ລັດຖະບານ ອະນຸມັດງົບສຸກເສີນ ໃຫ້ແຂວງລະ 50 ລ້ານກີບ

ກະຊວງແຮງງານ ແລະສະຫວັດດີການ ສັງຄົມໄດ້ອະນຸມັດງົບສຸກເສີນໃຫ້ແຂວງລະ 50 ລ້ານກີບ ພ້ອມຈັດສົ່ງເຄື່ອງໃຊ້ ຈຳເປັນໄປຍັງບັນດາແຂວງທີ່ໄດ້ຮັບຜົນກະທົບດັ່ງກ່າວ.


ຕາມຂໍ້ມູນຂອງກົມສັງຄົມສົງເຄາະ ກະຊວງແຮງງານ ແລະສະຫວັດດີການ ສັງຄົມທີ່ໄດ້ເຮັດໜັງສືລາຍງານຕໍ່ລັດຖະບານ ສະບັບເລກທີ 1236/ສສຄ, ລົງ ວັນທີ 5 ກັນຍາ 2019 ຮູ້ວ່າ: ນັບແຕ່ ທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາ 2019 ໄດ້ມີພາຍຸພັດຜ່ານເຂົ້າລາວ ແລະເຮັດໃຫ້ມີຝົນຕົກໜັກນໍ້າຖ້ວມຢູ່ 6 ແຂວງ ຄື: ຄຳມ່ວນ, ສະຫວັນນະເຂດ, ສາລະ ວັນ, ຈຳປາສັກ, ອັດຕະປື ແລະແຂວງ ເຊກອງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນຈຳນວນ 37 ເມືອງ, 788 ບ້ານ, 54,20 ພັນຄອບຄົວ ແລະເສຍຊີວິດ 2 ຄົນ, ສູນຫາຍ 2 ຄົນ, ປະຊາຊົນຍົກຍ້າຍ 3,4 ພັນຄອບຄົວ, ສ້າງຄວາມເສຍຫາຍ ຕໍ່ບ້ານເຮືອນປະຊາຊົນ, ເນື້ອທີ່ນາຖືກນໍ້າ ຖ້ວມ 1,30 ແສນເຮັກຕາ, ສວນ 251 ເຮັກຕາ, ໜອງປາ 953 ໜອງ, ຊົນລະ ປະທານ 26 ແຫ່ງ, ເສັ້ນທາງຖືກນໍ້າ ຖ້ວມ 139 ກິໂລແມັດ, ຂົວ 6 ແຫ່ງ, ໂຮງຮຽນ 45 ແຫ່ງ, ສຸກສາລາ 2 ແຫ່ງ ແລະສັດລ້ຽງຫຼາຍກວ່າ 136 ໂຕຖືກ ຍ້າຍໄປຢູ່ທີ່ປອດໄພແລະປະຈຸບັນຄວາມຕ້ອງການອັນຮີບ ດ່ວນລວມມີເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນອາຫານ, ນໍ້າດື່ມ, ເຄື່ອງໃຊ້ ຄົວເຮືອນ, ເຄື່ອງນອນ, ເຮືອພ້ອມຄົນຂັບ ແລະງົບປະມານຮັບໃຊ້ອື່ນໆ.


