4 ຂັ້ນຕອນສ້າງທຸລະກິດໃຫ້ເປັນທີ່ຮູ້ຈັກໃນໂລກອອນລາຍ.

ທຸລະກິດທີ່ສ້າງຂຶ້ນມາຈະເປັນທີ່ຮູ້ຈັກໄດ້ນັ້ນຕ້ອງອາໄສຫຼາກຫຼາຍວິທີ ແລະ ການສ້າງຕົວຕົນໃນໂລກອອນລາຍ ກໍເປັນໜຶ່ງໃນວີທີທີ່ມີປະສິດທິພາບ  ເພາະທຸກມື້ນີ້ ທຸກຄົນຕ່າງກໍໃຊ້ອິນເຕີເນັດ ທຸລະກິດຈຶ່ງຕ້ອງປັບປຸງແນ່ເປົ້າໝາຍໄປທາງສື່ອອນໄລຫຼາຍຂຶ້ນ ບໍ່ເວັ້ນແຕ່ທຸລະກິດນ້ອຍ, ໃຫຍ່ ເຊິ່ງຖ້າຫາກຢາກເຮັດໃຫ້ສິນຄ້າເປັນທີ່ຮູ້ຈັກ ມື້ນີ້ວາລະສານ ທາເກັດມີ 4 ຂັ້ນຕອນໃນການສ້າງທຸລະກິດໃນໂລກອອນລາຍ ມາແນະນໍາດັ່ງນີ້:

  1. ສ້າງ Content ທີ່ມີປະໂຫຍດ ແລະ ໜ້າສົນໃຈ: ສ້າງຫົວຂໍ້ທີ່ອ່ານງ່າຍແຕ່ມີປະສິດທິພາບ ເພື່ອຈູງໃຈໃຫ້ຊື້ສິນຄ້າ ເຊິ່ງອາດຈະສ້າງ Content ທີ່ໃຫ້ປະໂຫຍດ ຊ່ວຍເຫຼືອໃຫ້ຄໍາຕອບໃນສິ່ງທີ່ສົງໃສ ແລະ ສະແດງຄວາມຮູ້, ຄວາມຊ່ຽວຊານອອກມາຜ່ານ Content ເພື່ອໃຫ້ເກີດຄວາມໜ້າເຊື່ອຖື ແລະ ເຮັດໃຫ້ຕິດຕາມຕໍ່ໄປ.
  2. Review ໃຫ້ລູກຄ້າ: ຜູ້ບໍລິໂພກຍຸກນີ້ເປັນປະເພດມັກຫາຄວາມຮູ້ໃຫ້ໝັ້ນໃຈກ່ອນທີ່ຈະຕັດສິນໃຈຊື້ ຫຼື ໃຊ້ບໍລິການ ເມື່ອຮູ້ເຖິງຈຸດນີ້ແລ້ວພຽງແຕ່ເວັບໄຊ໌ ທ່ານມີ Review ສິນຄ້າແຕ່ລະຢ່າງໃນແງ່ບວກຈາກຜູ້ໃຊ້ 2-3 ຄອມເມັ້ນ ກໍຈະເຮັດໃຫ້ຜູ້ບໍລິໂພກຮູ້ສຶກສະບາຍໃຈ, ເຊື່ອໝັ້ນ ແລະ ຢາກທົດລອງໃຊ້ສິນຄ້າຂອງທ່ານທັນທີ ແຕ່ທັງນີ້ Review ສິນຄ້າຕ້ອງມີຄວາມຊື່ສັດ ແລະ ຕ້ອງເປັນຄວາມຈິງ.
  3. ສ້າງວີດີໂອທີ່ສື່ເຖິງສິນຄ້າຂອງທ່ານ: ການເບິ່ງເຫັນຈະນໍາໄປສູ່ຄວາມເຊື່ອໝັ້ນ ຄວນສ້າງວີດີໂອທີ່ສະແດງເຖິງສິນຄ້າ ແລະ ການບໍລິການຂອງທ່ານວ່າດີແບບໃດ, ໃຊ້ງານກັບຫຍັງໄດ້ແດ່, ສະດວກສະບາຍແບບໃດ ດີກວ່າເສຍເງິນກັບການໄປເຮັດໂຄສະນາຂໍ້ຄວາມຍາວທີ່ບໍ່ມີໃຜອ່ານ ເຊິ່ງຫຼັກສຳຄັນໃນການສ້າງວີດີໂອຄື: ຢ່າລືມໃສ່ຄວາມມ່ວນຊື່ນ ແລະ ສິ່ງທີ່ໜ້າສົນໃຈລົງໄປ ສິ່ງສໍາຄັນຄື: ຢ່າເຮັດໃຫ້ເກີດຄວາມເບື່ອໜ່າຍແກ່ລູກຄ້າເດັດຂາດ.
  4. ເນັ້ນ Social Media ໃຫ້ຫຼາຍຂຶ້ນ: ເປັນຫົວໃຈຫຼັກໃນການສ້າງຕົວຕົນໃນໂລກອອນລາຍ ເພາະມີຄົນເປັນຈໍານວນຫຼາຍຢູ່ໃນນັ້ນ, ສິ່ງທີ່ຕ້ອງເຮັດຄື: ມີ Social Media ເປັນຂອງຕົນເອງທຸກຢ່າງ ທັງ Facebook, Line, Twitter, Instagram ເຊິ່ງແຕ່ລະຢ່າງກໍຈະມີກຸ່ມເປົ້າໝາຍແຕກຕ່າງກັນໄປ ເຮັດໃຫ້ທ່ານເຂົ້າເຖິງຜູ້ອ່ານໄດ້ຫຼາຍຂຶ້ນ ແລະ ສາມາດທົ່ວເຖິງຜູ້ຄົນໄດ້ຫຼາຍກວ່າເກົ່ານັ້ນເອງ.

