Author Archives: Paeng KC

ຜູ້ຊາຍຄວນແຕ່ງຕົວແນວໃດ ໃຫ້ມີຄວາມໜ້າເຊື່ອຖື.

ບັນດາທ່ານ ສິ່ງທີ່ສ້າງຄວາມໜ້າເຊື່ອຖືໃຫ້ກັບນັກທຸລະກິດທັງຫຼາຍ ນອກເໜືອຈາກເລື່ອງຄວາມສາມາດໃນການບໍລິຫານ ຈັດການ ແລະ ເງິນທຶນແລ້ວ ໜ້າຕາຂອງອົງກອນກໍເປັນອີກໜຶ່ງປັດໃຈ ທີ່ມີຄວາມສໍາຄັນບໍ່ໜ້ອຍໄປກວ່າກັນ ເຊິ່ງໃນຖານະທີ່ທ່ານເປັນໜຶ່ງໃນຜູ້ບໍລິຫານ ຫຼື ພະນັກງານຂອງອົງກອນກໍຕາມ ຄວນໃສ່ໃຈບຸກຄະລິກຂອງຕົນເອງເຊັ່ນກັນ ສະນັ້ນ ເຮົາລອງມາເບິ່ງເຄັດລັບດີໆ ເລື່ອງແຕ່ງກາຍແນວໃດໃຫ້ມີຄວາມໜ້າເຊື່ອຖື. ທໍາອິດເລີຍທີ່ທ່ານຕ້ອງຄິດເຫັນຄື: Back to basic ກັບເສື້ອ Shirt ສີຂາວ ເຖິງວ່າໂລກຂອງ Fashions ຈະໝູນວຽນປ່ຽນໄປຂະໜາດໃດ ເສື້ອສີຂາວກໍຍັງເປັນສິ່ງທີ່ຜູ້ຊາຍທຸກຄົນຄວນມີຕິດຕູ້ ເພາະມັນເປັນເສື້ອທີ່ໃສ່ໄດ້ຫຼາກຫຼາຍໂອກາດ ຈັບຄູ່ໄດ້ກັບໂສ້ງທຸກແບບ ແລະ ເໝາະສົມກັບເຄື່ອງປະດັບນາໆຊະນິດ ນອກນັ້ນຍັງຊ່ວຍເພີ່ມບຸກຄະລິກຂອງທ່ານໃຫ້ເປັນຜູ້ຊາຍທີ່ສະອາດໜ້າເຊື່ອຖືໄດ້ນໍາອີກ,  ອີກຂໍ້ສໍາຄັນບໍ່ຄວນລືມຢ່າງໜຶ່ງກໍຄື ຄວາມຍາວຂອງແຂນເສື້ອ ຄວນບອກໃຫ້ຊ່າງຕັດໃຫ້ພໍດີໄປສຸດກັບຂໍ້ມືຂອງທ່ານ ບໍ່ສັ້ນ ຫຼື ບໍ່ຍາວຈົນເກີນໄປ. ການເລືອກ ລາຍລະອຽດມະຍິກມະຍ່ອຍ ຂອງການຈັບ”ເນັກໄທ້”ມາໃສ່ກັບເສື້ອກໍສໍາຄັນເຊັ່ນກັນ ເພາະການເລືອກກໍຕ້ອງພິຖີພິຖັນ ບໍ່ແມ່ນຈັບອັນໃດມາໃສ່ກໍໄດ້ ເພື່ອສ້າງບຸກຄະລິກຕົວເອງໃຫ້ ມີຄວາມໜ້າເຊື່ອຖືພ້ອມ. ເສື້ອທັບນອກ ບາງເທື່ອເສື້ອສູດໂຕເກົ່າໆ ກໍເບິ່ງໜ້າເບື່ອໄປຫຼາຍ ລອງມາໃສ່ Blazer ຂະໜາດພໍດີຕົວລອງເບິ່ງ ແລ້ວທ່ານຈະພົບ Look ທີ່ແຕກຕ່າງ. ເຄື່ອງປະດັບຫ້າມເບິ່ງຂ້າມ ເຖິງວ່າຈະເປັນຜູ້ຊາຍແຕ່ເຄື່ອງປະດັບກໍເປັນສິ່ງທີ່ຂາດບໍ່ໄດ້ເຊັ່ນກັນ ບໍ່ວ່າຈະເປັນໂມງ, ກິບໜີບເນັກໄທ້, ຜ້າແພມົນໃນກະເປົ໋າເສື້ອ ຫຼື ແວ່ນກັນແດດເປັນຕົ້ນ, ແຕ່ທີ່ເວົ້າມາທັງໝົດບໍ່ແມ່ນທ່ານຈະຕ້ອງເອົາໃສ່ທຸກສິ່ງດອກ ...

