ອາເມລິກາ ຊ່ວຍເຫຼືອລາວ ເປີດໂຕໂຄງການເພື່ອປັບປຸງການສຶກສາຂັ້ນພື້ນຖານ

ສະຫະລັດອາເມລິກາສືບຕໍ່ໃຫ້ການຊ່ວຍເຫຼືອໃນຂົງເຂດວຽກງານການສຶກສາ ແລະ ເພີ່ມໂອກາດ ທາງດ້ານການສຶກສາໃນ ສປປ ລາວ. ໃນຄັ້ງວັນທີ 30 ສິງຫາ ທີ່ຜ່ານມາ, ລັດຖະບານສະຫະລັດອາເມລິກາ ເປີດໂຕໂຄງການໃໝ່ ທີ່ມີຊື່ວ່າ: ໂຄງການ ຮຽນອ່ານ ເພື່ອປັບປຸງ ການສຶກສາຂັ້ນພື້ນຖານໃນ ສປປ ລາວ. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງ ສຶກສາທິການ ແລະ ກິລາ ຮ່ວມກັບ ຜູ້ຈັດຕັ້ງ ປະຕິບັດ ອົງການຊ່ວຍເຫຼືອເດັກສາກົນ ແລະ ອົງການຣູມທູຣີດ ເປັນຂີດໝາຍສໍາຄັນ ສໍາລັບການເລີ່ມຈັດຕັ້ງປະຕິບັດ ໂຄງການຮຽນອ່ານ. ໂຄງການດັ່ງກ່າວນີ້ ມີໄລຍະຈັດຕັ້ງປະຕິບັດເປັນເວລາ 5 ປີ ເຊິ່ງໄດ້ຮັບທຶນ ຊ່ວຍເຫຼືອລ້າຈາກ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID).

ທ່ານ ນາງ ຣີນາ ບິດເຕີ, ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງປະເທດ ສະຫະລັດອາເມລິກາ ປະຈຳລາວ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຮ່ວມເປັນສັກຂີພະຍານພິທີລົງນາມບົດບັນທຶກ ຄວາມເຂົ້າໃຈໃນຄັ້ງນີ້. ທ່ານ ນາງ ຣີນາ ບິດເຕີ ໄດ້ກ່າວວ່າ: ໂຄງການຮຽນອ່ານ ແມ່ນເປັນບາດກ້າວໃຫມ່ຂອງການຮ່ວມມື ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນຂົງເຂດການສຶກສາ.

ໂຄງການຮຽນອ່ານຈະປະກອບສ່ວນເຂົ້າໃນວຽກງານສົ່ງເສີມການອ່ານ ສໍາລັບເດັກຫ້ອງກຽມປະຖົມ ຈົນເຖິງ ຊັ້ນປະຖົມສຶກສາ ປີທີ 2 ຊຶ່ງເປັນໜຶ່ງໃນຄວາມເອົາໃຈໃສ່ຂອງ ລັດຖະບານ ສປປ ລາວ. ກິດຈະກໍາຕ່າງໆຂອງໂຄງການແມ່ນເພື່ອຊ່ວຍປັບປຸງຄຸນະ ພາບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ ໂດຍເນັ້ນໃສ່ເດັກທີ່ບໍ່ໄດ້ພາສາລາວ ແລະ ເດັກພິການ. ໂຄງການຮຽນອ່ານແມ່ນຈັດຕັ້ງປະຕິບັດໂດຍ ອົງການຊ່ວຍເຫຼືອເດັກສາກົນ, ອົງການຣູມທູຣີດ ແລະ ອົງການເພື່ອມະນຸດສະທໍາ & ການມີສ່ວນຮ່ວມ. ໂຄງການຮຽນອ່ານຈະແນໃສ່ປັບປຸງການຮຽນການສອນ ໂດຍການສະໜອງອຸປະກອນ, ສື່ການຮຽນການສອນ, ເສີມສ້າງຄວາມ ອາດສາມາດຂອງຄູ ໂດຍໃຫ້ການຝຶກອົບຮົມ ແລະ ການຕິດຕາມຊຸກຍູ້ຢ່າງໃກ້ຊິດໃນຫ້ອງຮຽນ, ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ມີສ່ວນຮ່ວມໃນການຊ່ວຍເຫຼືອເດັກຮຽນອ່ານ.

ໂຄງການດັ່ງກ່າວແມ່ນຈະໄດ້ຈັດຕັ້ງປະຕິບັດໃນຫ້ອງກຽມປະຖົມ, ຫ້ອງປໍ 1 ແລະ ປໍ 2 ຢູ່ໂຮງຮຽນລັດ ໃນ 16 ເມືອງເປົ້າໝາຍ ທີ່ ແຂວງ ຊຽງຂວາງ, ວຽງຈັນ, ຈຳປາສັກ ແລະ ອັດຕະປື. ຄາດວ່າຈະມີເດັກຫຼາຍກວ່າ 65,000 ຄົນໄດ້ຮັບຜົນປະໂຫຍດຈາກໂຄງ ການຮຽນອ່ານນີ້.

ປະຊາຊົນ ແລະ ລັດຖະບານ ສະຫະລັດອາເມລິກາ ໄດ້ເຮັດວຽກຮ່ວມກັບປະຊາຊົນ ແລະ ລັດຖະບານ ແຫ່ງ ສປປ ລາວ ເພື່ອປັບປຸງການສຶກສາ, ສົ່ງເສີມສຸຂະພາບ ແລະ ໂພຊະນາການ, ສະໜັບສະໜູນການຄ້າ ແລະ ການລົງທຶນ, ແລະ ສ້າງຄວາມເຂັ້ມແຂງໃຫ້ວຽກງານດ້ານກົດໝາຍ.

Comments