ເຈົ້າໜ້າທີ່ ປາກເຊ ກວດເຂັ້ມ ເພື່ອບໍ່ໃຫ້ຜູ້ຄ້າຂາຍສວຍໂອກາດ

ເຈົ້າໜ້າທີ່ກວດກາການຄ້າ​ ແຂວງຈຳປາສັກ​ ລົງຕິດຕາມ​ກວດກາ​ການຊື້-ຂາຍສິນຄ້າຢູ່ຕະຫຼາດແຫ່ງຕ່າງໆໃນນະຄອນປາກເຊ ເພື່ອບໍ່ໃຫ້ຜູ້ຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ

ຄຽງຄູ່ກັບການເຄື່ອນໄຫວຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບໄພນ້ຳຖ້ວມໃນແຕ່ລະທ້ອງຖິ່ນຂອງແຂວງຈຳປາສັກ,​ ເຈົ້າໜ້າທີ່ກວດກາການຄ້າ​ ຂະແໜງການຄ້າພາຍໃນ​ ພະແນກອຸດສາຫະກຳ​ ແລະ​ ການຄ້າ ແຂວງຈຳປາສັກ​ ກໍໄດ້ຈັດກຳລັງເຈົ້າໜ້າທີ່ ລົງຕິດຕາມ​ກວດກາ​ການຊື້-ຂາຍສິນຄ້າຢູ່ຕະຫຼາດແຫ່ງຕ່າງໆໃນນະຄອນປາກເຊ ເພື່ອບໍ່ໃຫ້ຜູ້ຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ ໃນໄລຍະບ້ານເມືອງເກີດວິກິດການແບບນີ້​ ໂດຍສະເພາະແມ່ນສິນຄ້າທີ່ມີການກະທົບໄວຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ​ ບຸກຄົນຜູ້ທີ່ມີລາຍຮັບຕໍ່າ​ ເປັນຕົ້ນແມ່ນຊີ້ນ,​ ປາ,​ ອາຫານ,​ ເຂົ້າສານ​ ແລະ​ ອື່ນໆ.​ ຢູ່ບັນດາເມືອງ 9​ ເມືອງ​ ກໍຂໍໃຫ້ເຈົ້າໜ້າທີ່ກວດກາການຄ້າ ເອົາໃຈໃສ່ຕິດຕາມກວດກາການຊື້-ຂາຍຢູ່ຕາມຕະຫຼາດທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຢ່າງໃກ້ຊິດ.

cr: ສື່ມວນຊົນແຂວງຈໍາປາສັກ.
ຂ່າວ-ພາບ ທູນທອງໃຈ.

Comments