ການສ້າງຕົວຕົນໃນໂລກອອນໄລ໌ ບໍ່ແມ່ນເລື່ອງຍາກອີກຕໍ່ໄປ ຖ້າສາມາດເຮັດຕາມໄດ້ທຸກຂັ້ນຕອນ ຮັບຮອງວ່າ ລູກຄ້າໃໝ່ ແລະ ເກົ່າ ຕ້ອງມາຊື້ສິນຄ້າ ແລະ ການບໍລິການຂອງທ່ານຫຼາຍຂຶ້ນ ແລະ ຈະເປັນທີ່ຮູ້ຈັກຫຼາຍຂຶ້ນແນ່ນອນ.

 

4 Steps for Building your Brand Online

Brand-building for any business requires a variety of approaches, and creating awareness online is one effective method. Because internet usage is continually increasing around the world, all businesses must shift their focus toward online media. Whether your business is large or small, if you want your product or service to be well-known, Target Magazine will go through the 4 steps for building your brand online:

  1. Create meaningful and interesting content: start with a heading that’s easy to read but attracts interest in your products. You might create content that is useful in answering questions or demonstrating knowledge, and your expertise will be evident through your content. This will help you to build credibility and gain a following.
  2. Review for your customers: these days consumers often like to do some research before deciding whether to purchase products or use services, and if you understand this, a review with a few positive comments on your products will help consumers to feel more comfortable and trusting, and they will want to try your products. Of course the review must be honest and accurate.
  3. Create videos that communicate your products: visibility will lead to credibility, so you should create videos that show the strengths of your products and services, how they can be used, and their conveniences. This is better than spending money on long, text-based advertising that people don’t read. The important thing in video is to make it entertaining and definitely do not let it bore the viewers.
  4. Social Media: the heart of online brand-building is social media, because of the massive online population. You should create a social media identity for your brand using platforms such as Facebook, Line, Twitter, and Instagram, because each platform will contain a different target group, and this will help you reach a greater audience.

Building your brand online will not be difficult in the future if you can implement these steps, and it guarantees that both old and new customers will buy more of your products and services, and your brand will be better recognized.

Comments