Author Archives: Paeng KC

ນາຍົກ ຊີ້ນຳໃຫ້ເລັ່ງຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພນໍ້າຖ້ວມ ໂດຍດ່ວນ

ວັນທີ 5 ກັນຍາ 2019 ທີ່ ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມດ່ວນ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາແຂວງພາກໃຕ້ ແລະ ພາກກາງຈຳນວນໜຶ່ງ. ກ່ຽວກັບສະພາບນໍ້າຖ້ວມ ເນື່ອງຈາກຝົນຕົກໜັກ ທີ່ໄດ້ຮັບອິດທິພົນຂອງລົມພະຍຸໜຸນເຂດຮ້ອນໂພດູນ ແລະ ລົມພະຍຸດີເປຣຊັນ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນໄລຍະທ້າຍເດືອນສິງຫາ ຫາ ຕົ້ນເດືອນ ກັນຍາ 2019. ສະພາບຜົນກະທົບ ແລະ ການຊ່ວຍເຫຼືອສຸກເສີນ ຢູ່ 6 ແຂວງ ທີ່ໄດ້ຮັບຜົນກະທົບ ມີຄື: ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ແຂວງອັດຕະປື, ແຂວງສາລະວັນ, ແຂວງຈຳປາສັກ ແລະ ແຂວງເຊກອງ. ປັດຈຸບັນ, ສະພາບນໍ້າຖ້ວມໃນຄັ້ງນີ້ ໄດ້ສົ່ງຜົນກະທົບ 37 ເມືອງ, 788 ບ້ານ, 54.207 ຄອບຄົວ, ໂດຍມີເສຍຊີວິດ 2 ຄົນ, ສູນຫາຍ 2 ຄົນ, ປະຊາຊົນຍົກຍ້າຍ 3.400 ກວ່າຄອບຄົວ, ແລະ ໄດ້ສ້າງຄວາມເສຍຫາຍຕໍ່ຊັບສິນ ...

Read More »

ຮອງນາຍົກ ຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມ ທີ່ນະຄອນປາກເຊ

ໃນວັນທີ 5 ກັນຍາ 2019 ເວລາ 11: 40 ໂມງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ທັງເປັນປະທານ ຄອບຄຸມໄພພິບັດແຫ່ງຊາດ ແຫ່ງ ສປປລ ໄດ້ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນຄົນລາວຊາວນະຄອນປາກເຊທີ່ກຳລັງຖືກປະສົບພົບບັນຫາໄພພິບັດນໍ້າຖ້ວມ ຫຼາຍໆບ້ານ ໂອກາດນີ້ ທ່ານໄດ້ຂີ່ເຮືອກວດກາເບິ່ງເຮືອນຊານບ້ານຊ່ອງ, ເນື້ອທີ່ຜະລິດຂອງປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເຂດບ້ານແກ, ນະຄອນປາກເຊ.ຈາກນັ້ນກໍ່ໄດ້ມອບເຂົ້າສານອາຫານແຫ້ງ, ນ້ຳດື່ມເພື່ອເປັນການບັນເທົາທຸກເບື້ອງຕົ້ນແກ່ປະຊາຊົນ 4 ບ້ານ ຢູ່ທີ່ສູນພັກຊົ່ວຄາວໂຮງຮຽນມັດທະຍົມຕົ້ນແກ້ວສຳພັນ ເຊີ່ງມີປະຊາຊົນບ້ານແກ, ແກ້ວສຳພັນ, ຫ້ວຍປູນ ແລະ ບ້ານໂພນສະອາດຈຳນວນ 50 ຄອບຄົວ ແລະ ໄດ້ມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນຢູ່ເຂດອື່ນໆອີກ. ທັງນີ້, ເພື່ອນຳເອົາຄວາມເປັນຫ່ວງເປັນໄຍຂອງພັກ-ລັດຖະບານຕໍ່ປະຊາຊົນບັນດາເຜົ່າເວົ້າສະເພາະຕໍ່ຜູ້ປະສົບໄພນ້ຳຖ້ວມໃຫ້ມີກຳລັງໃຈອົດທົນຜ່ານຜ່າຄວາມຫຸ້ຍງຍາກຈົນກວ່າສະພາບຈະເຂົ້າສູ່ປົກກະຕິ. Cr: ເກດສະໜາ ແກ້ວສຸວັນນະແສງ

