ກອງທັບລາວ ລຳລຽງເຂົ້າສານສົ່ງໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ວັນທີ 8 ກັນຍາ 2019 ນີ້, ພະນັກງານ-ນັກຮົບ ໜ່ວຍກູ້ໄພ ກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະກຳມະການປ້ອງກັນ ແລະ ຄວມຄຸມໄພພິບັດແຂວງເຊກອງໄດ້ພ້ອມກັນຂົນເຂົ້າສານຂຶ້ນ ຍົນເຮລີກັອບແຕ MI 17 ຈໍານວນ 44 ໂຕນ ທີ່ກະຊວງແຮງງານສະຫວັດດີການສັງຄົມ ນໍາມາມອບ ໃຫ້ແຂວງເຊກອງ ເພື່ອນຳໄປມອບ ຕໍ່ໃຫ້ອຳນາດການປົກຄອງ ເມືອງກະລຶມ ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ.

ເນື່ອງຈາກໄລຍະແຕ່ທ້າຍເດືອນສິງຫາ ເຖິງ ຕົ້ນເດືອນກັນຍາ ນີ້ ໄດ້ມີຜົນຕົກຕິດຕໍ່ກັນຫຼາຍ ວັນຢູ່ບັນດາເມືອງທີ່ຂຶ້ນກັບ ແຂວງເຊກອງ ເຮັດໃຫ້ແມ່ນໍ້າເຊ ກອງມີລະດັບສູງຂຶ້ນຢ່າງໄວວາ ສົ່ງຜົນເຮັດໃຫ້ຫຼາຍໝູ່ບ້ານຖືກ ນ້ຳຖ້ວມຂັງ, ດິນເຈື່ອນຖົມເສັ້ນ ທາງ, ລະບົບໄຟຟ້າ-ນ້ຳປະປາ, ລະບົບໂທລະຄົມ-ຄົມມະນາຄົມ ຖືກຕັດຂາດ, ທີ່ຢູ່ອາໄສ, ວັດຖຸສິ່ງ ຂອງ, ເນື້ອທີ່ທຳການຜະລິດ, ສັດ ລ້ຽງ, ໂຮງຮຽນ, ໂຮງໝໍ, ຊົນລະ ປະທານຖືກເສຍຫາຍ ເຮັດໃຫ້ພໍ່ ແມ່ປະຊາຊົນໄດ້ຮັບຜົນກະທົບ ຢ່າງໜັກໜ່ວງໃນການດຳລົງຊີ ວິດປະຈຳວັນຂາດແຄນອາຫານ, ນໍ້າດືມ, ນ້ຳໃຊ້, ເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດ.

ໃນນີ້ເວົ້າ ສະເພາະ ເມືອງກະລຶມ ແຂວງເຊ ກອງ ມີຈໍານວນ 24.101 ຄົນ, ມີ 54 ໝູ່ບ້ານທີໄດ້ຮັບຜົນກະທົບ ຈາກໄພພິບັດໃນຄັ້ງນີ້ ເຊິ່ງປະເມີນ ມູນຄ່າຄວາມເສຍຫາຍໃນເບື້ອງ ຕົ້ນໃນທົ່ວເມືອງປະມານ 50 ຕື້ ກວ່າກີບ. ດັ່ງນັ້ນ ຄະນະກຳມະ ການປ້ອງກັນ ແລະ ຄວມຄຸມໄພ ພິບັດແຂວງເຊກອງ ຈຶ່ງໄດ້ສົມ ທົບກັບກະຊວງປ້ອງກັນປະເທດ ເຂົ້າຊ່ວຍເຫຼືອບັນເທົາທຸກແກ່ປະ ຊາຊົນທີ່ຂາດເຂົ້າກິນດ້ວຍການ ນຳໃຊ້ຍົນເຮລີກັອບແຕ MI 17 ຂອງກອງບັນຊາການທະອາ ກາດກອງທັບ ເພື່ອລໍາລຽງເຂົ້າ ກິນຈໍານວນ 44 ໂຕນໄປຊ່ວຍເຫຼືອ ປະຊາຊົນເມືອງກະລຶມ ໄດ້ສໍາ ເລັດ.

ໂດຍ: ເພັດ ສົມນໍວັນ

Comments