Read More »

ມິດຊູບິຊິ All New Triton 2019 ເປີດໂຕຢ່າງເປັນທາງການໃນ ສປປ ລາວ.

ມິດຊູບິຊິ ມໍເຕີ້ ລາວ ໄດ້ເປີດຕົວລົດ Mitsubishi All New Triton 2019 ຢ່າງເປັນທາງການໃນ ສປປ ລາວ,  ໃນຕອນບ່າຍຂອງມື້ນີ້, ວັນທີ 20 ກັນຍາ 2019, ຢູ່ທີ່ສູນໂຊລູມ ມິດຊູບິຊິ ເຕ້ 2, ນະຄອນຫຼວງວຽງຈັນ.  ໃນງານຄັ້ງນີ້, ໄດ້ມີບັນດາລູກຄ້າ ແລະ ແຂກ ຂອງມິດຊູບິຊິ ໄດ້ໃຫ້ຄວາມສົນໃຈຫຼາຍ ສັງເກດຄົນເຂົ້າຮ່ວມໃນງານແມ່ນຄັບຄາໜາແໜ້ນໃນຫ້ອງຂາຍຂອງມິດຊູບິຊິ. ພາຍໃນງານ ທ່ານ ຊັດຊະວານ ເພີ່ມສຸກຈາຣຸຊັບ ຜູ້ອຳນວຍການໃຫຍ່ ມິດຊູບິຊິ ມໍເຕີ້ ລາວ ໄດ້ນຳສະເໜີໃຫ້ຮູ້ວ່າ: Mitsubishi All New Triton 2019  ໄດ້ອອກແບບພາຍນອກມາດ້ວຍຄວາມແຂງແກ່ນ (Robust Design) ແລະ ພາຍໃນມີການຕົບແຕ່ງທີ່ຫຼູຫຼາສະດວກສະບາຍຂຶ້ນກວ່າເກົ່າ, ມີລະບົບຄວາມປອດໄພອັດສະລິຍະຮອບຄັນ (Advanced Safety Features). ເມື່ອໄດ້ຂັບຂີ່ຈະໃຫ້ຄວາມໝັ້ນໃຈເພີ່ມຂຶ້ນ, ມາພ້ອມກັບເຄື່ອງຈັກ  2.4 L  181 ແຮງມ້າ MIVEC (Mitsubishi Innovative ...

Read More »