Read More »

ເປີດເຝິກອົບຮົມການຂຽນຂ່າວແບບວິເຄາະ ໃຫ້ແກ່ສື່ມວນຊົນລາວ

ກົມສື່ມວນຊົນໜຸ່ມລາວ, ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ອົງການ CFI Media Development ປະເທດຝຣັ່ງ ໄດ້ຈັດການເຝຶກອົບຮົມ ການຂຽນຂ່າວແບບວິເຄາະ ໃຫ້ແກ່ 14 ສໍານັກຂ່າວ ທີ່ມາຈາກວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ ແລະ ສື່ອອນລາຍ ທົ່ວນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: “ການພັດທະນາແບບຍືນຍົງ”. ການເຝິກອົບຮົມໄດ້ຈັດຂຶ້ນລະຫວ່າງ 2-4 ກັນຍາ 2019 ທີ່ຜ່ານມາ ຢູ່ໂຮງແຮມ Lao Poet Hotel ນະຄອງຫຼວງວຽງຈັນ. ໂດຍການເປີດຊຸດເຝິກອົບຮົມຂອງທ່ານ  ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານຊາວໜຸ່ມປະຊາຊົນປະຕິວັດລາວ. ການເຝິກອົບຮົມ, ນັກສື່ມວນຊົນ ຈະໄດ້ຮຽນຮູ້ ໃນຫົວຂໍ້ຫຼັກໆດັ່ງນີ້: 1.ແນວຄວາມຄິດຫຼັກຂອງການພັດທະນາແບບຍືນຍົງ, ການປ່ຽນແປງດິນຟ້າອາກາດ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ເສດຖະກິດຂອງລາວ, 2. ຜົນກະທົບຕໍ່ດິນຟ້າອາກາດຕໍ່ກັບວຽກງານສາທາລະນະສຸກ (ສຸຂະພາບ), 3. ທັກສະພື້ນຖານຂອງການຂຽນຂ່າວ/ກຳນົດຫົວຂໍ້ ແລະ ການສ້າງຄູ່ຮ່ວມງານດ້ວຍທ່າແຮງທີມີຢູ່, 4. ບົດບາດຂອງສື່ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. 5. ການຂຽນກ່ຽວກັບບັນຫາທີ່ລະອຽດອ່ອນ ແລະ ການກວດກາ ...

Read More »

ກົມສື່ມວນຊົນ ຮຽກຮ້ອງໃຫ້ສື່ມວນຊົນລາວ ປະຕິບັດກົດລະບຽບກ່ຽວກັບການໂຄສະນາສິນຄ້າ…

ກົມສື່ມວນຊົນ ຮຽກຮ້ອງໃຫ້ສື່ມວນຊົນລາວ ໃຫ້ປະຕິບັດຕາມກົດລະບຽບກ່ຽວກັບການໂຄສະນາສິນຄ້າ…. ໃນວັນທີ 4 ກັນຍາ 2019 ຢູ່ທີ່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມ ປຶກສາຫາລືສ້າງນິຕິກໍາລຸ່ມກົດໝາຍສື່ມວນຊົນ (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ລາຊມຸນຕີ ຮອງລັດຖະມົນຕີ, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມ ພ້ອມດ້ວຍ ບັນນາທິການ ຂອງແຕ່ລະສໍານັກຂ່າວເຂົ້າຮ່ວມ. ພາຍໃນກອງປະຊຸມດັ່ງກ່າວ ທ່ານ ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຂຶ້ນກ່າວເຖິງຈຸດປະສົງໃນການສ້າງນິຕິກໍາສະບັບນີ້ ໂດຍອິງຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງການບໍລິການຂອງສື່ມວນຊົນ, ເຊິ່ງລາຍລະອຽດຂອງນິຕິກໍາມີດັ່ງນີ້:

Read More »

