົມຂອງລັດ ໃນແຕ່ລະໄລຍະ. ໃຫ້ແຕ່ງຕັ້ງພະນັກງານໝູນວຽນກັນ ລົງສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ...

Read More »

ລັດຖະບານ ອະນຸມັດງົບສຸກເສີນ ໃຫ້ແຂວງລະ 50 ລ້ານກີບ

ກະຊວງແຮງງານ ແລະສະຫວັດດີການ ສັງຄົມໄດ້ອະນຸມັດງົບສຸກເສີນໃຫ້ແຂວງລະ 50 ລ້ານກີບ ພ້ອມຈັດສົ່ງເຄື່ອງໃຊ້ ຈຳເປັນໄປຍັງບັນດາແຂວງທີ່ໄດ້ຮັບຜົນກະທົບດັ່ງກ່າວ. ຕາມຂໍ້ມູນຂອງກົມສັງຄົມສົງເຄາະ ກະຊວງແຮງງານ ແລະສະຫວັດດີການ ສັງຄົມທີ່ໄດ້ເຮັດໜັງສືລາຍງານຕໍ່ລັດຖະບານ ສະບັບເລກທີ 1236/ສສຄ, ລົງ ວັນທີ 5 ກັນຍາ 2019 ຮູ້ວ່າ: ນັບແຕ່ ທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາ 2019 ໄດ້ມີພາຍຸພັດຜ່ານເຂົ້າລາວ ແລະເຮັດໃຫ້ມີຝົນຕົກໜັກນໍ້າຖ້ວມຢູ່ 6 ແຂວງ ຄື: ຄຳມ່ວນ, ສະຫວັນນະເຂດ, ສາລະ ວັນ, ຈຳປາສັກ, ອັດຕະປື ແລະແຂວງ ເຊກອງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຈຳນວນ 37 ເມືອງ, 788 ບ້ານ, 54,20 ພັນຄອບຄົວ ແລະເສຍຊີວິດ 2 ຄົນ, ສູນຫາຍ 2 ຄົນ, ປະຊາຊົນຍົກຍ້າຍ 3,4 ພັນຄອບຄົວ, ສ້າງຄວາມເສຍຫາຍ ຕໍ່ບ້ານເຮືອນປະຊາຊົນ, ເນື້ອທີ່ນາຖືກນໍ້າ ຖ້ວມ 1,30 ແສນເຮັກຕາ, ສວນ ...

Read More »

ວິທີ!!! ປ້ອງກັນຕົນເອງ ແລະ ຄອບຄົວ ຈາກພະຍາດທີ່ມາກັບໄພນໍ້າຖ້ວມ

ຫຼາຍພື້ນທີ່ໃນລາວ ເກີດນໍ້າຖ້ວມ ຢ່າງໄວວາ ເນື່ອງມາຈາກຝົນຕົກໜັກຈາກພາຍຸຫຼາຍຫົວທີ່ພັດຜ່ານເຂົ້າມາ ໂດຍສະເພາະແມ່ນ  6 ແຂວງພາກໃຕ້ຂອງລາວທີ່ໄດ້ຮັບຜົນກະທົບຢ່າງໜັກໃນປັດຈຸບັນຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ແຂວງເຊກອງ, ສາລະວັນ, ຈຳປາສັກ ແລະ ອັດຕະປື ທີ່ປີນີ້ເກີດເຫດນໍ້າຖ້ວມໜັກໃນຮອບຫຼາຍ 10 ປີ ເປັນເວລາຫຼາຍມື້ແລ້ວ.   ເຊິ່ງການມາຂອງນ້ຳນັ້ນບໍ່ພຽງຈະສ້າງຄວາມເສຍຫາຍໃຫ້ຊີວິດ ແລະ ຊັບສິນແລ້ວຍັງມີເຊື້ອພະຍາດຫຼາຍຊະນິດຕາມມາກັບໄພນໍ້າຖ້ວມ ເຊັ່ນ: ຕີນເປື່ອຍ ທີ່ເກີດຈາກນໍ້າຄັນ, ພະຍາດຍ່ຽວໜູ, ພະຍາດຖອກທ້ອງ, ຕາແດງ , ໄຂ້ຍຸງ ແລະ ອື່ນໆ. ເພື່ອຮັບມື ແລະ ຫຼີກລ້ຽງ ຈາກພະຍາດເຫຼົ່ານັ້ນ, ເຮົາຄວນເອົາໃຈໃສ່ ແລະ ປະຕິບັດຕາມຄໍາແນະນໍາຂອງແພດໝໍດັ່ງນີ້:ປ້ອງກັນຈາກພະຍາດຖອກທ້ອງ ແລະ ພະຍາດອື່ນໆທີ່ມາກັບນໍ້າ… 1 ລ້າງມືໃສ່ນໍ້າ ແລະ ສະບູ ໃຫ້ສະອາດທຸກໆຄັ້ງ ຫຼັງໃຊ້ວິດຖ່າຍ ຫຼື ຈັບບາຍສິ່ງເປິເປື້ອນ, ລ້າງມືກ່ອນ ແລະ ຫຼັງປຸງແຕ່ງອາຫານ, ກ່ອນຈັບອາຫານການກິນ ຫຼື ປ້ອນເຂົ້າໃຫ້ເດັກນ້ອຍ. 2 ຫ້າມຖ່າຍຊະຊາຍ ຫຼື ຖ່າຍລົງນໍ້າເດັດຂາດ ຫ້າມຖິ້ມອາຈົມ,ຜ້າອ້ອມ… ລົງນ້ຳເດັດຂາດ. 3 ...

Read More »

ປະທານາທິບໍດີ ສ ເກົາຫລີ ພ້ອມພັນລະຍາ ເດີນທາງເຖິງນະຄອນຫຼວງວຽງຈັນ

ສ ເກົາຫລີ ຈັດຢູ່ໃນອັນດັບ 5 ຂອງການລົງທຶນຕ່າງປະເທດ ທັງໝົດ ຢູ່ ສປປ ລາວ ລວມມູນຄ່າ 750 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ໂຄງການໃຫຍ່ທີ່ພົ້ນເດັ່ນ ຄື: ໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ, ໂຄງການປູກໄມ້ວິກ ແລະ ສ້າງຕັ້ງໂຮງງານປຸງແຕ່ງໄມ້ ແລະ ອື່ນໆ. ສ ເກົາຫລີ ເປັນປະເທດໜຶ່ງທີ່ໃຫ້ການສະໜັບສະໜູນ, ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ໃນຫລາຍດ້ານ ເຊັ່ນ: ການຮ່ວມມືດ້ານສາທາລະນະສຸກ, ສ ເກົາຫລີ ໄດ້ໃຫ້ການຊ່ວຍເຫລືອທາງດ້ານວິຊາການ ແລະ ເຕັກນິກການແພດແກ່ ສປປ ລາວ ຕໍ່ເນື່ອງ ພ້ອມທັງຍົກລະດັບວິຊາການຂອງໂຮງໝໍຕ່າງໆຂອງ ສປປ ລາວ ທັງໄລຍະສັ້ນ ແລະ ໄລຍະຍາວ, ຊ່ວຍສ້າງໂຮງໝໍເດັກ, ຊ່ວຍເຫລືອຜ່າຕັດເດັກນ້ອຍລາວຜູ້ທຸກຍາກ ທີ່ເປັນພະຍາດຫົວໃຈ ແລະ ພະຍາດອື່ນໆ ໂດຍບໍ່ເສຍຄ່າ. ໃນຂົງເຂດການຮ່ວມມືດ້ານການສຶກສາ ແລະ ...

Read More »