ຮູບເງົາລາວ-ຈີນ “ດອກຈຳປາບານ” ເປີດສາຍແລ້ວທຸກໂຮງຮູບເງົາທົ່ວປະເທດ

ຮູບເງົາ “ດອກຈຳປາບານ ” ໄດ້ເປີດສາຍເປັນຮອບປະຖົມມະເລິກແລ້ວ ໃນມື້ວານນີ້ ຄືຮອບສື່ມວນຊົນ ໃນວັນທີ 18 ກັນຍາ 2019 ຢູ່ທີ່ໂຮງຮູບເງົາເມເຈີ້ ສາຂາວຽງຈັນເຊັນເຕີ້, ພ້ອມທັງຈະເປີດສາຍໃນທຸກໂຮງຮູບໃນທົ່ວປະເທດ ໃນວັນທີ 19 ກັນຍາ 2019 ກໍຄືມື້ນີ້ນັ້ນເອງ…ໃຜທີ່ຕິດຕາມ ແລະ ລໍຖ້າຊົມຢູ່ກໍຢ່າລືມໄປຊົມ, ໄປໃຫ້ກໍາລັງໃຈຜົນງານການສ້າງ ແລະ ການສະແດງຂອງຄົນລາວເຮົາໄດ້. ຮູບເງົາ “ດອກຈໍາປາບານ” ເປັນຮູບເງົາເລື່ອງທໍາອິດທີ່ຮ່ວມມືກັນສ້າງລະຫວ່າງ 2 ປະເທດຄື: ສປປ ລາວ ແລະ ສປ ຈີນ ໂດຍມີຈຸດປະສົງຄື ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຖານທຸດຈີນປະຈໍາລາວຄົບຮອບ 55 ປີ. ເນື້ອເລື່ອງລາວໄດ້ພັນລະນາເຖິງຄວາມຮັກ ແລະ ຄວາມຜູກພັນຂອງປະຊາຊົນລາວຈີນຕັ້ງແຕ່ສະໄໝທີ່ປະເທດລາວຖືກຮຸກຮານ, ການລໍຄອຍຄົນຮັກທີ່ພັດພາກຈາກກັນຕັ້ງແຕ່ສະໄໝສົງຄາມ, ພ້ອມທັງສະແດງໃຫ້ເຫັນເຖິງວັດທະນະທໍາ, ຮີດຄອງປະເພນີ ແລະ ທໍາມະຊາດອັນງົດງາມຂອງສອງປະເທດກໍຄື ລາວ-ຈີນ. ຮ່ວມຖ່າຍທອດເລື່ອງລາວຂອງຮູບເງົາປະຫວັດສາດຄັ້ງນີ້ສະແດງນຳໂດຍ ໝໍແນ່ງ ຈັນດາລີ (ນາງເອກ) ຮ່ວມກັບນັກຈະແດງຊື່ດັງຈາກປະເທດຈີນຫຼາກຫຼາຍທ່ານເຊັ່ນ:  Mr. Zhiluo Ma , Mr. Haozhen Wang, Miss Xinhua Chen, Mr. ...

Read More »

ການກໍ່ສ້າງເສັ້ນທາງ ໜອງພະຍາ-ສີເກີດ ຫຼ້າຊ້າ ຍ້ອນບັນຫາທາງດ້ານການເງິນ

ໜ່ວຍງານທີ່ຮັບຜິດຊອບໂຄງການຍືນຢັນວ່າ:  ການກໍ່ສ້າງເສັ້ນທາງ ແຕ່ ສີ່ແຍກໄຟອໍານາດ ຕານມີໄຊ ເມືອງໄຊທານີ ຫາ ສີ່ແຍກໄຟອໍານາດ ສີເກີດ ເມືອງນາຊາຍທອງ ລວມໄລຍະທາງ 9.4 ກິໂລແມັດ ແມ່ນຈະໃຫ້ສໍາເລັດໃນທ້າຍປີ 2019 ນີ້ແນ່ນອນ, ປັດຈຸບັນ, ໂຄງການມີຄວາມຄືບໜ້າ ສຳເລັດແລ້ວ 72.62% ໂດຍໄດ້ສຸມໃສ່ວຽກ ໃນການປູຄອນກຣີດ. ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນ ຕຸລາ 2016 ແຕ່ເກີດມີຄວາມຫຼ້າຊ້າມາ ເນື່ອງຈາກມີບັນຫາທາງດ້ານການເງິນ ແລະ ໄດ້ຂໍສືບຕໍ່ໜ້າວຽກ ຕື່ມອີກ 9 ເດືອນ. ການປັບປຸງເສັ້ນທາງດັ່ງກ່າວ ແມ່ນໃຊ້ງົບປະມານຢູ່ທີ່ 45.1 ລ້ານໂດລາສະຫະລັດ (ປະມານ 367 ຕື້ກີບ). ເສັ້ນທາງທີ່ຈະສ້າງ ແມ່ນມີຄວາມກ້ວາງ 28 ແມັດ, ມີ 6 ເລນ, ມີລະບົບລະບາຍນໍ້າ ແລະ ໄຟເຍືອງທາງຄົບຊຸດ. ແປຈາກ ໜັງສືພິມ Vientianetimes ໂດຍ LAO YOUTH RADIO STATION, FM 90.0 MHZ

Read More »

ສິ່ງທີ່ຄວນຮູ້!!! ສໍາລັບໃຜທີ່ສົນ ເຮັດທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ໃນ ສປປ ລາວ

ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງກໍານົດເງື່ອນໄຂໃນການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ທີ່ສາກົນນໍາໃຊ້ ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ ສະບັບເລກທີ 461/ທຫລ, ລົງວັນທີ 03 ມິຖຸນາ 2019. ໃນຂໍ້ຕົກລົງ ໄດ້ກໍານົດບັນດາຫຼັກການ, ລະບຽບການ ແລະ ຂັ້ນຕອນໃນການຂໍອະນຸຍາດດໍາເນີນທຸລະກິດ ແລະ ຂອບເຂດການເຄື່ອນໄຫວກ່ຽວກັບການດໍາເນີນທຸລະກິດ ນໍາເຂົ້າ-ສົ່ງອອກ ຄໍາ ເພື່ອເຮັດການດໍາເນີນກິດຈະການດັ່ງກ່າວ ມີຄວາມໂປ່ງໃສ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ. ບຸກຄົນ, ນິຕິບຸກຄົນ ທີ່ສົນໃຈຈະດໍາເນີນທຸລະກິດ ນໍາເຂົ້າ ແລະ ສົ່ງອອກ ຄໍາ ທີ່ສາກົນນໍາໃຊ້ ເປັນເຄື່ອງມືຊໍາລະ ລະຫວ່າງປະເທດ ຕ້ອງມີເງືອນໄຂ ແລະ ປະກອບເອກະສານ ຕາມທີ່ໄດ້ກໍານົດໃນ ຂໍ້ຕົກລົງ 461/ທຫລ. ຜູ້ທີ່ມີເງື່ອນໄຂໃນການຂໍອະນຸຍາດດໍາເນີນທຸລະກິດ: ໄດ້ຮັບການຂື້ນທະບຽນວິສາຫະກິດ; ທຶນຈົດທະບຽນຕໍ່າສຸດ 20 ຕື້ (ຊາວຕື້) ກີບ; ມີແຜນດໍາເນີນທຸລະກິດ ທີ່ມີປະສິດທິຜົນ; ມີສະຖານທີ່ຕັ້ງສໍານັກງານ ແລະ ຮັບປະກັນຄວາມປອດໄພໃນການບໍລິການ; ບໍ່ເຄີຍຖືກສານຕັດສິນລົງໂທດໃນສະຖານຍັກຍອກຊັບ ລື ສໍ້ໂກງຊັບ; ບໍ່ເຄີຍຖືກຖອນໃບອະນຸຍາດດໍາເນີນທຸລະກິດ ...

Read More »