ກະຊວງການເງິນ ໂຈະການປະຕິບັດໜ້າທີ່ຕໍ່ພະນັກງານສັງກັດຢູ່ກົມພາສີ ຍ້ອນຜູ້ກ່ຽວລະເມີດກົດໝາຍ

ລັດຖະມົນຕີກະຊວງການເງິນຕົກລົງ: ງົດການປະຕິບັດຫນ້າທີ່ຊົ່ວຄາວຕໍ່ພະນັກງານສັງກັດຢູ່ກົມພາສີຍ້ອນຜູ້ກ່ຽວລະເມີດກົດໝາຍ ແລະ ລະບຽບການດັ່ງມີລາຍຊື່ລຸ່ມນີ້: 1. ທ້າວ ພຸດສະດາວັນ ອິນສີຊຽງໃໝ່ 2. ທ້າວ ທິວາພອນ ສຸລິນທອນ 3. ທ້າວ ສະຫງວນຈິດ ວົງເດືອນ 4. ທ້າວ ສີຈັນ ອິນທິວົງ ພະນັກງານທີ່ຖືກງົດປະຕິບັດໜ້າທີ່ຊົ່ວຄາວບໍ່ມີສິດເຄື່ອນໄຫວວຽກງານທາງລັດຖະການ ແລະ ເຄື່ອນໄຫວວຽກອື່ນໆທີ່ເປັນການປັ່ນປ່ວນ ແລະ ກໍຄວາມບໍ່ສະຫງົບທີ່ມີຜົນສະທ້ອນຕໍ່ບຸກຄົນແລະການຈັດຕັ້ງພັກ-ລັດ ຢ່າງເດັດຂາດ ແລະ ຕ້ອງມອບວຽກທີ່ຕົນເອງຮັບຜິດຊອບຄືນໃຫ້ການຈັດຕັ້ງທີ່ຕົນສັງກັດຢູ່ຢ່າງເປັນລາຍລັກອັກສອນ ແລະຂາດຕົວ ໄລຍະງົດການປະຕິບັດໜ້າທີ່ຊົ່ວຄາວໃຫ້ຫັກເງີນເດືອນ ແລະ ເງີນອຸດຫນູນ 50% ໄວ້ ນັບແຕ່ງວດ 3 ປີ 2019 ເປັນຕົ້ນໄປ ຈົນກວ່າຈະສຳເລັດການດຳເນີນຕາມກົດລະບຽບກົດໝາຍ ຫ້ອງການກະຊວງການເງີິນ, ກົມຈັດຕັ້ງ ແລະ ພະນັກງານ, ກົມພາສີ, ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ, ໃຫ້ກົມພາສີເຜີຍແຜ່ຂໍ້ຕົກລົງສະບັບນີ້ໃຫ້ພະນັກງານ-ລັດຖະກອນຂອງຕົນຮັບຊາບຢ່າງທົ່ວເຖິງ ຂໍ້ຕົກລົງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ວັນລົງລາຍເຊັ່ນເປັນຕົ້ນໄປ.  

Read More »

ເອດີບີ ອະນຸມັດງົບ 63 ລ້ານໂດລາ ເຂົ້າໃສ່ໂຄງການປ້ອງກັນນ້ຳຖ້ວມ ແລະ ຕ້ານໄພແລ້ງ

ທະນາຄານພັດທະນາອາຊີ ຫຼື ADB ໄດ້ໃຫ້ການສະໜັບສະໜູນທຶນຫຼາຍເຖິງ 63 ລ້ານໂດລາ ເຂົ້າໃນໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກນ້ຳຖ້ວມ ຫຼື ຄຖລ ໄລຍະທີ 2 ແກ່ລັດຖະບານ ເພື່ອສ້າງຄູປ້ອງກັນນ້ຳຖ້ວມ, ຊົນລະປະທານ, ສະຖານີເຕືອນໄພຢູ່ຈຸດທີ່ມີຄວາມສ່ຽງຕາມເຂດແມ່ນ້ຳຂອງ. ກອງປະຊຸມຄະນະຊີ້ນຳໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງຄຖລ ຂັ້ນສູງກາງ ຄັ້ງທີ 5 ຈັດຂຶ້ນໃນວັນທີ 28 ສິງຫາ 2019 ທີ່ໂຮງແຮມດອນຈັນພາເລດ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ປະທານຊີ້ນໍາໂຄງການ ຄຖລ; ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຫົວໜ້າກົມ, ຮອງກົມ, ຝ່າຍປະສານງານຈາກທະນາຄານພັດທະນາອາຊີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ອານຸພາບ ຕຸນາລົມ ປະທານຊີ້ນໍາໂຄງການ ຄຖລ ກ່າວວ່າ: ໂຄງການຄຸ້ມຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ ຫຼື ...

