ນາຍົກ ຈະເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຜູ້ແທນ ສປປ ລາວ ຈະເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ກຳປູເຈຍ.

ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2019
ກະຊວງການຕ່າງປະເທດ

Comments