ມາຮູ້ຈັກ 4 ເຕັກນິກການຕະຫຼາດ ທີ່ອາດໃຊ້ບໍ່ໄດ້ຜົນໃນປີ 2019

ສິ່ງທີ່ນັກການຕະຫຼາດມັກຕັ້ງຄຳຖາມ ແລະ ພະຍາຍາມຊອກຫາຄຳຕອບ ໃນທຸກໆປີຄື:ຈະມີ”ເທຣນ” (Trend) ຫຼືການຕະຫຼາດຫຍັງແດ່ເກີດຂຶ້ນໃໝ່ໃນປີນີ້ ເພື່ອຫວັງໃຫ້ມີແນວທາງພັດທະນາທຸລະກິດ,ວາງແຜນການຕະຫຼາດບໍ່ໃຫ້ຕົກ“ເທຣນ” (Trend). ແຕ່ຍຸກນີ້ເປັນຍຸກຂອງໂລກ“ດີຈິຕ໋ອນ”ເຊິ່ງມີການປ່ຽນແປງທີ່ວ່ອງໄວ ຍ້ອນຖືກເຕັກໂນໂລຊີເຂົ້າມາປ່ຽນແປງ ທັງທຸລະກິດ ແລະ ພຶດຕິກຳຜູ້ບໍລິໂພກ. ໃນປີ 2019 ນີ້ ຍັງຈະມີເລື່ອງໃໝ່ໆເກີດຂຶ້ນຈົນເຮັດໃຫ້ເຮົາຄິດບໍ່ເຖິງແນ່ນອນ ຍ້ອນ“ດີຈິຕ໋ອນ” ໄດ້ເຂົ້າມາປ່ຽນແປງຫຼາຍສິ່ງຫຼາຍຢ່າງ ຂະໜາດວ່າ“ດີຈິຕ໋ອນ”ເອງ ຍັງມີໂອກາດຖືກທຳລາຍດ້ວຍ “ດິຈິຕ໋ອນ” ທີ່ເກີດຂຶ້ນໃໝ່ໄດ້. ດັ່ງນັ້ນ, ແນວຄິດທາງການຕະຫຼາດ ຫຼື ຄຳຖາມທີ່ມັກເຄີຍຖາມໃນຍຸກກ່ອນ ອາດຈະບໍ່ແມ່ນຄຳຖາມທີ່ຄວນຖາມໃນປີ 2019 ອີກຕໍ່ໄປ ແລະຕໍ່ໄປນີ້ຄື 4 ການຕະຫຼາດທີ່ອາດໃຊ້ບໍ່ໄດ້ຜົນໃນປີ 2019. 1.ເທຣນ Technology ແມ່ນຫຍັງ?ວົນວຽນຮຽນຮູ້ ແຕ່ນຳໃຊ້ເຕັກໂນໂລຊີ ໃນປີຜ່ານມາໄດ້ມີການຢືນຢັນວ່າເຕັກໂນໂລຊີເຫຼົ່ານີ້ກຳລັງມາຄື:AI, AR, Big Data, Blockchain, Cloud ແລະ Quantumໃນປີນີ້ເລື່ອງນີ້ຈະຖືກນຳມາເວົ້າຫຼາຍທີ່ສຸດ ແລະ ຈະຖືກນຳໃຊ້ເກືອບທັງໝົດ.ດັ່ງນັ້ນ, ສິ່ງທີ່ຈະເຮັດໃຫ້ທຸລະກິດສາມາດກ້າວໜ້າໄປຄວບຄູ່ກັບເຕັກໂນໂລຊີໄດ້ຕ້ອງໃຊ້ເຄື່ອງມືເຕັກໂນໂລຊີທາງການຕະຫຼາດທີ່ເອີ້ນວ່າ MarTechຫຼືເຕັກໂນໂລຊີການຕະຫຼາດ (Marketing Technology) ແຕ່ການຮຽນຮູ້ເລື່ອງ MarTechເປັນສິ່ງທີ່ຍາກ ເພາະມີຈຳນວນຫຼາຍໃນປີ 2016 ມີຫຼາຍກວ່າ 1.000 ເຄື່ອງມື ແລະ ໃນປີ ...

Read More »

ສ້າງຕັ້ງ 108 JOB ແບບກ້າສ່ຽງທີ່ຈະແຕກຕ່າງ

ທ່ານຈະເຫັນຢູ່ທົ່ວໄປວ່າ ທຸລະກິດບ້ານເຮົາສ່ວນໃຫຍ່ຈະຮຽນແບບຜູ້ອື່ນ ແລ້ວປະສົບບັນຫາດ້ານ ການແຂ່ງຂັນ ແລ້ວໄປບໍ່ລອດຕາມພາຍຫຼັງ. ພວກເຮົາຈຶ່ງຢາກຮູ້ຈັກກັບນັກທຸລະກິດລາວ ຜູ້ທີ່ໄດ້ຮັບລາງວັນ ASEAN Business Award ທ່ານ ແກ້ວວິສຸກ ດາລາສານ (ແກ້ວ) ເຊິ່ງເປັນຜູ້ກໍ່ຕັ້ງ ແລະ ອຳນວຍການ 108-1009 ກຣຸບ, ແລະ ຍັງເປັນຂວັນໃຈຂອງຫຼາຍໆຄົນ ທີ່ກຳລັງຊອກວຽກຊອກງານກັນຢູ່. ຂໍຊົມເຊີຍເລີຍວ່າ ກຸ່ມທຸລະກິດນີ້ ໂດຍສະເພາະ 108JOB ເປັນສື່ໂຄສະນາເລື່ອງບຸກຄະລາກອນ ເຊິ່ງແມ່ນທຸລະກິດທີ່ແຕກຕ່າງຈາກຂອງຜູ້ອື່ນ, ໂດຍ (ແກ້ວ)  ກ້າສ່ຽງທີ່ຈະປັ້ນທຸລະກິດນີ້ຂື້ນມາ ໃນປີ 2012 ​ໃຫ້ບໍ່ຄືກັບຈາກທີ່ເຄີຍມີໃນໜັງສືພິມ ຫຼື ວາລະສານ ທີ່ພຽງແຕ່ລົງປະກາດວຽກທົ່ວໆ ໄປໃນເວລານັ້ນ ພ້ອມນີ້ ກໍຄຳນຶງເຖິງການສ້າງຜົນປະໂຫຍດດ້ານສັງຄົມໄປນຳ. ໝາຍວ່າ ບໍ່ພຽງແຕ່ເປັນບ່ອນໂຄສະນາວຽກງານເທົ່ານັ້ນ 108JOB ຍັງໃຫ້ຄຳແນະນຳແກ່ນ້ອງໆ ທີ່ກຳລັງຈະຊອກວຽກໃໝ່ ເຊັ່ນວ່າ: ຄວນກຽມປະຫວັດ ແນວໃດໃຫ້ເປັນຕາສົນໃຈ, ຈະເຂົ້າສຳພາດວຽກແບບໃດ ພ້ອມທັງ ທັກສະສຳຄັນດ້ານອື່ນໆ. ດ່ັງນັ້ນ, ຫວັງ ວ່າການເລີ່ມຕົ້ນ ແລະ ຄວາມສຳເລັດຂອງ 108JOB ຈະຊ່ວຍຈຸດປະກາຍສ້າງແຮງບັນດານໃຈ ໃຫ້ຄົນລຸ່ນໜຸ່ມຜູ້ທີ່ມີຄວາມຄິດປະກອບການ ກ້າຄິດກ້າເຮັດໃນການກໍ່ຕັ້ງທຸລະກິດຂອງຕົນຂຶ້ນມາ ...