Read More »

ແຈ້ງເຕືອນໄພ!!! ພາຍຸເຂດຮ້ອນ ໂພດູ ພັດເຂົ້າລາວ ວັນທີ 29 ສິງຫາ-1 ກັນຍານີ້

ກົມ ອຸ​ຕຸ​ນິຍົມ​ແລະ ອຸທົກກະສາດ​ອອກແຈ້ງເຕືອນພະຍຸໝູນເຂດຮ້ອນ​ຄາດວ່າຈະພັດຜ່ານປະເທດລາວໃນວັນທີ 29 ສິງຫາ​ ຫາວັນທີ 1 ກັນຍາ​ 2019

Read More »

ຊີ້ແຈງ ! ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການປະຕິບັດຕໍ່ຜູ້ລະເມີດ

ເພື່ອສືບຕໍ່ຄໍາຢືນຢັນ ຈະເລັ່ງແກ້ໄຂຫາງສຽງວິພາກວິຈານຂອງສັງຄົມ ທີ່ມີເຈົ້າໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນເຮັດປຶ້ມສໍາມະໂນຄົວສູງເກີນກໍານົດທີ່ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໃຫ້ສໍາພາດຕໍ່ນັກຂ່າວກະຊວງປ້ອງກັນຄວາມສະຫງົບ ໃນກາງເດືອນທີ່ຜ່ານມາ; ເຊິ່ງສັງຄົມ ໄດ້ໃຫ້ຄວາມສົນໃຈຕໍ່ການແກ້ໄຂບັນຫາດັ່ງກ່າວ. ມາ ຮອດວັນທີ 26 ສິງຫາ 2019, ທ່ານໄດ້ໃຫ້ສໍາພາດເປັນຄັ້ງທີ 2 ໂດຍຢືນຢັນສືບຕໍ່ແກ້ໄຂຢ່າງເຂັ້ມງວດ ພ້ອມຊີ້ແຈງ ຂັ້ນຕອນ ການຈົດທະບຽນ ເຮັດປຶ້ມສໍາມະໂນຄົວ ແລະ ມາດຕະການຕໍ່ຜູ້ລະເມີດ. ພົຈວ ຄໍາສາຍ ຈັນທະວົງ ຢືນຢັນວ່າ: ເພື່ອສືບຕໍ່ການແກ້ໄຂຫາງສຽງວິພາກວິຈານຂອງສັງຄົມ ທີ່ມີເຈົ້າ ໜ້າທີ່ເກັບຄ່າທໍານຽມ ແລະ ຄ່າບໍລິການຈົດທະບຽນເຮັດປຶ້ມສໍາມະໂນຄົວສູງເກີນກໍານົດ ແລະ ທັງເປັນການຊຸກຍູ້ໃຫ້ບັນດາກົມກອງທ້ອງຖິ່ນ, ພະນັກງານ-ນັກຮົບທີ່ເຮັດວຽກງານດັ່ງກ່າວ ປະຕິບັດໜ້າທີ່ວຽກງານໃຫ້ມີຄວາມເຂັ້ມງວດ ແລະ ສອດຄ່ອງກັບຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1234/ປກສ, ລົງວັນທີ 24 ມິຖຸນາ 2019 ວ່າດ້ວຍຄ່າທໍານຽມ, ຄ່າບໍລິການໃນວຽກງານວິຊາສະເພາະຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຢ່າງເຂັ້ມງວດ, ແນ່ໃສ່ລົບລ້າງຫາງສຽງທີ່ບໍ່ດີຕໍ່ກັບການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ໂດຍສະເພາະແມ່ນເຈົ້າໜ້າທີ່ຕໍາຫຼວດ ກະຊວງ ...