ສະເພາະແຂວງສະຫວັນນະເຂດ ຄວາມຕ້ອງການຮີບດ່ວນປະກອບມີ: ເຂົ້າສານ 150 ໂຕນ, ນໍ້າດື່ມ 10 ພັນ ແພັກ, ໝີ່ສຳເລັດຮູບ 3 ພັນແກັດໃຫຍ່, ປາກະປ໋ອງ 1,5 ພັນແກັດ, ເປົ໋າຊາຍ 50 ພັນເປົ໋າ ເພື່ອເສີນພູກັນນໍ້າ ແລະ ປົວແປງຫຼັງນໍ້າຫຼຸດ, ເຮືອກູ້ໄພໃຫ້ແກ່ ເມືອງຊົນນະບູລີ, ງົບປະມານໃນການບໍລິ ຫານນໍ້າມັນລົດ, ເຮືອ ແລະຈັດຊື້ເຄື່ອງອຸ ປະໂພກ-ບໍລິໂພກໃຫ້ປະຊາຊົນທີ່ໄດ້ຮັບ ຜົນກະທົບຢູ່ແຕ່ລະເມືອງ, ສ່ວນແຂວງ ຄຳມ່ວນແມ່ນຕ້ອງການເຄື່ອງອຸປະໂພກ-ບໍລິໂພກ ໂດຍສະເພາະເຂົ້າ, ອາຫານແຫ້ງ, ນອກນັ້ນຍັງມີຢາປົວພະຍາດຄົນ, ສັດ, ເຮືອຮັບໃຊ້ກູ້ໄພ ແລະຂົນຍ້າຍປະຊາຊົນ, ງົບບໍລິຫານ ແລະແຮສຸກເສີນ, ແຂວງ ສາລະວັນ ຕ້ອງການເຮືອກູ້ໄພພ້ອມຄົນ ຂັບເຮືອ, ເຄື່ອງອຸປະໂພກ-ບໍລິໂພກຕົ້ນຕໍ ແມ່ນອາຫານແຫ້ງ, ນໍ້າດື່ມ, ເຂົ້າ, ເຄື່ອງ ໃຊ້ຄົວເຮືອນ, ເຄື່ອງນອນ, ງົບໃນການ ຕອບໂຕ້ຕ່າງໆເຊັ່ນ: ນໍ້າມັນ ແລະອື່ນໆ, ເສື້ອຊູຊີບ, ເຊືອກກູ້ໄພ.


ແຂວງຈຳປາສັກຕ້ອງການເຮືອ ແລະ ຄົນຂັບເຮືອເພື່ອຍົກຍ້າຍປະຊາຊົນ, ເຄື່ອງ ອຸປະໂພກ-ບໍລິໂພກປະເພດນໍ້າດື່ມ, ໝີ່ ສຳເລັດຮູບ, ປາກະປ໋ອງ, ເຂົ້າພ້ອມກັບ ງົບໃນການບໍລິຫານຕອບໂຕ້ສຸກເສີນ, ແຂວງເຊກອງ ສະເໜີໃຫ້ຄະນະກຳມະ ການປ້ອງກັນ ແລະຄວບຄຸມໄພພິບັດ ແຫ່ງຊາດລົງຊຸກຍູ້ການປະຕິບັດການ ຕອບໂຕ້ສຸກເສີນ, ງົບປະມານໃນການບໍ ລິຫານປະຕິບັດການຕອບໂຕ້ສຸກເສີນ ໂດຍສະເພາະແມ່ນໍ້າມັນ, ເຂົ້າກິນ 100 ໂຕນ, ອາຫານແຫ້ງເປັນໝີ່, ປາກະປ໋ອງ ແລະນໍ້າດື່ມຢ່າງລະ 1 ພັນແກັດ, ນອກ ນັ້ນຍັງເຄື່ອງນອນ, ເຄື່ອງນຸ່ງຫົ່ມ ແລະ ພາຫະນະຮັບໃຊ້ລົດໃຫຍ່, ລົດກະບະ, ເຮືອ, ຍົນເພື່ອຂົນສົ່ງເຄື່ອງຊ່ວຍເຫຼືອ ເຂົ້າໄປເມືອງກະລຶມ ແລະເມືອງດັກຈຶງ (ເມືອງທີ່ເສັ້ນທາງຕັດຂາດ), ສຳລັບ ແຂວງອັດຕະປື ແມ່ນຕ້ອງການໂຄມໄຟ 28 ໜ່ວຍ, ເສື້ອກັນຝົນ 210 ຜືນ, ເຊືອກກູ້ໄພ 14 ຫໍ້, ນໍ້າມັນເຮືອ, ໝໍ້ໄຟໃສ່ ຈັກປັ່ນໄຟຟ້າ 4 ໜ່ວຍ ພ້ອມດ້ວຍເຄື່ອງ ອຸປະໂພກ-ບໍລິໂພກປະເພດນໍ້າດື່ມ ແລະ ອາຫານແຫ້ງ, ຊຶ່ງປະຈຸບັນທາງກົມສັງ ຄົມສົງເຄາະແມ່ນໄດ້ຈັດສົ່ງໃຫ້ແລ້ວ, ພ້ອມດ້ວຍງົບປະມານຮັບໃຊ້ສຸກເສີນ ແຂວງລະ 50 ລ້ານກີບ.

ຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

Comments