Read More »

ຄວາມຮູ້ກ່ຽວກັບການລົງທຶນດ້ານພັນທະບັດ ໃນ ສປປ ລາວ.

ຜູ້ອ່ານຫຼາຍໆທ່ານ ອາດຈະລຶ້ງເຄີຍກັບການທ້ອນເງິນ ດ້ວຍການຝາກເງິນມີກຳນົດ ໄວ້ນຳທະນາຄານທຸລະກິດ ເຊິ່ງໄດ້ຮັບຜົນຕອບແທນໃນຮູບແບບດອກເບ້ຍ. ສ່ວນ ພັນທະບັດລັດຖະບານ  ອາດຍັງເປັນເລື່ອງໃໝ່ ແລະ ຍັງບໍ່ເປັນທີ່ຮູ້ຈັກສຳລັບບຸກຄົນທົ່ວໄປ ເນື່ອງຈາກ ທີ່ຜ່ານມາ ການລົງທຶນໃນພັນທະບັດສ່ວນໃຫຍ່ ແມ່ນເປັນທີ່ຮູ້ຈັກກັນສຳລັບນິຕິບຸກຄົນຫຼາຍກວ່າ. ໃນບົດຄວາມນີ້ ຂໍນຳສະເໜີ ອີກທາງເລືອກໜຶ່ງທີ່ໜ້າສົນໃຈໃນ ການທ້ອນເງິນໃຫ້ກັບບັນດາຜູ້ອ່ານ ນັ້ນກໍຄື ການລົງທຶນດ້ານພັນທະບັດ, ພ້ອມທັງ ປຽບທຽບໃຫ້ເຫັນເຖິງຂໍ້ດີ ແລະ ຂໍ້ເສຍ ຂອງການລົງທຶນດ້ານພັນທະບັດ ແລະ ການຝາກເງິນ. ກ່ອນຈະໄປລົງທຶນເຮົາມາທຳຄວາມເຂົ້າໃຈນຳກັນກ່ອນວ່າ “ພັນທະບັດ” ແມ່ນ ເຄື່ອງມືທາງການເງິນປະເພດໜີ້ ທີ່ກະຊວງການເງິນເປັນຜູ້ຕາງໜ້າ ແລະ ໄດ້ຮັບມອບສິດຈາກລັດຖະບານໃນການອອກ ແລະ ຮັບປະກັນການຊຳລະຄືນຕົ້ນທຶນ ແລະ ດອກເບ້ຍຕາມທີ່ໄດ້ກຳນົດໄວ້ໃນໃບພັນທະບັດ. ໃນນີ້ ຜູ້ອອກພັນທະບັດ ກໍຄື ກະຊວງການເງິນ ມີຖານະເປັນລູກໜີ້ ແລະ ຜູ້ຊື້ພັນທະບັດ ເຊິ່ງອາດແມ່ນ ນິຕິບຸກຄົນ ຫຼື ບຸກຄົນທົ່ວໄປ ມີຖານະເປັນເຈົ້າໜີ້, ໂດຍຜົນຕອບແທນທີ່ຜູ້ລົງທຶນຈະໄດ້ຮັບແມ່ນ ໃນຮູບແບບດອກເບ້ຍຈາກຜູ້ອອກພັນທະບັດ ທີ່ມີຄວາມສູງຕໍ່າແຕກຕ່າງກັນຕາມອາຍຸຂອງພັນທະບັດ. ມາຮອດນີ້ ຜູ້ອ່ານ ອາດພໍເຫັນພາບແລ້ວວ່າ ການຊື້ພັນທະບັດ ກໍຄ້າຍຄືກັບການຝາກເງິນ ເຊິ່ງມີຜົນຕອບແທນເປັນດອກເບ້ຍ ແລະ ...