Read More »

ພາບບັນຍາກາດ ໂລະລາດນະຄອນຫຼວງພະບາງ ໃນບຸນຫໍ່ເຂົ້າປະດັບດິນ

ໃນຕອນເຊົ້າມື້ນີ້ ວັນທີ 28 ສີງຫາ, ອົງການປົກຄອງນະຄອນຫຼວງພະບາງ ໄດ້ຈັດງານລົງຕະຫຼາດນັດແບບມວນຊົນ ຫຼື ໂລະລາດ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ແລະ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2562 ຄສ 2019. ໂດຍມີ ທ່ານ ອາຊາງ ລາວລີ, ທ່ານ ສົມສະຫວາດ ເລັ່ງສະຫັວດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ. ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂຶ້ນເປັນປະຈຳພໍຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີ ສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ມີ ຊາວຄ້າຂາຍ ທັງພາຍໃນ ແລະຕ່າງປະເທດ, ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າ ແລະຜະລິດຕະພັນ ສີໄມ້ລາຍມືຂອງຕົນ ມາວາງສະແດງຂາຍ ...

Read More »

ການແກ້ໄຂ! ບັນຫາບໍລິເວນຊາຍແດນລາວ-ກຳປູເຈຍ ບັນລຸຜົນເປັນຢ່າງດີ

ໃນວັນທີ 27 ສິງຫາ 2019, ທີ່ດ່ານປະເພນີຫາດອນຂະເໝົາ, ເມືອງໂຂງ, ແຂວງຈຳປາສັກ, ກອງປະຊຸມພົບປະສອງຝ່າຍ ລະຫວ່າງສອງກອງທັບລາວ ແລະ ກຳປູເຈຍວ່າດ້ວຍການກຳນົດການຖອນກຳລັງອອກຈາກ ບໍລິເວນໄຮ່ເຂົ້າຈຸດພິກັດ (E0523410 N1579776), ເມືອງມຸນລະປະໂມກ, ແຂວງຈຳປາສັກ, ສປປ ລາວ ໄດ້ຖືກຈັດຂຶ້ນ ຢ່າງເປັນທາງການ. ຝ່າຍລາວນຳໂດຍ ທ່ານພົນ ຈັດຕະວາ ສຸໄກ ພິມມະສານ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາ ສັກ ເປັນຫົວໜ້າຄະນະ; ຝ່າຍກຳປູເຈຍນຳໂດຍ ທ່ານ ພົນຕີ ດວງຈັນ ຜູ້ບັນຊາການກອງພົນນ້ອຍທີ 9 ກອງທັບຣາຊະອານາຈັກກຳປູເຈຍເປັນຫົວໜ້າຄະນະ. ກອງປະຊຸມໄດ້ພ້ອມກັນຕົກລົງເປັນເອກະພາບໃນບັນຫາສຳຄັນຕ່າງໆດັ່ງນີ້: 1. ສອງຝ່າຍເຫັນດີຖອນກຳລັງທະຫານຂອງຕົນອອກຈາກບໍລິເວນໄຮ່ເຂົ້າຈຸດພິກັດ (E0523410N1579776) ກັບຄືນສູ່ຈຸດທີ່ຕັ້ງເດີມຂອງຕົນ. 2. ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງຄະນະກຳມະການຮ່ວມເພື່ອສັງເກດການ ແລະ ກວດກາການຖອນກຳລັງທະຫານຂອງທັງສອງຝ່າຍ, ເຊິ່ງກຳນົດເອົາຝ່າຍລະ 5 ຄົນ. 3. ສອງຝ່າຍເຫັນດີກຳນົດເວລາການຈັດຕັ້ງປະຕິບັດການຖອນກຳລັງທະຫານຂອງຕົນອອກຈາກຈຸດດັ່ງກ່າວ ເລີ່ມແຕ່ ເວລາ 8:00-11:00 ໂມງ ຂອງ ວັນທີ 29 ສິງຫາ 2019 ໃຫ້ ...

Read More »