Read More »

ບັນດານະໂຍບາຍ ແລະ ມາດຕະການປີ 2019

ຄືດັ່ງທີ່ໄດ້ສະເໜີໄປສອງບົດແລ້ວກ່ຽວກັບຂົງເຂດເສດຖະກິດ. ສະບັບນີ້ ຈະຍົກໃຫ້ເຫັນບັນດານະໂຍບາຍ ແລະ ມາດຕະການ ປີ 2019 ກ່ຽວກັບຂົງເຂດດັ່ງກ່າວ ມີບາງຈຸດສໍາຄັນດັ່ງນີ້ ດ້ານງົບປະມານແຫ່ງລັດ ດ້ານລາຍຮັບ ຕ້ອງຈັດຕັ້ງຜັນຂະຫຍາຍ ວ່າດ້ວຍອາກອນມູນຄ່າເພີ່ມ ສະບັບປັບປຸງໃຫ້ເຂັ້ມງວດ, ເປັນເອກະພາບໃນທົ່ວປະເທດ. ສຸມໃສ່ຂະຫຍາຍຖານລາຍຮັບດ້ວຍການຫັນເອົາຫົວໜ່ວຍທຸລະກິດຂະໜາດກາງ ທີ່ເສຍອາກອນແບບມອບເໝົາໃຫ້ເຂົ້າສູ່ການຖືບັນຊີ ຢ່າງໜ້ອຍ 10% ຂອງຈໍານວນຫົວໜ່ວຍມອບເໝົາທັງໝົດທົ່ວປະເທດ ແລະ ນໍາໃຊ້ການຄິດໄລ່ອາກອນມູູນຄ່າເພີ່ມແບບມີກໍານົດ ແລະ ປັບປຸງໄປສູ່ການເຂົ້າລະບົບອາກອນມູນຄ່າເພີ່ມຕາມກົດໝາຍ; ຄົ້ນຄວ້າສ້າງ ແລະ ປັບປຸງ ບັນດານະໂຍບາຍ ດ້ານພາສີ-ອາກອນ ໃຫ້ສອດຄ່າງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ໃນພາກພື້ນ ແລະ ສາກົນ ເຊັ່ນ: ກົດໝາຍວ່າດ້ວຍພາສີ, ກົດໝາຍວ່າດ້ວຍສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນຊົມໃຊ້, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍການປະກັນໄພ, ລັດຖະບັນຍັດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ, ລັດຖະບັນຍັດວ່າດ້ວຍພາສີທີ່ດິນ, ນະໂຍບາຍຫັນຊັບສິນເປັນທຶນ, ຂໍ້ຕົກລົງວ່າດ້ວຍຄ່າບໍລິການສິນຄ້ານໍາເຂົ້າ ແລະ ສົ່ງອອກ ສິນຄ້າຜ່ານແດນສາກົນ ແລະ ບັນດານິຕິກໍາລຸ່ມກົດໝາຍອື່ນໆ ປັບປຸງກົນໄກ, ຂັ້ນຕອນ ແລະ ການບໍລິການ ເພື່ອອໍານວຍຄວາມສະດວກໃນການດໍາເນີນທຸລະກິດ ແລະ ການປະຕິບັດພັນທະຕໍ່ງົບປະມານ ໃຫ້ມີຄວາມສະດວກ, ທັນສະໄໝ, ໂປ່ງໃສ,​ ...

Read More »

ອົງກອນຈະຫັນປ່ຽນສູ່ Digital Transformation ແນວໃດ?  

ປັດຈຸບັນໂລກຂອງທຸລະກິດມີການຫັນປ່ຽນຢ່າງໄວວາ, ນັບຕັ້ງແຕ່ການເກີດຂຶ້ນມາໃໝ່ຂອງບັນດາອົງກອນ ແລະ ຫົວໜ່ວຍທຸລະກິດ ເຮັດໃຫ້ການແຂ່ງຂັນຂ້ອນເພີ່ມສູງຂຶ້ນ, ຍັງບໍ່ນັບບັນດາຂອງນະວັດຕະກໍາໃໝ່ໆ ທີ່ເຂົ້າມາສ້າງການປ່ຽນແປງ ແລະ ເພີ່ມການແຂ່ງຂັນໃຫ້ນຳອີກ. ສະນັ້ນ ບັນດາອົງກອນຕ່າງໆຈຶ່ງຕ້ອງມີການພັດທະນາຕົນເອງຢູ່ສະເໝີ, ຕ້ອງນໍາກະແສໃຫ້ທັນຕາມເທຣນຂອງໂລກທີ່ປ່ຽນໄປ. ແຕ່ບັນດາທ່ານ ກ່ອນທີ່ຈະປັບຕົວໄປຕາມກະແສນັ້ນກໍຕ້ອງຮຽນຮູ້ກ່ອນວ່າ ຈະເລີ່ມຕົ້ນຈາກຈຸດໃດ? ແລ້ວມຸ່ງໜ້າໄປທິດທາງໃດ? ລະບົບຕ່າງໆທີ່ມີໃນອົງກອນຂອງທ່ານສາມາດປັບປ່ຽນໄປນໍາກັນໄດ້ ຫຼືບໍ່? ແລະ ຖ້າຈະໄປໃຫ້ໄດ້ຕ້ອງປັບປ່ຽນຫຍັງແດ່? ເຊິ່ງມື້ນີ້ເຮົາຈະມາຮຽນຮູ້ໄປນໍາກັນກ່ຽວກັບການປັບຕົວຂອງອົງກອນເພື່ອໄປສູ່ Digital Transformation!!! “Digital Transformation” ໝາຍເຖິງ ການຫັນປ່ຽນໂດຍໃຊ້ເຕັກໂນໂລຊີເຂົ້າມາມີສ່ວນຮ່ວມ ເພື່ອໃຫ້ສອດຄ່ອງກັບຍຸກສະໄໝທີ່ປ່ຽນໄປ ຫຼືຖ້າເປັນທາງທຸລະກິດ ແລະ ອົງກອນ ຄວາມໝາຍກໍຈະຄ້າຍຄືກັບການຫັນປ່ຽນຮູບແບບຂອງອົງກອນຢ່າງມີຍຸດທະສາດ ແລະ ນຳໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ ເພື່ອໃຫ້ທັນກະແສໂລກ ແລະ ເສດຖະກິດໃຫ້ຍັງຄົງດໍາເນີນຕໍ່ໄປໄດ້, ບໍ່ດັ່ງນັ້ນກໍອາດຈະຕ້ອງຍອມແພ້ຖືກ Digital Disruption ເຂົ້າແທນທີ່. ການທີ່ອົງກອນຈະຫັນປ່ຽນໄປສູ່ “Digital Transformation” ມີຫຼາກຫຼາຍຮູບແບບ ແຕ່ທີ່ເຮົາຈະແນະນໍາຕໍ່ໄປນີ້ເປັນຫຼັກການທີ່ເຫັນວ່າມີປະໂຫຍດຕໍ່ອົງກອນ ແລະ ບໍລິສັດ; ເຊິ່ງ ມີອົງປະກອບຫຼັກຢູ່ 5 ຢ່າງຄື: ຍຸດທະສາດຂອງທຸລະກິດ (Strategy): ຖືວ່າເປັນແກນສໍາຄັນ ທີ່ຈະເຮັດໃຫ້ອົງກອນກ້້າວໄປເຖິງເປົ້າໝາຍຢ່າງມີທິດທາງໄດ້ ການສື່ສານຂອງພະນັກງານ ແລະ ລູກຄ້າ (Staff ...

Read More »